ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງ ການເງິນ
ກົມພາສີ ເລກທີ 0104/ກພສ
ນະຄອນຫຼວງວຽງຈັນ,ວັນທີ 14/10/2009
ບົດແນະນຳຂອງຫົວໜ້າກົມພາສີ
ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານໃນການປະກອບສ່ວນ
ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍວ່າດ້ວຍພາສີ
- ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005.
- ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19.10.2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ (ມາດຕາ 89).
- ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2498/ກງ, ລົງວັນທີ 16/10/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມພາສີ.
ໃນໄລຍະລໍຖ້າການອອກຂໍ້ຕົກລົງຂອງ ລັດຖະມົນຕີວ່າການກະຊວງການເງິນ, ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານໃນການປະກອບສ່ວນຕ້ານ ແລະ ສະກັດກັ້ນການລະເມີດລະບຽບ ກົດໝາຍພາສີຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005 (ມາດຕາ 89) ແລະ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19.10.2007(ມາດຕາ 22), ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ທົ່ວປະເທດ ແລະ ເພື່ອເປັນການກະຕຸກຊຸກຍູ້ແກ່ຜູ້ທີ່ໃຫ້ການປະກອບສ່ວນຕ້ານ ແລະ ສະກັດກັ້ນການລະເມີດລະບຽບ ກົດໝາຍພາສີເຊິ່ງກົດໝາຍໄດ້ກຳນົດໄວ້ແລ້ວ ແລະ ເພື່ອເຮັດໃຫ້ລະບຽບກົດໝາຍໄດ້ຮັບການຈັດຕັ້ງປະຕິບັດມີຜົນສັກສິດ ແລະ ເຂັ້ມງວດ.
ກົມພາສີແນະນໍາໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານປະກອບສ່ວນເຂົ້າ
ໃນການຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍພາສີດັ່ງນີ້:
- ຈຸດປະສົງເພື່ອແນະນຳລະອຽດກ່ຽວກັບລະບຽບການ, ວິທີການ ແລະ ມາດຕະການຕ່າງໆ ໃນການປະຕິບັດນະໂຍບາຍຕໍ່ເຈົ້າໜ້າທີ່ພາສີ, ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນທີ່ໄດ້ປະກອບສ່ວນທາງກົງ ຫລື ທາງອ້ອມເຂົ້າໃນການຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍພາສີທຸກຮູບ ແບບ, ເພື່ອແນໃສ່ເສີມຂະຫຍາຍສິດເປັນເຈົ້າ ແລະ ການມີສ່ວນຮ່ວມຂອງທຸກຊັ້ນຄົນໃນສັງຄົມຕໍ່ການປະຕິບັດວຽກງານພາສີ, ເຮັດໃຫ້ລະບຽບກົດໝາຍພາສີ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ສາມາດປະຕິບັດມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ປະຕິບັດນະໂຍບາຍທີ່ສອດຄ່ອງຕໍ່ຜູ້ມີຜົນງານ.
- ການດຳເນີນ ແລະ ສະສາງຄະດີທາງພາສີແມ່ນສິດ ແລະ ໜ້າທີ່ຂອງລັດຖະການພາສີເທົ່ານັ້ນ ຕາມທີ່ກຳນົດໄວ້ໃນມາດຕາ 65 ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005 ແລະ ໃຫ້ເອົາໃຈໃສ່ຄື:
2.1. ໃນກໍລະນີທີ່ພົບເຫັນການກະທໍາຜິດແບບເຊິ່ງໜ້າກ່ຽວກັບການລະເມີດລະບຽບກົດໝາຍພາສີ (ການກະທໍາຜິດທາງພາສີ) ເຈົ້າໜ້າທີ່ພາກສ່ວນອື່ນໆ, ພະນັກງານ, ທະຫານ ຫລື ປະຊາຊົນທົ່ວໄປກໍສາມາດຈັບຕົວຜູ້ຖືກຫາພ້ອມດ້ວຍສິນຄ້າ, ເຄື່ອງຂອງໄດ້. ແຕ່ຫລັງຈາກການຈັບກຸມແລ້ວຕ້ອງນຳຕົວຜູ້ຖືກຫາ ແລະ ສິນຄ້າ, ເຄື່ອງ ຂອງທີ່ຈັບກຸມໄດ້ທັງໝົດ ໄປມອບໃຫ້ແກ່ລັດຖະການພາສີບ່ອນໃກ້ທີ່ສຸດໃນທັນໃດ ເພື່ອໃຫ້ເຈົ້າໜ້າທີ່ພາສີເປັນຜູ້ດຳເນີນຄະດີຕາມຂອບເຂດສິດທີ່ກຳນົດໄວ້ໃນມາດ ຕາ 61 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005.
2.2. ລັດຖະການພາສີແຕ່ລະຂັ້ນເຊັ່ນ: ດ່ານພາສີຊາຍແດນ (ດ່ານສາກົນ), ພາສີປະຈໍາເຂດ ແລະ ພະແນກການຂອງກົມພາສີ ແມ່ນມີສິດໃນການດໍາເນີນ ແລະ ສະສາງຄະດີ ໂດຍບໍ່ຈຳກັດມູນຄ່າຂອງຄະດີ, ໝາຍຄວາມວ່າ: ຄະດີເກີດຂຶ້ນຢູ່ບ່ອນໃດ ແມ່ນໃຫ້ສະສາງຄະດີຢູ່ບ່ອນນັ້ນ ແລະ ຕ້ອງດຳເນີນຄະດີຕາມຂັ້ນຕອນ ແລະ ປະຕິບັດຕາມມາດຕະການ ທາງກົດໝາຍຢ່າງເຂັ້ມງວດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.
2.3. ກໍລະນີຄະດີທີ່ບໍ່ສາມາດສົມຍອມກັນຕາມລະບຽບກົດໝາຍໄດ້ ລັດຖະການພາສີແຕ່ລະຂັ້ນຕ້ອງ ນໍາສົ່ງສໍານວນຄະດີດັ່ງກ່າວ ໃຫ້ຫົວໜ້າກົມພາສີເປັນຜູ້ຕົກລົງ ໝາຍຄວາມວ່າ: ຄະດີໃດທີ່ບໍ່ສາມາດຈັດຕັ້ງປະຕິບັດ ຫຼື ດຳເນີນການຕາມລະບຽບກົດໝາຍເຊັ່ນ: ມີການຮ້ອງຂໍຕໍ່ວ່າ ຫຼື ມີຄວາມຫຍຸ້ງຍາກໃນການດຳເນີນຄະດີ ຫຼື ອື່ນໆ ແມ່ນໃຫ້ລັດຖະການພາສີທີ່ກ່ຽວຂ້ອງປະກອບສຳນວນຄະດີດັ່ງກ່າວ ສົ່ງໃຫ້ພະແນກນິຕິກຳ (ກົມພາສີ) ພິຈາລະນາ ເພື່ອນຳສະເໜີຫົວໜ້າກົມພາສີເປັນຜູ້ຕົກ ລົງ, ຖ້າຍັງບໍ່ສາມາດສົມຍອມ ຫຼີ ສະສາງຄະດີໄດ້ ກົມພາສີຈິ່ງຈະດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ຕາມຂະບວນການຍຸດຕິທຳຕໍ່ໄປ, ໂດຍຈະໄດ້ ປະກອບສຳນວນຄະດີສົ່ງໃຫ້ ໄອຍະການເພື່ອສັ່ງຟ້ອງສານຕາມທີ່ກຳນົດໄວ້ໃນມາດຕາ 61 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005.
- ພື້ນຖານການຄິດໄລ່ຄ່າບຳເນັດແມ່ນລາຍຮັບຄ່າປັບໃໝ ແລະ ຂາຍເຄື່ອງຮິບທີ່ໄດ້ມາຈາກການສະສາງຄະດີທາງພາສີ (ພາຍຫລັງທີ່ໄດ້ຫັກຄ່າສິ້ນເປືອງຕ່າງໆ ອອກແລ້ວ).
- ສຳລັບລາຍຮັບຈາກການຂາຍໄມ້ ແລະ ແຮ່ທາດທີ່ຖືກຮິບແມ່ນບໍ່ອະນຸຍາດໃຫ້ຄິດໄລ່ຄ່າບຳເນັດ.
- ໃນກໍລະນີທີ່ມີລາຍຮັບຄ່າປັບໃໝ ແລະ ຂາຍເຄື່ອງຮິບຢູ່ໃນຄະດີດຽວກັນ ແມ່ນໃຫ້ເລືອກເອົາລາຍຮັບທີ່ມີມູນຄ່າສູງກວ່າ, ໝາຍຄວາມວ່າ: ບໍ່ໃຫ້ເອົາທັງສອງ ລາຍຮັບໃຫ້ເລືອກເອົາພຽງແຕ່ລາຍຮັບດຽວເທົ່ານັ້ນ, ສ່ວນລາຍຮັບທີ່ບໍ່ຖືກເລືອກ (ລາຍຮັບທີ່ມີມູນຄ່າໜ້ອຍກວ່າ) ແມ່ນໃຫ້ມອບເຂົ້າງົບປະມານທັງໝົດ 100%, ສໍາລັບລາຍຮັບທີ່ຖືກເລືອກນັ້ນຕ້ອງນໍາໄປຫັກຄ່າໃຊ້ຈ່າຍສິ້ນເປືອງຕ່າງໆທີ່ໄດ້ໃຊ້ຈ່າຍຕົວຈິງເຊິ່ງພົວພັນໃນການກວດກາ ຫຼື ຈັບກຸມຄະດີດັ່ງກ່າວສ່ວນທີ່ເຫຼືອ ຈິ່ງເອີ້ນວ່າ: ພື້ນຖານຄິດໄລ່ຄ່າບຳເນັດ.
ຕົວຢ່າງ: ຄະດີ (ກ) ມີລາຍຮັບຄ່າປັບໃໝ ຈຳນວນ: 5.000.000 ກີບ ແລະ ລາຍຮັບຈາກການຂາຍເຄື່ອງຮິບ ຈຳນວນ: 6.000.000 ກີບ, ຄ່າສິ້ນເປືອງ ຈຳນວນ: 350.000 ກີບ.
- ໃນກໍລະນີນີ້ ຕ້ອງເລືອກເອົາ ລາຍຮັບຈາກການຂາຍເຄື່ອງຮິບ (6.000.000 ກີບ) ເຊິ່ງມີມູນຄ່າສູງກວ່າລາຍຮັບ ຈາກຄ່າປັບໃໝເຊິ່ງມີພຽງແຕ່ (5.000.000 ກີບ). ໃຫ້ເອົາລາຍຮັບຂາຍເຄື່ອງຮິບດັ່ງກ່າວ ໄປຫັກຄ່າໃຊ້ຈ່າຍສິ້ນເປືອງຕ່າງໆ ທີ່ໄດ້ໃຊ້ຈ່າຍຕົວຈິງເຊິ່ງພົວພັນ ໃນການກວດກາ ຫຼື ຈັບກຸມຄະດີດັ່ງກ່າວ (350.000 ກີບ) ສະນັ້ນພື້ນຖານຄິດໄລ່ແມ່ນ: 6.000.000 ກີບ ລົບ (-) 350.000 ກີບ = 5.650.000 ກີບ (ພື້ນຖານຄິດໄລ່ຄ່າບໍາເນັດ), ສ່ວນລາຍຮັບ ຄ່າປັບ (5.000.000 ກີບ) ແມ່ນໃຫ້ມອບເຂົ້າງົບປະມານທັງໝົດ 100%.
- ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນ ແລະ ເຈົ້າໜ້າທີ່ພາສີທີ່ໄດ້ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການຄ້າຂາຍ ແລະ ການມີໄວ້ ໃນຄອບຄອງສິນຄ້າ, ເຄື່ອງຂອງປະເພດຕ້ອງຫ້າມເຊັ່ນ: ອາວຸດເສິກ, ສິ່ງເສບຕິດທຸກປະເພດ ແລະ ສິນຄ້າ, ເຄື່ອງຂອງປະເພດຕ້ອງຫ້າມອື່ນໆທຸກຊະນິດ ຕາມທີ່ກຳນົດໄວ້ໃນມາດຕາ 57 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005, ຈະບໍ່ໄດ້ຮັບຄ່າບຳເນັດເປັນເງິນ ແຕ່ຈະໄດ້ຮັບຄ່າບຳເນັດເປັນວັດຖຸ ຫຼື ເປັນການຍ້ອງຍໍເຊິ່ງລັດມີນະໂຍບາຍຕອບແທນ ຕາມຄວາມເໜາະສົມຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ (ມາດຕາ 89) ເຊັ່ນ: ໃບຊົມເຊີຍ, ໃບຍ້ອງຍໍ, ຫຼຽນກາ, ຫຼຽນໄຊ ແລະ ນະໂຍບາຍອື່ນໆຕາມເງື່ອນໄຂຕົວຈິງ, ໂດຍມອບໃຫ້ລັດຖະການພາສີທີ່ກ່ຽວຂ້ອງ ເປັນຜູ້ສະເໜີ ການປະຕິບັດນະໂຍບາຍດັ່ງກ່າວໃນແຕ່ລະກໍລະນີຂຶ້ນຫາກົມພາສີ ເພື່ອພິຈາລະນາໃຫ້ທັນເວລາ.
- ການຄິດໄລ່ ແລະ ການແບ່ງປັນເງິນຄ່າບຳເນັດແມ່ນເອົາລາຍຮັບທີ່ໄດ້ຈາກການສະສາງຄະດີ ແລະ ໄດ້ຫັກຄ່າສິ້ນເປືອງອອກແລ້ວຕາມກຳນົດໄວ້ໃນ (ຂໍ້ 3) ຂອງບົດແນະນໍາສະບັບນີ້ມາແບ່ງເພື່ອເປັນເງິນຄ່າບໍາເນັດ ແລະ ມອບເຂົ້າງົບປະມານ,ໂດຍໃຫ້ແບ່ງເປັນຄ່າບໍາເນັດ 40% ແລະ ມອບເຂົ້າງົບປະມານ 60% ຕາມທີ່ກໍານົດໄວ້ໃນມາດຕາທີ 22 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19 ຕຸລາ (10) 2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
ຕົວຢ່າງ: ອີງຕາມຕົວຢ່າງຂອງຄະດີ (ກ) ໃນຂໍ້ 3 ຂ້າງເທິງ (ພື້ນຖານຄິດໄລ່ຄ່າບໍາເນັດ = 5.650.000ກີບ) ແມ່ນໃຫ້ຄິດໄລ່ຄ່າບໍາເນັດດັ່ງນີ້:
- ມອບເຂົ້າງົບປະມານ (60%) : 5.650.000 x 60% = 3.390.000 ກີບ.
- ເງິນຄ່າບໍາເນັດ (40%) : 5.650.000 x 40% = 2.260.000 ກີບ.
- ເງີນຄ່າບຳເນັດ 40% ຈະຕ້ອງຄິດໄລ່ແບ່ງປັນເປັນພູດລາຍຈ່າຍຕ່າງໆ, ໂດຍການແບ່ງພູດລາຍຈ່າຍຕ່າງໆແມ່ນຄິດໄລ່ຕາມອັດຕາສ່ວນທີ່ກຳນົດໄວ້ໃນຂໍ້ຕົກ ລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 266/ ກງ, ລົງວັນທີ 03 ກຸມພາ 2000, ເປັນການຊົ່ວຄາວໄປກ່ອນເຊິ່ງມີລາຍລະອຽດດັ່ງລຸ່ມນີ້:
6.1. ຄະດີທີ່ລັດຖະການພາສີເປັນຜູ້ຈັບກຸມ ແລະ ດໍາເນີນຄະດີ :
6.1.1. ຜູ້ບອກຂ່າວ 25%
6.1.2. ຜູຈັບກຸມ, ກວດພົບ ແລະ ດໍາເນີນຄະດີທາງກົງ ຫຼື ທາງອ້ອມ 35%
6.1.3. ບູລະນະກົງຈັກຂອງລັດຖະການພາສີທີ່ດໍາເນີນຄະດີ 40%
- ໃນກໍລະນີດຳເນີນຄະດີຢູ່ທ້ອງຖິ່ນ ໃຫ້ແບ່ງພູດບູລະນະກົງຈັກຂອງລັດຖະການພາສີເປັນ 02 ພູດໆລະ 50% ແລະ ມອບໃຫ້ເປັນພູດບູລະນະກົງຈັກກົມພາສີ 01 ພູດ (50%), ອີກ 01 ພູດ (50%) ແມ່ນພູດບູລະນະກົງຈັກຂອງລັດຖະການພາສີທີ່ດໍາເນີນຄະດີ.
- ໃນກໍລະນີບໍ່ມີຜູ້ບອກຂ່າວ ແມ່ນໃຫ້ເອົາພູດຜູ້ບອກຂ່າວເພີ່ມເຂົ້າເປັນພູດຂອງລັດຖະການພາສີທີ່ເຮັດໜ້າທີ່ດຳເນີນຄະດີ.
6.2. ຄະດີທີ່ພາກສ່ວນອື່ນຈັບກຸມແລ້ວມອບໃຫ້ລັດຖະການພາສີດໍາເນີນຄະດີ :
6.2.1. ຄ່າທໍານຽມດໍາເນີນຄະດີ 20%
6.2.2. ຜູຈັບກຸມ ແລະ ຜູ້ບອກຂ່າວ 80%
ຕົວຢ່າງການຄິດໄລ່ :
- ຕົວຢ່າງ (1) ການແບ່ງປັນເງິນຄ່າບຳເນັດຂອງພະແນກຂອງກົມພາສີ
- ເງິນຄ່າບຳເນັດ (40%) = 2.260.000 ກີບ ມາຕັ້ງເປັນ 100% ແລ້ວຄິດໄລ່ຄື:
- ຜູ້ບອກຂ່າວ (25%): 2.260.000 x 25% = 565.000 ກີບ
- ຜູ້ຈັບກຸມ (35%): 2.260.000 x 35% = 791.000 ກີບ
- ບູລະນະກົງຈັກຂອງພະແນກ (20%): 2.260.000 x 20% = 452.000 ກີບ
- ບູລະນະກົງຈັກຂອງກົມພາສີ (20%): 2.260.000 x 20% = 452.000 ກີບ
- ໃນກໍລະນີບໍ່ມີຜູ້ບອກຂ່າວ ໃຫ້ເອົາພູດຜູ້ບອກຂ່າວມາເພີ່ມໃສ່ພູດບູລະນະກົງຈັກຂອງພະແນກຂອງກົມພາສີ, ໝາຍຄວາມວ່າພູດບູລະນະກົງຈັກຂອງພະແນກ ຂອງກົມພາສີຈະໄດ້ 45% = 1.017.000 ກີບ ຄື: 452.000 (20%) + 565.000 (25%) = 1.017.000 ກີບ
- ຕົວຢ່າງ (2) ການແບ່ງປັນເງິນຄ່າບໍາເນັດຂອງລັດຖະການພາສີທ້ອງຖິ່ນ.
- ເງິນຄ່າບໍາເນັດ (40%) = 2.260.000 ກີບ ມາຕັ້ງເປັນ 100% ແລ້ວຄິດໄລ່ຄື:
- ຜູ້ບອກຂ່າວ (25%): 2.260.000 x 25% = 565.000 ກີບ
- ຜູ້ຈັບກຸມ (35%): 2.260.000 x 35% = 791.000 ກີບ
- ບູລະນະກົງຈັກລັດຖະການພາສີ ທີ່ສະສາງຄະດີ (20%): 2.260.000 x 20% = 452.000 ກີບ
- ບູລະນະກົງຈັກຂອງກົມພາສີ (20%): 2.260.000 x 20% = 452.000 ກີບ
- ໃນລະນີບໍ່ມີຜູ້ບອກຂ່າວໃຫ້ເອົາພູດຜູ້ບອກຂ່າວມາເພີ່ມໃສ່ພູດບູລະນະກົງຈັກຂອງລັດຖະການພາສີທີ່ສະສາງຄະດີ, ໝາຍຄວາມວ່າພູດບູລະນະກົງຈັກຂອງ ລັດຖະການພາສີທີ່ເຮັດໜ້າທີ່ສະສາງຄະດີຈະໄດ້ 45% = 1.017.000 ກີບ ຄື: 452.000 (20%) + 565.000 (25%) = 1.017.000 ກີບ
- ຕົວຢ່າງ (3): ການແບ່ງປັນຄ່າບຳເນັດຂອງພາກສ່ວນອື່ນທີ່ສົ່ງຄະດີມາໃຫ້ລັດຖະການພາສີດຳເນີນຄະດີ.
- ເງິນຄ່າບໍາເນັດ (40%) = 2.260.000 ກີບ ມາຕັ້ງເປັນ 100% ແລ້ວຄິດໄລ່ຄື :
- ຜູ້ຈັບກຸມ ຫລື ພາກສ່ວນຈັບກຸມລວມທັງຜູ້ບອກຂ່າວ (80%) :2.260.000 x 80% = 1.808.000 ກີບ
- ຄ່າທຳນຽມດຳເນີນຄະດີຂອງລັດຖະການພາສີ (20%) :2.260.000 x 20% = 452.000 ກີບ
- ການນຳໃຊ້ເງິນພູດບູລະນະກົງຈັກຂອງລັດຖະການພາສີຂັ້ນຕ່າງໆເຊັ່ນ: ດ່ານພາສີຊາຍແດນ, ພາສີປະຈຳເຂດ, ພະແນກການຂອງກົມພາສີ ແລະ ກົມພາສີ ຕ້ອງນຳໃຊ້ໃຫ້ຖືກຕາມເປົ້າໝາຍ ໃນການໃຊ້ຈ່າຍຮ່ວງຕ່າງໆ, ເຊິ່ງລາຍຈ່າຍຮ່ວງຕ່າງໆທີ່ກຳນົດໄວ້ປະກອບມີດັ່ງນີ້ :
7.1. ຄ່າສິ້ນເປືອງໃນການສະສາງຄະດີ 10%
7.2. ຊອກຫາຂໍ້ມູນ ແລະ ແຫລ່ງຂ່າວ 10%
7.3. ນະໂຍບາຍຕາມມາດຕາ 57 ຂອງກົດໝາຍວ່າດ້ວຍພາສີ 10%
7.4. ເງິນອຸດໜູນ 25%
7.5. ພັດທະນາບຸກຄະລາກອນ 25%
7.6. ເຄື່ອນໄຫວວຽກງານວິຊາສະເພາະ 20%
7.7. ລາຍລະອຽດໃນການໃຊ້ຈ່າຍແຕ່ລະຮ່ວງ
7.7.1. ຄ່າສິ້ນເປືອງໃນການສະສາງຄະດີ: ແມ່ນຈ່າຍໃຫ້ແກ່ເຈົ້າໜ້າທີ່ພາສີທີ່ປະຈໍາຢູ່ຫ້ອງການເຊິ່ງປະຕິບັດໜ້າທີ່ ທີ່ກ່ຽວຂ້ອງກັບການດໍາເນີນ ແລະ ສະສາງຄະດີ (ນອກຈາກຜູ້ຈັບກຸມທາງກົງ ຫຼື ທາງອ້ອມ).
7.7.2. ຊອກຫາຂໍ້ມູນ ແລະ ແຫລ່ງຂ່າວ: ແມ່ນໃຫ້ໃຊ້ຈາ່ຍເຂົ້າໃນ ການລົງກໍ່ສ້າງພື້ນຖານປິດລັບ, ໃນການຊອກຫາແຫຼ່ງຂ່າວ ກ່ຽວກັບການເຄື່ອນໄຫວລະເມີດ ລະບຽບກົດໝາຍວ່າດ້ວຍພາສີ.
7.7.3. ນະໂຍບາຍຕາມມາດຕາ 57 ຂອງກົດໝາຍວ່າດ້ວຍພາສີ: ແມ່ນໃຫ້ໃຊ້ຈ່າຍເງິນຮ່ວງດັ່ງກ່າວ ເພື່ອຊື້ວັດຖຸ, ສິ່ງຂອງ ຫຼື ຈ່າຍເປັນຄ່າສິ້ນເປືອງ ໃນການສະເໜິິີຂໍນະໂຍບາຍການຍ້ອງຍໍ ຈາກຂັ້ນເທິງເພື່ອມອບໃຫ້ແກ່ຜູ້ມີຜົນງານ ໃນການປະກອບສ່ວນຕ້ານ ແລະ ສະກັດກັ້ນ ຫຼື ຈັບກຸມ ແລະ ດຳເນີນຄະດີ ກ່ຽວກັບການລະເມີດລະບຽບກົດໝາຍ ຕໍ່ກັບປະເພດສິນຄ້າ, ເຄື່ອງຂອງຕ້ອງຫ້າມທຸກຊະນິດ, ຕາມທີ່ກຳນົດໄວ້ໃນ ມາດຕາ 57 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພືດສະພາ 2005.
7.7.4. ເງິນອຸດໜູນ: ແມ່ນໃຫ້ໃຊ້ຈ່າຍເຂົ້າໃນການອຸດໜູນ, ຊ່ວຍເຫຼືອ ຫຼື ຮັກສາປິ່ນປົວ ແລະ ອື່ນໆຕໍ່ເຈົ້າໜ້າທີ່ພາສີ ກໍ່ຄືພະນັກງານພາສີຄື:
- ມີໜ້າທີ່ທີ່ກ່ຽວກັບການຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍພາສີໃນກໍລະນີທີ່ເກີດອຸປະຕິເຫດ ຫຼື ເຫດການທີ່ບໍ່ເພິ່ງປາດຖະໜາອື່ນໆທີ່ເກີດຂຶ້ນ ໃນເວລາປະຕິບັດໜ້າທີ່.
- ບໍ່ມີໜ້າທີ່ກ່ຽວກັບການຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍພາສີໃນກໍລະນີທີ່ເກີດອຸປະຕິເຫດ ຫຼື ເຫດການທີ່ບໍ່ເພິ່ງປາດຖະໜາອື່ນໆທີ່ເກີດຂຶ້ນ ໃນເວລາປະຕິບັດໜ້າທີ່.
7.7.5. ພັດທະນາບຸກຄະລາກອນ: ແມ່ນໃຫ້ນໍາໃຊ້ເພີ່ມເຂົ້າໃນໃຊ້ຈ່າຍກ່ຽວກັບ ການພັດທະນາບຸກຄະລາກອນໃຫ້ມີຄຸນນະພາບເຊັ່ນ: ການຝຶກອົບຮົມ ແລະ ການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ.
7.7.6 ເຄື່ອນໄຫວວຽກງານວິຊາສະເພາະ: ແມ່ນໃຫ້ນໍາໃຊ້ເພີ່ມເຂົ້າໃນໃຊ້ຈ່າຍກ່ຽວກັບການຈັດຊື້ພາຫະນະ, ວັດຖຸອຸປະກອນ ແລະ ເຄື່ອງຮັບໃຊ້ການເຄື່ອນ ໄຫວວຽກງາານພາສີ ແລະ ການໃຊ້ຈ່າຍອື່ນໆທີ່ຈຳເປັນເຊິ່ງກ່ຽວຂ້ອງກັບການພັດທະນາ ຫຼື ປັບປຸງວຽກງານພາສີໃຫ້ມີຄຸນນະພາບ ແລະ ທັນສະໄໝໂດຍສະເພາະ ແມ່ນວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ .
- ບັນດາລັດຖະການພາສີແຕ່ລະຂັ້ນທີ່ໄດ້ເຮັດໜ້າທີ່ດຳເນີນ ແລະ ສະສາງຄະດີທາງພາສີຕ້ອງເອົາໃຈໃສ່ປະຕິບັດລະບອບການລາຍງານ, ສ່ອງແສງໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ ເປັນແຕ່ລະເດືອນ, ງວດ, ປີ ແລະ ເປັນລາຍລັກອັກສອນ ຫຼື ລາຍງານວິສາມັນ ໃນການກໍລະນີເກີດເຫດການທີ່ສຳຄັນ, ສຸກເສີນ ແລະ ຮີບດ່ວນ ເຊິ່ງຕ້ອງໄດ້ລາຍງານໂດຍດ່ວນທາງໂທລະສັບ ຫລື ໂທລະສານ.
8.1. ເນື້ອໃນການລາຍງານຕາມສະໄໝສາມັນ (ເດືອນ, ງວດ ແລະ ປີ) ຕ້ອງມີການສະຫຼຸບ ແລະ ສັງລວມເປັນລາຍລັກອັກສອນໃນການດໍາເນີນ ແລະ ສະສາງຄະດີຂອງໄລຍະດັ່ງກ່າວເຊັ່ນ: ຄະດີເກີດຂຶ້ນ, ຄະດີສະສາງແລ້ວ, ຄະດີຍັງຄ້າງ, ມູນຄ່າຂອງຄະດີ ແລະ ຂໍ້ມູນອື່ນໆ ເປັນຕົ້ນແມ່ນ ຂໍ້ຫຍຸ້ງຍາກ ແລະ ຄວາມສະດວກໃນການດຳເນີນຄະດີ, ບັນດາຂໍ້ສະເໜີຕ່າງໆ, ໃຫ້ຮູ້ໄດ້ບັນດາຂໍ້ມູນຂ້າງເທິງ ທີ່ຍົກມາຈາກໄລຍະກ່ອນ, ໃຫ້ຮູ້ໄດ້ລວມຍອດບັນດາຂໍ້ມູນຕ່າງໆມາເຖິງ ປັດຈຸບັນ, ນອກນີ້ຍັງຕ້ອງລາຍງານລະອຽດກ່ຽວກັບສະພາບລາຍຮັບ-ລາຍຈ່າຍ ທີ່ໄດ້ຈາກການສະສາງຄະດີເຊັ່ນ:
8.1.1. ລາຍຮັບ-ລາຍຈ່າຍຈາກການສະສາງຄະດີ: ຕ້ອງແຍກໃຫ້ຮູ້ຄ່າພາສີ ແລະ ພັນທະອື່ນໆ ພ້ອມທັງຄ່າປັບໃໝ, ຄ່າຂາຍເຄື່ອງຮິບ, ຄ່າສິ້ນເປືອງຕ່າງໆ ແລະ ຄ່າບຳເນັດ.
8.1.2. ລາຍຮັບ-ລາຍຈ່າຍຄ່າບໍາເນັດ: ຕ້ອງໃຫ້ຮູ້ໄດ້ວ່າຮັບມາຈາກຄະດີໃດ?, ຈໍານວນເທົ່າໃດ? ສ່ວນແບ່ງໃນແຕ່ລະພູດ ແລະ ແຕ່ລະຮ່ວງເທົ່າໃດ?, ໄດ້ໃຊ້ຈ່າຍແນວໃດ? ເຫດຜົນໃນການໃຊ້ຈ່າຍແນວໃດ?, ຍັງເຫຼືອເທົ່າໃດ ແລະ ອື່ນໆ.
8.1.3. ການລາຍງານໃນແຕ່ລະໄລຍະແມ່ນໃຫ້ສົ່ງບົດສະຫຼຸບລາຍງານຄົບຊຸດໃຫ້ພະແນກນິຕິກໍາ (ກົມພາສີ) ເພື່ອສັງລວມທົ່ວປະເທດ, ສ່ວນການລາຍງານ ສາຍຕັ້ງຂັ້ນເທິງທີ່ຖັດກັບຂັ້ນຂອງຕົນ ຫລື ສາຍຂວາງແມ່ນໃຫ້ສຳເນົາບົດສະຫຼຸບອີກຊຸດໜຶ່ງສົ່ງໃຫ້ຕ່າງຫາກເຊັ່ນ: ດ່ານຊາຍແດນລາຍງານໃຫ້ພາສີປະຈຳເຂດ ຫລື ພາສີເຂດລາຍງານໃຫ້ຫ້ອງວ່າການແຂວງເປັນຕົ້ນ.
- ພະແນກການຂອງກົມພາສີ, ບັນດາພາສີປະຈຳເຂດ ແລະ ດ່ານພາສີຊາຍແດນທີ່ເຮັດໜ້າທີ່ສະສາງຄະດີ ຕອ້ງເປີດບັນຊີເງິນຝາກຂອງຕົນໄວ້ຢູ່ຄັງເງິນ ແຫ່ງຊາດບ່ອນທີ່ໃກ້ທີ່ສຸດ ຫຼື ບ່ອນທີ່ມີເງື່ອນໄຂສະດວກ ແລະ ນຳເງິນຄ່າບຳເນັດຝາກໄວ້ ເພື່ອລໍຖ້າການອະນຸມັດຈ່າຍຈາກກົມພາສີ ຕາມທີ່ກໍານົດໄວ້ໃນ (ຂໍ້10) ຂອງແຈ້ງການແນະນໍາສະບັບນີ້, ພາຍຫລັງໄດ້ຮັບການອະນຸມັດແລ້ວ ຈິ່ງຢື່ນເອກະສານຂໍຖອນນໍາຄັງເງິນ ບ່ອນທີ່ໄດ້ເປີດບັນຊີລໍຖ້ານັ້ນເພື່ອຖອນເງິນ ດັ່ງກ່າວໄປໃຊ້ຈ່າຍ ຕາມລະບຽບການກຳນົດໃຫ້ທ່ວງທັນກັບເວລາ ແລະ ຕ້ອງມີບັນຊີຕິດຕາມການມອບເງິນເຂົ້າບັນຊີເງິນຝາກ ແລະ ການຖອນເງິນ ຢ່າງລະອຽດ.
ສະເພາະພະແນກການຂອງກົມພາສີ (ພະແນກກວດຄືນການແຈ້ງພາສີ, ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ) ໃຫ້ເປີດເປັນບັນຊີເງິນຝາກ ຄ່າບຳເນັດດັ່ງກ່າວ ຢູ່ບ່ອນດຽວກັນ ແລະ ໝາຍເລກບັນຊີດຽວກັນລວມຢູ່ກົມພາສີ.
- ການສະເໜີຂໍເບີກຈ່າຍຄ່າບຳເນັດ :
10.1. ບັນດາພະແນກການກ່ຽວຂ້ອງຂອງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນຕ້ອງສັງລວມ ແລະ ຈັດສົ່ງສໍານວນຄະດີທີ່ໄດ້ສະສາງແລ້ວ (ສໍານວນຄະດີຄົບຊຸດ, ພ້ອມທັງໃບຄິດໄລ່ຄ່າບໍາເນັດຂອງແຕ່ລະຄະດີ) ແລະ ປະກອບໃບສະເໜີຂໍອະນຸຍາດເບີກຈ່າຍຄ່າບໍາເນັດ (ລວມ) ໃຫ້ພະແນກນິຕິກໍາ ເປັນແຕ່ລະເດືອນ.
10.2. ພະແນກນິຕິກໍາຈະເຮັດໜ້າທີ່ກວດຄືນໃນການສະສາງຄະດີ ຂອງແຕ່ລະຄະດີຕາມພາລະບົດບາດ, ຖ້າເຫັນວ່າ: ການສະສາງຄະດີຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍພາສີ ພະແນກນິຕິກຳຈະຢັ້ງຢືນຄວາມຖືກຕ້ອງໃຫ້, ແຕ່ຖ້າຄະດີໃດຫາກມີການແກ້ໄຂ ຫລື ສະສາງບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງ ກັບລະບຽບກົດໝາຍພາສີ ພະແນກນິຕິກຳຈະຕ້ອງໄດ້ລົງກວດກາ-ກວດການຄະດີດັ່ງກ່າວຄືນໃໝ່ ຢູ່ລັດຖະການພາສີຕົ້ນທາງ.
10.3. ພາຍຫລັງກວດກາຄືນການສະສາງຄະດີສໍາເລັດ, ພະແນກນິຕິກໍາຈະສັງລວມບັນດາຄະດີທີ່ມີການແກ້ໄຂ ຫລື ສະສາງຄະດີຖືກຕ້ອງ ແລະ ສອດຄ່ອງ ກັບລະບຽບກົດໝາຍພາສີ, ແລ້ວປະກອບເອກະສານນຳສະເໜີຫົວໜ້າກົມພາສີ ເພື່ອອະນຸມັດເບີກຈ່າຍຄ່າບຳເນັດ, ສ່ວນຄະດີທີ່ມີການແກ້ໄຂ ຫລື ສະສາງ ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບລະບຽບກົດໝາຍພາສີ ຈະບໍ່ໄດ້ນຳສະເໜີຫາຫົວໜ້າກົມພາສີ ເພື່ອຂໍການອະນຸມັດໃນການເບີກຈ່າຍຄ່າບຳເນັດເທື່ອຈົນກວ່າ ການແກ້ໄຂ ຫລື ສະສາງຄະດີຈະຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍພາສີ ເປັນທີ່ຮຽບຮ້ອຍຈິ່ງຈະສະເໜີຄືນໃໝ່.
- ການອະນຸຍາດເບີກຈ່າຍຄ່າບຳເນັດ:
11.1. ຫົວໜ້າກົມພາສີ ຫລື ຜູ້ໄດ້ຮັບມອບສິດຈາກຫົວໜ້າກົມພາສີ ຈະເປັນຜູ້ຕົກລົງອະນຸຍາດໃຫ້ ລັດຖະການພາສີຂັ້ນຕ່າງໆ ເບີກຈ່າຍຄ່າບໍາເນັດຕາມ ການສະເໜີຂໍອະນຸຍາດເບີກຈ່າຍ ຄ່າບຳເນັດຂອງພະແນກນິຕິກຳ.
11.2 ພາຍຫລັງມີການຕົກລົງຂອງຫົວໜ້າກົມພາສີ ຫຼື ຜູ້ທີ່ໄດ້ຮັບມອບສິດແລ້ວ ພະແນກນິຕິກໍາຈະແຈ້ງໃຫ້ ລັດຖະການພາສີຕົ້ນທາງທີ່ກ່ຽວຂ້ອງຊາບ, ພ້ອມທັງສົ່ງສຳນວນຄະດີທີ່ໄດ້ກວດກາແລ້ວ, ໃບຢັ້ງຢືນຜົນການກວດກາ ແລະ ໃບອະນຸຍາດເບີກຈ່າຍຄ່າບຳເນັດ ເພື່ອເກັບມ້ຽນ ແລະ ນຳໃບອະນຸຍາດໄປຖອນເງິນ ຈາກບັນຊີເງິນຝາກຢູ່ຄັງເງິນແຫ່ງຊາດ ບ່ອນທີ່ຕົນໄດ້ເປີດບັນຊີໄວ້ ເພື່ອນຳເງິນຄ່າບຳເນັດໄປໃຊ້ຈ່າຍ ຫລື ນຳໃຊ້ຢ່າງເປັນທາງການຕາມລະບຽບການພາຍໃນ ກຳນົດ 07 ວັນ.
- ການອະນຸຍາດໃຫ້ນຳໃຊ້ ເງິນຄ່າບຳເນັດໃນຮ່ວງຕ່າງໆ ຂອງພູດບູລະນະກົງຈັກຂອງລັດຖະການພາສີ ແຕ່ລະຂັ້ນໃຫ້ປະຕິດບັດດັ່ງນີ້:
12.1. ຫົວໜ້າກົມພາສີເປັນຜູ້ອະນຸຍາດໃນການໃຊ້ຈ່າຍເງິນຄ່າບໍາເນັດ ໃນຮ່ວງບູລະນະກົງຈັກຂອງບັນດາພາສີປະຈໍາເຂດ, ຂອງບັນດາພະແນກການ ກ່ຽວຂ້ອງຂອງກົມພາສີ ແລະ ຂອງກົມພາສີ.
12.2 ຫົວໜ້າພາສີປະຈໍາເຂດເປັນຜູ້ອະນຸຍາດໃນການໃຊ້ຈ່າຍເງິນ ຄ່າບໍາເນັດໃນຮ່ວງບູລະນະກົງຈັກ ຂອງບັນດາດ່ານພາສີຊາຍແດນທີ່ຂຶ້ນກັບ.
12.3. ບັນດາດ່ານພາສີຊາຍແດນ, ພາສີປະຈໍາເຂດ, ພະແນກການກ່ຽວຂ້ອງຂອງກົມພາສີ, ພະແນກຈັດຕັ້ງ-ບໍລິຫານ ແລະ ສູນຝຶກຕ້ອງຂຶ້ນແຜນການໃຊ້ຈ່າຍ ແລະ ຂໍອະນຸມັດນຳໃຊ້ເງິນຮ່ວງດັ່ງກ່າວ ເປັນແຕ່ລະໄລຍະ ໂດຍອີງໃສ່ຄວາມຈຳເປັນ ແລະ ຄວາມຕ້ອງການຂອງວຽກງານຕົວຈິງ, ດ້ວຍການເຮັດໃບສະເໜີຫາລັດ ຖະການພາສີຂັ້ນເທິງຂອງຕົນ ເຊິ່ງມີສິດໃນການຕົກລົງໃຫ້ນຳໃຊ້ເງິນຮ່ວງດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 12.1 ແລະ 12.2 ຂ້າງເທິງ, ຫລ້ງຈາກໄດ້ຮັບ ການອະນຸຍາດແລ້ວ ຈິງສາມາດນຳໃຊ້ເງິນຮ່ວງດັ່ງກ່າວນັ້ນໄດ້ຢ່າງເປັນທາງການ, ແຕ່ໃນກໍລະນີມີຄວາມຈຳເປັນ, ຮີບດ່ວນ ແລະ ເພື່ອແກ້ໄຂວຽກງານໃຫ້ທັນການບັນດາລັດຖະການພາສີທີ່ກ່ຽວຂ້ອງສາມາດນໍາໃຊ້ ເງິນດັ່ງກ່າວໄດ້ ແຕ່ຕ້ອງໄດ້ລາຍງານໃຫ້ຂັ້ນເທິງຊາບກ່ອນການນໍາໃຊ້, ພ້ອມທັງປະກອບເອກະສານ ສະເໜີຢ່າງເປັນທາງການ ເພື່ອຂໍອະນຸຍາດໃນການເບິກຈ່າຍ ເປັນກໍລະນີສະເພາະ ແລະ ນຳໃຊ້ຕາມລະບຽບການ.
12.4. ທຸກໆການເບິກຈ່າຍ ແລະ ນໍາໃຊ້ເງິນຄ່າບໍາເນັດ (ບັນດາພູດ ແລະ ຮ່ວງຕ່າງໆ) ຕ້ອງນໍາໃຊ້ໃຫ້ຖືກຕາມເປົ້າໝາຍ ທີ່ລະບຽບການກໍານົດໄວ້ ແລະ ຕ້ອງມີການຕິດຕາມໃນການໃຊ້ຈ່າຍແຕ່ລະພູດ, ແຕ່ລະຮ່ວງຢ່າງລະອຽດ, ຈະແຈ້ງ, ໂປ່ງໃສ ແລະ ສາມາດກວດກາຄືນໄດ້ທຸກເວລາ.
- ບົດແນະນຳສະບັບນີ້ແມ່ນລະບຽບການທີ່ນຳໃຊ້ສະເພາະແຕ່ລັດຖະການພາສີ ໃນການຈັດຕັ້ງປະຕິບັດຕາມລະບຽບ ແລະ ກົດໝາຍວ່າດ້ວຍພາສີເທົ່ານັ້ນ, ບັນດາພະແນກການຂອງກົມພາສີ, ບັນດາພາສີປະຈຳເຂດ ແລະ ບັນດາດ່ານພາສີຊາຍແດນ ໃນທົ່ວປະເທດມີໜ້າທີ່ເຜີຍແຜ່ບົດແນະນຳດັ່ງກ່າວນີ້ໃຫ້ແກ່ ພະນັກງານພາສີ ແລະ ເຈົ້າໜ້າທີ່ພາສີໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຊາບ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງທັງເອົາໃຈໃສ່ຈັດຕັ້ງ ປະຕິບັດດ້ວຍຄວາມເປັນເອກະພາບ ແລະ ເຂັ້ມງວດ.
- ບົດແນະນຳສະບັບນີ້ມີຜົນສັກສິດໃນການຈັດຕັ້ງປະຕິບັດຊົ່ວຄາວ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປຈົນກ່ວາຈະມີລະບຽບການໃຫມ່ມາປ່ຽນແທນ.
ຮັກສາການແທນ ໜ້າທີກົມພາສີ
ບຸນໂຈມ ອຸບົນປະເສີດ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.