ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 1696/ກພສ
ກົມພາສີ ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2010

ບົດແນະນໍາ

ເຖິງ: ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈໍາເຂດ ແລະ ດ່ານພາສີໃນຂອບເຂດທົ່ວປະເທດ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບຸກຄົນ, ນິຕິບຸກຄົນຜູ້ດໍາເນີນການນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນໃນຂອບເຂດທົ່ວປະເທດ.
ເລື່ອງ: ການຈັດຕັ້ງປະຕິບັດນໍາໃຊ້ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.

  • ອີງຕາມ ກົດໝາຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;
  • ອີງຕາມ ດໍາລັດຂອງສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 0362/ນຍ, ລົງວັນທີ 19 ຕຸລາ 2007 ວ່າດ້ວຍການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
  • ອີງຕາມ ແຈ້ງການຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0603/ກງ, ລົງວັນທີ 1 ເມສາ 2010 ວ່າ ດ້ວຍການຈັດຕັ້ງປະຕິບັດນໍາໃຊ້ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.
  • ອີງຕາມ ຂໍ້ຕົກລົງຂອງຫົວໜ້າກົມພາສີ ສະບັບເລກທີ 1695/ກພສ, ລົງວັນທີ 17 ມິຖຸນາ 2010 ວ່າດ້ວຍການຮັບ ຮອງຮູບແບບໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.

   ພາຍຫຼັງທີ່ ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກອາຊຽນ, ມີຫຼາຍວຽກງານທີ່ທາງລັດຖະບານຂອງ ສປປ ລາວ ໄດ້ຕົກລົງ ຮັບຮອງເອົາ ແລະ ຈະຕ້ອງໄດ້ປະຕິບັດຄືກັນກັບບັນດາປະເທດສະມາຊິກອາຊຽນ. ໂດຍອີງຕາມກອງປະຊຸມຂອງລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 2, ໃນວັນທີ 09 ຕຸລາ 2003 ທີ່ບາລີ, ປະເທດອິນໂດເນເຊຍ ກ່ຽວກັບການນໍາໃຊ້ຂໍ້ມູນທາງພາສີ ໃຫ້ເປັນມາດຕະຖານດຽວກັນ ເພື່ອແນໃສ່ການບໍລິການວຽກງານພາສີໃຫ້ທັນສະໄໝ, ສະດວກ ແລະ ງ່າຍດາຍຂຶ້ນຕື່ມ. ພ້ອມ ດຽວກັນນັ້ນ, ເພື່ອກະກຽມນໍາໃຊ້ການບໍລິການປະຕູດຽວອາຊຽນ (ASW) ກໍຄືການບໍລິການປະຕູດຽວແຫ່ງຊາດ (NSW) ແລະ ກະກຽມການນໍາໃຊ້ລະບົບເອເລັກໂຕຣນິກ ໃນການແຈ້ງພາສີເປັນລາຍລະອຽດຊຶ່ງຈະເປັນການຫຼຸດຜ່ອນເວລາ ການດໍາ ເນີນເອກະສານທີ່ກ່ຽວຂ້ອງ, ປະຢັດຄ່າໃຊ້ຈ່າຍຕ່າງໆ ແລະ ໃຊ້ເວລາໜ້ອຍລົງໃນການແຈ້ງພາສີເປັນລາຍລະອຽດ ເພື່ອໃຫ້ ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ກົມພາສີອອກບົດແນະນໍາລະອຽດລຸ່ມນີ້:

  1. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ ແມ່ນແບບພິມການແຈ້ງພາສີເປັນລາຍລະອຽດ, ທີ່ໃຊ້ເປັນ ເອກະພາບ ຢູ່ພາຍໃນບັນດາສະມາຊິກອາຊຽນດ້ວຍກັນ ແມ່ນເອກະສານສະເພາະໃນການແຈ້ງພາສີ ເພື່ອການນໍາເຂົ້າ, ສົ່ງອອກ, ເຄື່ອນຍ້າຍຜ່ານແດນສາກົນ ແລະ ລະບອບອື່ນໆ, ຜູ້ແຈ້ງພາສີເປັນຜູ້ປະກອບຂໍ້ມູນລົງ ໃສ່ໃນແຕ່ລະຫ້ອງ ທີ່ໄດ້ກໍານົດໄວ້ ໃນໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.
  2. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນໄດ້ກໍານົດເປັນສອງຮູບແບບຄື:
  • ຮູບແບບທີ 1 ຂອງໃບແຈ້ງພາສີເປັນລາຍລະອຽດ ມີຂະໜາດລວງກວ້າງ 30 ຊັງຕີແມັດ, ລວງຍາວ 42 ຊັງຕີແມັດ ແລະ ຄວາມໜາຂອງໃບແຈ້ງພາສີເປັນລາຍ ລະອຽດ 55 ກຣາມ ຕາມຂະໜາດດຽວກັນກັບໃບແຈ້ງພາສີເປັນລາຍ ລະອຽດທີ່ມີການນໍາໃຊ້ໃນປັດຈຸບັນເຊິ່ງປະກອບມີໃບໜ້າກໍານົດ ແຕ່ລະຫ້ອງຂອງຂໍ້ມູນ, ໜ້າທີ 2 ເປັນເຈ້ຍຂາວ, ໜ້າທີ 3 ແມ່ນໃບບັນທຶກກວດປ່ອຍສິນຄ້າຂອງເຈົ້າໜ້າທີ່ພາສີໃຊ້ຕິດຕາມການຂົນສົ່ງສິນຄ້າຜ່ານແດນ.
  • ຮູບແບບທີ 2 ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນຈະໃຊ້ແບບເຈ້ຍຕໍ່ເນື່ອງເຊິ່ງໃຊ້ຜ່ານລະບົບ ເອເລັກໂຕຣນິກ ຈະມີບົດແນະນໍາການນໍາໃຊ້ສະເພາະຕ່າງຫາກ.
  1. ໃບແຈ້ງພາສີເປັນລາຍລະອຽດ ຕ້ອງແຈ້ງເປັນລາຍລັກອັກສອນ, ລະບຸຂໍ້ມູນທີ່ຈໍາເປັນຕໍ່ລະບຽບການທາງພາສີ ເພື່ອ ເກັບກໍາສະຖິຕິ ແລະ ຕ້ອງແຈ້ງພາຍໃນກໍານົດເວລາທີ່ລະບຽບກົດໝາຍກໍານົດ.
  2. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ ທັງໝົດມີ 54 ຫ້ອງ (ຫ້ອງທີ 1 ຮອດຫ້ອງທີ 54). ໃນ ຈໍານວນ 54 ຫ້ອງ ຂາດຢູ່ 7 ຫ້ອງຄື: 11, 13, 26, 50, 51, 52 ແລະ 53. ນອກຈາກນີ້, ກົມພາສີໄດ້ກໍານົດຂຶ້ນ 3 ຫ້ອງ ເພື່ອໃຫ້ສອດຄ່ອງກັບລະບຽບການພາຍໃນຄືຫ້ອງ: 22ກ, 45ກ ແລະ 47ກ (ໃນຈໍານວນຫ້ອງຂໍ້ມູນຍັງມີ ຫ້ອງທີ່ຊໍ້າກັນຄື: 9 ກັບ 9ກ, 15 ກັບ 15ກ ແລະ 17 ກັບ 17ກ. ການລະບຸຂໍ້ມູນໃນ ແຕ່ລະຫ້ອງກົມພາສີຈະມີບົດແນະນໍາ ສະເພາະ).
  3. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ ປະກອບມີ 3 ພາກຄື: ພາກທີ I: ແຕ່ຫ້ອງ 1-30 ແມ່ນ ລະບຸກ່ຽວກັບຂໍ້ມູນລວມໃນໃບອິນວອຍ, ພາກທີ II: ແຕ່ຫ້ອງ 31-47 ຂໍ້ມູນລະອຽດກ່ຽວກັບສິນຄ້າ ແລະ ພາກທີ III: ແຕ່ຫ້ອງ 48-54 ຂໍ້ມູນລວມກ່ຽວກັບການຊໍາລະສະສາງ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ.
  4. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ ກໍານົດໃຫ້ມີ 4 ລາຍເຊັນດັ່ງນີ້:
    1). ລາຍເຊັນຂອງຜູ້ແຈ້ງພາສີເປັນລາຍລະອຽດ ຕາມທີ່ກໍານົດໄວ້ໃນໃບໜ້າ.
    2). ລາຍເຊັນຂອງເຈົ້າໜ້າທີ່ພາສີຜູ້ເຂົ້າ ເລກທີຢູ່ຫ້ອງທີ 4 ແລະ ທຸກໆໃບຊ້ອນ.
    3). ລາຍເຊັນຂອງເຈົ້າໜ້າທີ່ພາສີຜູ້ກວດກາສິນຄ້າ ຕາມທີ່ກໍານົດໄວ້ໃນໃບໜ້າ ແລະ ທຸກໆໃບຊ້ອນ.
    4). ລາຍເຊັນຫົວໜ້າດ່ານພາສີ ຕາມທີ່ກໍານົດໄວ້ໃນໃບໜ້າ.

ສໍາລັບເຈົ້າໜ້າທີ່ພາສີຜູ້ເຂົ້າເລກທີ ນອກຈາກຈະເຊັນໃນໃບໜ້າແລ້ວ, ຍັງຈະຕ້ອງໄດ້ເຊັນໃນທຸກໃບຊ້ອນຕື່ມອີກເພື່ອເປັນ ການຢັ້ງຢືນ.

  1. ຫ້ອງຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ (ຫ້ອງ 47) ຕ້ອງໄດ້ຄິດໄລ່ຕາມອັດຕາປົກກະຕິທີ່ໄດ້ກໍານົດໄວ້ໃນປຶ້ມສາລະ ບານອັດຕາພາສີ. ສໍາລັບຫ້ອງ 47ກ ແມ່ນຄ່າພາສີ ແລະ ພັນທະອື່ນໆ ທີ່ຜູ້ແຈ້ງພາສີຈະ ຕ້ອງໄດ້ຊໍາລະຕົວຈິງ. ສະນັ້ນ, ຄ່າພາສີ ແລະ ພັນທະອື່ນໆ ໃນຫ້ອງ 47 ແລະ ຫ້ອງ 47ກ ອາດຈະ ເທົ່າກັນ ຫຼື ແຕກຕ່າງກັນ ຂຶ້ນຢູ່ກັບຈໍານວນຊະນິດຂອງສິນຄ້າເຄື່ອງຂອງ.
  • ສໍາລັບການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆຂອງໃບຊ້ອນແມ່ນໃຫ້ຄິດໄລ່ໃສ່ຫ້ອງ 47 ຈາກຊ້າຍໄປຫາຂວາ ແລະ ຄິດໄລ່ຕາມລໍາດັບສິນຄ້າ, ຈາກນັ້ນໃຫ້ລວມເອົາຄ່າພາສີ, ຄ່າອາກອນຊົມໃຊ້, ຄ່າອາກອນມູນຄ່າເພີ່ມ ແລະ ຄ່າອາ ກອນກໍາໄລຂອງ 3 ຊະນິດສິນຄ້າລົງໃນຫ້ອງລວມຍອດຂອງໃບຊ້ອນ, ແລ້ວເອົາລວມຍອດຂອງຄ່າພາສີ, ຄ່າອາກອນຊົມໃຊ້, ຄ່າອາກອນມູນຄ່າເພີ່ມ ແລະ ຄ່າອາກອນກໍາໄລໄປບວກກັບ ຄ່າຕ່າງໆຂອງສິນຄ້າທີ່ຄິດໄລ່ໄວ້ໃນຫ້ອງ 47 ຂອງໃບໜ້າ (ໃບທໍາອິດ), ເປັນລວມຍອດທັງໝົດທີ່ຜູ້ແຈ້ງ ຈະຕ້ອງໄດ້ຊໍາລະລົງໃນຫ້ອງ 47ກ.
  • ໃນກໍລະນີສິນຄ້າທີ່ແຈ້ງໄດ້ຮັບສິດທິພິເສດໃນການຫຼຸດຜ່ອນອັດຕາພາສີ, ໃນຫ້ອງ 47 ຕ້ອງຄິດໄລ່ຕາມ ອັດຕາທີ່ໄດ້ຮັບການຫລຸດຜ່ອນ ແລະ ຫ້ອງລວມຍອດທັງຫມົດທີ່ຜູ້ແຈ້ງຈະຕ້ອງໄດ້ຊໍາລະ (ຫ້ອງ 47ກ) ຈະເທົ່າກັບຫ້ອງ 47 ຖ້າເປັນການແຈ້ງຊະນິດສິນຄ້າດຽວ. ແຕ່ຖ້າເປັນການແຈ້ງຫຼາຍຊະນິດສິນຄ້າ, ໄດ້ ບວກລວມຍອດຄ່າຕ່າງໆຂອງໃບຊ້ອນ ຕາມທີ່ໄດ້ຄິດໄລ່ໃນຫ້ອງທີ 47 ແລ້ວບວກເຂົ້າກັບຄ່າຕ່າງໆຂອງ ຫ້ອງ 47 ທີ່ຄິດໄລ່ໄວ້ໃນໃບໜ້າ ມາເປັນລວມຍອດທັງໝົດທີ່ຜູ້ແຈ້ງຈະຕ້ອງໄດ້ຊໍາລະ (ຫ້ອງ 47ກ).
  • ໃນກໍລະນີສິນຄ້າທີ່ແຈ້ງໄດ້ຮັບການຍົກເວັ້ນ, ໃນຫ້ອງ 47 ຕ້ອງໄດ້ຄິດໄລ່ຕາມລະບຽບການທີ່ໄດ້ກໍານົດ ແລະ ຫ້ອງ 47ກ ໃຫ້ຂຽນຍົກເວັ້ນ (ຍວ) ຖ້າເປັນການນໍາເຂົ້າຊະນິດສິນຄ້າດຽວ. ແຕ່ຖ້າເປັນການນໍາເຂົ້າ ຫຼາຍຊະນິດສິນຄ້າມີໃບຊ້ອນ, ໃນຫ້ອງ 47ກ ຕ້ອງໄດ້ບວກລວມຍອດຂອງຄ່າຕ່າງໆ ຕາມທີ່ໄດ້ຄິດໄລ່ ໃນຫ້ອງ 47 ຂອງໃບຊ້ອນ ມາເປັນລວມຍອດທັງໝົດທີ່ຜູ້ແຈ້ງຈະຕ້ອງໄດ້ຊໍາລະ (ຫ້ອງ 47ກ). ແຕ່ຄວນ ເບິ່ງເພາະສິນຄ້າ, ເຄື່ອງຂອງທີ່ນໍາເຂົ້າອາດຈະມີຈໍານວນໜຶ່ງຈະໄດ້ຮັບການຍົກເວັ້ນ ແລະ ອີກຈໍານວນ ໜຶ່ງຈະບໍ່ໄດ້ຮັບການຍົກເວັ້ນ.
  • ໃນກໍລະນີສິນຄ້າທີ່ແຈ້ງເສຍພາສີແບບເດັດຖານ ໃນຫ້ອງ 47 ຕ້ອງໄດ້ຄິດໄລ່ຕາມອັດຕາແບບເດັດຖານ ແລະ ຫ້ອງລວມຍອດທີ່ຜູ້ແຈ້ງຕ້ອງໄດ້ຊໍາລະ (ຫ້ອງ 47ກ) ຈະເທົ່າກັບຫ້ອງ 47 ຖ້າເປັນການແຈ້ງຊະນິດ ສິນຄ້າດຽວ. ແຕ່ຖ້າເປັນການແຈ້ງຫຼາຍຊະນິດສິນຄ້າມີໃບຊ້ອນ, ຕ້ອງໄດ້ບວກລວມຍອດຂອງຄ່າຕ່າງໆ ຕາມທີ່ໄດ້ຄິດໄລ່ໄວ້ໃນຫ້ອງ 47 ຂອງໃບຊ້ອນ ມາເປັນລວມຍອດທັງໝົດທີ່ຜູ້ແຈ້ງຈະຕ້ອງໄດ້ຊໍາລະ (ຫ້ອງ 47ກ).
  • ໃນກໍລະນີມີການເຄື່ອນຍ້າຍສິນຄ້າພາຍໃນ, ໃນຫ້ອງ 47 ຕ້ອງໄດ້ຄິດໄລ່ຕາມທີ່ໄດ້ຄິດໄລ່ໄວ້ແລ້ວໃນໃບ ແຈ້ງພາສີເປັນລາຍລະອຽດຄັ້ງກ່ອນ (ບໍ40), ຖ້າມີໃບຊ້ອນກໍໃຫ້ຄິດໄລ່ເຊັ່ນດຽວກັນ, ສ່ວນຫ້ອງ 47ກ ໃຫ້ ລະບຸ 0 ໃສ່.
  • ໃນກໍລະນີສິນຄ້າທີ່ແຈ້ງນໍາເຂົ້າເປັນການຊົ່ວຄາວ, ໃນຫ້ອງ 47 ໃຫ້ຄິດໄລ່ຕາມລະບຽບການກໍານົດ ແລະ ຫ້ອງ 47ກ ໃຫ້ລະບຸຈໍານວນເງິນຄໍ້າປະກັນ ຖ້າເປັນການນໍາເຂົ້າຊະນິດສິນຄ້າດຽວ. ແຕ່ຖ້າເປັນການນໍາ ເຂົ້າຫຼາຍຊະນິດສິນຄ້າຫ້ອງ 47 ຂອງໃບຊ້ອນ ຕ້ອງໄດ້ຄິດໄລ່ຕາມລະບຽບການກໍານົດ ແລະ ຫ້ອງ 47ກ ຈະເທົ່າກັບລວມຍອດທັງໝົດຂອງເງິນຄໍ້າປະກັນ.
  • ໃນກໍລະນີການແຈ້ງເພື່ອການສົ່ງອອກ, ຖ້າສິນຄ້າທີ່ແຈ້ງນັ້ນຫາກຢູ່ໃນບັນຊີສິນຄ້າ ທີ່ສົ່ງອອກຕ້ອງໄດ້ເກັບ ຄ່າພາສີໃນຫ້ອງ 47 ຕ້ອງຄິດໄລ່ຕາມລະບຽບການກໍານົດ. ແຕ່ຖ້າສິນຄ້າສົ່ງອອກແມ່ນສິນຄ້າທີ່ມີອັດຕາ ພາສີ 0 ໃນຫ້ອງ 47 ໃຫ້ລະບຸ 0 ໃສ່. ຖ້າເປັນການສົ່ງອອກຫຼາຍຊະນິດສິນຄ້າ ມີທັງສິນຄ້າທີ່ຈະຕ້ອງ ເກັບຄ່າພາສີຂາອອກ ແລະ ສິນຄ້າທີ່ມີອັດຕາພາສີຂາອອກ 0 ໃນຫ້ອງ 47ກ ກໍຕ້ອງໄດ້ລວມຍອດຂອງ ຄ່າທັງໝົດ ທີ່ຜູ້ແຈ້ງຈະຕ້ອງໄດ້ຊໍາລະ. ຖ້າຫາກສິນຄ້າສົ່ງອອກທັງໝົດມີອັດຕາ ພາສີ 0, ຫ້ອງ 47 ແລະ ຫ້ອງ 47ກ ໃຫ້ລະບຸ 0 ໃສ່. ສ່ວນຂໍ້ມູນອື່ນໆໃນໃບແຈ້ງພາສີເປັນລາຍລະອຽດຕ້ອງໄດ້ລະບຸຕາມ ລະບຽບການເພື່ອເກັບກໍາສະຖິຕິ.
  1. ການແຈ້ງພາສີເປັນລາຍລະອຽດ ຕ້ອງມີການຄັດຕິດເອກະສານປະກອບສະບັບຕົ້ນຢ່າງຄົບຖ້ວນ:

ກ. ເອກະສານສະບັບຕົ້ນປະກອບມີ:

  • ໃບແຈ້ງລາຄາ (Invoice)
  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ເຄື່ອງຂອງ
  • ໃບສັນຍາຊື້-ຂາຍ
  • ໃບຢັ້ງຢືນປອດເຊື້ອໂລກ (ຖ້າເປັນສິນຄ້າກະສິກໍາ)
  • ໃບແຈ້ງລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (Packing List)
  • ໃບສັກຢາກັນພະຍາດ (ຖ້າເປັນສັດມີຊີວິດ)
  • ໃບອະນຸຍາດສົ່ງອອກ-ນໍາເຂົ້າຂອງຂະແໜງການທີ່ກ່ຽວຂ້ອງ (ຖ້າເປັນສິນຄ້າປະເພດຈໍາກັດ)
    ຖ້າເປັນເອກະສານສະບັບສໍາເນົາ ຕ້ອງມີການຢັ້ງຢືນຕາມລະບຽບການ ແລະ ສາມາດຮັບໄດ້ຈາກເຈົ້າໜ້າ ທີ່ພາສີ. ນອກຈາກເອກະສານດັ່ງກ່າວມາຂ້າງເທິງ, ທຸກແຈ້ງການພາສີເປັນລາຍລະອຽດ ສໍາລັບການນໍາ ເຂົ້າ-ສົ່ງອອກ ຕ້ອງຄັດຕິດບັນດາເອກະສານກ່ຽວຂ້ອງ.

ຂ. ເອກະສານສະບັບສໍາເນົາມີ:

  • ໃບອະນຸຍາດດໍາເນີນທຸລະກິດ (ທີ່ຍັງນໍາໃຊ້ເປັນທາງການ)
  • ໃບທະບຽນສ່ວຍສາອາກອນ (ທີ່ຍັງນໍາໃຊ້ເປັນທາງການ)
  • ຫຼື ເອກະສານທີ່ກ່ຽວຂ້ອງອື່ນໆ

ຄ. ໃນກໍລະນີການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບເອເລັກໂຕຣນິກ, ກົມພາສີຈະມີບົດແນະນໍາ ເປັນອັນສະເພາະ.

  1. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ 1 ຊຸດສາມາດແຈ້ງໄດ້ 10 ຊະນິດສິນຄ້າ, ໝາຍຄວາມວ່າສາມາດໃຊ້ໃບຊ້ອນໄດ້ 3 ໃບ, ໃບລະ 3 ຊະນິດສິນຄ້າລວມກັບໃບໜ້າສາມາດແຈ້ງໄດ້ 1 ຊະນິດສິນຄ້າ ລວມເປັນ 10 ຊະນິດສິນຄ້າ ແຕ່ສໍາລັບພາຫະນະແມ່ນໃຫ້ແຈ້ງເປັນໜຶ່ງຊຸດຕໍ່ໜຶ່ງຄັນ ເພື່ອ ສະດວກໃນການຕິດຕາມ, ຄຸ້ມຄອງ, ປະກອບເອກະສານຂຶ້ນທະບຽນ.
  2. ໃບແຈ້ງພາສີເປັນລາຍລະອຽດຊຸດໜຶ່ງປະກອບມີ 3 ສະບັບ. ພາຍຫຼັງຜ່ານຂັ້ນຕອນການແຈ້ງພາສີຄົບ ຖ້ວນແລ້ວ ໃຫ້ຈັດສົ່ງໃບແຈ້ງພາສີເປັນລາຍລະອຽດພ້ອມດ້ວຍເອກະສານປະກອບຄົບຊຸດດັ່ງນີ້:
  • ສົ່ງໃຫ້ໜ່ວຍງານກວດຄືນການແຈ້ງພາສີປະຈໍາເຂດ 1 ສະບັບ
  • ເຈົ້າຂອງສິນຄ້າ 1 ສະບັບ
  • ສໍາເນົາໄວ້ດ່ານບ່ອນແຈ້ງພາສີ 1 ສະບັບ
  1. ເຈົ້າໜ້າທີ່ພາສີມີສິດປະຕິເສດໃບແຈ້ງພາສີເປັນລາຍລະອຽດ ຖ້າເຫັນວ່າໃບແຈ້ງນັ້ນບໍ່ຖືກຕ້ອງ, ບໍ່ມີເອກະ ສານທີ່ຈໍາເປັນຕິດຄັດມາພ້ອມ ຫຼື ໃບແຈ້ງພາສີມີ ຮອຍຂີດຂ້າ, ລຶບ, ແປງ ຫຼື ອື່ນໆ. ເພື່ອເປັນການອໍາ ນວຍຄວາມສະດວກທາງດ້ານວຽກງານພາສີ, ເຈົ້າໜ້າທີ່ພາສີຄວນໃຫ້ຄໍາແນະນໍາລະອຽດ ແລະ ມີເຫດຜົນ ຕໍ່ກັບການປະຕິເສດໃບແຈ້ງພາສີເປັນລາຍລະອຽດດັ່ງກ່າວ. ສໍາລັບລາຍລະອຽດກ່ຽວກັບແບບຟອມໃບຄໍາ ເຫັນຂອງເຈົ້າໜ້າທີ່ພາສີຜູ້ກວດກາໃບແຈ້ງພາສີເປັນລາຍລະອຽດ, ທາງກົມພາສີຈະອອກແຈ້ງນໍາໃຊ້ສະ ເພາະ.
  2. ການແຈ້ງພາສີເປັນລາຍລະອຽດ ເຈົ້າໜ້າທີ່ພາສີຜູ້ກວດກາຕ້ອງບັນທຶກຜົນການກວດກາ ແລະ ກວດປ່ອຍ ສິນຄ້າຕາມຂໍ້ມູນທີ່ໄດ້ກວດກາຕົວຈິງ ລົງໃນໃບແຈ້ງພາສີເປັນລາຍລະອຽດ (ບັນທຶກຜົນການກວດປ່ອຍ ສິນຄ້າ) ພ້ອມລົງລາຍເຊັນ ແລະ ຊື່ແຈ້ງ.
  3. ໃບແຈ້ງພາສີເປັນລາຍລະອຽດ ຈະຢູ່ພາຍໃຕ້ການກວດກາຂອງລັດຖະການພາສີ ພາຍໃນກໍານົດ 03 ປີ ແລະ ຈະເກັບຮັກສາໄວ້ພາຍໃນກໍານົດ 10 ປີ ນັບແຕ່ວັນບັນທຶກໃບແຈ້ງພາສີເປັນລາຍລະອຽດເປັນຕົ້ນ ໄປ.
  4. ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ ຈະໄດ້ເລີ່ມຈັດຕັ້ງປະຕິບັດນໍາໃຊ້ແຕ່ວັນທີ 1 ກໍ ລະກົດ 2010 ເປັນຕົ້ນໄປ.

   ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ
ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 Instruction on the implementation of the ASEAN harmonized custom declaration form No. 1696/CD PDF
2 ບົດແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ນໍາໃຊ້ ໃບແຈ້ງພາສີ ເປັນລາຍລະອຽດ ລະບົບເອກະພາບອາຊຽນ ເລກທີ 1696/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.