ອີງຕາມ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ) ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016, ປະເພດກິດຈະການ ການລົງທຶນມີ ສອງ ປະເພດ ຄື: ກິດຈະການ 1.ກິດຈະການການລົງທຶນທົ່ວໄປ (ກິດຈະການໃນບັນຊີຄວບຄຸມ ແລະ ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ) 2. ກິດຈະການ ການລົງທຶນສຳປະທານ. ກິດຈະການໃນບັນຊີຄວບຄຸມ ແມ່ນ ປະເພດທຸລະກິດ ທີ່ມີຜົນກະທົບ ຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ເພື່ອຮັບປະກັນຄວາມສົມດຸນ ການພັດທະນາບັນດາຂະແໜງການເສດຖະກິດ ແລະ ສັງຄົມ ຊຶ່ງຕ້ອງໄດ້ຜ່ານການພິຈາລະນາໂດຍ ບັນດາຂະແໜງການທີ່ກ່ຽວຂ້ອງ ກ່ອນການອະນຸຍາດລົງທຶນຈາກຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ/ຫຼື ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ. ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ແມ່ນ ບັນດາກິດຈະການເປີດກວ້າງການລົງທຶນທົ່ວໄປ ທີ່ສາມາດແຈ້ງຂຶ້ນທະບຽນວິສາຫະກິດ ແລະ ຂໍອະນຸຍາດດຳເນີນກິດຈະການ ຕາມທີ່ໄດ້ກໍານົດໃນ ກົດໝາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ. ກິດຈະການ ການລົງທຶນສໍາປະທານ ແມ່ນ ກິດຈະການ ທີ່ຜູ້ລົງທຶນໄດ້ຮັບອະນຸຍາດ ໃນການສໍາປະທານຈາກລັດ ຕາມກົດໝາຍ ເພື່ອພັດທະນາ ແລະ ດຳເນີນທຸລະກິດໃດໜຶ່ງ ເປັນຕົ້ນ ການສຳປະທານທີ່ດິນ, ການພັດທະນາເຂດເສດຖະກິດພິເສດ ແລະ ເຂດອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການຂຸດຄົ້ນບໍ່ແຮ່, ການພັດທະນາແຫຼ່ງພະລັງງານໄຟຟ້າ, ການສໍາປະທານສາຍການບິນ ແລະ ໂທລະຄົມມະນາຄົມ.

ຂໍ້ມູນພາບ: https://www.vir.com.vn

ຂັ້ນຕອນການສະເໜີລົງທຶນໃນກິດຈະການ ໃນບັນຊີຄວບຄຸມ 

ຜູ້ລົງທຶນ ທີ່ມີຈຸດປະສົງລົງທຶນໃນກິດຈະການໃນບັນຊີຄວບຄຸມ ໃຫ້ຍື່ນຄໍາຮ້ອງຂໍລົງທຶນ ຕໍ່ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ, ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລ້ວນໍາສະເໜີຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຕົກລົງ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.

ການກຳນົດເວລາພິຈາລະນາຄຳຮ້ອງຂໍລົງທຶນກິດຈະການ ໃນບັນຊີຄວບຄຸມ ໃຫ້ປະຕິບັດ ດັ່ງນີ້:

1. ຜູ້ລົງທຶນ ໄດ້ຮັບໃບອະນຸຍາດລົງທຶນ ແລະ ທະບຽນວິສາຫະກິດ ພາຍໃນເວລາ ຊາວຫ້າ ວັນລັດຖະການ ນັບແຕ່ວັນ ຫ້ອງການບໍລິການ ການລົງທຶນປະຕູດຽວໄດ້ຮັບຄຳຮ້ອງຄົບຖ້ວນ ເປັນຕົ້ນໄປ;
2. ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງສົ່ງເອກະສານຄຳຮ້ອງຂໍຄໍາເຫັນນໍາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພາຍໃນເວລາ ສອງ ວັນລັດຖະການເພື່ອຄົ້ນຄວ້າ ແລະ ມີຄໍາເຫັນແຈ້ງຕອບເປັນລາຍລັກອັກສອນ ພາຍໃນເວລາບໍ່ເກີນແປດ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານຄໍາຮ້ອງເປັນຕົ້ນໄປ, ຖ້າບໍ່ມີຄໍາຕອບພາຍໃນເວລາດັ່ງກ່າວຖືວ່າເປັນການເຫັນດີ;
3. ພາຍຫຼັງມີຄໍາເຫັນດີຈາກຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງແລ້ວຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງຄົ້ນຄວ້ານໍາສະເໜີ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາ ພາຍໃນເວລາ ສິບ ວັນລັດຖະການ;
4. ຫຼັງຈາກນັ້ນ ຫ້ອງການບໍລິການ ການລົງທຶນປະຕູດຽວ ອອກໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດ ພາຍໃນເວລາ ຫ້າ ວັນລັດຖະການ.

ໃນກໍລະນີ ຄຳຮ້ອງຂໍລົງທຶນ ບໍ່ໄດ້ຮັບການເຫັນດີ, ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ສະເໜີຂໍລົງທຶນຊາບ ພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບການຕົກລົງ.

ຂໍ້ມູນພາບ: https://www.wonderware.com

ຂັ້ນຕອນການສະເໜີລົງທຶນ ໃນກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມ 

ຜູ້ລົງທຶນ ທີ່ມີຈຸດປະສົງລົງທຶນໃນກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມ ໃຫ້ຍື່ນຄຳຮ້ອງຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ. ສຳລັບການລົງທຶນໃນກິດຈະການທົ່ວໄປ ຊຶ່ງບໍ່ຢູ່ໃນບັນຊີຄວບຄຸມ ທີ່ນອນໃນກິດຈະການຕາມຂະແໜງການທີ່ສົ່ງເສີມ ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດແລ້ວ, ຜູ້ລົງທຶນ ສາມາດຍື່ນຄໍາຮ້ອງຕໍ່ຫ້ອງການບໍລິການ ການລົງທຶນປະຕູດຽວ ເພື່ອຂໍໃບສົ່ງເສີມການລົງທຶນ. ຂັ້ນຕອນ ແລະ ກໍານົດເວລາ ການພິຈາລະນາຂຶ້ນທະບຽນວິສາຫະກິດ ໃນ ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ໃຫ້ອອກທະບຽນວິສາຫະກິດ ຢ່າງຊ້າບໍ່ໃຫ້ເກີນ ສິບ ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ເງື່ອນໄຂ ແລະ ຂັ້ນຕອນການລົງທຶນ ໃນກິດຈະການສຳປະທານ 

ຜູ້ລົງທຶນໃນກິດຈະການສໍາປະທານ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ເປັນນິຕິບຸກຄົນ;
2. ມີປະສົບການ ແລະ ໄດ້ຮັບຜົນສຳເລັດທາງດ້ານທຸລະກິດ ໂດຍມີການຢັ້ງຢືນ ຈາກອົງການທີ່ກ່ຽວຂ້ອງ;
3. ມີຖານະທາງດ້ານການເງິນ ຫຼື ແຫຼ່ງທຶນ ຊຶ່ງໄດ້ຮັບການຢັ້ງຢືນຈາກສະຖາບັນການເງິນ ພາຍໃນ ຫຼື ຕ່າງປະເທດ;
4. ມີເງື່ອນໄຂອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ

ຜູ້ລົງທຶນ ທີ່ມີຈຸດປະສົງລົງທຶນ ໃນກິດຈະການສໍາປະທານ, ການລົງທຶນ ພັດທະນາເຂດເສດຖະກິດພິເສດ ແລະ ເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ ໃຫ້ຍື່ນຄໍາຮ້ອງຂໍລົງທຶນ ພ້ອມດ້ວຍເອກະສານຄົບຊຸດ (ລາຍລະອຽດຂອງການປະກອບເອກະສານຄົບຊຸດໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ) ຕໍ່ ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ ຕາມທີ່ໄດ້ກຳນົດ ໄວ້ໃນລະບຽບການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ນຳສະເໜີຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາ.

ຂໍ້ມູນພາບ: http://raosukunfung.com

ຄໍາຮ້ອງ ແລະ ເອກະສານປະກອບການຂໍລົງທຶນໃນກິດຈະການສໍາປະທານ ມີ ດັ່ງນີ້:

1. ຄຳຮ້ອງຂໍລົງທຶນ;
2. ປະຫວັດ ແລະ ປະສົບການ ຂອງຜູ້ລົງທຶນ ຫຼື ບໍລິສັດ, ບັດປະຈຳຕົວ,ໃບແຈ້ງໂທດ, ສຳເນົາໜັງສືເດີນທາງ, ທະບຽນວິສາຫະກິດ ກໍລະນີເປັນນິຕິບຸກຄົນ;
3. ສັນຍາຮ່ວມທຸລະກິດ;
4. ໃບມອບສິດໃຫ້ຜູ້ຕາງໜ້າ ບັນດາຂາຮຸ້ນ ຫຼື ຜູ້ຖືຮຸ້ນຂອງວິສາຫະກິດ, ໃນກໍລະນີບຸກຄົນດັ່ງກ່າວບໍ່ຢູ່ໃນຕຳແໜ່ງສູງສຸດຂອງບໍລິສັດ;
5. ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນການດຳເນີນທຸລະກິດ ຊຶ່ງກຳນົດເນື້ອໃນຕົ້ນຕໍ ເຊັ່ນ ຈຸດປະສົງການລົງທຶນ, ຄາດຄະເນມູນຄ່າການລົງທຶນ, ທີ່ຕັ້ງໂຄງການ, ກຳນົດເວລາດຳເນີນງານ, ປະສິດທິຜົນຂອງໂຄງການ, ຄວາມຕ້ອງການດ້ານແຮງງານ, ຄວາມຕ້ອງການເຊົ່າ ຫຼື ສຳປະທານທີ່ດິນລັດ, ຄວາມອາດສາມາດເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ການເງິນ, ຄາດຄະເນການແບ່ງຜົນປະໂຫຍດ,ແຜນການ ແລະ ຂັ້ນຕອນການດຳເນີນງານ, ເອກະສານ ຢັ້ງຢືນການສະໜັບສະໜູນທຶນ, ຂໍ້ສະເໜີດ້ານນະໂຍບາຍການລົງທຶນ;
6. ບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ;
7. ໃບຢັ້ງຢືນຖານະການເງິນ ຫຼື ເອກະສານສະໜັບສະໜູນ ຈາກສະຖາບັນການເງິນ ຫຼື ທະນາຄານ, ບົດລາຍງານຖານະການເງິນ ທີ່ຜ່ານການຢັ້ງຢືນ ສອງ ປີຫຼ້າສຸດ;
8. ກົດລະບຽບບໍລິສັດຕາມຮູບແບບທີ່ກໍານົດ

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດຂອງດຳລັດສະບັບນີ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.