ອົງການກາເຟໂລກ (ICO) ໄດ້ລາຍງານວ່າ ສະພາບການຜະລິດກາເຟທົ່ວໂລກໃນລະດູການ ປີ 2017-2018 ເກັບກ່ຽວໄດ້ປະມານ 9,579,600 ໂຕນ ເພີ່ມຂື້ນ 1,2% ຖ້າທຽບໃສ່ລະດູການທີ່ຜ່ານມາ. ສະພາບການຜະລິດກາເຟໃນທົ່ວໂລກແມ່ນມີອັດຕາເພີ່ມຂື້ນ ຍົກເວັ້ນບັນດາປະເທດອາເມລິກາລາຕິນໃຕ້ ຫຼຸດລົງ 6,1% ຖ້າທຽບໃສ່ລະດູການທີ່ຜ່ານມາ ເຫຼືອພຽງ 4,235,400 ໂຕນ. ບັນດາປະເທດອາຟຼິກກາ ມີທ່າອ່ຽງເພີ່ມຂຶ້ນ 3,2% ຖ້າທຽບໃສ່ລະດູການຜ່ານມາ ຫຼື ປະມານ 1,059,600 ໂຕນ. ບັນດາປະເທດອາຊີ ແລະ ໂອເຊຍເນຍ ເພີ່ມຂຶ້ນ 10% ຖ້າທຽບໃສ່ລະດູການທີ່ຜ່ານມາ ຫຼື ປະມານ 2,969,400 ໂຕນ. ແຕ່ເມັກຊິໂກ ຫາ ບັນດາປະເທດອາເມລິກາລາຕິນກາງ ເພີ່ມຂຶ້ນ 7,1% ຖ້າທຽບໃສ່ລະດູການທີ່ຜ່ານມາ ຫຼື ປະມານ 1,315,200 ໂຕນ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: http://raosukunfung.com

 

ອີງຕາມບົດລາຍງານຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນປີ 2018 ເນື້ອທີ່ປູກກາເຟທັງໝົດ 97,400 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ 82,980 ເຮັກຕາ ສາມາດສ້າງຜົນຜະລິດໄດ້ 154,435 ໂຕນ (ໝາກຂຽວ) ເພີ້ມຂຶ້ນ 36% ຖ້າທຽບໃສ່ປີ 2014 (113,580 ໂຕນ) ແລະ ສົ່ງອອກບັນລຸໄດ້ 31,495 ໂຕນ ຫຼື ເທົ່າກັບ 69,902,867 ໂດລາສາຫະລັດ.

ສະພາບການຜະລິດແຕ່ປີ 2015-2018 ທີ່ຜ່ານມາໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ ເນື່ອງຈາກ ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສົນໃຈລົງທຶນປູກກາເຟນັບມື້ນັບຫຼາຍຂຶ້ນ. ປີ 2015 ມີເນື້ອທີ່ການປູກທົ່ວປະເທດ 93,280 ເຮັກຕາ, ເນື້ອທີ່ເກັບກ່ຽວແມ່ນ 77,540 ເຮັກຕາ, ຜົນຜະລິດ 136,120 ໂຕນ; ປີ 2016 ເນື້ອທີ່ປູກແມ່ນ 95,975 ເຮັກຕາ, ເນື້ອທີ່ເກັບກ່ຽວແມ່ນ 78,885 ເຮັກຕາ, ຜົນຜະລິດ 136,600 ໂຕນ; ປີ 2017 ເນື້ອທີ່ປູກແມ່ນ 95,600 ເຮັກຕາ, ເນື້ອທີ່ເກັບກ່ຽວແມ່ນ 80,890 ເຮັກຕາ, ຜົນຜະລິດ 150,795 ໂຕນ; ປີ 2017 ເນື້ອທີ່ປູກແມ່ນ 97,400 ເຮັກຕາ, ເນື້ອທີ່ເກັບກ່ຽວແມ່ນ 82,980 ເຮັກຕາ, ຜົນຜະລິດ 154,135 ໂຕນ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://theculturetrip.com

 

ທົ່ວປະເທດ ມີ 11 ແຂວງທີ່ປູກກາເຟ ຄື: ຜົ້ງສາລີ, ອຸດົມໄຊ,​ ຫົວພັນ, ຫຼວງພະບາງ,​ ໄຊຍະບຸລີ,​ ຊຽງຂວາງ, ໄຊສົມບຸນ, ສາລະວັນ, ເຊກອງ, ຈໍາປາສັກ, ແລະ ແຂວງ ອັດຕະປື. ໃນນັ້ນ, ແຂວງທີ່ມີເນື້ອທີ່ປູກຫຼາຍກວ່າໝູ່ແມ່ນ ແຂວງຈໍາປາສັກ 51,200 ເຮັກຕາ, ສາລະວັນ 24,000 ເຮັກຕາ, ແລະ ແຂວງ ເຊກອງ 13,370 ເຮັກຕາ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: http://www.linktrade-br.com/

 

ໄລຍະຜ່ານມາ ການສົ່ງອອກກາເຟລາວ ຍັງບໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້ ເຊິ່ງມີການເພີ່ມຂຶ້ນ ແລະ ຫຼຸດລົງຕາມແຕ່ລະໄລຍະ ເຊັ່ນ: ປີ 2015 ສົ່ງອອກປະມານ 21,159 ໂຕນ ມູນຄ່າປະມານ 51,38 ລ້ານໂດລາສາຫະລັດ; ປີ 2016 ຈໍານວນ 51,383 ໂຕນ ມູນຄ່າປະມານ 96,32 ລ້ານໂດລາສາຫະລັດ; ປີ 2017 ຈໍານວນ 28,320 ໂຕນ ມູນຄ່າປະມານ 77,69 ໂດລາສາຫະລັດ; ປີ 2018 ຈໍານວນ 31,495 ໂຕນ ມູນຄ່າປະມານ 69,90 ລ້ານໂດລາສາຫະລັດ. ກາເຟລາວ ສ່ວນຫຼາຍສົ່ງອອກໄປຍັງກຸ່ມປະເທດ ເອີລົບ, ອາຊີ ແລະ ອາເມລິກາ ນອກຍັງມີການຂະຫຍາຍຕະຫຼາດເພີ້ມຂຶ້ນ ຄື: ສປ ຈີນ, ສສ ຫວຽດນາມ, ຢີ່ປຸ່ນ ແລະ ໄທ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.