ດ່ານສາກົນ ດາກຕະອ໊ອກ - ພາບປະກອບຈາກອີນເຕີເນັດ

 

       ອີງຕາມແຈ້ງການກ່ຽວກັບການຍົກລະດັບດ່ານທ້ອງຖີ່ນ ດາກຕະອ໊ອກ (ແຂວງເຊກອງ) ແລະ ນາມຢາງ (ແຂວງກວງນາມ) ຂື້ນເປັນດ່ານສາກົນ ເລກທີ 2204/ຫສນຍ, ລົງວັນທີ 17 ທັນວາ 2019 ແມ່ນເຫັນດີໃຫ້ຍົກລະດັບດ່ານດັ່ງກ່າວໃຫ້ເປັນດ່ານສາກົນ ໂດຍມອບໝາຍໃຫ້ ແຂວງເຊກອງ ສົມທົບກັບ ກະຊວງການຕ່າງປະເທດ ຈັດຕັ້ງປະຕິບັດຕາມການແຈ້ງການສະບັບນີ້.

       ດ່ານສາກົນ ດາກຕະອ໊ອກ ເປັນຈຸດເຊື່ອມໂຍງລະຫວ່າງສາມປະເທດ (ໄທ-ລາວ-ສສ ຫວຽດນາມ) ອິກແຫ່ງ  ໜຶ່ງ ຢູ່ແຂວງເຊກອງ ພາກໃຕ້ຂອງ ສປປ ລາວ ເລີ້ມແຕ່ຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ຫາຄູ່ດ່ານສາກົນ ດາກຕະອ໊ອກ-ນາມຢາງ ແລະ ເຊື່ອມຕໍ່ທ່າກໍ່າປັ່ນດານັງ ເຊິ່ງຈະມີໄລຍະທາງສັ້ນກ່ວາດ່ານສາກົນອື່ນ ໂດຍມີໄລຍະທາງປະມານ 187 ກມ ຖ້າທຽບໃສ່ ການເຊີື່ອມຕໍ່ລະຫວ່າງຄູ່ດ່ານສາກົນວັງເຕົ່າ-ຊ່ອງແມັກ ແລະ ຄູ່ດ່ານສາກົນພູເກືອ-ເບີ້ອີ.

ແຜນທີ 3 ປະເທດ ລາວ-ໄທ-ຫວຽດນາມ ພາບປະກອບຈາກອີນເຕີເນັດ

 

       ໄລຍະທາງແຕ່ ແຂວງເຊກອງ ໄປຫາດ່ານສາກົນ ດາກຕະອ໊ອກ ມີຄວາມຍາວປະມານ 123 ກມ ແລະ ດ່ານສາກົນ ດາກຕະອ໊ອກ ຫາທ່າກໍ່າປັ່ນດານັງ ປະເທດຫວຽດນາມ ປະມານ  147 ກມ ເຊິ່ງມີໄລຍະທາງທັງໝົດແຕ່ ແຂວງເຊກອງ ໄປຫາ ທ່າກໍາປັ່ນດານັງປະມານ 270ກມ. ຈາກດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ຫາດ່ານດາກຕະອ໊ອກ ແຂວງ ເຊກອງ ມີໄລຍະທາງ ປະມານ 293 ກມ ລວມແລ້ວ ແຕ່ດ່ານວັງເຕົ່າ ຫາ ທ່າກໍາປັ່ນດານັ່ງໂດຍຜ່ານດ່ານດາກຕະອ໊ອກ ມີປະມານ 440 ກມ. ແຕ່ຖ້າເດີນທາງແຕ່ ດ່ານສາກົນວັງເຕົ່າ ໄປຜ່ານດ່ານສາກົນພູເກືອ ແຂວງອັດຕະປື ໄປຫາ ທ່າກໍ່າປັ່ນດານັງ ແມ່ນມີໄລຍະທາງເຖິງ 627 ກມ.

 

       ລາຍລະອຽດຂອງ ແຈ້ງການກ່ຽວກັບການຍົກລະດັບດ່ານທ້ອງຖີ່ນ ດາກຕະອ໊ອກ (ແຂວງເຊກອງ) ແລະ ນາມຢາງ (ແຂວງກວາງນາມ) ຂື້ນເປັນດ່ານສາກົນ ເລກທີ 2204/ຫສນຍ ວັນທີ 17 ທັນວາ 2019

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.