ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ       ເລກທີ 0726/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ 04 ກຸມພາ 2019

ແຈ້ງການ

ເຖິງ: ບັນດາທ່ານອໍານວຍການບໍລິສັດນໍາເຂົ້າ ແລະ ສົ່ງອອກ ຍານພາຫະນະ.

ເລື່ອງ: ເລີ່ມນໍາໃຊ້ການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວ(Lao National Single Window - LNSW).

- ອີງຕາມຂໍ້ຕົກລົງວ່າດ້ວຍການອະນຸມັດນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງ ກອນ 2019

ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ເພື່ອເປັນການປະຕິບັດບັນດານະໂຍບາຍຂອງລັດຖະບານໃນການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດໃຫ້ມີຄວາມສະດວກດີຍິ່ງຂື້ນ, ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ເລີ້ມອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວ (ລະບົບໃໝ່) ໂດຍຜ່ານເວບໄຊ www.laonsw.net  ແຕ່ວັນທີ 25 ກຸມພາ ເປັນຕົ້ນໄປ. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກຍານພາຫະນະໃຫ້ຮີບຮ້ອນສະເໜີ ຫາ ກົມພາສີ ເພື່ອຂໍລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວໂດຍປະກອບເອກະສານຕາມແບບຟອມເອກະສານຊ້ອນທ້າຍ 2 ຂອງ ບົດແນະນໍາວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ, ລົງວັນທີ 28 ທັນວາ 2018.

ໃນໄລຍະເລີ້ມຕົ້ນການນໍາໃຊ້ລະບົບໃໝ່ບໍລິສັດສາມາດສືບຕໍ່ສະເໜີຂໍອອກໃບອະນຸຍາດນໍາເຂົ້າແບບເກົ່າ (ອອກໃບອະນຸຍາດແບບລະບົບເຈັ້ຍ) ຈົນກວ່າຈະມີໜັງສືແຈ້ງໃຫ້ນໍາໃຊ້ລະບົບໃໝ່ໂດຍສົມບູນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ້າກົມ
ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the launch of Lao National Single Window (LNSW) for the import and export license of vehicle No. 0726/DIMEX.IEMD, dated 04 February 2019 PDF
2 ແຈ້ງການ ກ່ຽວກັບ ເລີ່ມນໍາໃຊ້ການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວ ເລກທີ 0726/ກຂອ.ບຂອ, ລົງວັນທີ 04 ກຸມພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.