ບັນດາຂະແໜງການ ຮ່ວມກັນຄົ້ນຄວ້າ ແລະ ກໍານົດທິດທາງນະໂຍບາຍລວມ ກ່ຽວກັບວຽກງານສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດ ຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າ ອຸປະໂພກ -ບໍລິໂພກ. ພາຍຫຼັງໄດ້ຮັບຮອງເອົາບັນດານະໂຍບາຍແຕ່ລະດ້ານຢ່າງລະອຽດ ແມ່ນສືບຕໍ່ຊຸກຍູ້, ຕິດຕາມ ແລະ ກວດກາ ວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສ້າງຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານເສດຖະກິດ ໂດຍໄດ້ມອບໝາຍສິດ ແລະ ໜ້າທີ່ ໃຫ້ 3 ໜ່ວຍງານຢ່າງຊັດເຈນ ດັ່ງນີ້:

ໜ່ວຍງານ 1:

  • ຄົ້ນຄວ້າ ແລະ ກໍານົດປະເພດພືດຜັກ, ໝາກໄມ້ ແລະ ສັດລ້ຽງ ທີ່ຈະສົ່ງເສີມການຜະລິດກະສິກໍາ ໃຫ້ເປັນສະບຽງອາຫານ ແລະ ສິນຄ້າຊົມໃຊ້ພາຍໃນ ແບບເປັບລະບົບຕ່ອງໂສ້ຄົບຊຸດ ນັບແຕ່ຂອດການຈັດຕັ້ງກໍາລັງການຜະລິດ, ການປູກ, ການຮວບຮວມ, ການຄັດເກດ,​ການຫຸ້ມຫໍ່, ການເກັບຮັກສາ ແລະ ອື່ນໆ;
  • ຄົ້ນຄວ້າ ແລະ ກໍານົດສິນຄ້າອຸປະໂພກ-ບໍລິໂພກ ປະຈໍາວັນ ໂດຍສະເພາະສິນຄ້າອຸດສາຫະກໍາປຸງແຕ່ງ ທີ່ຜະລິດໄດ້ຢູ່ພາຍໃນທີ່ມີທ່າແຮງ ສາມາດຜະລິດໄດ້ໃນໄລຍະສັ້ນ ແລະ ໄລຍະກາງ ພ້ອມທັງປະເມີນຄວາມຕ້ອງການຂອງຕະຫຼາດພາຍໃນ ຢູ່ນະຄອນຫຼວງວຽງຈັນ;
  • ເກັບກໍາຂໍ້ມູນ, ສັງລວມ ແລະ ສ້າງຖານຂໍ້ມູນບັນດາຫົວໜ່ວຍການຜະລິດກະສິກໍາເປັນສິນຄ້າ ຂອງບັນດາຟາມ, ກຸ່ມສະຫະກອນຜູ້ຜະລິດ ແລະ ບໍລິການ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ແລະ ການຊົມໃຊ້ຜະລິດກະສິກໍາ ຂອງແຕ່ລະພາກສ່ວນ ລວມໄປເຖິງບັນດາຫົວໜ່ວຍການຜະລິດສິນຄ້າອຸດສາຫະກໍາປຸງແຕ່ງທີ່ມີໂຮງຈັກ-ໂຮງງານຂະໜາດນ້ອຍ ແລະ ກາງ ລວມທັງກໍານົດບາງປະເພດສິນຄ້າທີ່ມີທ່າແຮງ ທີ່ສາມາດສົ່ງເສີມເປັນສິນຄ້າອຸປະໂພກ-ບໍລິໂພກໄດ້ໃນຕໍ່ໜ້າ ເພື່ອເປັນຂໍ້ມູນໃນການສ້າງເປັນແຜນດໍາເນີນງານ ແລະ ໂຄງການຢ່າງລະອຽດຮອບດ້ານ;
  • ຄົ້ນຄວ້າ, ກວດກາ ແລະ ທົບທວນຄືນບັນດານະໂຍບາຍ, ນິຕິກໍາ ແລະ ມາດຕະການສົ່ງເສີມຕ່າງໆ ໃນການປູກ, ການຜະລິດ ແລະ ການຈໍາໜ່າຍ, ກອງທຶນພັດທະນາການຈັດຕັ້ງການຜະລິດ ແລະ ການຕະຫຼາດຂອງກຸ່ມສະຫະກອນ ແລະ ກົນໄກປະສານງານ ເພື່ອສະໜັບສະໜູນ ແລະ ເອື້ອອໍານວຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເຕີຍໃຫຍ່ຂື້ນ;
  • ຄົ້ນຄວ້າ ແລະ ສົ່ງເສີມເຕັກນິກວິຊາການດ້ານການຜະລິດ ແລະ ຈໍາໜ່າຍ, ວິທີການຂົນສົ່ງທີ່ເໝາະສົມ, ການຈໍລະຈອນ-ແຈກຢາຍ, ການປຸງແຕ່ງຂັ້ນພື້ນຖານ, ການຈໍາໜ່າຍ, ແລະ ການຈັດວາງຍຸດທະສາດການຕະຫຼາດ;
  • ກວດກາ ແລະ ຄວບຄຸມຄຸນນະພາບສິນຄ້າໃຫ້ຢູ່ໃນເກນມາດຕະຖານ ພ້ອມທັງອອກໃບຢັ້ງຢືນໃຫ້ແກ່ສິນຄ້າທີ່ໄດ້ຄຸນນະພາບ ແລະ ມາດຕະຖານ;
  • ເຜີຍແຜ່ບັນດານິຕິກໍາ ແລະ ລະບຽບການຕ່າງໆ ພ້ອມທັງໃຫ້ມີການເຊື່ອມໂຍງກັນຂອງຂະແໜງການທີ່ກ່ຽວຂ້ອງ ອຸດສາຫະກໍາ ແລະ ການຄ້າ,​ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາຫົວໜ່ວຍການຜະລິດ, ຟາມ,​ ເຄືອຄ່າຍກຸ່ມຊາວກະສິກອນ, ກຸ່ມສະຫະກອນ, ປຸງແຕ່ງ ແລະ ແປຮູບ ເພື່ອໃຫ້ສາມາດສະໜອງຕະຫຼາດໄດ້ຢ່າງພຽງພໍ ແລະ ຍືນຍົງ;
  • ສະເໜີຕໍ່ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ການຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

 

ໜ່ວຍງານ 2:

  • ຄົ້ນຄວ້າກໍານົດລະອຽດລາຍການສິນຄ້າ ຫຼື ປະເພດສິນຄ້າ ທີ່ຈໍາເປັນຕ້ອງໄດ້ຮັບອະນຸຍາດຜ່ານແດນໃດ (ດ່ານທ້ອງຖິ່ນ ຫຼື ດ່ານສາກົນ) ໃຫ້ສອດຄ່ອງຕາມດໍາລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018;
  • ແຕ່ງຕັ້ງຄະນະວິຊາການລົງສຸ່ມກວດ, ຕິດຕາມ ແລະ ເກັບກໍາລະອຽດສະຖິຕິການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າດ່ານທ້ອງຖິ່ນ ແລະ ດ່ານສາກົນ,​ ຕະຫຼາດຈໍາໜ່າຍຂະໜາດໃຫຍ່ ແລະ ກາງພາຍໃນນະຄອນຫຼວງວຽງຈັນ;
  • ຄົ້ນຄວ້າມາດຕະການກິດກັ້ນການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ທີ່ບໍ່ໄດ້ມາດຕະຖານ ຄວບຄຸມຄຸນນະພາບສິນຄ້າ (SPS), ພ້ອມທັງກວດກາມາດຕະຖານ ແລະ ຄວບຄຸມຄຸນນະພາບ ສິນຄ້າທີ່ນໍາເຂົ້າຜ່ານດ່ານຊາຍແດນ,​ ຮັບປະກັນໃຫ້ສິນຄ້າໄດ້ມາດຕະຖານ,​ ບໍ່ມີສານປົນເປື້ອນ ທີ່ເປັນອັນຕະລາຍຕໍ່ສຸຂະພາບ;
  • ສະເໜີຕໍ່ ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ;
  • ປະຕິບັດສິດ ແລະ ໝ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

 

ໜ່ວຍງານ 3:

  • ສ້າງແຜນການເຄື່ອນໄຫວ ແລະ ອໍານວຍຄວາມສະດວກ ໃຫ້ແຕ່ລະໜ່ວຍງານ ຂອງຄະນະສະເພາະກິດເປັນແຕ່ລະໄລຍະ;
  • ສ້າງແຜນງົບປະມານ ສໍາລັບວຽກການເຄື່ອນໄຫວວຽກງານສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ;
  • ເປັນໃຈກາງໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສົ່ງເສີມການຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອສັງລວມລາຍງານຄະນະສະເພາະກິດ;
  • ສັງລວມບັນດານະໂຍບາຍ, ມາດຕະການ ແລະ ເກັບກໍາຂໍ້ມູນ ກ່ຽວກັບການສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ;
  • ໂຄສະນາ ແລະ ເຜີຍແຜ່ນະໂຍບາຍ,​ ມາດຕະການ,​ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານສົ່ງເສີມການຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ;
  • ສະຫຼຸບລາຍງານຄວາມຄຶບໜ້າ ກ່ຽວກັບການສົ່ງເສີມຜະລິດພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ຄະນະສະເພາະກິດເພື່ອຊາບ ແລະ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.