ອີງຕາມ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019 ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ແມ່ນການຈັດຕັ້ງປະຕິບັດ ບັນດາຂັ້ນຕອນການອະນຸຍາດ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນຳສັດ ຫຼື ຜະລິດຕະພັນສັດ ຈາກຕ່າງປະເທດ ເຂົ້າມາຍັງ ສປປ ລາວ ໂດຍຜ່ານດ່ານກວດກາສັດຕະວະແພດ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.slideshare.net
  1. ສຳລັບການນຳເຂົ້າສັດ ແລະ ຜະລິດຕະພັນສັດ

ສັດ ແລະ ຜະລິດຕະພັນສັດ ທີ່ຕ້ອງໄດ້ຂໍອະນຸຍາດນຳເຂົ້າ ແມ່ນປະເພດສັດ ແລະ ຜະລິດຕະພັນສັດ ເພື່ອຈຸດປະສົງເປັນທຸລະກິດ-ການຄ້າ ຕາມທີໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງສະບັບນີ້; ການນຳເຂົ້າຜະລິດຕະພັນສັດຕິດຕາມຕົວ ເພື່ອບໍລິໂພກພາຍໃນຄອບຄົວ ແມ່ນບໍ່ໄດ້ຂໍໃບອະນຸຍາດນຳເຂົ້າ ແຕ່ຕ້ອງໄດ້ແຈ້ງສິນຄ້າ ຕໍ່ເຈົ້າໜ້າທີ່ກວດກາປະຈຳດ່ານ ເພື່ອດຳເນີນການກວດກາ, ບັນທຶກ ຫຼື ນຳໃຊ້ມາດຕະການທີ່ຈຳເປັນ ຕາມທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ.

ເອກະສານສຳລັບການຂໍໃບອະນຸຍາດນຳເຂົ້າ ມີດັ່ງນີ້: 

  • ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂໍ້ຕົກລົງສະບັບນີ້; 
  • ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ;
  • ສຳເນົາ ໜັງສືເດີນທາງ ( ຖ້າເປັນຄົນຕ່າງປະເທດ ); 
  • ໃບມອບສິດ ( ຖ້າໃຫ້ຄົນອື່ນມາແລ່ນເອກະສານແທນ ); 
  • ສຳເນົາ ໃບທະບຽນວິສາຫະກິດ. 

ເອກະສານເພີ່ມເຕີມອື່ນ ໃນມື້ນຳສິນຄ້າເຂົ້າຕົວຈິງ ມີດັ່ງນີ້:

  • ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມສັດ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ; 
  • ສຳເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ; 
  • ສຳເນົາ ໃບຢັ້ງຢືນກຳມະພັນສັດ ຖ້ານຳສັດມາເປັນແນວພັນ; 
  • ສຳເນົາ ໃບຢັ້ງຢືນການສັກຢາກັນພະຍາດສັດ (ໃນກໍລະນີທີ່ ສປປ ລາວ ຮຽກຮ້ອງ). 
ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://hoards.com
  1. ສຳລັບການສົ່ງອອກ ສັດ ແລະ ຜະລິດຕະພັນສັດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກສັດ ແລະ ຜະລິດຕະພັນສັດ ຕ້ອງກະກຽມ ດັ່ງນີ້: 

  • ພົວພັນເອົາ ຂໍ້ມູນ, ລະບຽບການ ແລະ ຄຳຮ້ອງຂໍນຳເຂົ້າ ສັດ ແລະ ຜະລິດຕະພັນສັດ ຂອງປະເທດ ທີ່ຈະນຳເຂົ້າ; 
  • ຂໍອະນຸຍາດນຳເຂົ້າ ຕາມລະບຽບການທີ່ອົງການຄຸ້ມຄອງຂອງປະເທດນຳເຂົ້າກຳນົດ; 
  • ແຈ້ງໃບອະນຸຍາດນຳເຂົ້າ ແລະ ເງື່ອນໄຂການຢັ້ງຢືນສຸຂານາໄມ ຈາກປະເທດນຳເຂົ້າ ໃຫ້ກົມລ້ຽງສັດ ແລະ ການປະມົງ ຊາບ; 
  • ຍື່ນຄຳຮ້ອງ ຂໍໃບອະນຸຍາດສົ່ງອອກ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງຊ້າ ສິບຫ້າວັນ ກ່ອນການສົ່ງອອກ ຕາມແບບພິມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຊຸດເອກະສານສົ່ງອອກ; 
  • ກົມລ້ຽງສັດ ແລະ ການປະມົງດຳເນີນການກວດກາ, ກັກກັນ ແລະ ອອກໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມ ຕາມແບບພິມທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ 5 ແລະ ໃບອະນຸຍາດສົ່ງອອກໃຫ້ແກ່ຜູ້ຂໍສົ່ງອອກ. 

ໃນເວລາສົ່ງອອກສັດ ແລະ ຜະລິດຕະພັນສັດ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້: 

  • ຜູ້ສົ່ງອອກ ຕ້ອງແຈ້ງເອກະສານ ແລະ ບອກວັນ, ເວລາ ທີ່ແນ່ນອນສຳລັບການສົ່ງອອກ ຕໍ່ດ່ານກວດກາສັດຕະວະແພດສາກົນບ່ອນທີ່ຈະສົ່ງອອກ ຢ່າງໜ້ອຍ ໜຶ່ງວັນ ກ່ອນມື້ສົ່ງອອກ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ເຈົ້າໜ້າທີ່ກວດກາປະຈຳດ່ານ ຕ້ອງແນະນຳໃຫ້ຜູ້ຂໍອະນຸຍາດນຳໄປປະກອບໃຫ້ຖືກຕ້ອງ; 
  • ໃນມື້ສົ່ງອອກ ຜູ້ສົ່ງອອກ ຕ້ອງແຈ້ງໃບຢັ້ງຢືນການກວດກາເອກະສານ ແລະ ລາຍການສັດ ແລະ ຜະລິດຕະພັນສັດ ຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ເພື່ອບັນທຶກເຂົ້າໃນຖານຂໍ້ມູນ; 
  • ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດກາເອກະສານ ແລະ ສິນຄ້າຕົວຈິງ ແລະ ອອກໃບຢັ້ງຢືນການກວດກາຢູ່ດ່ານ ພ້ອມທັງ ແຈ້ງໃຫ້ຜູ້ສົ່ງອອກ ຈ່າຍຄ່າທຳນຽມ ແລະ ຄ່າບໍລິການຕາມລະບຽບການເສັຍກ່ອນ ຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. 
ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.globalmeatnews.com
  1. ສຳລັບການຂໍອະນຸຍາດສົ່ງຜ່ານ (ຜ່ານແດນ) ສັດ ແລະ ຜະລິດຕະພັນສັດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງສັດ ແລະ ຜະລິດຕະພັນສັດ ຜ່ານ ທາງ ສປປ ລາວ ຕ້ອງຢື່ນ ໃບຄຳຮ້ອງຂໍອະນຸຍາດສົ່ງຜ່ານ ຫາກົມລ້ຽງສັດ ແລະ ການປະມົງ ຕາມແບບພິມທີ່ໄດ້ກຳນົດ ໄວ້ໃນເອກສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ຢ່າງໜ້ອຍ ສິບຫ້າວັນ ກ່ອນການຂົນສົ່ງສິນຄ້າມາເຖິງດ່ານຂາເຂົ້າ. ໃນການສົ່ງຜ່ານ ໃຫ້ປະກອບເອກະສານ ຂໍໃບະອນຸຍາດສົ່ງຜ່ານ ດັ່ງນີ້: 

  • ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ; 
  • ສຳເນົາ ໜັງສືເດີນທາງ ( ຖ້າເປັນຄົນຕ່າງປະເທດ ); 
  • ໃບມອບສິດ ( ຖ້າໃຫ້ຄົນອື່ນມາແລ່ນເອກະສານແທນ );
  • ສຳເນົາ ໃບທະບຽນວິສາຫະກິດ. 

ເອກະສານເພີ່ມເຕີມອື່ນ ໃນມື້ນຳສິນຄ້າເຂົ້າຕົວຈິງ ມີດັ່ງນີ້: 

  • ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ; 
  • ສຳເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ; 
  • ເອກະສານ ຫຼັກຖານຂອງປະເທດຕົ້ນທາງ ແລະ ປະເທດປາຍທາງ. 

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມກ່ຽວກັບການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ

ສຳລັບຂໍ້ມູນເພີ່ມເຕີມ,​ ພົວພັນໄດ້ທີ່
ກະຊວງກະສິກຳ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ

ໂທລະສັບ: +856 21 215 242 /215 243 ແຟັກ: +856 21 215 141
ອີເມລ: [email protected]
ເວັບໄຊທ໌: http://dlf.maf.gov.la/?lang=lo

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.