ເພື່ອຜ່ານຮ່າງຄໍາສັ່ງດັ່ງກ່າວ, ກົມ ຂອ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ຫ້ອງການປະຈໍາຂອງ ກຄອຄ ໄດ້ຈັດກອງປະຊຸມກອງປະຊຸມປຶກສາຫາລືປະກອບຄຳເຫັນຕໍ່ກັບເນື້ອໃນຂອງ ຮ່າງຄຳສັ່ງ ຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ ການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ ຂຶ້ນໃນວັນທີ 14 ກຸມພາ 2019, ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າ ກຄອຄ ແລະ ມີຜູ້ເຂົ້າຮ່ວມ ທີເປັນສະມາຊິກຂອງ ກຄອຄ ລວມທັງໝົດ 40 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອນໍາສະເໜີໃຫ້ສະມາຊິກກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ຮັບຊາບ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກຄອຄ ສະບັບເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 ແລະ ພ້ອມນັ້ນກໍ່ເພື່ອປຶກສາຫາລືປະກອບຄໍາເຫັນຕໍ່ກັບເນື້ອໃນຂອງຮ່າງຄໍາສັ່ງ ຂອງ ທ່ານ ນາຍົກລັດຖະມົນຕີ ດັ່ງກ່າວ.

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າ ກຄອຄ

 

ອີງຕາມຂໍ້ຕົກລົງ 001/ຄອຄສ, ພາລະບົດບາດ ແລະ ໜ້າທີ່ຂອງ ກຄອຄ ເປັນຕົ້ນແມ່ນການຄົ້ນຄວ້າ, ປັບປຸງຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures : NTMs) ທີ່ຕິດພັນກັບການເຄື່ອນຍ້າຍ, ການນຳເຂົ້າ-ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ ລວມທັງ ສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານ, ໃຫ້ສອດຄ່ອງກັບບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອແກ້ໄຂບັນຫາ ແລະ ສິ່ງກີດຂວາງໃນການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ມີຄວາມເປັນເອກະພາບ, ສະດວກ, ວ່ອງໄວ, ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ໃນກອງປະຊຸມ ໄດ້ນໍາສະເໜີເນື້ອໃນຂອງຮ່າງຄໍາສັ່ງ ເຊິ່ງມີ ສາມບັນຫາສໍາຄັນ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ດັ່ງລຸ່ມນີ້:

- ເພີ່ມທະວິຄວາມວ່ອງໄວ ແລະ ກະທັດຮັດຕໍ່ກັບການອອກອະນຸຍາດ ແລະ ການຢັ້ງຢືນສຳລັບ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ ແລະ ການນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າທຸກປະເພດ ໂດຍຕັດຮອນຂັັ້ນຂອດທີ່ບໍ່ຈໍາເປັນ ແລະ ມູນໃຊ້ເທັກໂນໂລຊີ.

- ການດໍາເນີນຢູ່ດ່ານ: 1)ບັນດາໜ່ວຍງານກ່ຽວຂ້ອງທີ່ປະຈຳຢູ່ດ່ານ (ພາສີ, ກັກກັນພືດ-ສັດ, ອາຫານ ແລະ ຢາ) ເອົາໃຈໃສ່ ມູນໃຊ້ຫຼັກການການປະເມີນຄວາມສ່ຽງ (Risk Management)  ແລະ ລະບົບການກວດສອບຄືນຫຼັງ (Post-audit) ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍ ໃນການກວດປ່ອຍສິນຄ້າ; 2) ສ້າງລະບົບເພື່ອຮອງຮັບການກວດປ່ອຍໄວປະເພດສິນຄ້າເນົ່າເປື່ອຍງ່າຍ (Perishable Goods) ແລະ ສິນຄ້າຈັດສົ່ງດ່ວນ (Expedited Shipments); ແລະ ສົ່ງເສີມຮູບແບບການຢັ້ງຢືນຮັບຮອງລ່ວງໜ້າ (Advance Ruling) ແລະ ແຈ້ງພາສີກ່ອນສິນຄ້າມາຮອດດ່ານ (Pre-arrival) ເພື່ອເຮັດໃຫ້ການກວດປ່ອຍ ສິນ ຄ້າວ່ອງໄວຂຶ້ນ.

- ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຊຸກຍູ້ບບັນດາຂະແໜງການຄົ້ນຄວ້າພິຈາລະນາເພື່ອຫຼຸດຜ່ອນການອອກເອກະສານອະນຸຍາດ, ຢັ້ງຢືນ, ຕິດຕາມ ແລະ ການກວດກາ ການເຄື່ອນຍ້າຍສິນຄ້າພາຍໃນ ແລະ ການເກັບຄ່າພັນທະຕ່າງໆ ທີ່ບໍ່ຈຳເປັນ ແລະ ຊໍ້າຊ້ອນກັນລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ.

ເນື້ອໃນສໍາຄັນຂ້າງເທິງ ບັນດາສະມາຊິກຂອງ ກຄອຄ ໂດຍລວມ ແມ່ນຕີລາຄາສູງ ແລະ ເຫັນດີເປັນເອກະພາບ ແຕ່ ກະມີບາງເນື້ອໃນທີ່ຄະນະຈັດກອງປະຊຸມ ປັບປູງຄືນບາງຈຸດ ເຊັ່ນວ່າ: ຖ້າເອກະສານບໍ່ຄົບຖ້ວນ ແລະ ຖືກຕ້ອງ ໃຫ້ນໍາໄປປັບປຸງທັນທີ, ຖ້າຄົບຖ້ວນ ແລະ ຖືກຕ້ອງ ໃຫ້ດໍາເນີນການຄົ້ນຄວ້າ ເພື່ອສະເໜີຕໍ່ຄະນະນໍາ ພິຈາລະນາອະນຸມັດ; ການນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ແມ່ນໃຫ້ລະບຸຊື່ສະເພາະເລີຍ ເປັນຕົ້ນ ລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ (Lao National Single Window: LNSW); ລະບຸຊື່ຂະແໜງການທີ່ເປັນເຈົ້າການຮັບຜິດຊອບ ໃນແຕ່ລະວຽກ ຢ່າງຊັດເຈນ ເຊັ່ນ: ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ ແລະ ອື່ນໆ ເພື່ອຫຼີກລ້ຽງຄວາມຄຸມເຄືອກັນໃນການຈັດຕັ້ງປະຕິບັດວຽກງານ; ສະເໜີໃຫ້ມີການກໍານົດອີກຂໍ້ໜຶ່ງ ກ່ຽວກັບກົນໄກການລາຍງານ ແລະ ການແກ້ໄຂບັນຫາ ຖ້າພົບເຫັນພາກສ່ວນໃດ ບໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ແລະ ປ່ຽນບາງຄໍາສັບເຕັກນິກ ໃຫ້ຖືກຕ້ອງ ຄື: ການບໍລິຫານຄວາມສ່ຽງ, ຈຸດກວດກາຕາມເສັ້ນທາງ.

ກອງປະຊຸມໄດ້ປິດລົງໃນມື້ດຽວກັນ. ພາຍຫຼັງຄະນະຈັດຕັ້ງກອງປະຊຸມ ປັບປຸງຮ່າງຄໍາສັ່ງຕາມຄໍາຄິດເຫັນໃນກອງປະຊຸມແລ້ວ, ຈະນໍາສົ່ງຮ່າງດັ່ງກ່າວ ໃຫ້ຜູ້ເຂົ້າຮ່ວມທັງໝົດ ມີຄໍາເຫັນເປັນລາຍລັກອັກສອນເພີ່ມເຕີມ ກ່ອນນໍາສະເໜີ ທ່ານ ນາຍົກລັດຖະ ມົນຕີ ພິຈາລະນາລົງລາຍເຊັນ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.