ຄຳແນະນຳກ່ຽວກັບ ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດທິ​ພິ​ເສດ ສະບັບເລກທີ 0118/ອຄ.ກຂອ, ລົງວັນທີ 31 ມັງກອນ 2020 ເພື່ອປ່ຽນແທນ ຄຳແນະນຳ ສະບັບເລກທີ 2225/ອຄ.ກຂອ, ລົງວັນທີ 05 ທັນວາ 2014. ໂດຍອີງຕາມ ດໍາລັດ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ ວັນທີ 22 ເມສາ 2010 ໃນການຜັນຂະຫຍາຍເນື້ອໃນຂອງໝວດທີ 2 ເພື່ອການປັບປຸງເນື້ອໃນໃຫ້ມີຄວາມກະທັດຮັດ, ​​ແທດ​ເໝາະ​ກັບສະພາບ​ຕົວຈິງໃນປະຈຸບັນ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ໃນນັ້ນ, ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ປະກອບມີ ສອງ ຂັ້ນຕອນຫລັກ ດັ່ງນີ້:

ພາບປະກອບຈາກອິນເຕີເນັດ

         

       ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (Confirmation of Product Eligibility: CPE) ແມ່ນເອກະສານຮັບຮອງວ່າສິນຄ້າໄດ້ເກີດຂື້ນ ຫຼື ຜ່ານຂະບວນການຜະລິດໃນ ສ ປປ ລາວ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ. ສະນັ້ນ, ຜູ້ທີ່ຢາກຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ຕ້ອງປະກອບເອກະສານດັ່ງນີ້:

1)       ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;

2)       ໃບແຈ້ງລາຄານຳເຂົ້າ (Import Invoice);

3)       ໜັງສືຮັບຮອງລາຍລະອຽດ, ຂັ້ນຕອນການຜະລິດ, ຕົ້ນທຶນ ແລະ ລາຄາສິນຄ້າ ແລະ ແຜນວາດຂະບວນການຜະລິດ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;

4)       ເອກະສານຢັ້ງຢືນການໄດ້ມາ ຫຼື ການນຳເຂົ້າວັດຖຸດິບ;

5)       ໃບແຈ້ງຂີດຄວາມສາມາດໃນການສົ່ງອອກປະຈຳປີ;

6)       ໃບແຈ້ງແບບຢ່າງລາຍເຊັນຂອງບໍລິສັດ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;

7)       ໃບທະບຽນວິສາຫະກິດ ແລະ/ຫຼື ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ ສະບັບສຳເນົາ;

8)       ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ສະບັບສຳເນົາ.

ຕົວຢ່າງ: ຮູບແບບການຢັ້ງຢືນທີ່ເປັນລະບົບເອເລັກໂຕຣນິກ

         

      ການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ຮັບສິດທິພິເສດ (Certificate of Origin: CO) ແມ່ນມີສາມຮູບແບບໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄື: ຮູບແບບການຢັ້ງຢືນແບບປົກກະຕິ (Manual), ຮູບແບບການຢັ້ງຢືນທີ່ເປັນລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ຮູບແບບການຢັ້ງຢືນດ້ວຍຕົນເອງ (Self-Certification). ໃນກໍລະນີຜູ້ຂໍການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ ຕ້ອງປະກອບເອກກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງ ດັ່ງນີ້:

ພາບປະກອບຈາກອິນເຕີເນັດ

1)       ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;

2)       ສຳເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ຫຼື ໃບຢັ້ງຢືນການໄດ້ມາຂອງສິນຄ້າ;

3)       ໃບ CO ທີ່ຕື່ມຂໍ້ມູນແລ້ວ;

4)       ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າສົ່ງອອກ (Export Invoice and Packing List);

5)       ໃບແຈ້ງພາສີເປັນລາຍລະອຽດ;

6)       ສຳເນົາໃບຂົນສົ່ງ.

ພາບປະກອບຈາກອິນເຕີເນັດ

ລາຍລະອຽດຂອງ ຄຳແນະນໍາກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບເລກທີ 0118/ອຄ.ກຂອ, ລົງວັນທີ 31 ມັງກອນ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.