ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ, ລົງວັນທີ 27 ທັນວາ 2019 ມີຈຸດປະສົງ ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງບົກ ຢູ່ ສປປ ລາວ ໃຫ້ເປັນລະບົບ ສາມາດຄອບຄຸມໄດ້ ໂດຍກໍານົດບັນດາຫຼັກການ ແລະ ມາດຕະການ ທີ່ຮັບປະກັບຜົນປະໂຫຍດ ຂອງພາກທຸລະກິດ, ພາກລັດ ແລະ ຜູ້ຊົມໃຊ້.

ການແຈ້ງຂື້ນທະບຽນວິສາຫະກິດຂອງທຸລະກິດການນໍາເຂົ້າ, ສົ່ງອອກ, ຜະລິດ,​ ແລະ ປະກອບພາຫະນະທາງບົກ ແມ່ນສໍາລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນທຸລະກິດດັ່ງກ່າວ ຕ້ອງແຈ້ງຂື້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

     ປະເພດທຸລະກິດຍານພາຫະນະທາງບົກ ແມ່ນມີ 3 ປະເພດ ຄື:

     1. ທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການນໍາເຂົ້າຍານພາຫະນະທາງບົກ ເພື່ອຂາຍຍົກໃຫ້ຜູ້ດໍາເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ, ສົ່ງອອກຕໍ່, ເປັນຕົວແທນ ຫລື ຊື້ຍານພາຫະນະທາງບົກຈາກ ຜູ້ຜະລິດ, ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ ເພື່ອຈໍາໜ່າຍ ຢູ່ ພາຍໃນ ຫລື ສົ່ງອອກໄປຕ່າງປະເທດ.

ການປະກອບເອກະສານ ຂໍອະນຸຍາດດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນຕ້ອງປະຕິບັດຕາມລະບຽບທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ດັ່ງນີ້:

1) ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ;

2) ເອກະສານການມອບສິດໃຫ້ເປັນຜູ້ນໍາເຂົ້າຍານພາຫະນະ ຈາກບໍລິສັດແມ່ ຫລື ສາຂາທີ່ໄດ້ຮັບມອບສິດຈາກບໍລິສັດແມ່;

3) ໃບທະບຽນວິສາຫະກິດ;

4) ໜັງສືແນະນໍາການຂໍອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍ ພາກສ່ວນອອກໃບທະບຽນວິສາຫະກິດ.

ທຶນຈົດທະບຽນຂອງວິສາຫະກິດດັ່ງກ່າວມານີ້ ແມ່ນມີ ສີ່ຕື້ ກີບ ຂື້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສອງ ຫລື ສາມລໍ້ ແລະ ຫ້າສິບຕື້ ກີບ ຂື້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສີ່ລໍ້ຂື້ນໄປ.

ພາບປະກອບຈາກອີນເຕີເນັດ

 

     2. ທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບ ການຂາຍຍົກ, ຂາຍຍ່ອຍຍານພາຫະນະທາງບົກໃໝ່ ແລະ/ຫລື ຍານພາຫະນະທາງບົກທີ່ໃຊ້ແລ້ວ ທີ່ສາມາດຂາຍ ຫລື ເປັນຕົວແທນຈໍາໜ່າຍຍານພາຫະນະທາງບົກ ຍີ່ຫໍ້ໃດໜຶ່ງ ຫລື ຫລາຍຍີ່ຫໍ້ ຊຶ່ງບໍ່ສາມາດນໍາເຂົ້າ ແລະ ສົ່ງອອກໄດ້.

        ການປະກອບເອກະສານ ຂໍອະນຸຍາດດໍາເນີນກິດຈະການການຈໍາໜ່າຍພາຫະນະທາງບົກ ແມ່ນຕ້ອງປະຕິບັດຕາມລະບຽບທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ດັ່ງນີ້:

1) ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ;

2) ໃບອະນຸຍາດປຸກສ້າງສະຖານທີ່ວ່າງຈໍາໜ່າຍຍານພາຫະນະທາງບົກ;

3) ໃບທະບຽນວິສາຫະກິດ;

4) ໜັງສືແນະນໍາການຂໍອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍ ພາກສ່ວນອອກໃບທະບຽນວິສາຫະກິດ.

ພາບປະກອບຈາກອີນເຕີເນັດ

 

     3. ທຸລະກິດການຜະລິດ ແລະ/ຫລື ການປະກອບຍານພະທາງບົກ ແມ່ນ ການດໍາເນີນທຸລະກິດກ່ຽວກັບການຜະລິດ ຫລື ປະກອບ ຫລື ທັງຜະລິດ ແລະ ປະກອບຍານພາຫະນະທາງບົກ ໂດຍຜະລິດ, ນໍາເຂົ້າ ຫລື ຊື້ຊີ້ນສ່ວນ ຈາກຜູ້ຜະລິດຢູ່ພາຍໃນ ຈໍານວນຫນຶ່ງ ຫລື ທັງໝົດ ເພື່ອປະກອບເປັນຍານພາຫະນະທາງບົກສົມບູນ ແລ້ວຈໍາໜ່າຍຢູ່ພາຍໃນ ຫລື ສົ່ງອອກຕ່າງປະເທດ.

ຜູ້ຜະລິດ ແລະ/ຫລື ຜູ້ປະກອບຍານພາຫະນະທາງບົກ ຕ້ອງມີແຜນການເຄື່ອນໄຫວປະຈໍາປີ ໂດຍມີການຢັ້ງຢືນຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ພາບປະກອບຈາກອີນເຕີເນັດ

 

 

ລາຍລະອຽດເພີ່ມເຕີບຂອງ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.