ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 ນິຕິບຸກຄົນ ທີ່ຕ້ອງການດຳເນີນທຸລະກິດນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍບັນດາລາຍການດ່ັງກ່າວແມ່ນໄດ້ລະບຸຢູ່ໃນ ບັນຊີລາຍການອຸປະກອນໄອຊີທີ ເລກທີ 1504/ຫກຊ, ລົງວັນທີ 20 ມິຖຸນາ 2018.

ນິຕິບຸກຄົນ ທີ່ມີຈຸດປະສົງຂໍອະນຸຍາດດໍາເນີນທຸລະກິດ ນຳເຂົ້າ ຫຼື ຈໍາໜ່າຍ ອຸປະກອນໄອຊີທີ ຕ້ອງມີເງື່ອນໄຂ ດັ່ງນີ້:
- ມີທຶນພຽງພໍ ຕາມທີ່ກຳນົດໃນກົດໝາຍວິສະຫະກິດ ແລະ ກົດໝາຍທີ່ກ່ຽວຂ້ອງ;
- ມີບຸກຄະລາກອນທີ່ມີຄວາມຮູ້ລະດັບຊັ້ນກາງຂຶ້ນໄປ ແລະ ມີປະສົບການດ້ານໄອຊີທີ ຢ່າງໜ້ອຍ ໜຶ່ງ ປີ;
- ມີສະຖານທີ່, ບ່ອນເກັບມ້ຽນ, ພາຫະນະຂົນສົ່ງ ແລະ ອຸປະກອນຮັບໃຊ້ ໃນການປະຕິບັດວຽກງານດ້ານຕ່າງໆຢ່າງພຽງພໍ ແລະ ເໜາະສົມກັບຂະໜາດຂອງກິດຈະການ;
- ມີແຜນດຳເນີນທຸລະກິດຢ່າງຈະແຈ້ງ ແລະ ສາມາດປະຕິບັດໄດ້;
- ປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ ໃນຂໍ້ຕົກລົງສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 ຢ່າງຄົບຖ້ວນ ແລະ   ຖືກຕ້ອງ. ຫຼັງຈາກນັ້ນ, ອົງການຄຸ້ມຄອງ ແລະ ກວດກາ ຈະພິຈາລະນາອອກອະນຸຍາດ ດຳເນີນທຸລະກິດ ນຳເຂົ້າ ຫຼື ຈຳໜ່າຍ ອຸປະກອນໄອຊີທີ ໃນໄລຍະເວລາ ສິບຫ້າ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນສົມບູນ.

ຂໍ້ມູນພາບ: http://www.coatesville.org

 

ນອກຈາກນັ້ນ, ໃນທຸກໆຄັ້ງທີ່ຈະນຳເຂົ້າອຸປະກອນໄອຊີທີ ຜູ້ດຳເນີນທຸລະກິດນຳເຂົ້າອຸປະກອນໄອຊີທີ ຕ້ອງຂໍໃບຢັ້ງຢືນການນຳເຂົ້າອຸປະກອນ ຈາກຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອກວດກາ ແລະ/ຫຼື ຢັ້ງຢືນ ມາດຕະຖານເຕັກນິກ ແລະ ຄວາມປອດໄພ (ລາຍລະອຽດມາດຕະຖານ ແມ່ນກຳນົດໄວ້ໃນເອກະສານຊ້ອນທ້າຍໃນຂໍ້ຕົກລົງສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016). ອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກ ຕ້ອງໄດ້ສົ່ງຕົວຢ່າງອຸປະກອນ ຫຼື ລາຍລະອຽດຕ່າງໆ ໃຫ້ອົງການຄຸ້ມຄອງ ນຳໄປກວດກາ ແລະ ຢັ້ງຢືນ ກ່ອນການນໍາເຂົ້າ ຢ່າງໜ້ອຍ ສິບຫ້າ ວັນລັດຖະການ. ອຸປະກອນໄອຊີທີທີ່ຜ່ານການຢັ້ງຢືນການນຳເຂົ້າ ຈະໄດ້ຮັບການຕິດກາໝາຍຢັ້ງຢືນ ທີ່ອອກໃຫ້ໂດຍ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ຂໍ້ມູນພາບ: http://www.keywordbasket.com

 

ຜູ້ດຳເນີນທຸລະກິດນຳເຂົ້າ ທີ່ຕ້ອງການ ຂໍໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ ຕ້ອງປະກອບເອກະສານ ດັ່ງນີ້:
- ມີລາຍລະອຽດກ່ຽວກັບອຸປະກອນຢ່າງຊັດເຈນ;
- ມີແຜນການນຳເຂົ້າ, ໃບແຈ້ງລາຄາ, ໃບຫຸ້ມຫໍ່ສິນຄ້າ, ຈໍານວນ, ລາຄາ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບຢັ້ງຢືນມາດຕະຖານຈາກໂຮງງານ, ສະຖານທີ່ປາຍທາງ ແລະ ວັນທີ ຢ່າງຊັດເຈນ;
- ກໍລະນີເປັນອຸປະກອນທີ່ຕ້ອງກວດກາທາງດ້ານເຕັກນິກ ຕ້ອງມີລາຍລະອຽດຈະແຈ້ງ ແລະ/ຫຼື ອຸປະກອນຕົວຈິງ ເພື່ອນຳມາກວດກາມາດຕະຖານອຸປະກອນ;
- ປະກອບເອກະສານ ຕາມທີ່ກໍານົດໃນເອກະສານຊ້ອນທ້າຍ ໃນຂໍ້ຕົກລົງສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016 ຢ່າງຄົບຖ້ວນ ແລະ ຖືກຕ້ອງ. ຫຼັງຈາກນັ້ນ, ອົງການຄຸ້ມຄອງ ແລະ ກວດກາ ຈະພິຈາລະນາອອກໃບຢັ້ງຢືນການນຳເຂົ້າອຸປະກອນໄອຊີທີ ໃນໄລຍະເວລາ ສິບ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄົບຖ້ວນສົມບູນ, ຍົກເວັ້ນອຸປະກອນໄອຊີທີ ທີ່ບໍ່ເຄີຍໄດ້ຮັບການຢັ້ງຢືນມາກ່ອນ ແລະ ມີລັກສະນະເຕັກນິກສູງ.

ຄລິກທີ່ນີ້ເພື່ອລາຍລະອຽດຂອງການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ

ຄລິກທີ່ນີ້ເພື່ອລາຍລະອຽດຂອງບັນຊີລາຍການອຸປະກອນໄອຊີທີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.