ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 207/ສພຊ ວັນທີ 20 ມິຖຸນາ 2018 ເພື່ອຈຸດປະສົງໃນການ ກໍານົດ ຫລັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມການຜະລິດ, ການດໍາເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງ ສິນຄ້າ ແລະ ການບໍລິການ ແນ່ໃສ່ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ, ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

            ອາກອນມູນຄ່າເພີ່ມ ແມ່ນ ອາກອນທີ່ເກັບ ຕາມມູນຄ່າ ສີນຄ້າ ແລະ ການບໍລິການ ທີ່ເພີ່ມຂື້ນຈາກການນໍາເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ຊຶ່ງຜູ້ຊົມໃຊ້ສຸດທ້າຍ ເປັນຜູ້ເສຍ. ເຊິ່ງວ່າລະບົບພື້ນຖານຂອງອາກອນມູນຄ່າເພີ່ມ ແມ່ນໄດ້ກວມເອົາ: ການເກັບອາກອນມູນຄ່າເພີ່ມ, ການຄິດໄລ່ອາກອນມູນຄ່າເພີ່ມ, ການຫັກ ແລະ ການສົ່ງຄືນ ອາກອນມູນຄ່າເພີ່ມ, ການແຈ້ງ ແລະ ການມອບ ອາກອນມູນຄ່າເພີ່ມ, ການເຂົ້າ-ອອກ ລະບົບອາກອນມູນຄ່າເພີ່ມ, ການຖືບັນຊີ ແລະ ການອອກໃບເກັບເງິນ, ແລະ ການກວດກາ ແລະ ການຄຸ້ມຄອງອາກອນມູນຄ່າເພີ່ມຄ້າງມອບ.

            ການເກັບອາກອນມູນຄ່າເພີ່ມ ແມ່ນຈະໝາຍເຖິງ ຜູ້ເກັບອາກອນມູນຄ່າເພີ່ມ ທີ່ເປັນ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ດໍາເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ, ເຈົ້າໜ້າທີພາສີ ແລະ ຜູ້ຊື້ການສະໜອງ ສິນຄ້າ ແລະ ການບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ຫລື ມີພູມລໍາເນົາ ແຕ່ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ. ບັນດາກິດຈະກໍາທີ່ຖືກເກັບອາກອນມູນຄ່າເພີ່ມ ແມ່ນ: ການນໍາເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ໂດຍ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ດໍາເນີນທຸລະກິດຢູ່ ໃນລະບົບອາກອນມູນຄ່າເພີ່ມ, ການສະໜອງການບໍລິການ ຢູ່ ສປປ ລາວ ໂດຍຜູ້ ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ

            ອັດຕາອາກອນມູນຄ່າເພີ່ມ:

          1. ອັດຕາ ສິບ ສ່ວນຮ້ອຍ ສໍາລັບການນໍາເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ທີ່ຖືກເກັບອາກອນມູນຄ່າເພີ່ມຢູ່ພາຍໃນ ສປປ ລາວ.

            2. ອັດຕາ ສູນ ສ່ວນຮ້ອຍ ສໍາລັບການສົ່ງອອກ ສິນຄ້າ ໄປຕ່າງປະເທດ.

            ບາງຫລັກການໃນ ການຄິດໄລ່ອາກອນມູນຄ່າເພີ່ມ:

            1. ລາຄາຊື້-ຂາຍຕົວຈີງຮອດຊາຍແດນ ບວກພາສີຂາເຂົ້າ ບວກອາກອນຊົມໃຊ້ (ຖ້າມີ) ສໍາລັບການນໍາເຂົ້າສິນຄ້າ.

            2. ມູນຄ່າການສະໜອງ ສິນຄ້າ ແລະ ການບໍລິການ ບວກອາກອນຊົມໃຊ້ (ຖ້າມີ) ແຕ່ບໍ່ລວມອາກອນມູນຄ່າເພີ່ມ ສໍາລັບການສະໜອງ ສິນຄ້າ ແລະ ການບໍລິການ ພາຍໃນປະເທດ.

            3. ມູນຄ່າການຊື້ການບໍລິການຕົວຈີງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສໍາລັບການສະໜອງການບໍລິການ ຈາກຜູ້ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ.

            4. ມູນຄ່າຊື້ສິນຄ້າ ແລະ ການບໍລິການຕົວຈີງ ທີ່ບໍ່ລວມອາກອນມູນຄ່າເພີ່ມ ສໍາລັບການສະໜອງສິນຄ້າ ແລະ ການບໍລິການ ຈາກຜູ້ມີພູມລໍາເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ.

 

ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 207/ສພຊ ວັນທີ 20 ມິຖຸນາ 2018 ກະລຸນາກົດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.