ສືບເນື່ອງຈາກບົດຂ່າວທີ່ພາດຫົວຂໍ້ ພາກທຸລະກິດມີບົດບາດສໍາຄັນ ໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ’’ ສາມາດສັງລວມບາງບັນຫາ ແລະ ທິດທາງແກ້ໄຂເບື້ອງຕົ້ນຂອງ ກຄອຄ ລາຍລະອຽດ ດັ່ງລຸ່ມນີ້:

ກອງປະຊຸມ ວັນທີ 06 ມີນາ 2020

 

       1. ຄວາມລ້າຊ້າໃນ ການອອກອະນຸຍາດເຄື່ອນຍ້າຍຜະລິດຕະພັນຖ່ານຂາວ ພາຍໃນປະເທດ ທີ່ມີຫຼາຍຂັ້ນຂອດ ແລະ ເອກະສານ ໂດຍສະເພາະຢູ່ ຂັ້ນເມືອງ ແລະ ແຂວງ. ພິຈາລະນາລົບລ້າງໃບອະນຸຍາດ, ຢັ້ງຢືນ ການເຄື່ອນຍ້າຍ ທີ່ຊໍ້າຊ້ອນກັນ ລະຫວ່າງເມືອງ ແລະ ແຂວງ ໂດຍຫັນມານໍາໃຊ້ກົນໄກການກວດກາ ແລະ ຕິດຕາມແທນ. ຂະແໜງການຮັບຜິດຊອບແມ່ນ ກົມປ່າໄມ້. ເຊິ່ງມີແນວທາງແກ້ໄຂແມ່ນ ພິຈາລະນາລົບລ້າງໃບອະນຸຍາດ, ຢັ້ງຢືນ ການເຄື່ອນຍ້າຍ ທີ່ຊໍ້າຊ້ອນກັນ ລະຫວ່າງເມືອງ ແລະ ແຂວງ ໂດຍຫັນມານໍາໃຊ້ກົນໄກການກວດກາ ແລະ ຕິດຕາມແທນ.

ພາບປະກອບ

 

       2. ຄວາມລ້າຊ້າຈາກການຕັ້ງຈຸດ ຫຼື ດ່ານ ກວດກາຕາມເສັ້ນທາງ ຢູ່ບາງ ເມືອງ, ແຂວງ ຍັງມີຂະແໜງການອື່ນປະຈໍາຢູ່ ນອກຈາກ ເຈົ້າໜ້າທີ່ຕໍາຫຼວດ ເຊັ່ນ: ຂະແໜງປ່າໄມ້, ຂະແໜງຊັບພະຍາກອນທໍາມະຊາດ, ຂະແໜງສ່ວຍສາອາກອນ, ຂະແໜງການຄ້າ ແລະ ອື່ນໆ ຊຶ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍ ແລະ ເວລາ ຂອງພາກທຸລະກິດ. ຂະແໜງການຮັບຜິດຊອບແມ່ນ ກົມສ່ວຍສາອາກອນ, ກົມກວດກາປ່າໄມ້, ກົມຂົນສົ່ງ, ກົມຕໍາຫຼວດຈະລາຈອນ ແລະ ກົມການຄ້າພາຍໃນ. ເຊິ່ງມີແນວທາງແກ້ໄຂແມ່ນ ສ້າງກົນໄກປະສານງານ ສໍາລັບການຕັ້ງຈຸດກວດກາຕາມເສັ້ນທາງ ລະຫວ່າງຂະແໜງການທີກ່ຽວຂ້ອງ ໃຫ້ເປັນເອກະພາບກັນ.

ກອງປະຊຸມ ວັນທີ 06 ມີນາ 2020

 

       3. ການເຄື່ອນຍ້າຍນ້ຳມັນພາຍໃນຍັງມີຄວາມຊັກຊ້າ ເພື່ອໄປລົງປໍ້າຈໍາໜ່າຍແມ່ນຍັງມີຄວາມຫຍຸ້ງຍາກ ໂດຍສະເພາະບັນດາເງື່ອນໄຂ ແລະ ຂັ້ນຕອນ ໃນການສະເໜີຂໍອອກໃບເຄື່ອນຍ້າຍນໍ້າມັນເຊື້ອໄຟດ້ວຍຕົນເອງ (ໃບ ບ 88) ແລະ ບໍລິສັດທີ່ຢູ່ຕ່າງແຂວງ ຍັງຕ້ອງໄດ້ຂຶ້ນມາຊື້ຢູ່ກົມພາສີບ່ອນດຽວເທົ່ານັ້ນ. ຄ່າຟອມໃບ ບ 88 ແມ່ນ 100.000 ກີບ ຕໍ່ຫົວ/ຄັ້ງ ແລະ ມີອາຍຸພຽງ 06 ເດືອນ. ຂະແໜງການຮັບຜິດຊອບແມ່ນ ກົມພາສີ. ເຊິ່ງມີແນວທາງແກ້ໄຂແມ່ນ ຄວນອະນຸຍາດໃຫ້ບໍລິສັດ ສາມາດຊື້ໃບ ບ88 ນໍາແຂວງ, ດ່ານ ທີ່ຈະນໍາເຂົ້າ ແທນທີ່ຈະມາຊື້ຢູ່ກົມ ບ່ອນດຽວ.

ກອງປະຊຸມ ວັນທີ 06 ມີນາ 2020

 

       4. ໃນການດຳເນີນທຸລະກິດນ້ຳມັນແມ່ນຍັງມີຄວາມ ລ້າຊ້າ ແລະ ຫຍຸ້ງຍາກຫຼາຍ ເພາະບາງນິຕິກຳບໍ່ສອດຄ່ອງກັນ ເຊັ່ນ: ດຳລັດ 331/ນຍ ອະນຸຍາດໃຫ້ບໍລິສັດນຳເຂົ້າສາມາດນຳເຂົ້ານ້ຳມັນແລ້ວເອົາລົງສາງຂອງບໍລິສັດ ຫຼື ບໍລິສັດຈຳໜ່າຍພາຍໃນທີ່ເປັນລູກຄ້າ, ແຕ່ວ່າ ແຈ້ງການ ເລກທີ 3411/ກງ, ລົງວັນທີ 23 ຕຸລາ 2018, ແລະ ແຈ້ງການ ເລກທີ 1626/ກງ, ລົງວັນທີ 30 ພຶດສະພາ 2019 ກໍານົດວ່າ ສິນຄ້າທີ່ນຳເຂົ້າ ຫຼື ຊື້ຢູ່ພາຍໃນປະເທດແມ່ນຕ້ອງເອົາເຂົ້າ (ເອົາລົງສາງ) ຂອງບໍລິສັດກ່ອນ, ບໍ່ອະນຸຍາດໃຫ້ນຳໄປຈຳໜ່າຍໂດຍກົງກັບລູກຄ້າ ໂດຍບໍ່ຜ່ານລະບົບສາງ, ເຮັດໃຫ້ເຈົ້າໜ້າທີ່ພາສີ-ອາກອນ ຕີລາຄາວ່າຜູ້ປະກອບການລະເມີດລະບຽບກົດໝາຍ ແລະ ໄດ້ກັກລົດນ້ຳມັນໄວ້ ຊຶ່ງບໍລິສັດຕ້ອງໄດ້ໄປໄກ່ເກ່ຍ ກັບກົມພາສີ ເປັນແຕ່ລະກໍລະນີ. ຂະແໜງການຮັບຜິດຊອບແມ່ນ ກົມພາສີ. ເຊິ່ງມີແນວທາງແກ້ໄຂແມ່ນ ປັບປຸງແຈ້ງການ ເລກທີ 3411/ກງ, ລົງວັນທີ 23 ຕຸລາ 2018 ແລະ ແຈ້ງການ ເລກທີ 1626, ລົງວັນທີ 30 ພຶດສະພາ 2019 ໂດຍສະເພາະຄໍາວ່າ: “ສິນຄ້າທີ່ນຳເຂົ້າ ຫຼື ຊື້ຢູ່ພາຍໃນປະເທດແມ່ນຕ້ອງເອົາເຂົ້າ (ເອົາລົງສາງ) ຂອງບໍລິສັດກ່ອນ, ບໍ່ອະນຸຍາດໃຫ້ນຳໄປຈຳໜ່າຍໂດຍກົງກັບລູກຄ້າ ໂດຍບໍ່ຜ່ານລະບົບສາງ”.

ພາບປະກອບ

     

       5. ການເກັບຄ່າທຳນຽມ ແລະ ອາກອນຕ່າງໆ ສໍາລັບການຂົນສົ່ງພາຍໃນ ແລະ ການສົ່ງອອກສິນຄ້າ ໂດຍສະເພາະສິນຄ້າກະສິກໍາ ປະເພດມັນຕົ້ນ ແມ່ນມີມູນຄ່າສູງ ແລະ ບໍ່ເປັນເອກະພາບກັນ ຢູ່ທົ່ວໄປ ກກຊ: ຄ່າອາກອນເຄື່ອນຍ້າຍ-ຂົນສົ່ງ, ຄ່າບໍລິການຕິດຊັ່ງ ນໍ້າໜັກ, ຄ່າຢັ້ງຢືນຄຸນນະພາບ, ຄ່າອອກໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ແລະ ຄ່າທໍານຽມ ແລະ ບໍລິການ ຢູ່ດ່ານ. ຂະແໜງການຮັບຜິດຊອບແມ່ນ ກົມສ່ວຍສາອາກອນ, ກົມປູກຝັງ, ກົມມາດຕະຖານ ແລະ ວັດແທກ ແລະ ກົມຂົນສົ່ງ. ເຊິ່ງມີແນວທາງແກ້ໄຂແມ່ນ ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງທີ່ຈັດເກັບຄ່າຕ່າງໆ ໃຫ້ຈັດຕັ້ງປະຕິບັດຕາມລະບຽບການທີ່ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນລັດຖະບັນຍັດ ວ່າດ້ວຍຄ່າທໍານຽມ ແລະ ບໍລິການ, ກົດໝາຍ ວ່າດ້ວຍສ່ວຍສາອາກອນ. ຖ້າຈໍາເປັນ, ສະເໜີໃຫ້ພິຈາລະນາປັບປຸງຄ່າດັ່ງກ່າວ ໃໝ່ ແນໃສ່ສົ່ງເສີມພາກທຸລະກິດສົ່ງອອກ.   

 

       ລາຍລະອຽດຂອງບົດຂ່າວທີ່ພາດຫົວຂໍ້ “ພາກທຸລະກິດມີບົດບາດສໍາຄັນ ໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ’’

 

                 

                              

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.