ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເລກທີ 02, ກົມສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຂຶ້ນໃນວັນທີ 7 ກຸມພາ 2019 ທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄໍາລຽນ ພົນເສນາ, ຮອງລັດຖະມັນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ນິໂກລາ ພົນທາຣາ ຜູ້ຈັດການທະນາຄານໂລກປະຈໍາ ສປປ ລາວ, ແລະ ທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີທັງພາກລັດ, ພາກເອກະຊົນ, ຕ່າງໜ້າຈາກອົງການຈັດຕັ້ງສາກົນ ແລະ ຊ່ຽວຊານ ລວມທັງໝົດປະມານ 100 ກວ່າ ທ່ານ.

ຂໍ້ມູນພາບ: https://www.vientianemai.net

 

ໃນກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02 ໂດຍໄດ້ນໍາສະເໜີບັນດານິຕິກໍາທີ່ໄດ້ຮັບການປັບປຸງ ແລະ ໄດ້ສ້າງຂື້ນໃໝ່ ທາງດ້ານການລົງທຶນປະກອບມີ: ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ, ລັງວັນທີ 10 ມັງກອນ 2019; ບົດແນະນໍາ ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມສໍາລັບແຜນນໍາເຂົ້າຂອງວິສາຫະກິດສະບັບເລກທີ 01/ຄລທ.ສ, ລັງວັນທີ 02 ມັງກອນ 2019; ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນວິສາຫະກິດເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019; ຂໍ້ຕົກລົງ ວ່າດ້ວຍ ຮັບຮອງເອົາກິດຈະການອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019; ຄໍາແນະນໍາ ກ່ຽວກັບ ການອອກອະນຸຍາດໍາເນີນທຸລະກິດ ໃນກິດຈະການອຸດສາຫະກໍາ ແລະ ການຄ້າເລກທີ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.

ຂໍ້ມູນພາບ: http://www.hongsapower.com; https://www.ausenco.com ແລະ https://www.mekongeye.com

 

ສໍາລັບຂົງເຂດການອໍານວຍຄວາມສະດວກທາງດ້ານການຄ້າ ປະກອບມີ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 ໂດຍແມ່ນຮອງນາຍົກລັດຖະມັນຕີ ເປັນຫົວໜ້າຄະນະ ແລະ ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີປະກອບເປັນຄະນະຂັ້ນສູນກາງ ແລະ ຮອງເຈົ້າແຂວງ ແລະ ຫົວໜ້າພະແນກ ເປັນຄະນະຂັ້ນທ້ອງຖິ່ນ ແລະ ຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2011 ສະບັບເລກທີ 0051/ກຂອຄ, ລົງວັນທີ 25 ກັນຍາ 2017.

ທ່ານ ປອ ຄໍາລຽນ ພົນເສນາ ໃຫ້ຄວາມສໍາຄັນໃນການຮ່ວມກັນປຶກສາຫາລືແລກປ່ຽນທັດສະນະແນວຄິດລະ ຫວ່າງພາກລັດ ແລະ ພາກທຸລະກິດ ຊອກຫາຊ່ອງທາງແກ້ໄຂບັນຫາຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ ເພື່ອຮັບ ປະກັນ ທັງສອງຝ່າຍລ້ວນໄດ້ຮັບຜົນປະໂຫຍດ. ເຊິ່ງສະແດງອອກ ໄລຍະທີ່ຜ່ານມາ ລັດຖະບານ ໄດ້ເອົາໃຈໃສປັບປຸງ ແລະ ສ້າງນິຕິກໍາ ພ້ອມທັງສ້າງຄວາມເຂັ້ມແຂງດ້ານຂອດການບໍລິການຂອງພາກລັດ ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງພາກທຸລະກິດມີຄວາມສະດວກຍິ່ງຂຶ້ນ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.