ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການຄຸ້ມຄອງບັນຊີເງິນຝາກ
ມາດຕາ 3. ການຄຸ້ມຄອງເງິນຄໍ້າປະກັນ

ກ. ລະບຽບການຕິດຕາມການຮັບ, ການໄລ່ລຽງ, ການສົ່ງຄືນ ແລະ ການສະຫຼຸບບັນຊີ
1. ໜ້າທີ່ຂອງພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ
2. ໜ້າທີ່ຂອງດ່ານພາສີບ່ອນນໍາເຂົ້າ-ສົ່ງອອກ

ຂ. ໜ້າທີ່ຂອງຜູ້ນໍາເຂົ້າ-ສົ່ງອອກ
1. ການເຮັດສັນຍາວາງເງິນຄໍ້າປະກັນ
2. ການສົ່ງອອກຄືນ

ຄ. ຕົວຢ່າງ
1. ການຄໍ້າປະກັນການນໍາເອົາວັດຖຸ, ສິ່ງຂອງເຂົ້າມາຜະລິດເພື່ອສົ່ງອອກ
2. ການຄໍ້າປະກັນໃນການນໍາເຂົ້າຊົ່ວຄາວ ສໍາລັບກົນຈັກໜັກ
3. ການຄໍ້າປະກັນໃນການນໍາເຂົ້າຊົ່ວຄາວພາຫະນະ ທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ

ມາດຕາ 4. ການຄຸ້ມຄອງເງິນຄ່າພາສີ ແລະ ພັນທະອື່ນໆ
ມາດຕາ 5.
ມາດຕາ 6. ການຈັດຕັ້ງປະຕິບັດ
ມາດຕາ 7. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 1456/ກພສ
ກົມພາສີ   ນະຄອນຫຼວງວຽງຈັນ, ວັນທີ 26 ພຶດສະພາ 2009
ບົດແນະນໍາ
ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງ, ການສົ່ງຄືນເງິນຄໍ້າປະກັນຄ່າພາສີ
ແລະ ພັນທະອື່ນໆສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
  • ອີງຕາມ ຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0153/ກງ, ລົງວັນທີ 29/01/2009 ວ່າດ້ວຍການຄຸ້ມຄອງ, ການສົ່ງຄືນເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວ.
  • ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະກົມພາສີ

ຫົວໜ້າກົມພາສີ ອອກບົດແນະນໍາ:

ມາດຕາ 1. ຈຸດປະສົງ
   ບົດແນະນໍາສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຈັດຕັ້ງປະຕິບັດ ຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0153/ກງ, ລົງວັນທີ 29/01/2009 ວ່າດ້ວຍການຄຸ້ມຄອງ, ການສົ່ງຄືນເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆສໍາລັບສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າຊົ່ວຄາວ ເພື່ອແນໃສ່ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ, ການຄຸ້ມຄອງ, ການໄລລຽງສົ່ງຄືນເງິນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 2. ການຄຸ້ມຄອງບັນຊີເງິນຝາກ
   ການຄຸ້ມຄອງບັນຊີເງິນຝາກທີ່ກໍານົດໄວ້ໃນມາດຕາ 2 ຂອງຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0153/ກງ, ລົງວັນທີ 29/01/2009. ພະແນກຈັດຕັ້ງ, ບໍລິຫານ ແລະ ສູນຝຶກໄດ້ເປີດບັນຊີສະເພາະຂອງກົມພາສີ ຢູ່ທະນາຄານພັດທະນາລາວ, ໝາຍເລກບັນຊີດຽວໃນທົ່ວປະເທດຄື: 0320-00-2121300-01000012. ຂ້າງເທິງ

ມາດຕາ 3. ການຄຸ້ມຄອງເງິນຄໍ້າປະກັນ
   ການຄຸ້ມຄອງເງິນຄໍ້າປະກັນ ຕາມທີ່ກໍານົດໄວ້ໃນມາດຕາ 11 ແລະ 12 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ແລະ ມາດຕາ 3 ຂອງຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0153/ກງ, ລົງວັນທີ 29/01/2009 ຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້: ຂ້າງເທິງ

ກ. ລະບຽບການຕິດຕາມການຮັບ, ການໄລ່ລຽງ, ການສົ່ງຄືນ ແລະ ການສະຫຼຸບບັນຊີ
1. ໜ້າທີ່ຂອງພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ

  • ມີໜ້າທີ່, ຄຸ້ມຄອງ, ຕິດຕາມບັນຊີເງິນຝາກຕາມທີ່ກໍານົດໄວ້ ໃນຂໍ້ໜຶ່ງເທິງນີ້ ໂດຍໃຫ້ມີບັນຊີຕິດຕາມການມອບ-ຖອນເງິນໃນບັນຊີ, ການສົ່ງຄືນໃຫ້ຜູ້ນໍາເຂົ້າ ແລະ ສະຫຼຸບການເຄື່ອນໄຫວບັນຊີປະຈໍາວັນ, ອາທິດ, ເດືອນ, ງວດ, ປີ ແລະ ສົມທຽບກັບບັນຊີຕິດຕາມຂອງທະນາຄານ.
  • ອອກໃບສັ່ງມອບເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆໃຫ້ແກ່ຜູ້ນໍາເຂົ້າ.
  • ຄົ້ນຄວ້າພິຈາລະນາຄໍາສະເໜີຂໍຖອນເງິນຄໍ້າປະກັນຂອງ ຜູ້ນໍາເຂົ້າ-ສົ່ງອອກ.
  • ອອກໃບຂໍຖອນເງິນຄໍ້າປະກັນຈາກບັນຊີເງິນຝາກ.
  • ສະສາງບັນຊີ ພາຍຫຼັງສິ້ນສຸດສັນຍາຄໍ້າປະກັນ.
  • ສະສາງເງິນຄ່າປັບໃໝຕາມລະບຽບການ.
  • ນໍາສະເໜີຄະນະກົມພາສີ ເພື່ອອະນຸມັດສັ່ງມອບເງິນຄໍ້າປະກັນ ແລະ ຄ່າປັບໃໝເຂົ້າງົບປະມານຕາມລະບຽບການ ກ່ຽວກັບສັນຍາຄໍ້າປະກັນ. ຂ້າງເທິງ

2. ໜ້າທີ່ຂອງດ່ານພາສີບ່ອນນໍາເຂົ້າ-ສົ່ງອອກ

  • ເຈົ້າໜ້າທີ່ພາສີປະຈໍາດ່ານ ຕ້ອງໄດ້ກວດກາກ່ຽວກັບບັນດາເອກະສານ ແລະ ສິນຄ້າ, ເຄື່ອງຂອງທີ່ສົ່ງອອກ ພ້ອມທັງຢັ້ງຢືນຜົນການກວດກາລົງໃນໃບແຈ້ງພາສີ ເປັນລາຍລະອຽດ (ບ35).
  • ໄລ່ລຽງເງິນຄໍ້າປະກັນເພື່ອສະສາງການຄໍ້າປະກັນ ໃນກໍລະນີຜູ້ນໍາເຂົ້າຈະນໍາໃຊ້ເຂົ້າໃນໂຄງການໃໝ່ ທີ່ມີສັນຍາກັບລັດຖະບານ.
  • ສົ່ງສໍານວນໃບແຈ້ງພາສີເປັນລາຍລະອຽດ (ບ35) ພ້ອມທັງເອກະສານປະກອບ ໃຫ້ດ່ານນໍາເຂົ້າເບື້ອງຕົ້ນ ພາຍໃນກໍານົດເຈັດວັນ.
  • ແນະນໍາໃຫ້ຜູ້ນໍາເຂົ້າ-ສົ່ງອອກ ປະກອບເອກະສານສະເໜີເຖິງກົມພາສີ ເພື່ອຖອນຄືນເງິນຄໍ້າປະກັນ. ຂ້າງເທິງ

ຂ. ໜ້າທີ່ຂອງຜູ້ນໍາເຂົ້າ-ສົ່ງອອກ
1. ການເຮັດສັນຍາວາງເງິນຄໍ້າປະກັນ

1.1. ເມື່ອຄົບກໍານົດເວລາທີ່ລັດຖະການພາສີ ອະນຸຍາດໃຫ້ນໍາເຂົ້າຊົ່ວຄາວຕາມທີ່ກໍານົດໄວ້ໃນມາດຕາ 11 ແລະ 12 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ຊຶ່ງໄດ້ເຮັດສັນຍາຄໍ້າປະກັນເບື້ອງຕົ້ນ ກັບດ່ານພາສີບ່ອນນໍາເຂົ້າ ໂດຍບໍ່ໄດ້ວາງເງິນຄໍ້າປະກັນ, ແຕ່ບໍ່ສາມາດສົ່ງອອກໄດ້ຕາມກໍານົດເວລາເຊັ່ນ: ການນໍາເອົາວັດຖຸດິບເຂົ້າມາຜະລິດ ເພື່ອສົ່ງອອກ (ຫົກເດືອນ), ການນໍາເອົາວັດຖຸສິ່ງຂອງເຂົ້າມາປະກອບ ເປັນຜະລິດຕະພັນເພື່ອສົ່ງອອກ (ຫົກສິບວັນ), ການນໍາເອົາວັດຖຸສິ່ງຂອງເຂົ້າມາເພື່ອດັດແປງ ຫຼື ສ້ອມແປງແລ້ວນໍາອອກຄືນ (ສີ່ສິບຫ້າວັນ), ການນໍາເຂົ້າກົນຈັກໜັກ (ສອງປີ). ຜູ້ນໍາເຂົ້າຕ້ອງໄດ້ມາແຈ້ງຕໍ່ລັດຖະການພາສີ ຢູ່ພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ ເພື່ອເຮັດສັນຍາວາງເງິນຄໍ້າປະກັນ ຕາມຈໍານວນເງິນທີ່ໄດ້ຄິດໄລ່ໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ (ບ50) ສະເພາະການນໍາເຂົ້າມາດຕາ 12 ຈະໄດ້ຄິດໄລ່ອັດຕາສ່ວນຫຼຸດຕາມຕາຕະລາງ (ກ).
1.2. ຜູ້ນໍາເຂົ້າໄປມອບເງິນເຂົ້າບັນຊີເງິນຝາກສະເພາະ ຂອງກົມພາສີຢູ່ທະນາຄານ ຕາມຈໍານວນເງິນຄ່າພາສີ ແລະ ພັນທະອື່ນໆ ທີ່ຄິດໄລ່ໄວ້ໃນໃບແຈ້ງພາສີເປັນລາຍລະອຽດ ໃນການນໍາເຂົ້າເບື້ອງຕົ້ນ ແລະ ລະບຸໄວ້ໃນສັນຍາວາງເງິນຄໍ້າປະກັນທີ່ໄດ້ເຮັດກັບພະແນກຄຸ້ມຄອງ ການສົ່ງອອກ-ນໍາເຂົ້າໃຫ້ຄົບຖ້ວນ.
1.3. ຜູ້ນໍາເຂົ້ານໍາເອົາໃບຮັບເງິນຄໍ້າປະກັນທີ່ທະນາຄານ ອອກມາແຈ້ງຕໍ່ພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ ເພື່ອລົງບັນຊີຕິດຕາມ. ຫຼັງຈາກນັ້ນຜູ້ນໍາເຂົ້ານໍາເອົາໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເອກະສານປະກອບ ແລະ ໃບຮັບເງິນຄໍ້າປະກັນໄປແຈ້ງຕໍ່ອາຍຸສັນຍາຄໍ້າປະກັນຊົ່ວຄາວ ຢູ່ດ່ານພາສີບ່ອນນໍາເຂົ້າສິນຄ້າ, ເຄື່ອງຂອງ. ຂ້າງເທິງ

2. ການສົ່ງອອກຄືນ

2.1. ປະກອບໃບແຈ້ງພາສີເປັນລາຍລະອຽດ (ບ35) ເພື່ອຍື່ນຕໍ່ດ່ານພາສີນໍາເຂົ້າເບື້ອງຕົ້ນ ຫຼື ດ່ານພາສີແຫ່ງອື່ນທີ່ຈະສົ່ງອອກ ແຕ່ຕ້ອງໄດ້ຮັບອະນຸຍາດຈາກກົມພາສີ.
2.2. ເຮັດໃບສະເໜີເຖິງດ່ານພາສີບ່ອນນໍາເຂົ້າ ເພື່ອຂໍຖອນຄືນເງິນຄໍ້າປະກັນ, ເງິນຄ່າພາສີ ແລະ ພັນທະອື່ນໆ ພາຍໃນກໍານົດເວລາຊາວເອັດວັນ ຫຼັງຈາກສິນຄ້າ, ເຄື່ອງຂອງໄດ້ຖືກສົ່ງອອກຄືນແລ້ວ, ຄັດຕິດໃບສະເໜີດັ່ງກ່າວ ຕ້ອງປະກອບດ້ວຍບັນດາເອກະສານຕ່າງໆ ກ່ຽວກັບການສົ່ງອອກ-ນໍາເຂົ້າ ຊຶ່ງເປັນສະບັບເດີມເຊັ່ນ: ສັນຍາຄໍ້າປະກັນ, (ບ50), (ບ35), (ບ52A-B) ໃບຮັບເງິນຄໍ້າປະກັນ ແລະອື່ນໆ...
2.3. ວາງເງິນຄໍ້າປະກັນຕາມການໄລ່ລຽງຂອງລັດຖະການພາສີ ໃນກໍລະນີຈະນໍາໃຊ້ເຂົ້າໃນໂຄງການໃໝ່ ທີ່ມີສັນຍາກັບລັດຖະບານ.
2.4. ຊໍາລະຄ່າພາສີ ແລະ ພັນທະອື່ນໆຕາມການໄລ່ລຽງຂອງ ລັດຖະການພາສີສໍາລັບການນໍາເຂົ້າຊົ່ວຄາວ ຕາມມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
2.5. ສົມຍອມ ແລະ ປະຕິບັດຕາມມາດຕະການທີ່ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ຄ. ຕົວຢ່າງ
1. ການຄໍ້າປະກັນການນໍາເອົາວັດຖຸ, ສິ່ງຂອງເຂົ້າມາຜະລິດເພື່ອສົ່ງອອກ
   ຜູ້ນໍາເຂົ້າໄດ້ແຈ້ງພາສີເປັນລາຍລະອຽດ ນໍາເຂົ້າວັດຖຸດິບມາຜະລິດ ເພື່ອສົ່ງອອກໃນວັນທີ 01/01/2009 ມູນຄ່າ 200,000,000 ກີບ, ຄ່າພາສີ ແລະ ພັນທະອື່ນໆເທົ່າກັບ 42,000,000 ກີບ. ໃນເມື່ອຄົບກໍານົດຫົກເດືອນ ຜູ້ນໍາເຂົ້າບໍ່ສາມາດສົ່ງອອກຜະລິດຕະພັນໄດ້ ຜູ້ນໍາເຂົ້າຈຶ່ງໄດ້ມາຂໍຕໍ່ອາຍຸສັນຍາຄໍ້າປະກັນ ໃນວັນທີ 01/07/2009. ເມື່ອຕົກມາເຖິງວັນທີ 01/11/2009 ຜູ້ນໍາເຂົ້າໄດ້ແຈ້ງສົ່ງອອກຜະລິດຕະພັນຈໍານວນໜຶ່ງ ມູນຄ່າ 100,000,000 ກີບ (ມູນຄ່າການນໍາເຂົ້າວັດຖຸເບື້ອງຕົ້ນ) ສ່ວນທີ່ເຫຼືອແມ່ນເອົາໄປຂາຍຢູ່ໃນປະເທດ ຕ້ອງປະຕິບັດດັ່ງນີ້:

1.1. ການນໍາເຂົ້າຊົ່ວຄາວໃນເບື້ອງຕົ້ນ ນັບແຕ່ວັນທີ 01/01/2009 ຫາວັນທີ 30/06/2009 ບໍ່ໄດ້ວາງເງິນຄໍ້າປະກັນ, ແຕ່ຕ້ອງໄດ້ເຮັດສັນຍາຄໍ້າປະກັນ ຈະສົ່ງອອກຜະລິດຕະພັນໃນໄລຍະດັ່ງກ່າວ ພາຍໃນກໍານົດຫົກເດືອນ (ເຮັດສັນຍາຢູ່ດ່ານນໍາເຂົ້າ).
1.2. ຜູ້ນໍາເຂົ້າໄດ້ມາແຈ້ງຂໍຕໍ່ອາຍຸສັນຍາຄໍ້າປະກັນ ວັນທີ 01/07/2009 ເນື່ອງຈາກບໍ່ສາມາດສົ່ງອອກຜະລິດຕະພັນ ໃນໄລຍະຫົກເດືອນຕາມສັນຍາໃນເບື້ອງຕົ້ນ (ຂໍ້ 1.1), ຜູ້ນໍາເຂົ້າຕ້ອງເຮັດສັນຍາ ແລະ ວາງເງິນຄໍ້າປະກັນເທົ່າກັບຈໍານວນຄ່າພາສີ ແລະ ພັນທະອື່ນໆ ທີ່ໄດ້ຄິດໄລ່ໄວ້ໃນໃບແຈ້ງພາສີເປັນລາຍລະອຽດ ຂອງການນໍາເຂົ້າເບື້ອງຕົ້ນ (ບ50) 42.000.000 ກີບ ໂດຍມອບເຂົ້າບັນຊີເງິນຝາກຂອງກົມພາສີ ຕາມລະບຽບທີ່ກໍານົດໄວ້ໃນຂໍ້ທີ 1, ມາດຕາ 11 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
1.3. ຜູ້ນໍາເຂົ້າໄດ້ແຈ້ງສົ່ງອອກຜະລິດຕະພັນ ໃນວັນທີ 01/11/2009 ມູນຄ່າ 100,000,000 ກີບ ແລະ ໄດ້ຂາຍຢູ່ພາຍໃນມູນຄ່າ 100,000,000 ກີບ.
+ ມູນຄ່າທີ່ຈະຖືກໄລ່ລຽງສົ່ງຄືນ: (100,000,000 x 100) + 200.000.000 = 50% (ອັດຕາສ່ວນທີ່ຈະສົ່ງຄືນ), ສະນັ້ນຈໍານວນເງິນທີ່ຈະຖືກສົ່ງຄືນແມ່ນ: 42.000.000 x 50% = 21.000.000 ກີບ (ຖອນຈາກບັນຊີເງິນຝາກຂອງກົມພາສີ).
+ ຜະລິດຕະພັນທີ່ໄດ້ຂາຍຢູ່ພາຍໃນປະເທດ ມີມູນຄ່າ = 100.000.000 ກີບ (ມູນຄ່າການນໍາເຂົ້າວັດຖຸດິບເບື້ອງຕົ້ນ) ຈະຕ້ອງຖືກເສຍພາສີ ແລະ ພັນທະອື່ນໆຈໍານວນ 21.000.000 ກີບ.
+ ຜູ້ນໍາເຂົ້າມາແຈ້ງຊັກຊ້າ ແລະ ບໍ່ໄດ້ແຈ້ງໃຫ້ລັດຖະການພາສີຊາບລ່ວງໜ້າ ໃນການຂາຍຢູ່ພາຍໃນປະເທດ (ຕ້ອງແຈ້ງສົ່ງອອກຄືນ ຫຼື ແຈ້ງໃນການຂາຍພາຍໃນບໍ່ກາຍວັນທີ 30/09/2009 ຫາ 01/11/2009 = 30 ວັນ) ຈະຖືກປັບໃໝຄື:

  • ການສົ່ງອອກຄືນຈະຖືກປັບໃໝ: (21.000.000 x 0.01%) x 30 ວັນ = 63.000 ກີບ.
  • ການຂາຍຢູ່ພາຍໃນຈະຖືກປັບໃໝ ໃນການມາແຈ້ງຊັກຊ້າ ຄື:
    (21.000.000 x 0.01%) x 30 ວັນ = 63.000 ກີບ ແລະ ຈະຖືກປັບໃໝຕາມມາດຕາ 52 : 21.000.000 x 1 ເທົ່າ = 21.000.000 ກີບ, ລວມຄ່າປັບໃໝ : 63.000 + 21.000.000 = 21.063.000 ກີບ.
  • ລວມຄ່າປັບໃໝທັງໝົດ (ທັງສອງກໍລະນີ) : 63.000 + 21.063.000 = 21.126.000 ກີບ.
  • ລວມມູນຄ່າພາສີ ແລະ ພັນທະອື່ນໆ + ຄ່າປັບໃໝ : 21.000.000 + 21.126.000 = 42.126.000 ກີບ.
  • ສະຫຼຸບໄດ້ວ່າຜູ້ນໍາເຂົ້າຕ້ອງ ໄດ້ຖອກເງິນເພີ່ມຕື່ມໃສ່ເງິນທີ່ໄດ້ຄໍ້າປະກັນໄວ້
    42.126.000 - 42.000.000 = 126.000 ກີບ. ຂ້າງເທິງ

2. ການຄໍ້າປະກັນໃນການນໍາເຂົ້າຊົ່ວຄາວ ສໍາລັບກົນຈັກໜັກ
   ຜູ້ນໍາເຂົ້າ ໄດ້ແຈ້ງພາສີເປັນລາຍລະອຽດນໍາເຂົ້າກົນຈັກໜັກ (ລົດຍົກ) ໃນວັນທີ 01/01/2009 ມູນຄ່າ 500,000,000 ກີບ (ລາຄາຊື້ຂາຍຕົວຈິງ) ຄ່າພາສີ ແລະ ພັນທະອື່ນໆ 105,000,000 ກີບ. ໃນເມື່ອຄົບກໍານົດຕາມສັນຍາ ຜູ້ນໍາເຂົ້າບໍ່ມາຂໍຕໍ່ອາຍຸສັນຍາຄໍ້າປະກັນ ຕາມກໍານົດເວລາ ແລະ ມາແຈ້ງໃນວັນທີ 01/03/2011 ຜູ້ນໍາເຂົ້າ ຈຶ່ງໄດ້ມາຂໍຕໍ່ອາຍຸສັນຍາຄໍ້າປະກັນ ຊຶ່ງຜູ້ນໍາເຂົ້າໄດ້ຮັບໂຄງການໃໝ່ ທີ່ມີສັນຍາກັບລັດຖະບານ ຢາກໂອນກົນຈັກໜັກດັ່ງກ່າວໄປຮັບໃຊ້ໂຄງການໃໝ່ ໂດຍເຮັດໃບສະເໜີເປັນລາຍລັກອັກສອນ ຕໍ່ລັດຖະການພາສີພິຈາລະນາ ການໄລ່ລຽງອັດຕາສ່ວນຫຼຸດ ເພື່ອວາງເງິນຄໍ້າປະກັນ ແລະ ສົ່ງຄືນເງິນຄໍ້າປະກັນຕ້ອງປະຕິບັດດັ່ງນີ້:

2.1. ການນໍາເຂົ້າຊົ່ວຄາວ ນັບແຕ່ວັນທີ 01/01/2009 ຫາວັນທີ 30/12/2010 ບໍ່ໄດ້ວາງເງິນຄໍ້າປະກັນ, ແຕ່ຕ້ອງໄດ້ເຮັດສັນຍາຄໍ້າປະກັນ (ຈະສົ່ງອອກກົນຈັກໜັກໃນໄລຍະດັ່ງກ່າວ ພາຍໃນກໍານົດສອງປີ).
2.2. ຜູ້ນໍາເຂົ້າໄດ້ມາແຈ້ງຂໍຕໍ່ອາຍຸສັນຍາຄໍ້າປະກັນ ວັນທີ 01/03/2011 ເນື່ອງຈາກວ່າຜູ້ນໍາເຂົ້າໄດ້ຮັບໂຄງການໃໝ່ ທີ່ມີສັນຍາກັບລັດຖະບານ ຊຶ່ງຜູ້ນໍາເຂົ້າຢາກໂອນກົນຈັກໜັກຈາກ ໂຄງການເກົ່າໄປຮັບໃຊ້ໂຄງການໃໝ່ອີກໃນໄລຍະສິບແປດເດືອນ ໂດຍບໍ່ສົ່ງອອກຄືນກົນຈັກໜັກຕາມສັນຍາໃນເບື້ອງຕົ້ນ, ຜູ້ນໍາເຂົ້າຕ້ອງໄດ້ຄໍ້າປະກັນ ໂດຍຈະໄດ້ຮັບການຫັກສ່ວນຫຼຸດ 15% (ຕາມຕາຕະລາງ ກໍ) ຈໍານວນ 105.000.000 – (105.000.000 x 15% ) = 89.250.000 ກີບ (ມອບເຂົ້າບັນຊີເງິນຝາກຂອງກົມພາສີຢູ່ ທະນາຄານ).
2.3. ຜູ້ນໍາເຂົ້າມາແຈ້ງຂໍຕໍ່ອາຍຸຂອງສັນຍາຊັກຊ້າ ຫົກສິບວັນ (ຄິດໄລ່ແຕ່ວັນທີ 01/01/2011 ຫາ 01/03/2011 ຈະຖືກປັບໃໝ: (105.000.000 x 0.01%) x 60 ວັນ = 630.000 ກີບ (ມອບເຂົ້າງົບປະມານຕາມລະບຽບການ), ເສຍຄ່າປັບໃໝ ຕາມມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ ແລະ ມາດຕາ 19 (ຂໍ້) ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ  362/ນຍ, ລົງວັນທີ 19/10/2007 ໃນຖານບໍ່ສົ່ງອອກຄືນ (400.000 ກີບ), ລວມກັບເງິນຄໍ້າປະກັນຕົກເປັນເງິນທັງໝົດ: 89.250.000 + 630.000 + 400.000 = 90.280.000 ກີບ.
2.4. ໃນກໍລະນີຜູ້ນໍາເຂົ້າໄດ້ແຈ້ງສົ່ງອອກຄືນກົນຈັກໜັກ ຕາມອາຍຸຂອງສັນຍາຄໍ້າປະກັນ (ໃນວັນທີ 01/09/2012) ຕ້ອງປະຕິບັດຄື:
+ ໄລ່ລຽງສົ່ງຄືນເງິນຄໍ້າປະກັນ ຕາມການໄລ່ລຽງສົ່ງຄືນເງິນຄໍ້າປະກັນ ໃນເວລານໍາອອກ (ຕາຕະລາງ ຂໍ): 89.250.000 x 65% = 58.012.500 ກີບ (ຖອນຈາກບັນຊີເງິນຝາກຂອງກົມພາສີຢູ່ ທະນາຄານ).
+ ມອບເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆເຂົ້າງົບປະມານ: 89.250.000 – 58.012.500 = 31.237.500 ກີບ.
2.5. ໃນກໍລະນີ ຜູ້ນໍາເຂົ້າບໍ່ໄດ້ແຈ້ງສົ່ງອອກຄືນກົນຈັກໜັກ ຕາມອາຍຸຂອງສັນຍາຄໍ້າປະກັນ ໄດ້ນໍາເອົາໄປຂາຍ ຫຼື ປ່ຽນກໍາມະສິດຕ້ອງຖືກປະຕິບັດມາດຕະການດັ່ງນີ້:
+ ເສຍພາສີ ແລະ ພັນທະອື່ນໆຕາມລະບຽບການ: 31.237.500 ກີບ.
+ ເສຍຄ່າປັບໃໝຕາມມາດຕາ 52: 31.237.500 x 1 ເທົ່າ = 31.237.500 ກີບ.
+ ລວມເສຍຄ່າພາສີ + ຄ່າປັບໃໝ : 31.237.500 + 31.237.500 = 62.475.000 ກີບ.

  • ສະຫຼຸບໄດ້ວ່າ ຜູ້ນໍາເຂົ້າຈະໄດ້ຮັບເງິນຄໍ້າປະກັນຄືນຈາກ ລັດຖະການພາສີ:
    89.250.000 – 62.475.000 = 26.775.000 ກີບ. ຂ້າງເທິງ

3. ການຄໍ້າປະກັນໃນການນໍາເຂົ້າຊົ່ວຄາວພາຫະນະ ທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ
   ຜູ້ນໍາເຂົ້າໄດ້ແຈ້ງພາສີເປັນລາຍລະອຽດ ນໍາເຂົ້າລົດກະບະ 4 ປະຕູ 02 ຄັນ ໃນວັນທີ 01/01/2009 ມູນຄ່າຄັນໜຶ່ງ 260.000.000 ກີບ (ເປັນລົດໃໝ່ 100%), ຄ່າພາສີ ແລະ ພັນທະອື່ນໆ 156.000.000 ກີບ, ຄັນທີສອງ ມູນຄ່າ 208.000.000 ກີບ (ເປັນລົດໃຊ້ແລ້ວ) ຄ່າພາສີ ແລະ ພັນທະອື່ນໆ 124.800.888 ກີບ. ໃນເມື່ອຄົບກໍານົດຕາມສັນຍາ ຜູ້ນໍາເຂົ້າໄດ້ມາແຈ້ງສົ່ງອອກຄືນພາຫະນະດັ່ງກ່າວ (ຄັນທີໜຶ່ງ), ສ່ວນຄັນທີສອງໄດ້ຂາຍຢູ່ພາຍໃນປະເທດ ໂດຍບໍ່ແຈ້ງໃຫ້ລັດຖະການພາສີຊາບລ່ວງໜ້າ, ຕໍ່ບັນຫາດັ່ງກ່າວຕ້ອງປະຕິບັດດັ່ງນີ້:

3.1. ກໍລະນີແຈ້ງອອກຄືນ (ລົດຄັນທີໜຶ່ງ) ຈະຖືກໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ: 156.000.000 x 70% = 109.200.000 ກີບ.
3.2. ກໍລະນີລັກຂາຍ (ລົດຄັນທີສອງ) ຢູ່ພາຍໃນປະເທດຈະບໍ່ຖືກໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ. ຈະຖືກປັບໃໝ 1 ເທົ່າ ຂອງຄ່າພາສີ ແລະ ພັນທະອື່ນໆຕາມການແຈ້ງພາສີເປັນລາຍລະອຽດ ໃນການນໍາເຂົ້າເບື້ອງຕົ້ນໃນຖານລະເມີດສັນຍາ ຄໍ້າປະກັນການນໍາເຂົ້າຊົ່ວຄາວ: 148.800.000 x 1 ເທົ່າ = 124.800.000 ກີບ (ຕ້ອງມອບເຂົ້າງົບປະມານຕາມລະບຽບ). ລວມຄ່າພາສີ ແລະ ພັນທະອື່ນໆ + ຄ່າປັບໃໝ = 124.800.000 + 124.800.000 = 249.600.000 ກີບ. ຂ້າງເທິງ

ມາດຕາ 4. ການຄຸ້ມຄອງເງິນຄ່າພາສີ ແລະ ພັນທະອື່ນໆ

  • ການນໍາເຂົ້າຊົ່ວຄາວພາຫະນະທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ ຕາມກໍານົດໄວ້ໃນມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແມ່ນການນໍາເຂົ້າພາຫະນະຮັບໃຊ້ການຜະລິດທາງອ້ອມ ຫຼື ຮັບໃຊ້ບໍລິຫານຂອງບັນດາບໍລິສັດທີ່ ໄດ້ຮັບໂຄງການປະມູນສາກົນໃນບ້ວງເງິນຊ່ວຍເຫຼືອ, ກູ້ຢືມ ຫຼື ບໍລິສັດຂອງຕ່າງປະເທດ ທີ່ມີສັນຍາກັບລັດຖະບານ ສປປລາວ ໃນການສໍາປະທານ, ສໍາຫຼວດ, ອອກແບບ, ກໍ່ສ້າງ ຫຼື ພັດທະນາໂຄງການຕ່າງໆ.
  • ພາຫະນະທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາປະກອບດ້ວຍ: ລົດເກັງ, ລົດຈິບ, ລົດກະບະ, ລົດຕູ້, ລົດບັສ ແລະ ອື່ນໆ.
  • ການນໍາເຂົ້າຊົ່ວຄາວພາຫະນະທີ່ມີບ່ອນນັ່ງແຕ່ 30 ບ່ອນນັ່ງລົງມາ. ຕ້ອງນໍາເຂົ້າຕາມອາຍຸຂອງສັນຍາ ທີ່ເຊັນກັບລັດຖະບານ, ແຜນແມ່ບົດຂອງໂຄງການ, ຂະໜາດຂອງທຶນ, ບໍລິມາດວຽກຂອງໂຄງການ, ສັນຍາກັບຂະແໜງທີ່ກ່ຽວຂ້ອງ ໂດຍມີກໍານົດເວລາທີ່ແນ່ນອນ ແລະ ມີຈໍານວນທີ່ແທດເຫມາະກັບວຽກງານບໍລິຫານ, ອີງໃສ່ກົດໝາຍແລ້ວກໍານົດບໍ່ເກີນ ສອງປີ, ການນໍາເຂົ້າຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້:
  • ພາຍຫຼັງພາຫະນະເຂົ້າມາຮອດດ່ານພາສີຊາຍແດນ ຫຼື ສາງ, ຜູ້ນໍາເຂົ້າຕ້ອງປະກອບໃບແຈ້ງພາສີ ເປັນລາຍລະອຽດຕາມລະບອບນໍາເຂົ້າຊົ່ວຄາວ ພ້ອມທັງຄັດຕິດສັນຍາຄໍ້າປະກັນ ແລະ ເອກະສານອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຢ່າງຄົບຖ້ວນມາຜ່ານການກວດກາຄວາມຖືກຕ້ອງ ຢູ່ພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າ ແລະ ອະນຸຍາດ (ວີຊາເຂົ້າ) ຈາກກົມພາສີ ແລະ ຖອກເງິນຄ່າເສຍພາສີ ແລະ ພ້ອມທັງພັນທະອື່ນໆຢ່າງຄົບຖ້ວນ ເຂົ້າບັນຊີເງິນຝາກຂອງກົມພາສີຢູ່ທະນາຄານ, ຫຼັງຈາກນັ້ນ ຈຶ່ງໄປແຈ້ງພາສີເປັນລາຍລະອຽດຢູ່ດ່ານນໍາເຂົ້າ ເພື່ອນໍາເອົາພາຫະນະດັ່ງກ່າວ ໄປນໍາໃຊ້ຕາມເປົ້າໝາຍ ພາຍໃນກໍານົດເວລາຕາມອາຍຸຂອງສັນຍາຄໍ້າປະກັນ ຫຼື ອາຍຸຂອງໂຄງການ ແຕ່ສູງສຸດບໍ່ເກີນສອງປີ ນັບແຕ່ວັນທີ່ແຈ້ງພາສີເປັນລາຍລະອຽດ (ວັນທີ່ບັນທຶກໃບແຈ້ງພາສີເປັນລາຍລະອຽດ ເຂົ້າປຶ້ມຕິດຕາມການແຈ້ງພາສີ) ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 5.

5.1. ພາຍຫຼັງໝົດກໍານົດອາຍຸຂອງສັນຍາຄໍ້າປະກັນ ຫຼື ພາຍໃນກໍານົດສອງປີ ຫາກສົ່ງອອກຄືນຈະຖືກໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆຕາມຈໍານວນທີ່ໄດ້ສົ່ງອອກຄືນຕົວຈິງ ແລະ ຄິດໄລ່ສົ່ງເງິນຄືນຕາມເວລາການນໍາໃຊ້ ຢູ່ພາຍໃນປະເທດຕົວຈິງ, ການໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ ແມ່ນປະຕິບັດຕາມລະບຽບການໄລ່ລຽງສົ່ງຄືນ ຊຶ່ງກໍານົດໄວ້ໃນຕາຕະລາງ (ກ ແລະ ຂ) ຕາມມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
5.2. ກ່ອນສິ້ນສຸດອາຍຸຂອງສັນຍາຄໍ້າປະກັນ

  • ຜູ້ນໍາເຂົ້າ ຕ້ອງນໍາເອົາພາຫະນະພ້ອມເອກະສານທີ່ກ່ຽວຂ້ອງ ໄປແຈ້ງຕໍ່ດ່ານພາສີບ່ອນນໍາເຂົ້າ ຫຼື ດ່ານພາສີອື່ນທີ່ໄດ້ຮັບອະນຸຍາດ ເພື່ອແຈ້ງພາສີເປັນລາຍລະອຽດ ແລະ ສົ່ງອອກຄືນພາຫະນະດັ່ງກ່າວ, ພາຍຫຼັງທີ່ເຈົ້າໜ້າທີ່ພາສີປະຈໍາດ່ານ ບ່ອນສົ່ງອອກໄດ້ບັນທຶກຜົນການກວດກາ ແລະ ຢັ້ງຢືນວ່າພາຫະນະດັ່ງກ່າວ ໄປສະເໜີຕໍ່ດ່ານພາສີ ເພື່ອໄລ່ລຽງການສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ ພາຍໃນກໍານົດຊາວເອັດວັນ (ບໍ່ນັບວັນພັກລັດຖະການ).
  • ພາຍຫຼັງທີ່ດ່ານພາສີບ່ອນສົ່ງອອກ ໄດ້ຮັບໃບສະເໜີຂໍຖອນເງິນຄ່າພາສີ ແລະ ພັນທະອື່ນໆຈາກຜູ້ນໍາເຂົ້າ, ດ່ານພາສີຕ້ອງໄລ່ລຽງຕາມຕາຕະລາງ ກ ຫຼື ຂ ທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007, ແລ້ວສະເໜີເປັນລາຍລັກອັກສອນຕາມແບບຟອມ ຂອງກົມພາສີເພື່ອຂໍອະນຸມັດຈ່າຍເງິນສົ່ງຄືນ ແລະ ສັ່ງມອບເຂົ້າງົບປະມານຈາກຫົວໜ້າກົມພາສີ ພາຍໃນກໍານົດບໍ່ເກີນເຈັດວັນ (ບໍ່ນັບວັນພັກລັດຖະການ).
  • ພາຍຫຼັງທະນາຄານ ໄດ້ຮັບການສະເໜີຂໍອະນຸມັດຈ່າຍ ຈາກບັນຊີສະເພາະຂອງກົມພາສີ, ທະນາຄານຕ້ອງພິຈາລະນາເບີກຈ່າຍໃຫ້ຜູ້ນໍາເຂົ້າ ພາຍໃນກໍານົດຫ້າວັນ (ບໍ່ນັບວັນພັກລັດຖະການ).

5.3. ໃນກໍລະນີຜູ້ນໍາເຂົ້າ ມີຈຸດປະສົງສືບຕໍ່ນໍາໃຊ້ ພາຫະນະດັ່ງກ່າວຢູ່ພາຍໃນປະເທດ ໂດຍການປ່ຽນຈາກລະບອບການນໍາເຂົ້າຊົ່ວຄາວ ມາເປັນການນໍາເຂົ້າຕາມລະບອບຊົມໃຊ້ພາຍໃນ ຜູ້ນໍາເຂົ້າຕ້ອງເຮັດໜັງສືສະເໜີຫາກົມພາສີ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາພາຍໃນກໍານົດສາມສິບວັນ ກ່ອນໝົດອາຍຸສັນຍາຄໍ້າປະກັນ, ຖ້າໄດ້ຮັບການອະນຸຍາດຈາກຂະແໜງການກ່ຽວຂ້ອງ ກົມພາສີຈະອະນຸຍາດໃຫ້ປ່ຽນລະບອບການນໍາເຂົ້າ ຫຼັງຈາກນັ້ນຜູ້ນໍາເຂົ້າ ຈຶ່ງໄປແຈ້ງພາສີເປັນລາຍລະອຽດ ເພື່ອປ່ຽນແທນລະບອບການນໍາເຂົ້າຊົ່ວຄາວ, ພ້ອມທັງຊໍາລະຄ່າພາສີ ແລະ ພັນທະອື່ນໆໃຫ້ຄົບຖ້ວນຕາມການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ ທີ່ໄດ້ແຈ້ງໄວ້ໃນລະບອບການນໍາເຂົ້າຊົ່ວຄາວໃນເບື້ອງຕົ້ນ ຢູ່ດ່ານພາສີບ່ອນນໍາເຂົ້າ ຫຼື ດ່ານພາສີອື່ນໆທີ່ໄດ້ຮັບອະນຸຍາດຈາກກົມພາສີ.
5.4. ໃນກໍລະນີ ຜູ້ນໍາເຂົ້າບໍ່ປະຕິບັດຕາມສັນຍາທີ່ໄດ້ເຊັນໄວ້ນໍາ ລັດຖະການພາສີ ໂດຍບໍ່ນໍາພາຫະນະອອກຄືນ ຕາມເວລາທີ່ທາງການກໍານົດໃຫ້ ຫຼື ນໍາໃຊ້ບໍ່ຖືກເປົ້າໝາຍເຊັ່ນ: ປ່ຽນກໍາມະສິດ, ນໍາໄປຊວດຈໍາ, ແລກປ່ຽນ ຫຼື ອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດຈາກກົມພາສີ, ເງິນຄ່າພາສີ ແລະ ພັນທະອື່ນໆທີ່ຄໍ້າປະກັນໄວ້ໃນເວລານໍາເຂົ້າ ຈະບໍ່ຖືກໄລ່ລຽງຄືນ ແລະ ຍັງຕ້ອງຖືກດໍາເນີນຄະດີ ຖານລະເມີດລະບຽບການນໍາເຂົ້າຊົ່ວຄາວ ພ້ອມທັງຖືກປັບໃໝໜຶ່ງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆ ທີ່ໄດ້ຄໍ້າປະກັນໄວ້ໃນເວລານໍາເຂົ້າ ຊຶ່ງລະບຽບການດັ່ງກ່າວໄດ້ກໍານົດໄວ້ ໃນມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2007 ຫຼື ມາດຕະການອື່ນໆ ທີ່ລະບຽບກົດໝາຍໄດ້ກໍານົດໄວ້.

ຕົວຢ່າງ:   ຜູ້ນໍາເຂົ້າໄດ້ແຈ້ງພາສີເປັນລາຍລະອຽດ ນໍາເຂົ້າລົດກະບະ 4 ປະຕູ 02 ຄັນ ໃນວັນທີ 01/01/2009 ມູນຄ່າຄັນໜຶ່ງ 260.000.000 ກີບ (ເປັນລົດໃໝ່ 100%), ຄ່າພາສີ ແລະ ພັນທະອື່ນໆ 156.000.000 ກີບ, ຄັນທີສອງ ມູນຄ່າ 208.000.000 ກີບ (ເປັນລົດໃຊ້ແລ້ວ) ຄ່າພາສີ ແລະ ພັນທະອື່ນໆ 124.800.888 ກີບ. ໃນເມື່ອຄົບກໍານົດຕາມສັນຍາ ຜູ້ນໍາເຂົ້າໄດ້ມາແຈ້ງສົ່ງອອກຄືນພາຫະນະດັ່ງກ່າວ (ຄັນທີໜຶ່ງ), ສ່ວນຄັນທີສອງໄດ້ຂາຍຢູ່ພາຍໃນປະເທດ ໂດຍບໍ່ແຈ້ງໃຫ້ລັດຖະການພາສີຊາບລ່ວງໜ້າ, ຕໍ່ບັນຫາດັ່ງກ່າວຕ້ອງປະຕິບັດດັ່ງນີ້:

  • ກໍລະນີແຈ້ງອອກຄືນ (ລົດຄັນທີໜຶ່ງ) ຈະຖືກໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ: 156.000.000 x 70% = 109.200.000 ກີບ.
  • ກໍລະນີລັກຂາຍ (ລົດຄັນທີສອງ) ຢູ່ພາຍໃນປະເທດຈະບໍ່ຖືກໄລ່ລຽງສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ. ຈະຖືກປັບໃໝ 1 ເທົ່າ ຂອງຄ່າພາສີ ແລະ ພັນທະອື່ນໆຕາມການແຈ້ງພາສີເປັນລາຍລະອຽດ ໃນການນໍາເຂົ້າເບື້ອງຕົ້ນໃນຖານລະເມີດສັນຍາ ຄໍ້າປະກັນການນໍາເຂົ້າຊົ່ວຄາວ: 148.800.000 x 1 ເທົ່າ = 124.800.000 ກີບ (ຕ້ອງມອບເຂົ້າງົບປະມານຕາມລະບຽບ). ຂ້າງເທິງ

ມາດຕາ 6. ການຈັດຕັ້ງປະຕິບັດ
   ມອບໃຫ້ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນໃນທົ່ວປະເທດ ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ, ບັນດາທະນາຄານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງຜັນຂະຫຍາຍ, ບົດແນະນໍາສະບັບນີ້ໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 7. ຜົນສັກສິດ
   ບົດແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ມິຖຸນາ 2009 ເປັນຕົ້ນໄປ, ທຸກຄໍາແນະນໍາ ແລະ ລະບຽບການທີ່ຂັດກັບບົດແນະນໍາສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ຫົວໜ້າກົມພາສີ
ສັນຕິພາບ ພົມວິຫານ

 

# ຫົວຂໍ້ ດາວໂຫຼດ
1 Instruction on Management of Security for Temporary Importation No. 1456/CD PDF
2 ບົດແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດ ການຄຸ້ມຄອງ, ການສົ່ງຄືນ ເງິນຄໍ້າປະກັນຄ່າພາສີ ແລະ ພັນທະອື່ນໆ ສໍາລັບສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າຊົ່ວຄາວ ເລກທີ 1456/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.