ໃນປະຈຸບັນນີ້ ໄດ້ມີປະກົດການຫຍໍ້ທໍ້ຊໍ້າເຮື້ອ ກັບການແຜ່ລະບາດທະນະບັດປອມ ປະເພດໃບ 50,000 ກີບ ໂດຍການສໍາເນົາທະນະບັດຂອງແທ້ເປັນພິມສີທີ່ຄ້າຍຄືກັບຂອງແທ້. ດັ່ງນັ້ນ, ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ມີແຈ້ງການໃຫ້ທຸກຄົນທົ່ວປະເທດ ຮັບຊາບເຖິງໄພເງິນປອມທີ່ກໍາລັງລະບາດໃນປະຈຸບັນນີ້ ໃຫ້ມີສະຕິລະວັງຕົວຂື້ນຕື່ມ ແລະ ເປັນຫູເປັນຕາໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບສວນ ແລະ ສະກັດກັ້ນບໍ່ໃຫ້ເງິນປອມແຜ່ໄປວົງກ້ວາງກ່ວາເກົ່າ. ດັ່ງນັ້ນ, ວິທີການສັງເກດຄວາມແຕກຕ່າງລະຫວ່າງເງິນແທ້ ແລະ ເງິນປອມໄດ້ 4 ຈຸດຄື:

       ຈຸດທີ່ 1. ເງິນແທ້ ຈະເປັນເຈ້ຍຜະລິດຈາກຝ້າຍ 100% ເຊິ່ງຈະມີຄວາມຫຍາບ ແລະ ບໍ່ປຽກນໍ້າໄດ້ງ່າຍ.    ເງິນປອມ ຈະເປັນເຈ້ຍທໍາມະດາ ທີ່ມີຄວາມມື່ນ ແລະ ປຽກນໍ້າໄດ້ງ່າຍ;

       ຈຸດທີ່ 2. ເງິນແທ້ ຈະຮູ້ສຶກສະດຸດມື ຢູ່ບັນດາຈຸດຕໍ່ໄປນີ້: ຄໍາຂັວນປະຈໍາຊາດ, ຮູບພາບປະທານ ໄກສອນ ພົມວິຫານ ຢູ່ດ້ານໜ້າທະນະບັດ ແລະ ຕົວເລກ ໕໐໐໐໐ ຢູ່ດ້ານລຸ່ມເບື້ອງຊ້າຍມືທະນະບັດ. ເງິນປອມ ຈະບໍ່ຮູ້ສຶກສະດຸດມື ກັບບັນດາຈຸດດັ່ງກ່າວມານັ້ນ;

       ຈຸດທີ່ 3.  ເງິນແທ້ ຈະມີຮູບລາຍນໍ້າ ປະທານ ໄກສອນ ພົມວິຫານ ເປັນຮູບດຽວກັບຮູບທີ່ຢູ່ດ້ານໜ້າຂອງທະນະບັດ ຝັງຢູ່ໃນເນື້ອເຈ້ຍສາມາດເບິ່ງເຫັນໄດ້ຊັດເຈນທັງດ້ານໜ້າ ແລະ ດ້ານຫຼັງ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ. ເງິນປອມ ຈະເຫັນເປັນຮູບພິມດ້ວຍມຶກສີດຽວ ຈະບໍ່ຝັງໃນເນື້ອເຈ້ຍ ຈະເຫັນເປັນຮູບແຕ້ມທໍາມະດາ ເມື່ອຍົກສ່ອງໃສ່ກັບແສງສະຫວ່າງ.

       ຈຸດທີ່ 4. ໃຊ້ເຄື່ອງມືຊ່ວຍສ່ອງແສງໄຟສີມ້ວງ: ເງິນແທ້ ຈະມີເງົາສ່ອງແສງສະທ້ອນເປັນສີເຫລືອງທີ່ເປັນຮູບ ຕົວເລກ ໕໐໐໐໐, ຮູບພະທາດຫລວງ, ຮູບກາປະທັບ ແລະ ຕົວໜັງສື “ສປປລາວ”. ເງິນປອມ ຈະມືດໝົດທົ່ວໃບບໍ່ມີແສງສະທ້ອນໄດໆ.

       ດັ່ງນັ້ນ, ຖ້າພົບເຫັນທະນະບັດປອມ, ການນໍາໃຊ້ທະນະບັດປອມເຂົ້າໃນການຊໍາລະສະສາງຊື້ສິນຄ້າ ແລະ ບໍລິການ ກະລຸນາແຈ້ງ ກົມເງິນຕາ (ເບີໂທ: 021 213 119) ຫລື ພົວພັນນໍາທຸກສາຂາທະນາຄານແຫ່ງ ສປປ ລາວ (ເວັບໄຊ໌: http://www.bol.gov.la/) ແລະ ທະນາຄານທຸກໆປະເພດ ໃນທົ່ວປະເທດທີ່ຢູ່ໃກ້ກັບບ້ານທ່ານ.

 

ກະລຸນາກົດ ລາຍລະອຽດຂອງ ແຈ້ງການ ທະນາຄານແຫ່ງ ສປປ ລາວ ກ່ຽວກັບການເພີ່ມທະວີສະຕິລະວັງຕົວໃນການ ຮັບ-ຈ່າຍ ທະນະບັດ ປະເພດໃບ 50,000 ກີບ ເລກທີ 45/ຫກ ວັນທີ 17 ກຸມພາ 2020

# ຫົວຂໍ້ ດາວໂຫຼດ
1 ເຕືອນໄພ: ທະນະບັດປອມ “ໃບ 50,000 ກີບ” ກໍາລັງລະບາດຕາມທ້ອງຕະຫລາດ ສປປ ລາວ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.