ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ    ເລກທີ 2117/ປທສ

ນະຄອນຫຼວງວຽງຈັນ, ວັນທີ 08 ສິງຫາ 2018

ຂໍ້ຕົກລົງ

ວ່າດ້ວຍ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້

  • ອີງຕາມ ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 22/ນຍ, ລົງວັນທີ 16 ມັງກອນ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

    ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການນຳໃຊ້ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2 ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້

     ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ (Short Range Devices ຂຽນຫຍໍ້ SRD) ແມ່ນອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານຮ່ວມກັນຫຼາຍການສື່ສານຄື້ນຄວາມຖີ່ວິທະຍຸສື່ສານ, ກະຈາຍຄື້ນໄລຍະໃກ້, ມີການກຳນົດຄວາມກວ້າງຂອງຊ່ອງຄວາມຖີ່, ໄລຍະຫ່າງຂອງຊ່ອງຄວາມຖີ່, ຄວາມແຮງກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ຕາມມາດຕະຖານສາກົນ.

ມາດຕາ 3 ການອະທິບາຍຄຳສັບ

     ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສະຫະພາບໂທລະຄົມມະນາຄົມສາກົນ (International Telecommunication Union – ITU) ໝາຍເຖິງອົງການສາກົນທີ່ຮັບຜິດຊອບວຽກງານສົນທິສັນຍາລະຫວ່າງປະເທດໃນການຄຸ້ມຄອງ ແລະ ວາງມາດຕະຖານດ້ານໂທລະຄົມມະນາຄົມ;
  2. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ໝາຍເຖິງ ອຸປະກອນທີ່ນຳໃຊ້ໃນການຮັບ, ການສົ່ງ ຫຼື ທັງຮັບທັງສົ່ງ ສັນຍານ, ຂໍ້ມູນຂ່າວສານ, ຕົວໜັງສື, ສຽງ ແລະ ຮູບພາບ ດ້ວຍການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 4 ຂອບເຂດການນຳໃຊ້

   ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຢູ່ ສປປ ລາວ.

ໝວດທີ 2

ປະເພດການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້

ມາດຕາ 5 ປະເພດການນຳໃຊ້

   ປະເພດການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ໄດ້ແບ່ງອອກເປັນ 16 ປະເພດ ດັ່ງນີ້:

  1. ການສັ່ງການ (Telecommand);
  2. ການວັດແທກ (Telecometry);
  3. ສຽງ ແລະ ວີດີໂອ (Voice and Video);
  4. ການຄົ້ນຫາຜູ້ເຄາະຮ້າຍ (Equipment for detecting avalanche victims);
  5. Broadband radio local area networks (RLANs);
  6. ການນຳໃຊ້ທາງດ້ານລົດໄຟ (Railway applications);
  7. ການຂົນສົ່ງ ແລະ ການຈາລະຈອນ (Road transport and traffic telematics (RTTTs));
  8. ການຄົ້ນຫາຫານເຄື່ອນທີ່ ແລະ ແຈ້ງເຕືອນ (Equipment for detecting movement and equipment for alert);
  9. ການເຕືອນໄພ (Alarms);
  10. ການຄວບຄຸມແບບຈຳລອງ (Model control);
  11. ການໜ່ຽວນຳຂອງທົ່ງແມ່ເຫຼັກ (Inductive applications);
  12. ໄມໂຄຣໂຟນແບບບໍ່ມີສາຍ (radio microphones);
  13. Radio Frequency identification (RFID);
  14. ການນຳໃຊ້ທາງການແພດ (Ultra low active medical implant (ULP-AMI));
  15. ສັນຍານສຽງແບບບໍ່ໃຊ້ສາຍ (Wireless audio applications);
  16. RF level gauges (Radar).

ມາດຕາ 6 ການສັ່ງການ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ເພື່ອການສັ່ງການ ແມ່ນການສື່ສານເພື່ອສົ່ງສັນຍານເລີ່ມຕົ້ນ, ແກ້ໄຂ ຫຼື ຢຸດ ການເຮັດວຽກຂອງອຸປະກອນ ຜ່ານຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 7 ການວັດແທກ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ເພື່ອການວັດແທກ ແມ່ນການສື່ສານເພື່ອ ສະແດງ ຫຼື ບັນທຶກຂໍ້ມູນ ຜ່ານຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 8 ສຽງ ແລະ ວີດີໂອ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ທີ່ເປັນການສື່ສານຮູບແບບສຽງ ແມ່ນ ຄ້າຍຄືກັບລະບົບໂຟນນີ້ ເຊັ່ນ: ໂຟນນີ້ຂອງຫຼິ້ນ (Toy Wlkie-Talkie), ອຸປະກອນກວດເບິ່ງເດັກອ່ອນ (Baby monitoring) ສ່ວນການນຳໃຊ້ແບບ ວີດີໂອ ແມ່ນການນຳໃຊ້ກ້ອງຖ່າຍວີດີໂອແບບບໍ່ໃຊ້ສາຍສະໝັກຫຼິ້ນ (non-professional cordless camera) ເປັນຫຼັກ ເຊັ່ນ: ອຸປະກອນກວດເບິ່ງເດັກອ່ອນ.

ມາດຕາ 9 ການຄົ້ນຫາຜູ້ເຄາະຮ້າຍ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ສຳລັບການຄົ້ນຫາຜູ້ເຄາະຮ້າຍ ແມ່ນນຳໃຊ້ລະບົບຄົ້ນຫາຕຳແໜ່ງເພື່ອຊອກຫາຜູ້ເຄາະຮ້າຍ ເຊັ່ນ: ອຸປະກອນບອກຕຳແໜ່ງຜູ້ເຄາະຮ້າຍ (Avalanche beacon).

ມາດຕາ 10 Broadband radio local area networks

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ສຳລັບ Radio Local Area Network ເພື່ອປ່ຽນແທນສາຍເຄເບິ້ນໃນການເຊື່ອມຕໍ່ເຄືອຂ່າຍພາຍໃນເຮືອນ, ຕຶກອາຄານ ແລະ ສະຖານທີ່ບໍ່ກວ້າງ ເພື່ອເຮັດໃຫ້ການເຊື່ອມຕໍ່ສະດວກ ວ່ອງໄວ ແລະ ປະຢັດຄ່າໃຊ້ຈ່າຍໃນການຕິດຕັ້ງ ເຊັ່ນ: ອຸປະກອນ Wifi.

ມາດຕາ 11 ການນຳໃຊ້ທາງດ້ານລົດໄຟ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເພື່ອການນຳໃຊ້ທາງດ້ານລົດໄຟ ປະກອບດ້ວຍ 3 ລະບົບຫຼັກຄື: Automatic Vehicle Identification (AVI), Balise system ແລະ Loop system.

ມາດຕາ 12 ການຂົນສົ່ງ ແລະ ການຈາລະຈອນ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ສຳລັບລະບົບການຂົນສົ່ງ ແລະ ການຈາລະຈອນ ແມ່ນເປັນການສົ່ງຂໍ້ມູນຂອງການເດີນທາງ ລະຫວ່າງ ສອງ ຫຼື ຫຼາຍ ພາຫະນະຕາມເສັ້ນທາງ ແລະ ລະຫວ່າງ ພາຫະນະ ແລະ ພື້ນຖານໂຄງຮ່າງຂອງເສັ້ນທາງ ເຊັ່ນ: ລະບົບເກັບຄ່າທາງດ່ວນອັດຕະໂນມັດ (Automatic toll collection), ລະບົບຊ່ວຍຈອດລົດ ແລະ ບອກເສັ້ນທາງ (Route and parking guidance), ລະບົບປ້ອງກັນການຕຳກັນ (Collision avoidance system).

ມາດຕາ 13 ການຄົ້ນຫາການເຄື່ອນທີ່ ແລະ ແຈ້ງເຕືອນ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ສຳລັບຄົ້ນຫາການເຄື່ອນທີ່ ແລະ ແຈ້ງເຕືອນ ແມ່ນລະບົບຣາດ້າກຳລັງສົ່ງຕ່ຳນຳໃຊ້ເພື່ອຈຸດປະສົງສຳຫຼວດ, ຄົ້ນຫາ ແລະ ລະບຸຕຳແໜ່ງທີ່ຕັ້ງ, ຄວາມໄວ ຂອງເປົ້າໝາຍ ເຊັ່ນ: ເຄື່ອງກວດຄວາມໄວລົດຂອງຕຳຫຼວດຈາລະຈອນ.

ມາດຕາ 14 ການເຕືອນໄພ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ສຳລັບການເຕືອນໄພ ແມ່ນການສື່ສານຄື້ນຄວາມຖີ່ເພື່ອສະແດງສັນຍານເຕືອນໄພໃຫ້ກັບສັງຄົມ ເພື່ອໃຫ້ສັງຄົມຮັບຮູ້ໃນກໍລະນີທີ່ຕົກຢູ່ໃນສະຖານະການອັນຕະລາຍ ແລະ ຊ່ວຍໃຫ້ໄດ້ຮັບການຊ່ວຍເຫຼືອທີ່ເໝາະສົມ.

ມາດຕາ 15 ການຄວບຄຸມແບບຈຳລອງ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ສຳລັບການຄວບຄຸມແບບຈຳລອງ (ເຄື່ອງຫຼິ້ນເດັກນ້ອຍ) ເພື່ອຄວບຄຸມການເຄື່ອນທີ່ຂອງເຄື່ອງຫຼິ້ນເທິງອາກາດ, ໜ້າດິນ, ໜ້ານ້ຳ ຫຼື ໃຕ້ນ້ຳ.

ມາດຕາ 16 ການໜ່ຽວນຳຂອງທົ່ງແມ່ເຫຼັກ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ປະເພດການໜ່ຽວນຳຂອງທົ່ງແມ່ເຫຼັກ ແມ່ນລະບົບການສື່ສານໂດຍອີງໃສ່ການໜ່ຽວນຳຂອງທົ່ງແມ່ເຫຼັກ ຊຶ່ງໂດຍທົ່ວໄປແມ່ນຄື້ນຄວາມຖີ່ວິທະຍຸສື່ສານຕ່ຳ ເຊັ່ນ: Car immobilizers, car access systems ຫຼື car detectors.

ມາດຕາ 17 ໄມໂຄຣໂຟນແບບບໍມີສາຍ

   ໄມໂຄຣໂຟນແບບບໍ່ມີສາຍ ແມ່ນເຄື່ອງສົ່ງສັນຍານທິດທາງດຽວທີ່ມີກຳລັງສົ່ງຕ່ຳ ເພື່ອສົ່ງສັນຍານສຽງໃນໄລຍະໃກ້ຊຶ່ງເປັນການນຳໃຊ້ສ່ວນບຸກຄົນ.

ມາດຕາ 18 RFID

   ລະບົບ RFID ແມ່ນລະບົບທີ່ບັນຈຸຂໍ້ມູນໃນ transponder ໂດຍທົ່ວໄປເອີ້ນວ່າ Tag, ຂໍ້ມູນທີ່ຢູ່ໃນ Tag ອາດປະກອບມີຂໍ້ມູນ ລະຫັດສິນຄ້າ, ໂຮງງານ, ການຂົນສົ່ງ, ຈຸດທີ່ຕັ້ງ, ຜູ້ຜະລິດສິນຄ້າ, ລົດ, ສັດ ຫຼື ຊັບສິນອື່ນ ຫຼື ປະເພດຂໍ້ມູນອື່ນ. ໃນການຮັບຂໍ້ມູນນັ້ນ ເຄື່ອງ RFID Reader ຕ້ອງສົ່ງຄື້ນຄວາມຖີ່ວິທະຍຸສື່ສານໄປຫາ Tag ຫຼັງຈາກນັ້ນ Tag ຈະສົ່ງຂໍ້ມູນກັບຄືນຫາ RFID Reader.

ມາດຕາ 19 ການນຳໃຊ້ທາງການແພດ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ສຳລັບການນຳໃຊ້ທາງການແພດເປັນສ່ວນໜຶ່ງຂອງລະບົບ MICS (Medical Implant Communication System) ຊຶ່ງເປັນການນຳໃຊ້ອຸປະກອນການແພດທີ່ຝັງໃນຮ່າງກາຍ ເຊັ່ນ: ເຄື່ອງຄວບຄຸມຈັງຫວະການເຕັ້ນຂອງຫົວໃຈ (pacemaker), ເຄື່ອງກະຕຸ້ນຫົວໃຈ (implantable defibrillators). ລະບົບ MICS ນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານລະຫວ່າງອຸປະກອນພາຍນອກ ແລະ ອຸປະກອນທາງການແພດທີ່ຝັງໃນຮ່າງກາຍຂອງມະນຸດ.

ມາດຕາ 20 ສັນຍານສຽງແບບບໍ່ໃຊ້ສາຍ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ສຳລັບລະບົບ RF level gauge ໄດ້ຖືກນຳໃຊ້ໃນຫຼາຍອຸດສາຫະກຳ ເພື່ອວັດແທກປະລິມານຂອງວັດຖຸດິບທີ່ຖືກບັນຈຸໃນຕູ້ຄອນເທນເນີ້ ຫຼື ຖັງທີ່ປິດສະໜິດ ເຊັ່ນ: ໂຮງກັ່ນນ້ຳມັນ, ໂຮງງານຜະລິດຢາ, ໂຮງງານຜະລິດອາຫານ ແລະ ເຄື່ອງດື່ມ.

ໝວດທີ 3

ຄື້ນຄວາມຖີ່ວິທະຍຸສື່ສານສຳລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້, ຄື້ນຄວາມຖີ່ລົບກວນ, ຄວາມແຮງຂອງການສົ່ງສັນຍານ ແລະ ຄ່າທາງດ້ານເຕັກນິກ

ມາດຕາ 22 ຄື້ນຄວາມຖີ່ວິທະຍຸສື່ສານສຳລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້

   ການສື່ສານຂອງອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ບໍ່ຖືວ່າເປັນການສື່ສານຫຼັກ (Primary service) ຫຼື ການສື່ສານສຳຮອງ (Secondary service) ໃນແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ.

   ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານສຳລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ບໍ່ຈຳເປັນຕ້ອງຂໍອະນຸຍາດນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ.

   ຄື້ນຄວາມຖີ່ວິທະຍຸສື່ສານສຳລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ ແລະ ອາດມີການປ່ຽນແປງໃນແຕ່ລະໄລຍະ ຕາມການພັດທະນາຂອງເຕັກໂນໂລຊີ.

ມາດຕາ 23 ຄື້ນຄວາມຖີ່ລົບກວນ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຕ້ອງບໍ່ກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນໃຫ້ກັບທຸກປະເພດການສື່ສານທີ່ໄດ້ກໄນົດໄວ້ໃນ ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ.

   ໃນກໍລະນີ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນໃຫ້ກັບການສື່ສານອື່ນທີ່ໄດ້ຮັບອະນຸຍາດນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ນັ້ນ ຈະຕ້ອງຢຸດຕິການນຳໃຊ້ຊົ່ວຄາວ ຈົນກວ່າຄື້ນຄວາມຖີ່ລົບກວນຈະຖືກແກ້ໄຂ ເຖິງວ່າອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ນັ້ນຈະສອດຄ່ອງກັບລະບຽບການ ແລະ ມາດຕະຖານເຕັກນິກທີ່ກຳນົດແລ້ວກໍ່ຕາມ.

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ບໍ່ສາມາດຮຽກຮ້ອງໃຫ້ສິດການປົກປ້ອງຄື້ນຄວາມຖີ່ລົບກວນຈາກການສື່ສານອື່ນທີ່ໄດ້ຮັບອະນຸຍາດນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 24 ຄວາມແຮງຂອງການສົ່ງສັນຍານ

   ຄວາມແຮງຂອງການສົ່ງສັນຍານຂອງອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ.

ມາດຕາ 25 ຄ່າທາງດ້ານເຕັກນິກ

   ການກຳນົດຄ່າທາງດ້ານເຕັກນິກເຊັ່ນ: ການເຂົ້າໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ (Spectrum access), ຄ່າອັດຕາການຄອບຄອງຄື້ນຄວາມຖີ່ວິທະຍຸສື່ສານທາງເວລາ (duty cycle), ການປະສົມສັນຍານ (modulation), ຄວາມກວ້າງຂອງຊ່ອງຄວາມຖີ່ (maximum occupied bandwidth) ແລະ ຄ່າທາງດ້ານເຕັກນິກອື່ນ ແມ່ນຕ້ອງສອດຄ່ອງກັບ ITU-R Recommendation ແລະ ERC Recommendation 70-03.

ໝວດທີ 4

ມາດຕະຖານ ແລະ ການນຳເຂົ້າ

ມາດຕາ 26 ມາດຕະຖານ

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ແມ່ນກຳນົດໃຫ້ສອດຄ່ອງກັບລະບຽບການຄື້ນຄວາມຖີ່ວິທະຍຸສື່ສານສາກົນ (ITU-R Radio Regulations), ມາດຕະຖານ ETSI ແລະ FCC Part 15 ຊຶ່ງໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ.

   ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຕ້ອງສອດຄ່ອງກັບມາດຕະຖານຄວາມປອດໄພ ກ່ຽວກັບກັບການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ເຊັ່ນ: ICNIRP, IEC ແລະ ຂໍ້ຕົກລົງວ່າດ້ວຍ ຄວາມປອດໄພຂອງການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 208/ປທສ, ລົງວັນທີ 05 ກຸມພາ 2016.

ມາດຕາ 27 ການນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການ ນຳເຂົ້າອຸປະກອນຄື້ນຄວາມຖີ່ວິທະຍຸສ່ືສານໄລຍະໃກ້ ຕ້ອງຂໍອະນຸຍາດຈາກຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

   ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ທຸກປະເພດ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ກ່ອນການນຳເຂົ້າ.

ໝວດທີ 5

ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 28 ຂໍ້ຫ້າມທົ່ວໄປ

   ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີພຶດຕິກຳ ດັ່ງນີ້:

  1. ນຳເຂົ້າ ຫຼື ຜະລິດ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ນຳໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ບໍ່ຖືກຕ້ອງຕາມມາດຕະຖານເຕັກນິກທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
  3. ລົບກວນ ຫຼື ສ້າງຄວາມເສຍຫາຍໃຫ້ກັບການສື່ສານອື່ນ;
  4. ຂັດຂວາງການຕິດຕັ້ງອຸປະກອນຄື້ນຄວາມຖີ່ ແລະ ການປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  5. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 29 ມາດຕະການສຶກສາອົບຮົມ

   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ເປັນຄັ້ງທຳອິດ ທີ່ບໍ່ເປັນອັນຕະລາຍ ຫຼື ຮ້າຍແຮງໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕ່ຳ ຈະຖືກກ່າວເຕືອນພ້ອມທັງບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດຂອງຜູ້ກ່ຽວ ແລະ ສຶກສາອົບຮົມ.

ມາດຕາ 30 ມາດຕະການຕໍ່ຜູ້ລະເມີດ

   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ລວມທັງໃຊ້ແທນຄືນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ໝວດທີ 6

ບົດບັນຍັດສຸດທ້າຍ

ມາດຕາ 31 ການຈັດຕັ້ງປະຕິບັດ

   ຂໍ້ຕົກລົງສະບັບບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ລັດຖະມົນຕີ

ປອ ທັນສະໄໝ ກົມມະສິດ

 

# ຫົວຂໍ້ ດາວໂຫຼດ
1 Decision on the Short Range Devices (SRD) No. 2118/MPT, dated 08 August 2018 PDF
2 ຂໍ້ຕົກລົງ ວ່າດ້ວຍ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເລກທີ 2117/ປທສ, ລົງວັນທີ 08 ສິງຫາ 2018 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບການຢັ້ງຢືນນໍາເຂົ້າອຸປະກອນເຄື່ອງ ຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນທຸກໆຄັ້ງທີ່ຈະນໍາເຂົ້າອຸປະກອນເຄື່ອງ ຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຕ້ອງໄດ້ຂໍໃບຢັ້ງຢືນການນໍາ ເຂົ້າອຸປະກອນ ຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍ້ຕົກລົງ ວ່າດ້ວຍ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເລກທີ 2117/ປທສ, ລົງວັນທີ 08 ສິງຫາ 2018 9999-12-31 ALL
2 ຕ້ອງໄດ້ຂຶ້ນທະບຽນຜູ້ນໍາເຂົ້າອຸປະກອນເຄື່ອງ ຄວາມຖີ່ວິທະຍຸສື່ສານໄລຍະໃກ້ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຜູ້ນໍາເຂົ້າ ຕ້ອງໄດ້ຂຶ້ນທະບຽນດໍາເນີນທຸລະກິດນໍາເຂົ້າອຸປະກອນເຄື່ອງ ຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂໍ້ຕົກລົງ ວ່າດ້ວຍ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເລກທີ 2117/ປທສ, ລົງວັນທີ 08 ສິງຫາ 2018 9999-12-31 ALL
3 ຕ້ອງໄດ້ຮັບການກວດກາອຸປະກອນເຄື່ອງ ຄວາມຖີ່ວິທະຍຸສື່ສານໄລຍະໃກ້ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕົວຢ່າງອຸປະກອນໄອຊີທີນໍາເຂົ້າ ຕ້ອງໄດ້ຮັບການກວດກາ ກ່ອນການນໍາເຂົ້າຕົວຈິງ ຈາກກົມຄື້້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍ້ຕົກລົງ ວ່າດ້ວຍ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໄລຍະໃກ້ ເລກທີ 2117/ປທສ, ລົງວັນທີ 08 ສິງຫາ 2018 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.