ການແຈ້ງ ພາສີຂາເຂົ້າ ປະກອບດ້ວຍ 4 ຂັ້ນຕອນຫລັກຄື:

ພາບປະກອບຈາກອີນເຕີເນັດ

         ຂັ້ນຕອນທີ 1 ການແຈ້ງໃບຂົນສົ່ງສິນຄ້າ ໃນເວລາສິນຄ້າມາຮອດດ່ານ ຜູ້ແຈ້ງພາສີ, ຜູ້ຂັບລົດບັນທຸກສິນຄ້າ ຫລື ພະນັກງານຄຸ້ມຄອງສາງສິນຄ້າປະຈໍາສະໜາມບິນ ຕ້ອງນໍາເອົາໃບຂົນສົ່ງສິນຄ້າ ຍື່ນຕໍ່ເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບຄຸ້ມຄອງ ໃບຂົນສົ່ງສິນຄ້າ ພາຍໃນ 24 ຊົ່ວໂມງ ຕາມມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ.

         ຂັ້ນຕອນທີ 2 ການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ ເຊິ່ງຜູ້ແຈ້ງພາສີ ຕ້ອງປະກອບຂໍ້ມູນໃສ່ໃບແຈ້ງພາສີເປັນລາຍລະອຽດ ໃນລະບົບອາຊິກຸດາ ໂດຍສາມາດນໍາໃຊ້ເຄື່ອງຄອມພິວເຕີ ຢູ່ຫ້ອງຂໍ້ມູນຂ່າວສານຂອງດ່ານພາສີຊາຍແດນ ຫລື ເຄື່ອງຄອມພິວເຕີຢູ່ຫ້ອງການຂອງຕົນເອງໄດ້. ເອກະສານປະກອບການແຈ້ງພາສີ ເຊັ່ນ: ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່ສິນຄ້າ, ໃບຂົນສົ່ງສິນຄ້າ (ຖ້າມີ), ໃບແຈ້ງສິນຄ້າຊົ່ວຄາວ (ຖ້າມີ) ແລະ ໃບຢັ້ງຢືນແຫລ່ງກໍາເນີດສິນຄ້າ (ກໍລະນີຕ້ອງການສິດທິພິເສດດ້ານອັດຕາພາສີ).

ພາບປະກອບຈາກອີນເຕີເນັດ

      ຂັ້ນຕອນທີ 3 ການກວດກາ ແລະ ຄວບຄຸມຂອງເຈົ້າໜ້າທີ່ພາສີ ພາຍຫລັງຜູ້ແຈ້ງພາສີ ປະກອບຂໍ້ມູນການແຈ້ງ ແລະ ລົງທະບຽນໃບແຈ້ງພາສີໃນລະບົບອາຊິກຸດາແລ້ວ, ເຈົ້າໜ້າທີ່ກວດກາຂໍ້ມູນເບື້ອງຕົ້ນ ຕ້ອງຢືນຢັນການລົງທະບຽນໃບແຈ້ງພາສີ ໂດຍບໍ່ຕ້ອງລໍຖ້າເອກະສານຕົ້ນສະບັບ ເພື່ອໃຫ້ລະບົບອາຊິກຸດາ ດໍາເນີນຂັ້ນຕອນການວິເຄາະຄວາມສ່ຽງແບບອັດຕະໂນມັດ ເພື່ອສະແດງຜົນການກວດກາຄວາມສ່ຽງເປັນຊ່ອງຄວາມສ່ຽງຕໍ່າ(ຊ່ອງສີຂຽວ), ຊ່ອງຄວາມສ່ຽງປານກາງ(ຊ່ອງສີເຫລືອງ) ຫລື ຊ່ອງຄວາມສ່ຽງສູງ(ຊ່ອງສີແດງ). ຈາກນັ້ນ, ໃຫ້ສົ່ງເອກະສານໄປໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບກວດກາຢູ່ແຕ່ລະຊ່ອງຄວາມສ່ຽງ.

       ຂັ້ນຕອນທີ 4 ແມ່ນ ການປ່ອຍສິນຄ້າ (Exit Control) ພາຍຫລັງ ຫົວໜ້າ ຫລື ຮອງຫົວໜ້າດ່ານພາສີເຊັນອະນຸມັດໃບແຈ້ງ, ຜູ້ແຈ້ງພາສີຕ້ອງນໍາເອກະສານທັງໝົດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີຄຸ້ມຄອງສາງສິນຄ້າ ເພື່ອດໍາເນີການຕິດຕາມການຂົນສິນຄ້າຂື້ນລົດບັນທຸກ ແລະ ນໍາອອກຈາກສາງ ຫລື ດ່ານພາສີ ຢ່າງຖືກຕ້ອງ ໂດຍໃຊ້ລະບົບອາຊິກຸດາຂື້ນມາ ເພື່ອປະກອບຂໍ້ມູນໃສ່ໃບປ່ອຍສິນຄ້າ (Exit Control) ແລະ ຢືນຢັນຄວາມຖືກຕ້ອງໃນລະບົບ ເພື່ອເປັນການຢັ້ງຢືນວ່າສິນຄ້າ ໄດ້ຖືກປ່ອຍອອກຈາກສາງ ຫລື ດ່ານພາສີ ຢ່າງຖືກຕ້ອງ.

             

ພາບປະກອບຈາກອີນເຕີເນັດ

              ການແຈ້ງ ພາສີຂາອອກ ແມ່ນຄ້າຍຄືກັບຂາເຂົ້າ ແຕ່ປະກອບດ້ວຍ 3 ຂັ້ນຕອນຫລັກຄື:

ຂັ້ນຕອນທີ 1 ການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ ເຊິ່ງມີຂັ້ນຕອນດຽວກັນກັບການ ແຈ້ງ ພາສີຂາອອກ. ເອກະສານຄັດຕິດໃນການແຈ້ງພາສີຂາເຂົ້າເຊັ່ນ: ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່ສິນຄ້າ ແລະ ໃບຢັ້ງຢືນແຫລ່ງກໍາເນີດ (ຖ້າມີ).

ຂັ້ນຕອນທີ 2 ການກວດກາ ແລະ ຄວບຄຸມຂອງເຈົ້າໜ້າທີ່ພາສີ ເຊັ່ນ: ການຢັ້ງຢືນການລົງທະບຽນໃບແຈ້ງ ພາສີ, ການກວດກາຂໍ້ມູນ, ເອກະສານ ແລະ ການກວດກາສິນຄ້າຕົວຈິງ (ທີ່ໄດ້ແບ່ງອອກເປັນ 3 ລະດັບຄວາມສ່ຽງຄື: ສີຂຽວ, ສີເຫລືອງ ແລະ ສີແດງ).

ຂັ້ນຕອນທີ 3 ການປ່ອຍສິນຄ້າ ຕ້ອງປະຕິບັດຕາມຢ່າງເຂັ້ມງວດ ແລະ ຖືກຕ້ອງທີ່ສຸດ ທີ່ມີຂັ້ນຕອນຄືການປ່ອຍສີນຄ້າຂາອອກທີ່ໄດ້ລະບຸໄປແລ້ວນັ້ນ. ຖ້າຜູ້ປະກອບການ, ເຈົ້າໜ້າທີ່ພາສີ ຫລື ດ່ານພາສີຊາຍແດນ ບໍ່ປະຕິບັຕາມຂັ້ນຕອນທີ່ກໍານົດໃວ້ ແມ່ນຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍ.

 

ລາຍລະອຽດຂອງ ບົດແນະນໍາ ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ເລກທີ 00097/ກພສ ວັນທີ 06 ມັງກອນ 2017

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.