ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ      ເລກທີ 1667/ຫສນຍ
ນະຄອນຫຼວງ​ວຽງຈັນ, ວັນທີ 23 ກັນຍາ 2019

ແຈ້ງການ

ຮຽນ: - ທ່ານ ຮອງນານຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ນັບຖື.

  • ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
  • ທ່ານ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ເລື່ອງ: ທິດຊີ້ນຳຜົນກອງປະຊຸມປຶກສາຫາລື ການກວດກາຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນຳເຂົ້າ, ຈຳໜ່າຍ ແລະ ຜະລິດ ຢູ່ ສປປ ລາວ.

  • ອີງຕາມກອງປະຊຸມປຶກຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ໃນວັນທີ 03 ກັນຍາ 2019 ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
  • ອີງຕາມການຕົກລົງ ແລະ ຊີ້ນຳ ຂອງທ່ານ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຮັກສາການແທນທ່ານ ນາຍົກລັດຖະມົນຕີ ໃນວັນທີ 12 ກັນຍາ 2019.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນຳ ຂອງທ່ານ ຮອງນາຍນົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຮັກສາການແທນທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

  1. ເຫັນດີໃຫ້ຢຸດຕິຖາວອນ ການກວດກາຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນຳເຂົ້າ, ຈຳໜ່າຍ ແລະ ຜະລິດ ຢູ່ ສປປ ລາວ ຢູ່ດ່ານຊາຍແດນ ຂອງຂະແໜງວິທີຍາສາດ ແລະ ເຕັກໂນໂລຊີ ເພາະສ້າງຄວາມຫຍຸ້ງຍາກ ແລະ ເພີ່ມຄ່າໃຊ້ຈ່າຍໃຫ້ພາກທຸລະກິດ, ສ່ວນການກວດກາສິນຄ້າ ຢູ່ດ່ານຊາຍແດນ ແມ່ນໃຫ້ມີແຕ່ຂະແໜງການພາສີ ເທົ່ານັ້ນ. ສ່ວນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໃຫ້ກວດຢູ່ປາຍທາງ (ຕົວແທນຈຳໜ່າຍ ແລະ ຮ້ານຈຳໜ່າຍທົ່ວໄປ).
  2. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາ ແລະ ປັບປຸງ ບັນດາບໍລິສັດນຳເຂົ້າສິນຄ້າໃຫ້ໄດ້ມາດຕະຖານ ແລະ ຄົບເງື່ອນໄຂ ທີ່ກຳນົດ, ຊຶ່ງໜຶ່ງໃນບັນດາເງື່ອນໄຂດັ່ງກ່າວນັ້ນ ແມ່ນຕ້ອງໄດ້ຮັບການມອບສິດເປັນຕົວແທນຈຳໜ່າຍສິນຄ້າ ຈາກຜູ້ຜະລິດສິນຄ້າຍີ່ຫໍ້ໃດໜຶ່ງຄັກແນ່, ມີການຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ. ຖ້າບໍລິສັດນຳເຂົ້າຄົບມາດຖານເງື່ອນໄຂ ແລະ ມີການຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລ້ວ ກໍບໍ່ຈຳເປັນກວດສິນຄ້າທັງໝົດໃນເວລານຳເຂົ້າຜ່ານດ່ານ, ອາດກວດແຕ່ບາງກໍລະນີ ທີ່ມີແຫຼ່ງຂ່າວໜ້າສົງໄສເທົ່ານັ້ນ ໂດຍແມ່ນຂະແໜງພາສີ ເປັນຜູ້ກວດ.
  3. ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການໃນການກວດສິນຄ້າ ຢູ່ປາຍທາງ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເຫັນດີໃຫ້ເກັບຕາມອັດຕາທີ່ ລັດຖະບັນຍັດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ກຳນົດເທົ່ານັ້ນ (ບໍ່ໃຫ້ເກັບນອກເໜືອຈາກລັດຖະບັນຍັດ).
  4. ເຫັນດີໃຫ້ລົບລ້າງຂໍ້ຕົກລົງ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກຳນົດອັດຕາການເກັບຄ່າກວດສອບ ໃນແຕ່ລະປະເພດສິນຄ້າຜ່ານມາ ເພາະບໍ່ສອດຄ່ອງກັບລະບຽບການ.
  • ສຳລັບອັດຕາຄ່າທຳນຽມ ແລະ ຄ່າບໍລິການ ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເກັບໃນການເຮັດທົດລອງຜ່ານມາ ແລ້ວ (ປະມານ 40 ກວ່າລ້ານກີບ) ນັ້ນ ແມ່ນໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄຈ້ແຍກ ແລະ ໄລ່ລຽງຄືນໃຫ້ລະອຽດ, ຖ້າອັນໃດເກັບນອກເໜືອຈາກລັດຖະບັນຍັດ ກຳນົດ ແມ່ນໃຫ້ສົ່ງເງິນດັ່ງກ່າວຄືນ ໃຫ້ຜູ້ປະກອບການ.
  • ສຳລັບອັດຕາຄ່າທຳນຽມ ແລະ ຄ່າບໍລິການ ທີ່ຜູ້ປະກອບການຍັງຕິດໜີ້ ປະມານ 1,3 ຕື້ກີບນັ້ນ ກໍໃຫ້ໄຈ້ແຍກ ແລະ ໄລ່ລຽງຄືນ ໃຫ້ລະອຽດ ໂດຍໃຫ້ໄລ່ລຽງເອົານຳຜູ້ປະກອບການຄືນສະເພາະຄ່າທຳນຽມ ແລະ ຄ່າບໍລິການ ໃນການກວດສອບຄຸນນະພາບ ທີ່ໄດ້ເກັບຕາມຂໍ້ຕົກລົງຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໃຫ້ລົບລ້າງ (ບໍ່ໃຫ້ເກັບນຳບໍລິສັດອີກ).
  1. ກ່ຽວກັບງົບປະມານ ໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ກວດກກາສິນຄ້າຢູ່ປາຍທາງ (ຕົວແທນຈຳໜ່າຍ ແລະ ຮ້ານຄ້າຈຳໜ່າຍທົ່ວໄປ) ແມ່ນໃຫ້ນຳໃຊ້ງົບປະມານລັດປົກກະຕິປະຈຳປີ, ລາຍຮັບຈາກຄ່າບໍລິການໃນການກວດກາ ຕາມລັດຖະບັນຍັດ 003/ປປທ ກຳນົດ ແລະ ລາຍຮັບຈາກຄ່າປັບໄໝ ໃນເວລາກວດເຫັນຜູ້ປະກອບການຈຳໜ່າຍສິນຄ້າບໍ່ໄດ້ຄຸນນະພາບ.
  2. ມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່າງລະບຽບການວ່າດ້ວຍການກວດກາຄຸນນະພາບສິນຄ້າຢູ່ປາຍທາງ ໂດຍໃຫ້ກຳນົດຫຼັກການໃນການກວດ, ວິທີກວດ, ມາດຕະການປັບໄໝ, ຄ່າປັບໄໝ ແລະ ບັນຫາອື່ນໆທີ່ຕິດພັນ ໃຫ້ລະອຽດ ແລ້ວສະເໜີລັດຖະບານ ພິຈາລະນາ.
  3. ມອບໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບກະຊວງການເງິນ ກວດກາຄືນສັນຍາຮ່ວມມືກັບບໍລິສັດ THB ໃນການລົງທຶນ ເພື່ອຕິດຕັ້ງເຄື່ອງກວດສອບຄຸນນະພາບເຄື່ອງໄຟຟ້າຜ່ານມາ ໂດຍໃຫ້ປັບປຸງແກ້ໄຂສັນຍາດັ່ງກ່າວຄືນໃໝ່ ໃຫ້ຖືກຕ້ອງຕາມການຕົກລົງ ແລະ ຊີ້ນຳຂອງລັດຖະບານ ແລະ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.

ລັດຖະມົນຕີ
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິທັກ

 

# ຫົວຂໍ້ ດາວໂຫຼດ
1 Notification on the guiding from the meeting on the quality inspection of electric and electronic appliances which are imported, sold and produced in Lao PDR No 1667/PMO, date 23 September 2019 PDF
2 ແຈ້ງການ ທິດຊີ້ນຳຜົນກອງປະຊຸມປຶກສາຫາລື ການກວດກາຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນຳເຂົ້າ, ຈຳໜ່າຍ ແລະ ຜະລິດ ຢູ່ ສປປ ລາວ ເລກທີ 1667/ຫສນຍ, ລົງວັນທີ 23 ກັນຍາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.