ສປປ ລາວ ເປັນປະເທດທີ່ອາໃສ່ການນໍາເຂົ້າເປັນຫຼັກ ເຮັດໃຫ້ຕົກຢູ່ໃນສະພາບຂາດດຸນການຄ້າ (ມູນຄ່າການສົ່ງອອກນ້ອຍກວ່າມູນຄ່າການນໍາເຂົ້າ) ເປັນໄລຍະເວລາຫຼາຍປີ ຈົນເຖິງປະຈຸບັນ. ສະພາບການນໍາເຂົ້າສິນຄ້າ ຂອງ ສປປ ລາວ ເຊິ່ງບາງປະເພດສິນຄ້າທີ່ພວກເຮົາມີຄວາມຈໍາເປັນທີ່ຕ້ອງນໍາເຂົ້າແທ້ ເນື່ອງຈາກພວກເຮົາ ບໍ່ສາມາດຜະລິດໄດ້ເທື່ອ ເປັນຕົ້ນແມ່ນ ເຄື່ອງກົນຈັກໜັກ, ພາຫະນະທາງບົກ, ນໍ້າມັນເຊື້ອໄຟ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນສື່ສານ ແລະ ຊີ້ນສ່ວນ, ຜະລິດຕະພັນທາງເຄມີ......ແລະ ອື່ນໆ ເພື່ອສະໜອງຄວາມຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ແຕ່ກໍ່ມີຫຼາຍໝວດສິນຄ້າທີ່ພວກເຮົາຜະລິດໄດ້ ຫຼື ພວກເຮົາມີທ່າແຮງໃນການຜະລິດ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແຕ່ປະຈຸບັນການຜະລິດ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນ ເຮັດໃຫ້ຕ້ອງນໍາເຂົ້າ ເຊັ່ນວ່າ: ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ຊີມັງ, ສິນຄ້າກະສິກໍາ (ຜະລິດຕະພັນສັດ ແລະ ສັດທີ່ມີຊີວິດ, ພືດຜັກ ແລະ ປະເພດໝາກໄມ້ເຂດຮ້ອນສຸ່ມ), ນໍ້າຕານ, ສາຍໄຟຟ້າ, ...ອື່ນໆ.

          ສະພາບການນໍາເຂົ້າປະເພດສິນຄ້າກະສິກໍາ ທີ່ສາມາດສັງເກດເຫັນຕາມທ້ອງຕະລາດ ສ່ວນຫຼາຍພືດຜັກ ເຊັ່ນ: ກະລໍາປີ, ໝາກເພັດ, ຫົວຜັກທຽມ, ຜັກກາດຂາວ, ຜັກກາດດອກ, ຫົວຜັກກາດ, ຫົວພັກບົ່ວ, ຫອມລາບ, ຜັກບົ້ງ, ໃບຜັກບົ່ວ, ກະລໍາປີດອກ, ມັນຝຣັງ, ຫົວກະລົດ,ໝາກເຂືີ່ອສົ້ມ ແລະ ອື່ນໆ. ໝວດສິນຄ້າໝາກໄມ້ເຂດຮ້ອນສຸ່ມ ເຊັ່ນ: ໝາກມ່ວງ, ໝາກຂາມ, ໝາກຮຸ່ງ, ໝາກມັງກອນ,​ ໝາກຖົ່ວລຽນ, ໝາກມົງຄຸດ, ໝາກລິ່ນຈີ່, ອາໂອກາໂດ.......ອື່ນໆ. ບັນດາພືດຜັກ ແລະ ໝາກໄມ້ ຂ້າງເທິງ ສ່ວນຫຼາຍແມ່ນນໍາເຂົ້າມາຈາກປະເທດເພື່ອນບ້ານ (ໄທ, ສສ ຫວຽວນາມ, ແລະ ຈີນ) ເຫັນໄດ້ຊັດເຈນກວ່າໝູ່ ແມ່ນ ການນໍາເຂົ້າຫົວຜັກທຽມ, ຫົວຜັກບົ່ວ, ໝາກລີ່ນຈີ່, ໝາກມັງກອນ, ອາໂວກາໂດ, ... ຈາກ ສສ ຫວຽດນາມ. ນໍາເຂົ້າຜັກກາດຂາວ, ຜັກກາດດອກ, ໝາກມ່ວງ, ໝາກມົງຄຸດ, ໝາກຖົ່ວລຽນ,​ ໝາກຮຸ່ງ, ໝາກນາວ, ໝາກຂາມສຸກ, ກະລໍາປີດອກ, ໝາກເພັດ, ໝາກເຂືອສົ້ມ, ແລະ ຜັກຫອມຊະນິດຕ່າງໆ ຈາກ ຣຊ ໄທ ແລະ ນໍາເຂົ້າ ມັນຝຣັ່ງ, ກະລົດ, ພືດຜັກຊະນິດຕ່າງໆ ຈາກ ສປ ຈີນ.

ການຫຼຸດຜ່ອນການນໍາເຂົ້າປະເພດສິນຄ້າ ຂ້າງເທິງ ທີ່ ສປປ ລາວ ສາມາດຜະລິດໄດ້ນັ້ນ ມັນເປັນພາລະກິດສໍາຄັນ ທີ່ທຸກຂະແໜງການກ່ຽວຂ້ອງ ຄວນຮ່ວມຈິດຮ່ວມໃຈກັນ ແລະ ປະສານສົມທົບກັນແບບລວງເລິກ ໃນການ ປະຕິບັດໝ້າທີ່ ໃຫ້ປະສົບຜົນສໍາເລັດ ຕາມຄວາມຄາດຫວັງ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກທົ່ວໜ້າ.  ໂດຍລວມແລ້ວ ສປປ ລາວ ເປັນປະເທດໜຶ່ງ ທີ່ມີເງື່ອນໄຂທໍາມະຊາດທີ່ເອື້ອອໍານວຍຕໍ່ການຜະລິດບາງປະເພດສິນຄ້າກະສິກໍາ ເຊັ່ນ: ດິນທໍາການຜະລິດຍັງກວ້າງຂວາງ, ສະພາບອາກາດເໝາະສົມ, ແຫຼ່ງນໍ້າພຽງພໍ, ແລະ ປະຊາຊົນມີມູນເຊື່ອໃນການປູກຝັງລ້ຽງສັດ ສິ່ງເລົ່ານີ້ເປັນປັດໃຈ ແລະ ທ່າແຮງບົມຊ້ອນທີ່ສໍາຄັນ ແຕ່ພວກເຮົາຍັງບໍ່ໄດ້ຂຸດຄົ້ນ ແລະ ໝູນໃຊ້ຢ່າງເຕັມເມັດເຕັມໜ່ວຍ ເຮັດໃຫ້ມີປະກົດການນໍາເຂົ້າຈາກປະເທດອື່ນ. ເພື່ອເປັນການຫຼຸດຜ່ອນການນໍາເຂົ້າ ແລະ ທັງເປັນການປຸກລະດົມ, ຊຸກຍູ້ສົ່ງເສີມ, ເຊີດຊູ ແລະ ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນໝ້່ນພຽນຂອງປະຊາຊົນລາວ ທ່ານ ນາຍົກລັດຖະມົນຕີ ຈິ່ງໄດ້ມອບໝາຍໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການປະສານງານ ກັບບັນດາຂະແໜງການກ່ຽວຂ້ອງແຕ່ສູນກາງ ຈົນໄປເຖິງອົງການປົກຄອງທ້ອງຖິ່ນ ສົ່ງເສີມການຜະລິດ, ຈໍາໜ່າຍ, ຄຸ້ມຄອງຕະຫຼາດ ແລະ ສົ່ງເສີມການຊົມໃຊ້ສິນຄ້າ ທີ່ຜະລິດໄດ້ພາຍໃນ ແບບລະບົບຕ່ອງໂສ້ຄົບຊຸດ ໂດຍມີຫຼາຍພາກສ່ວນ ຮ່ວມກັນຄົ້ນຄວ້າ, ກວດກາ ແລະ ທົບທວນຄືນບັນດານະໂຍບາຍ,​ ນິິຕິກໍາ ແລະ ມາດຕະການສົ່ງເສີມຕ່າງໆ ເພື່ອສະໜັບສະໜູນ ແລະ ເອື້ອອໍານວຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະກົດເປັນຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.