ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ             ເລກທີ 02/ລບ
ນະຄອນຫຼວງວຽງຈັນ, ວັນທີ 02 ມັງກອນ 2020

ດໍາລັດ

ວ່າດ້ວຍ ອາຫານສັດ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016;
  • ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1346/ກປ, ລົງວັນທີ 25  2019.

ລັດຖະບານ ອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

   ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານອາຫານສັດ ເພື່ອໃຫ້ມີ​ຄຸນ​ນະພາ​ບ, ໄດ້ມາດຕະຖານ, ຮັບປະກັນຄວາມປອດໄພ  ແລະ ມີຄຸນຄ່າທາງໂພຊະນາການ ແນໃສ່ປົກປ້ອງ ແລະ ສົ່ງເສີມການລ້ຽງສັດ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວ, ມີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເປັນສິນຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ​ແຫ່ງຊາດໃຫ້ເຂັ້ມແຂງຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2  ອາຫານສັດ

   ອາຫານສັດ ແມ່ນ ວັດຖຸທີ່ສັດສາມາດກິນໄດ້ ຊຶ່ງປະກອບດ້ວຍ ວັດຖຸທີ່ຖືກປຸງແຕ່ງເປັນແບບສໍາເລັດຮູບ, ເຄິ່ງສໍາເລັດຮູບ ຫຼື ບໍ່ທັນໄດ້ປຸງແຕ່ງ ທີ່ສາມາດໃຊ້ເຂົ້າໃນການລ້ຽງສັດ ເພື່ອໃຫ້ໄດ້ຜົນຜະລິດຕາມທີ່ຕ້ອງການ.

ມາດຕາ 3  ການອະທິບາຍຄໍາສັບ

    ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນິີ້ ມີຄວາມໝາຍ ດັ່ງນີ້:

  1. ສັດ ໝາຍເຖິງ ສັດ ຕາມທີ່ກໍານົດໄວ້ໃນ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ແລະ ກວມເອົາ ສັດນໍ້າ ຕາມທີ່ກໍານົດໄວ້ໃນ ກົດໝາຍວ່າດ້ວຍການປະມົງ;
  2. ລະບົບການວິເຄາະຈຸດສ່ຽງ ແລະ ຄວບຄຸມຈຸດອັນຕະລາຍ (HACCP-Hazard Analysis and Critical Control Point) ໝາຍ​ເຖິງ ລະບົບທີ່​ກຳນົດຂຶ້ນ ເພື່ອປະ​ເມີນ ​ແລະ ຄວບ​ຄຸມ​ຈຸດ​ທີ່​ເປັນ​ອັນຕະລາຍ ​ຕໍ່ ​ຄວາມ​ປອດ​ໄພທາງດ້ານ​ອາຫານ;
  3. ສານເພີ່ມໃສ່ອາຫານສັດ ໝາຍເຖິງ ສານໃດໜຶ່ງ ທີ່ເພີ່ມໃສ່ອາຫານສັດ ເພື່ອເຮັດໃຫ້ຜະລິດຕະພັນອາຫານສັດ ມີຮູບຮ່າງ, ກິ່ນ, ສີ ແລະ ອື່ນໆ. ສານເພີ່ມໃສ່ອາຫານສັດ ບໍ່ລວມເອົາສານທີ່ເປັນຢາ ທີ່ປະສົມໃສ່ ອາຫານສັດ ເພື່ອປ້ອງກັນ ຫຼື ປິ່ນປົວພະຍາດສັດ;
  4.  ອາຫານສັດສໍາເລັດຮູບ ໝາຍເຖິງ ອາຫານສັດ ທີ່ໄດ້ຜ່ານຂະບວນການປຸງແຕ່ງສໍາເລັດຢ່າງສົມບູນຈາກໂຮງງານແລ້ວ ພ້ອມທີ່ຈະນຳໃຊ້ລ້ຽງສັດໄດ້ໂດຍກົງ;
  5. ອາຫານສັດເຄິ່ງສຳເລັດຮູບ ໝາຍເຖິງ ວັດຖຸດິບອາຫານສັດທີ່ໄດ້ຜ່ານຂະບວນການປຸງແຕ່ງໃດໜຶ່ງຈາກໂຮງງານແລ້ວ ແຕ່ຍັງບໍ່ທັນພ້ອມທີ່ຈະນຳໃຊ້ລ້ຽງສັດໄດ້ໂດຍກົງ ຊຶ່ງຕ້ອງໄດ້ນຳໄປປຸງແຕ່ງຕື່ມ ຈຶ່ງສາມາດ ນໍາໃຊ້ລ້ຽງສັດໄດ້ ເປັນຕົ້ນ ອາຫານສັດເຂັ້ມຂຸ້ນ, ຫົວອາຫານສັດ;
  6. ອາຫານສັດບໍ່ທັນໄດ້ປຸງແຕ່ງ ໝາຍເຖິງ ພືດອາຫານສັດ ຫຼື ວັດຖຸດິບອາຫານສັດ ທີ່ບໍ່ໄດ້ຜ່ານຂະບວນການປຸງແຕ່ງຈາກໂຮງງານ ແຕ່ສາມາດນໍາໄປລ້ຽງສັດໄດ້ ເປັນຕົ້ນ ພືດ, ຫຍ້າ, ຜົນຜະລິດ ຫຼື ສິ່ງເສດເຫຼືອຈາກຜົນຜະລິດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ທີ່ຍັງສົດ, ແຫ້ງ ຫຼື ໝັກ;
  7. ອາຫານສັດປອມ ໝາຍ​ເຖິງ ອາຫານ​ສັດ ທີ່​ໃຊ້ວັດຖຸອື່ນ ທີ່ບໍ່ກົງກັບທີ່ໄດ້​ຂຶ້ນ​ທະບຽນ​ໄວ້ເປັນສ່ວນປະກອບ ຫຼື ອາຫານສັດທີ່ຜະລິດຄ້າຍຄືຂອງແທ້ ຫຼື ອາຫານສັດທີ່ຕິດສະຫຼາກ ຫຼື ເຄື່ອງໝາຍການຄ້າຫຼອກລວງຜູ້ນໍາໃຊ້ໃຫ້ຫຼົງເຊື່ອ;
  8. ອາຫານສັດເສື່ອມຄຸນນະພາ ໝາຍ​ເຖິງ ອາຫານ​ສັດທີ່​ໝົດ​ອາ​ຍຸ, ອາຫານ​ສັດ​​ເກີດ​ເຊື້ອ​ລາ, ບູດ,  ເນົ່າ ຫຼື ອາຫານສັດທີ່ມີວັດຖຸເປັນພິດເຈືອປົນ ລວມທັງອາຫານສັດທີ່ບັນຈຸໃນພາຊະນະບັນຈຸຕ້ອງຫ້າມ ຕາມທີ່ ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ;
  9. ຜູ້ປະກອບການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ທີ່ມີໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ ແລະ ໃບອະນຸຍາດດຳເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ໂດຍຖືກຕ້ອງຕາມກົດໝາຍ;
  10.  ຜູ້ໄດ້ຮັບອະນຸຍາດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດ ຈາກອົງການຄຸ້ມຄອງວຽກງານອາຫານສັດ ຢ່າງຖືກຕ້ອງຕາມດໍາລັດສະບັບນີ້.

ມາດຕາ 4  ນະໂຍບາຍຂອງລັດກ່ຽວກັບວຽກງານອາຫານສັດ

   ລັດ ເອົາໃຈໃສ່ຕໍ່ວຽກງານອາຫານສັດ ດ້ວຍການບໍາລຸງບຸກຄະລາກອນ, ຄົ້ນຄວ້າ, ທົດລອງ, ພັດທະນາ ແລະ ຖ່າຍທອດເຕັກນິກວິຊາການ ກ່ຽວກັບອາຫານສັດ ລວມທັງການກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸເຕັກນິກ ເພື່ອຮັບປະກັນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.

   ລັດ, ຊຸກຍູ້ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການດໍາເນີນທຸລະກິດກ່ຽວກັບອາຫານສັດ, ການນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດທີ່ມີໃນທ້ອງຖິ່ນ ເພື່ອປູກພືດອາຫານສັດ, ຜະລິດວັດຖຸດິບອາຫານສັດ ລວມທັງສົ່ງເສີມການປຸງແຕ່ງ ຫຼື ຜະລິດອາຫານສັດ ແບບຍີືນຍົງ ດ້ວຍການສະໜອງຂໍ້ມູນຂ່າວສານ, ເຕັກນິກວິຊາການ ແລະ ນະໂຍບາຍ ພາສີ, ອາກອນ ຕາມກົດໝາຍ.

ມາດຕາ 5  ຫຼັກການກ່ຽວກັບວຽກງານອາຫານສັດ

   ວຽກງານອາຫານສັດ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

  1. ສອດຄ່ອງກັບກົດໝາຍ, ລະບຽບການ, ນະໂຍບາຍກະສິກໍາສະອາດ ແລະ ມາດຕະຖານເຕັກນິກ ທີ່ກ່ຽວຂ້ອງ;
  2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  3. ຮັບປະກັນ ຄວາມເໝາະສົມ ສໍາລັບ ລ້ຽງສັດຢ່າງມີຄຸນນະພາບ ແລະ ປອດໄພ;
  4. ຖືເອົາການຜະລິດ, ນໍາໃຊ້ວັດຖຸດິບທີ່ມີຢູ່ພາຍໃນເປັນຕົ້ນຕໍ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ;
  5. ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້.

ມາດຕາ 6 ຂອບເຂດການນຳໃຊ້    

   ດໍາລັດສະບັບ​ນີ້ ນຳ​ໃຊ້​ສຳລັບ ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ເຄື່ອນໄຫວວຽກງານ ກ່ຽວກັບອາຫານສັດ ຢູ່ ສປປ ລາວ.

ມາດຕາ 7  ການຮ່ວມມືສາກົນ

   ລັດ ສົ່ງເສີມການພົວພັນຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາຫານສັດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ.

ໝວດທີ 2
ປະເພດ ແລະ ບັນຊີອາຫານສັດ

ມາດຕາ 8  ປະເພດອາຫານສັດ

   ອາຫານສັດ ມີຄວາມສໍາຄັນ ແລະ ຈໍາເປັນຕໍ່ການດໍາລົງຊີວິດ ແລະ ການຈະເລີນເຕີບໂຕຂອງສັດ ອາດໄດ້ມາຈາກການເກີດຂຶ້ນເອງຕາມທຳມະຊາດ ຫຼື ເກີດຈາກການປຸງແຕ່ງ. ອາຫານສັດແບ່ງອອກເປັນສອງປະເພດ  ດັ່ງນີ້:

  1. ອາຫານຂຸ້ນ ແມ່ນ ອາຫານສັດທີ່ມີເຍື່ອໃຍຕໍ່າບໍ່ເກີນ ຊາວສ່ວນຮ້ອຍ  ຊຶ່ງສັດສາມາດຍ່ອຍໄດ້ສູງ ຄື ຍ່ອຍໄດ້ຢູ່ໃນລະດັບ ຫ້າສິບຫົກສ່ວນຮ້ອຍຂຶ້ນໄປ ເປັນຕົ້ນ ຫົວອາຫານ, ອາຫານສໍາເລັດຮູບ ຫຼື ວັດຖຸດິບອາຫານສັດຈຳພວກຮໍາ, ເຂົ້າປຽນ, ສາລີບົດ, ກາກຖົ່ວເຫຼືອງ;
  2. ອາຫານຫຍາບ ແມ່ນ ອາຫານສັດທີ່ມີເຍື່ອໃຍສູງກວ່າ ຊາວສ່ວນຮ້ອຍຂຶ້ນໄປ ຊຶ່ງສັດສາມາດຍ່ອຍ ໄດ້ຕໍ່າ ຄືຍ່ອຍໄດ້ຢູ່ໃນລະດັບບໍ່ເກີນ ຫ້າສິບຫົກສ່ວນຮ້ອຍ ເປັນຕົ້ນ ຫຍ້າສົດ, ຫຍ້າແຫ້ງ, ຫຍ້າໝັກ, ໃບໄມ້,  ເສດພືດ.

ມາດຕາ 9  ບັນຊີອາຫານສັດ

   ບັນຊີອາຫານສັດ ແມ່ນ ລາຍການອາຫານສັດສໍາເລັດຮູບ, ເຄິ່ງສໍາເລັດຮູບ, ວັດຖຸທີ່ເປັນສ່ວນປະກອບຂອງອາຫານສັດ ແລະ ສານເພີ່ມໃສ່ອາຫານສັດ ທີ່ນໍາມາຂຶ້ນທະບຽນ ແລະ ອະນຸຍາດໃຫ້ ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ​ແລະ ລວມທັງສົ່ງຜ່ານ ສປປ ລາວ.

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດ ແລະ ທົບທວນ  ບັນຊີອາຫານສັດ ເພື່ອເປັນພື້ນຖານໃຫ້ແກ່ການຂຶ້ນທະບຽນ ແລະ ອະນຸຍາດເປັນແຕ່ລະໄລຍະ.

ມາດຕາ 10 ສານປົນເປື້ອນ

   ສານປົນເປື້ອນ ແມ່ນ ສິ່ງທີ່ບໍ່ຕ້ອງການໃດໜຶ່ງທີ່ເປັນວັດຖຸ, ເຄມີ, ຊີວະ ຫຼື ລັງສີ ຊຶ່ງຖືກເຈືອປົນຢູ່ໃນອາຫານສັດ​ໃນລະຫວ່າງ ການກະກຽມ, ​ປຸງ​ແຕ່ງ, ​ບຳບັດ, ​ບັນຈຸ​, ​ຫຸ້ມ​ຫໍ່, ​ເກັບຮັກສາ, ຂົນ​ສົ່ງ ຫຼື ຈໍາໜ່າຍ.

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດບັນຊີ ແລະ ລະດັບສານເຈືອປົນ ທີ່ຈະອະນຸຍາດ ຫຼື ບໍ່ອະນຸຍາດ ໃຫ້ມີຢູ່ອາຫານສັດ ແລ້ວແຈ້ງໃຫ້ແກ່ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ແລະ ຜູ້ຊົມໃຊ້ອາຫານສັດຮັບຊາບ ເພື່ອປະຕິບັດເປັນແຕ່ລະໄລຍະ.

ໝວດທີ 3
ການ
ຂຶ້ນທະບຽນອາຫານສັດ

ມາດຕາ 11     ການຂຶ້ນທະບຽນອາຫານສັດ

   ການຂຶ້ນທະບຽນອາຫານສັດ ແມ່ນ ການຮວບຮວມຂໍ້ມູນ, ຕົວຢ່າງ: ສະຫຼາກ ແລະ ລາຍການສູດຕຳລາອາຫານສັດ ທີ່ມີລາຍລະອຽດຂອງສ່ວນປະກອບຫຼັກໃນອາຫານສັດ ຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້.

   ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດແລ້ວ ກ່ອນຈະມີການຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈໍາໜ່າຍ  ຕ້ອງຂໍຂຶ້ນທະບຽນອາຫານສັດ ຕາມດໍາລັດສະບັບນີ້.

   ໃນກໍລະນີ ທີ່ຜູ້ໄດ້ຮັບໃບທະບຽນອາຫານສັດແລ້ວ ແຕ່ມີຄວາມຕ້ອງການຈະດັດແກ້ເນື້ອໃນຂອງສະຫຼາກ ຫຼື ປ່ຽນລາຍການສູດອາຫານສັດ ຕ້ອງຍື່ນຄໍາຮ້ອງຂໍດັດແກ້ຕໍ່ກົມລ້ຽງສັດ ແລະ ການປະມົງ.

ມາດຕາ 12     ອາຫານສັດທີ່ຍົກເວັ້ນການຂຶ້ນທະບຽນ

   ອາຫານສັດທີ່ຍົກເວັ້ນການຂຶ້ນທະບຽນ ມີ ດັ່ງນີ້:

  1. ອາຫານສັດປະເພດພືດສົດ, ແຫ້ງ ລວມທັງສິ່ງເສດເຫຼືອຈາກການປູກຝັງ ແລະ ອຸດສາຫະກຳປຸງແຕ່ງ;
  2. ອາຫານສັດທີ່ນໍາເຂົ້າ ຫຼື ປຸງແຕ່ງ ເພື່ອໃຊ້ເຂົ້າໃນການຄົ້ນຄວ້າທົດລອງ, ການວິໄຈ, ການວາງສະແດງ, ການຂະຫຍາຍພັນ ຫຼື ຮັບໃຊ້ກໍລະນີສຸກເສີນ ທີ່ລັດຖະບານອະນຸຍາດ;
  3. ອາຫານສັດທີ່ບຸກຄົນປະສົມເອົາເອງ ເພື່ອລ້ຽງສັດຂອງຕົນເອງ.

   ກໍລະນີອາຫານສັດທີ່ກ່າວມາຂ້າງເທິງນີ້ ມີຈຸດປະສົງເພື່ອທຸລະກິດຕ້ອງໄດ້ຂຶ້ນທະບຽນ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.

ມາດຕາ 13     ເງື່ອນໄຂການຂຶ້ນທະບຽນອາຫານສັດ

   ເງື່ອນໄຂການຂຶ້ນທະບຽນອາຫານສັດ ມີ  ດັ່ງນີ້:

  1. ເປັນອາຫານສັດທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ຫຼື ຈຳໜ່າຍ ຢູ່ ສປປ ລາວ;
  2. ເປັນອາຫານສັດທີ່ມີການທົດລອງນໍາໃຊ້, ວິໄຈດ້ານຄຸນນະພາບ ແລະ ຄວາມປອດໄພແລ້ວ;
  3. ອາຫານສັດທີ່ຈະນໍາເຂົ້າ ຕ້ອງໄດ້ຂຶ້ນທະບຽນຈາກປະເທດຜູ້ຜະລິດ ແລະ ໄດ້ຮັບການມອບສິດຈາກ ຜູ້ຜະລິດ ຂອງປະເທດສົ່ງອອກ;
  4. ມີເອກະສານ ແລະ ຕົວຢ່າງອາຫານສັດ ຕາມການກໍານົດ ຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້.

ມາດຕາ 14     ເອກະສານ ແລະ ຕົວຢ່າງອາຫານສັດ

   ເອກະສານ ແລະ ຕົວຢ່າງອາຫານສັດ ທີ່ນໍາມາຂໍຂຶ້ນທະບຽນ ມີ ດັ່ງນີ້:

  1. ຄໍາຮ້ອງ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  2. ສໍາເນົາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດອາຫານສັດ;
  3. ໃບມອບສິດຈາກຜູ້ຜະລິດອາຫານສັດ ແລະ ໃບຂຶ້ນທະບຽນອາຫານສັດ ຈາກປະເທດສົ່ງອອກ  ຖ້າເປັນອາຫານສັດນໍາເຂົ້າ;
  4. ໃບມອບສິດ ແລະ ບັດປະຈໍາຕົວຂອງຜູ້ຕາງໜ້າ ໃນກໍລະນີໃຫ້ຜູ້ອື່ນມາຂໍຂຶ້ນທະບຽນແທນ;
  5. ສະຫຼາກອາຫານສັດ ແລະ ຕົວຢ່າງອາຫານສັດ ບໍ່ໜ້ອຍກວ່າ ຫ້າຮ້ອຍ ກຣາມ ຕໍ່ສູດ;
  6. ບົດລາຍງານຜົນການທົດລອງການນໍາໃຊ້ສູດອາຫານສັດ ທີ່ມາຂໍຂຶ້ນທະບຽນ;
  7. ໃບແຈ້ງຊະນິດ ແລະ ລາຍການສູດອາຫານສັດ ທີ່ມີລາຍລະອຽດຂອງສ່ວນປະກອບຫຼັກຂອງອາຫານສັດ;
  8. ເອກະສານອື່ນທີ່ເຫັນວ່າມີຄວາມຈຳເປັນ ຕາມການຮຽກຮ້ອງຂອງກົມລ້ຽງສັດ ແລະ ການປະມົງ.

ມາດຕາ 15     ການພິຈາລະນາອອກໃບທະບຽນອາຫານສັດ

   ພາຍຫຼັງໄດ້ຮັບສໍານວນຄໍາຮ້ອງຂໍຂຶ້ນທະບຽນອາຫານສັດ ກົມລ້ຽງສັດ ແລະ ການປະມົງ ຕ້ອງພິຈາລະນາຂຶ້ນທະບຽນ ພາຍໃນກຳນົດເວລາ ໜຶ່ງຮ້ອຍຊາວ ວັນ ນັບແຕ່ວັນ ທີ່ໄດ້ຮັບຄຳຮ້ອງເປັນຕົ້ນໄປ.

ມາດຕາ 16     ການໂຈະໃບທະບຽນອາຫານສັດ

   ໃບທະບຽນອາຫານສັດ ຈະຖືກໂຈະ ໃນກໍລະນີ ດັ່ງນີ້:

  1. ອາຫານສັດ ທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ບໍ່ມີການເຄື່ອນໄຫວຜະລິດ, ນໍາເຂົ້າ ຫຼື ຈໍາໜ່າຍ ພາຍໃນກຳນົດເວລາ ສາມ ປີ;
  2. ກວດພົບ ແລະ ຢັ້ງຢືນວ່າມີຜົນກະທົບຕໍ່ສຸຂະພາບຂອງ ຄົນ ຫຼື ສັດ.

   ການໂຈະໃບທະບຽນອາຫານສັດ ຕ້ອງແຈ້ງໃຫ້ຜູ້ຖືກໂຈະຢ່າງເປັນລາຍຫຼັກອັກສອນ.

ມາດຕາ 17     ການຖອນໃບທະບຽນອາຫານສັດ

   ໃບຖະບຽນອາຫານສັດ ຈະຖືກຖອນ ໃນກໍລະນີ ດັ່ງນີ້:

  1. ບໍ່ປະຕິບັດຕາມ​ການແຈ້ງເຕືອນ ຂອງອົງການຄຸ້ມຄອງວຽກງານອາຫານສັດ;
  2. ໃບທະບຽນຢູ່ປະເທດຜູ້ຜະລິດຖືກຍົກເລີກ.

   ກົມລ້ຽງສັດ ແລະ ການປະມົງ ຕ້ອງລົບຂໍ້ມູນອາຫານສັດອອກຈາກບັນຊີ ຜະລິດຕະພັນອາຫານສັດ ແລ້ວແຈ້ງຜ່ານສື່ມວນຊົນ ໃຫ້ສາທາລະນະຊົນຊາບ.

ມາດຕາ 18     ການສະເໜີ ຫຼື ຂໍອຸທອນ ການໂຈະ ຫຼື ການຖອນໃບທະບຽນອາຫານສັດ

   ຜູ້ຖືກໂຈະ ຫຼື ຖອນໃບທະບຽນອາຫານສັດ ສາມາດສະເໜີ ຫຼື ຂໍອຸທອນ ຢ່າງເປັນລາຍລັກອັກສອນ ຕໍ່ກະຊວງກະສິກໍາ ແລະ ປ່າໄມ້ ພາຍໃນກຳນົດເວລາ ສາມສິບ ວັນ ນັບແຕ່ວັນທີ່ໄດ້ຮັບແຈ້ງໂຈະ ຫຼື ຖອນໃບທະບຽນອາຫານສັດເປັນຕົ້ນໄປ ເພື່ອພິຈາລະນາລົບລ້າງ ຖ້າຫາກສາມາດພິສູດໃຫ້ເຫັນວ່າ ຕົນໄດ້ປະຕິບັດຕາມເງື່ອນໄຂ ຫຼື ລະບຽບການຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ.

ໝວດທີ 4
ມາດຕະຖານ, ຄຸນ
ນະພາບ ແລະ ຄວາມປອດໄພກ່ຽວກັບອາຫານສັດ

ມາດຕາ 19     ມາດຕະຖານອາຫານສັດ

   ມາດຕະຖານອາຫານສັດ ແມ່ນຄຸນລັກສະນະສະເພາະ ຂອງອາຫານສັດ ທາງດ້ານຄຸນນະພາບ ແລະ ປະລິມານສານອາຫານທີ່ເໝາະສົມສຳລັບການລ້ຽງສັດແຕ່ລະຊະນິດ, ຊ່ວງອາຍຸຂອງສັດ ເພື່ອເປັນກຳນົດໝາຍໃຫ້ແກ່ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ແລະ ຜູ້ນໍາໃຊ້ອາຫານສັດປະຕິບັດ.

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດ ມາດຕະຖານອາຫານສັດ ແລະ ສ່ວນປະກອບຂອງອາຫານສັດ ເພື່ອເປັນພື້ນຖານໃຫ້ແກ່ການຕິດຕາມ, ກວດກາ, ຢັ້ງຢືນ ແລະ ຂຶ້ນທະບຽນອາຫານສັດ.

ມາດຕາ 20     ຄຸນນະພາບຂອງອາຫານສັດ

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດ ຄຸນນະພາບຂອງອາຫານສັດ ແລະ ສ່ວນປະກອບຂອງອາຫານສັດ ເພື່ອເປັນພື້ນຖານໃຫ້ແກ່ອົງການຄຸ້ມຄອງ, ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ແລະ ຜູ້ນໍາໃຊ້ອາຫານສັດປະຕິບັດ.

   ອາຫານສັດ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຕ້ອງມີຄຸນນະພາບ ແລະ ຜ່ານການວິໄຈຕາມວິທີການ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ.

ມາດຕາ 21     ຄວາມປອດໄພກ່ຽວກັບອາຫານສັດ

   ຄວາມປອດໄພກ່ຽວກັບອາຫານສັດ ແມ່ນ ມາດຕະການທີ່ນຳໃຊ້ ເພື່ອຄຸ້ມຄອງອາຫານສັດ ໃຫ້ມີຄວາມປອດໄພຕໍ່ ສັດ ແລະ ຜູ້ບໍລິໂພກ ຊຶ່ງປະກອບດ້ວຍ:

  1. ການຜະລິດ;
  2. ການບັນຈຸ, ຫຸ້ມຫໍ່ ແລະ ຕິດສະຫຼາກ;
  3. ການເກັບຮັກສາ ແລະ ຂົນສົ່ງ;
  4. ການປຸງແຕ່ງ ແລະ ນຳໃຊ້ອາຫານສັດພາຍໃນຟາມ;
  5. ການໂຄສະນາ;
  6. ການເກັບຕົວຢ່າງ ແລະ ວິໄຈອາຫານສັດ;
  7. ການປູກ, ປຸງແຕ່ງ ແລະ ນຳໃຊ້ອາຫານສັດພາຍໃນຟາມ;
  8. ການນໍາເຂົ້າ;
  9. ການສົ່ງອອກ;
  10. ການສົ່ງຜ່ານ;
  11.  ການຈໍາໜ່າຍ;
  12. ອາຫານສັດທີ່ບໍ່ປອດໄພ.

ມາດຕາ 22     ການຜະລິດອາຫານສັດ

   ຜູ້ໄດ້ຮັບໃບທະບຽນອາຫານສັດ ທີ່ຈະຜະລິດອາຫານສັດ ຫຼື ສ່ວນປະກອບຂອງອາຫານສັດ ຕ້ອງປະຕິບັດ ດັ່ງນີ້:

  1. ດຳເນີນການຜະລິດອາຫານສັດ ຕາມມາດຕະຖານການຜະລິດທີ່ດີ, ມີລະບົບວິເຄາະຈຸດສ່ຽງ ແລະ ຄວບຄຸມຈຸດອັນຕະລາຍ;
  2. ໂຮງເຮືອນ, ເຄື່ອງຈັກ, ເຄື່ອງມື ຕ້ອງອອກແບບ, ກໍ່ສ້າງ ແລະ ຕິດຕັ້ງ ຢ່າງເປັນລະບົບທີ່ຮັບປະກັນໃຫ້ສະດວກໃນການປະຕິບັດງານ ແລະ ຫຼີກເວັ້ນການປົນເປື້ອນ;
  3. ນໍ້າທີ່ໃຊ້ຜະລິດຕ້ອງສະອາດ ແລະ ໄດ້ມາດຕະຖານ ຈາກຂະແໜງການທີ່ກ່ຽວຂ້ອງ, ຖັງເກັບນໍ້າ ແລະ ທໍ່ນໍ້າ ຕ້ອງສ້າງດ້ວຍວັດຖຸທີ່ປອດໄພ;
  4. ເຄື່ອງຈັກ, ວັດຖູປະກອນ ທີ່ໃຊ້ກັບອາຫານສັດ ຫຼື ສ່ວນປະກອບຂອງອາຫານສັດ  ຕ້ອງທໍາຄວາມ ສະອາດ, ເຮັດໃຫ້ແຫ້ງທຸກຄັ້ງທັງກ່ອນ ແລະ ຫຼັງການໃຊ້ງານ ເພື່ອປ້ອງກັນບໍ່ໃຫ້ເກີດເຊື້ອຣາ ຫຼື ເຊື້ອຈຸລິນຊີ;
  5. ເຄື່ອງປະສົມ, ຊິງຊັ່ງນໍ້າໜັກ ແລະ ເຄື່ອງມືຕ່າງໆ ທີ່ໃຊ້ໃນການຜະລິດອາຫານສັດ ຕ້ອງໃຫ້ເໝາະສົມກັບປະລິມານ, ບໍລິມາດ ຂອງອາຫານສັດ ຫຼື ສ່ວນປະກອບຂອງອາຫານສັດ, ມີການຮັກສາໃຫ້ສະອາດ ແລະ ກວດສອບຄວາມຖືກຕ້ອງຊັດເຈນ ຕາມລະບຽບການ ຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງເຂັ້ມງວດ;
  6. ມີລະບົບເກັບ ແລະ ບໍາບັດນໍ້າເສຍທີ່ມີປະສິດທິພາບ;
  7. ກ່ອນຈະດໍາເນີນການຜະລິດເພື່ອຈໍາໜ່າຍ ຕ້ອງໄດ້ນໍາເອົາຜະລິດຕະພັນໄປຂຶ້ນທະບຽນ ນໍາກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕ້ອງຜະລິດໃຫ້ຖືກຕາມຕໍາລາອາຫານສັດ ທີ່ໄດ້ຂຶ້ນທະບຽນໄວ້;
  8. ຕ້ອງຢູ່ພາຍໃຕ້ການດູແລຂອງຜູ້ດຳເນີນການ ແລະ ຜູ້ປະຕິບັດການທີ່ຖືກມອບໝາຍ ແລະ ຮັບຮູ້ໂດຍອົງການຄຸ້ມຄອງອາຫານສັດເທົ່ານັ້ນ;
  9. ຜະລິດຕະພັນອາຫານສັດທີ່ຜະລິດໃນແຕ່ລະຊຸດ ກ່ອນນໍາອອກຈໍາໜ່າຍ ຕ້ອງຜ່ານການວິໄຈ, ມີການຢັ້ງຢືນດ້ານຄຸນນະພາບ ແລະ ເກັບເອກະສານການຢັ້ງຢືນນັ້ນໄວ້ບໍ່ໃຫ້ຫຼຸດ ສາມປີ.

ມາດຕາ 23     ການບັນຈຸ, ຫຸ້ມຫໍ່ ແລະ ຕິດສະຫຼາກອາຫານສັດ

   ອາຫານສັດ, ສ່ວນປະກອບຂອງອາຫານສັດ ຕ້ອງບັນຈຸໄວ້ໃນພາຊະນະທີ່ຮັບປະກັນ, ໃໝ່, ສະອາດ, ປອດໄພ ແລະ ມີສະຫຼາກ​​ເປັນ​ພາສາລາວ ແລະ ພາສາຕ່າງປະເທດ ທີ່ຊັດເຈນ ໂດຍຕ້ອງມີຂໍ້ມູນ ດັ່ງນີ້:

  1. ຊື່ອາຫານສັດທາງການຄ້າ;
  2. ເຄື່ອງໝາຍການຄ້າ;
  3. ເລກທະບຽນອາຫານສັດ;
  4. ຊື່ ແລະ ທີ່ຢູ່ ຂອງໂຮງງານຜະລິດ;
  5. ນໍ້າໜັກ ຕາມລະບົບເມຕຣິກ;
  6. ຊື່ວັດຖຸດິບ ທີ່ສໍາຄັນທີ່ເປັນສ່ວນປະກອບຂອງອາຫານສັດ;
  7. ຄຸນນະພາບທາງເຄມີ ຫຼື ໂພຊະນາການ ຕາມທີ່ຂຶ້ນທະບຽນໄວ້;
  8. ວັນເດືອນປີ ຜະລິດ ແລະ ໝົດອາຍຸ;
  9. ວິທີການນໍາໃຊ້.

ມາດຕາ 24     ການເກັບຮັກສາ ແລະ ຂົນສົ່ງອາຫານສັດ

   ເກັບຮັກສາ ແລະ ຂົນສົ່ງອາຫານສັດ ຕ້ອງປະຕິບັດ ດັ່ງນີ້:

  1. ເກັບຮັກສາອາຫານສັດ ໄວ້ໃນສະຖານທີ່ ສະອາດ, ເໝາະສົມ ແລະ ປອດໄພ;
  2. ການເກັບຮັກສາ ແລະ ການຂົນສົ່ງ ອາຫານສັດສໍາເລັດຮູບ, ສ່ວນປະກອບຂອງອາຫານສັດ ແລະ  ສານເພີ່ມໃສ່ອາຫານສັດ ຕ້ອງໃຫ້ແຍກກັນຕ່າງຫາກ ແລະ ບໍ່ໃຫ້ເກັບ ຫຼື ຂົນສົ່ງປົນກັບຈຳພວກຝຸ່ນ, ຢາປາບສັດຕູພືດ ແລະ ສານເຄມີອື່ນ;
  3. ການເກັບສະສົມອາຫານສັດເພື່ອລ້ຽງສັດ ຕ້ອງສະສົມໄວ້ເທົ່າທີ່ມີຄວາມຈໍາເປັນສໍາລັບການນໍາໃຊ້  ເພື່ອປ້ອງກັນບໍ່ໃຫ້ອາຫານສັດເສື່ອມຄຸນນະພາບ.

ມາດຕາ 25     ການໂຄສະນາອາຫານສັດ

   ການໂຄສະນາອາຫານສັດ ຕ້ອງໃຫ້ຖືກກັບເນື້ອໃນ, ຮູບການ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດ. ເນື້ອໃນການໂຄສະນາ ຕ້ອງໃຫ້ຊັດເຈນ, ຖືກຕາມຄຸນລັກສະນະ, ຄຸນນະພາບ ແລະ ຫຼີກລ່ຽງການໂຄສະນາເກີນຄວາມເປັນຈິງ ທີ່ເປັນການບິດເບືອນ ຫຼອກລວງຜູ້ອື່ນໃຫ້ຫຼົງເຊື່ອ​.

   ຜູ້ທີ່ມີຈຸດປະສົງໂຄສະນາ ກ່ຽວກັບອາຫານສັດ ຕ້ອງຂໍອະນຸຍາດ ຈາກຂະແໜງການກະສິກໍາ ແລະ ປ່າໄມ້, ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 26     ການເກັບຕົວຢ່າງ ແລະ ວິໄຈອາຫານສັດ

   ຜູ້ຜະລິດອາຫານສັດ, ສ່ວນປະກອບຂອງອາຫານສັດ, ສານເພີ່ມອາຫານສັດ ຕ້ອງເກັບຕົວຢ່າງ ແລະ ວິໄຈອາຫານສັດ ຢູ່ຫ້ອງວິໄຈອາຫານສັດ ທີ່ມີເງື່ອນໄຂ ແລະ ປະຕິບັດຫຼັກການ, ຂັ້ນຕອນ ແລະ ວິທີການວິໄຈອາຫານສັດຕາມທີ່ ກະຊວງກະສິກໍາ ແລະ ປ່າໄມ້ ກຳນົດ.

   ຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງເກັບຕົວຢ່າງ ແລະ ວິໄຈອາຫານສັດ ທີ່ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງອອກ ເພື່ອຕິດຕາມ ແລະ ກວດກາ ຄຸນນະພາບຂອງອາຫານສັດເປັນແຕ່ລະໄລຍະ.

   ໃນກໍລະນີທີ່ຕ້ອງໄດ້ສົ່ງຕົວຢ່າງໄປວິໄຈຢູ່ຕ່າງປະເທດ ຫ້ອງວິໄຈນັ້ນຕ້ອງໄດ້ມາດຕະຖານສາກົນ ຫຼື ຮັບຮູ້ຈາກ ກະຊວງກະສິກໍາ ແລະ ປ່າໄມ້.

ມາດຕາ 27     ການປູກ, ປຸງແຕ່ງ ແລະ ນຳໃຊ້ອາຫານສັດພາຍໃນຟາມ

   ຜູ້ລ້ຽງສັດ ທີ່ມີການ ປູກ, ປຸງແຕ່ງ ແລະ ນໍາໃຊ້ອາຫານສັດພາຍໃນຟາມ ຕ້ອງປະຕິບັດ ດັ່ງນີ້:

  1. ຄຸ້ມຄອງທົ່ງຫຍ້າທີ່ດີ ມີການຈັດການໝູນວຽນທົ່ງຫຍ້າ ແລະ ລະມັດລະວັງໃນການນໍາໃຊ້ສານເຄມີ ແລະ ຢາປາບສັດຕູພືດ;
  2. ເລືອກພື້ນທີ່ປູກພືດອາຫານສັດ ທີ່ບໍ່ມີຄວາມສ່ຽງທີ່ຈະປົນເປື້ອນຈາກມົນລະພິດ ແລະ ນໍ້າເສຍ;
  3. ນໍ້າທີ່ໃຊ້ປູກພືດ ບໍ່ໃຫ້ມີສານທີ່ເປັນອັນຕະລາຍຕໍ່ສຸຂະພາບສັດ;
  4. ມີການນໍາໃຊ້ ຝຸ່ນຄອກ, ຝຸ່ນເຄມີ ແລະ ຄວບຄຸມຢາປາບສັດຕູພືດທີ່ດີ ເປັນຕົ້ນ ດ້ານຄຸນນະພາບ, ການເກັບຮັກສາ ລວມທັງມາດຕະການກໍາຈັດທຳລາຍທີ່ຮັບປະກັນ;
  5. ການປຸງແຕ່ງ ຫຼື ປະສົມອາຫານສັດ ຕ້ອງເລືອກສະຖານທີ່ ທີ່ເໝາະສົມ, ເຄື່ອງມື, ພາຊະນະບັນຈຸ ທີ່ສະອາດ, ສ່ວນປະກອບອາຫານທີ່ມີຄຸນນະພາບ ແລະ ມີການບັນທຶກຕິດຕາມກ່ຽວກັບການປຸງແຕ່ງອາຫານ ສັດຢ່າງເປັນປົກະຕິ;
  6. ນໍາໃຊ້ອາຫານສັດ ໃຫ້ຖືກຕ້ອງຕາມຊະນິດ, ປະເພດ, ຊ່ວງອາຍຸຂອງສັດ ແລະ ນໍາໃຊ້ອຸປະກອນໃຫ້ອາຫານທີ່ເໝາະສົມ. ໃນກໍລະນີນຳໃຊ້ຢາປະສົມໃນອາຫານສັດ ຕ້ອງເອົາໃຈໃສ່ກ່ຽວກັບໄລຍະຢຸດການໃຫ້ຢາກ່ອນບໍລິໂພກຂອງຢາແຕ່ລະຊະນິດ.

ມາດຕາ 28     ການນໍາເຂົ້າອາຫານສັດ

   ການນໍາເຂົ້າອາຫານສັດເພື່ອຈໍາໜ່າຍ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າອາຫານສັດ ແລະ ຂຶ້ນທະບຽນ ຕາມທີ່ກໍານົດໄວ້ໃນ ດໍາລັດ ສະບັບນີ້;
  2. ຮັບປະກັນການບັນຈຸ, ຫຸ້ມຫໍ່ ແລະ ການຕິດສະຫຼາກ, ການເກັບຮັກສາ ແລະ ຂົນສົ່ງຢ່າງປອດໄພ;
  3. ມີການຮັບປະກັນດ້ານຄຸນນະພາບ ຕາມທີ່ໄດ້ຂຶ້ນທະບຽນໄວ້;
  4. ນໍາເຂົ້າຕາມດ່ານທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງຈາກ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ;
  5. ປະຕິບັດຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານຂອງ ກະຊວງກະສິກໍາ ແລະ ປ່າໄມ້ ທີ່ກໍານົດໄວ້.

ມາດຕາ 29     ການສົ່ງອອກອາຫານສັດ

   ການສົ່ງອອກອາຫານສັດ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດດໍາເນີນທຸລະກິດສົ່ງອອກອາຫານສັດ ແລະ ຂຶ້ນທະບຽນ ຕາມທີ່ກໍານົດໄວ້ໃນດໍາລັດ ສະບັບນີ້;
  2. ສົ່ງອອກຕາມດ່ານ ທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ຈາກ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ;
  3. ປະຕິບັດຕາມເງື່ອນໄຂ ແລະ ລະບຽບການຂອງປະເທດນໍາເຂົ້າ ແລະ ສົ່ງຜ່ານ;
  4. ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 30     ການສົ່ງຜ່ານອາຫານສັດ

   ການສົ່ງຜ່ານອາຫານສັດ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດສົ່ງຜ່ານອາຫານສັດ ຕາມທີ່ກໍານົດໄວ້ໃນດໍາລັດສະບັບນີ້;
  2. ສົ່ງອອກຕາມດ່ານ ທີ່ກໍານົດໄວ້ໃນໃບອະນຸຍາດ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ຈາກ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ;
  3. ປະຕິບັດຕາມເງື່ອນໄຂ ແລະ ລະບຽບການຂອງປະເທດສົ່ງອອກ ແລະ ປະເທດນໍາເຂົ້າ;
  4. ຮັບປະກັນການຂົນສົ່ງດ້ວຍຄວາມປອດໄພ ແລະ ໄປຕາມເສັ້ນທາງຂົນສົ່ງທີ່ກໍານົດໄວ້. ໃນກໍລະນີ ຈໍາເປັນທີ່ມີການຄ່ຽນຖ່າຍສິນຄ້າ ຕ້ອງມີການກວດກາ ແລະ ຢັ້ງຢືນຈາກເຈົ້າໜ້າທີ່ສັດຕະວະແພດ  ແລະ ແຈ້ງ ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ທີ່ສິນຄ້າທີ່ຈະຖືກສົ່ງອອກຊາບ;
  5. ປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 31     ການຈໍາໜ່າຍອາຫານສັດ

   ການຈໍາໜ່າຍອາຫານສັດ ຕ້ອງປະຕິບັດ ດັ່ງນີ້:

  1. ຂໍອະນຸຍາດຈໍາໜ່າຍອາຫານສັດ ຕາມທີ່ກໍານົດໄວ້ໃນດໍາລັດສະບັບນີ້;
  2. ຮັບປະກັນການ ບັນຈຸ, ຫຸ້ມຫໍ່, ຕິດສະຫຼາກ ອາຫານສັດຢ່າງປອດໄພ;
  3. ເກັບຮັກສາ ແລະ ຂົນສົ່ງອາຫານສັດ ຢ່າງຖືກຕ້ອງຕາມເຕັກນິກ;
  4. ຈໍາໜ່າຍອາຫານສັດທີ່ມີຄຸນນະພາບ ແລະ ປອດໄພ ຕາມທີ່ໄດ້ຂຶ້ນທະບຽນໄວ້;
  5. ໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ສັດຕະວະແພດ ໃນການກວດກາຄຸນນະພາບຂອງອາຫານສັດ.

ມາດຕາ 32     ອາຫານສັດທີ່ບໍ່ມີຄວາມປອດໄພ

   ອາຫານສັດທີ່ບໍ່ມີຄວາມປອດໄພ ແມ່ນ ອາຫານ​ສັດ​ປອມ ຫຼື ເສື່ອມ​ຄຸນ​ນະພາ​ບ, ອາຫານ​ສັດ​ບໍ່​ໄດ້​ຂຶ້ນທະບຽນ​ ຫຼື ອາຫານສັດທີ່ຖືກຖອນທະບຽນ.

   ໃນກໍລະນີ ພົບເຫັນມີການ ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ຫຼື ສົ່ງຜ່ານ ອາຫານສັດ ທີ່ບໍ່ມີຄວາມປອດໄພ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ປະຕິບັດ ດັ່ງນີ້:

  1. ສັ່ງຢຸດຕິການຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງຜ່ານ ເປັນລາຍລັກອັກສອນ;
  2. ຮຽກເກັບຄືນອາຫານສັດ ແລະ ໃຫ້ຜູ້ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງຜ່ານອານຫານສັດ ທີ່ບໍ່ມີຄວາມ ປອດໄພນັ້ນ ຮັບຜິດຊອບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການເກັບຄືນ ແລະ ທໍາລາຍ;
  3. ປະກາດ ຜ່ານສື່ມວນຊົນ ກ່ຽວກັບອາຫານສັດທີ່ບໍ່ມີຄວາມປອດໄພນັ້ນ ໃຫ້ສາທາລະນະຊົນຊາບ.

ໝວດທີ 5
ການດຳເນີນທຸລະກິດກ່ຽວກັບ
ອາຫານສັດ

ມາດຕາ 33     ການດຳເນີນທຸລະກິດກ່ຽວກັບອາຫານສັດ

   ຜູ້ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບອາຫານສັດ ຕ້ອງຍື່ນຄໍາຮ້ອງພ້ອມເອກະສານຄົບຊຸດ ຕໍ່ຂະແໜງ ການອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ, ພາຍຫຼັງທີ່ໄດ້ໃບທະບຽນວິສາຫະກິດແລ້ວ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບອາຫານສັດ ນໍາຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 34     ປະເພດທຸລະກິດ ກ່ຽວກັບອາຫານສັດ

   ປະເພດທຸລະກິດ ກ່ຽວກັບອາຫານສັດ ມີດັ່ງນີ້:

  1. ການຜະລິດອາຫານສັດ;
  2. ການວິໄຈອາຫານສັດ;
  3. ການນໍາເຂົ້າອາຫານສັດ;
  4. ການສົ່ງອອກອາຫານສັດ;
  5. ການສົ່ງຜ່ານອາຫານສັດ;
  6. ການຈໍາໜ່າຍອາຫານສັດ;
  7. ທຸລະກິດອື່ນທີ່ກ່ຽວຂ້ອງກັບອາຫານສັດ.

ມາດຕາ 35     ອາຫານສັດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດໍາເນີນທຸລະກິດ

   ອາຫານ​ສັດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບອາຫານສັດ ມີ ດັ່ງ​ນີ້:

  1. ອາຫານສັດທີ່ຜະລິດຢູ່ໃນຟາ​ມ​ຂອງລັດ ທີ່ມີຈຸດປະສົງລ້ຽງສັດ ​ເພື່ອການສົ່ງ​ເສີມ ຫຼື ຄົ້ນຄວ້າທົດລອງ;
  2. ອາຫານສັດທີ່ໄດ້ ປູກ, ເກັບກ່ຽວ, ປຸງແຕ່ງ ຫຼື ປະສົມ ເພື່ອຈຸດປະສົງລ້ຽງສັດ ເພື່ອການບໍລິໂພກພາຍໃນຄອບຄົວຂອງຕົນ​;
  3. ອາຫານ​ສັດທີ່ນຳເຂົ້າ ເພື່ອການສົ່ງ​ເສີມ, ສຶກສາ​ຄົ້ນ​ຄວ້າ, ທົດລອງ ຫຼື ຜົນປະໂຫຍດອື່ນຕາມການຕົກລົງຂອງລັດຖະບານ ແຕ່ບໍ່ອະນຸຍາດໃຫ້ຈໍາໜ່າຍ;
  4. ຕົວຢ່າງ​ອາຫານ​ສັດທີ່ນໍາເຂົ້າມາ ​ເພື່ອຂໍ​ຂຶ້ນ​ທະບຽນ​ອາຫານ​ສັດ.

   ຜູ້ປຸງແຕ່ງ ຫຼື ຜູ້ນໍາເຂົ້າອາຫານສັດ ທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດ ຕ້ອງລາຍງານ ແລະ ແຈ້ງສູດອາຫານສັດ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ຕາມການຮຽກຮ້ອງ.

ມາດຕາ 36     ເງື່ອນໄຂຂອງຜູ້ດຳເນີນທຸລະກິດກ່ຽວກັບອາຫານສັດ

   ຜູ້ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບອາຫານສັດ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ມີທຶນ, ສໍານັກງານ, ສິ່ງປຸກສ້າງ, ວັດຖູປະກອນ, ພາຫະນະຮັບໃຊ້;
  2. ມີສັດຕະວະແພດ ຫຼື ນັກວິຊາການລ້ຽງສັດ ທີ່ມີລະດັບຄວາມຮູ້ຂັ້ນປະລິນຍາຕີຂຶ້ນໄປ ແລະ ມີປະສົບການດ້ານອາຫານສັດ ແຕ່ ສອງປີຂຶ້ນໄປ ໂດຍມີໃບຢັ້ງຢືນການປະຕິບັດງານຕົວຈິງ ສຳລັບການຜະລິດອາຫານສັດ ແລະ ການວິໄຈອາຫານສັດ;
  3. ມີບຸກຄະລາກອນຢ່າງພຽງພໍ ສໍາລັບການດໍາເນີນທຸລະກິດກ່ຽວກັບອາຫານສັດອື່ນ;
  4. ບໍ່ເຄີຍລະເມີດລະບຽບການກ່ຽວກັບອາຫານສັດ;
  5. ມີສຸຂະພາບແຂງແຮງດີ;
  6. ເງື່ອນໄຂອື່ນທີ່ຈຳເປັນຕາມການກຳນົດ ຂອງກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 37     ເອກະສານປະກອບການຂໍອະນຸຍາດ

   ເອກະສານ ປະກອບການຂໍອະນຸຍາດດໍາເນີນທຸລະກິດ ກ່ຽວກັບອາຫານສັດ ມີ ດັ່ງນີ້:

  1. ໃບຄຳຮ້ອງ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  2. ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ, ໃບມອບສິດຂອງຜູ້ຕາງໜ້າ ໃນກໍລະນີທີ່ໃຫ້ຜູ້ອື່ນມາແລ່ນ ເອກະສານແທນ;
  3. ສຳເນົາໃບທະບຽນວິສາຫະກິດ ຫຼື  ສໍາເນົາໃບອະນຸຍາດລົງທຶນ;
  4. ບົດ​ວິພາກ​ເສດ​ຖະກິດ-​ເຕັກນິກ ຫຼື ບົດສະເໜີແຜນການ ຫຼື ໂຄງການ;
  5. ໃບ​ຢັ້ງຢືນສິ່ງແວດລ້ອມ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​;
  6. ເອກະສານອື່ນທີ່ຈຳເປັນຕາມການຮຽກຮ້ອງ ຂອງຂະແໜງການກະສິກຳ ແລະ ປ່າໄມ້.      

ມາດຕາ 38     ການພິຈາລະນາກ່ຽວກັບການດໍາເນີນທຸລະກິດອາຫານສັດ

   ພາຍຫຼັງຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຮັບສໍານວນເອກະສານຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຜ່ານການກວດກາສະຖານທີ່ແລ້ວ ຕ້ອງພິຈາລະນາການຂໍອະນຸຍາດດຳເນີນທຸລະກິດກ່ຽວກັບອາຫານສັດຕາມ ຂັ້ນຄຸ້ມຄອງ ດັ່ງນີ້:

  1. ການຜະລິດ ສີ່ພັນໂຕນ ​ຕໍ່ປີຂຶ້ນ​ໄປ, ການນໍາເຂົ້າ ສາມພັນໂຕນ ຕໍ່ປີຂຶ້ນໄປ, ການສົ່ງອອກ ແລະ ການສົ່ງຜ່ານອາຫານສັດ ໃຫ້​ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາ;
  2. ການຜະລິດອາຫານສັດ ໜ້ອຍກວ່າ ສີ່ພັນໂຕນ ​ຕໍ່ປີ, ການນໍາເຂົ້າອາຫານສັດ ໜ້ອຍກວ່າ ສາມພັນໂຕນ ຕໍ່ປີ ແລະ ການຈຳໜ່າຍອາຫານ​ສັດ ​ຫ້າຮ້ອຍໂຕນ​ ຕໍ່ປີຂຶ້ນ​ໄປ ໃຫ້​ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ພິຈາລະນາ;
  3. ການຈຳໜ່າຍອາຫານ​ສັດ ​ໜ້ອຍກວ່າ ຫ້າຮ້ອຍໂຕນ​ ຕໍ່ປີ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ພິຈາລະນາ.

   ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດ ໃຫ້ປະຕິບັດຕາມກຳນົດເວລາ ດັ່ງນີ້:

  1. ຊາວວັນ  ສໍາລັບການຜະລິດອາຫານສັດ;
  2. ສິບຫ້າວັນ ສໍາລັບການນໍາເຂົ້າອາຫານສັດ;
  3. ຫ້າວັນ ລັດຖະການ ສໍາລັບການຈໍາໜ່າຍອາຫານສັດ, ສົ່ງອອກ ແລະ ສົ່ງຜ່ານອາຫານສັດ.

​   ກໍລະນີ​​ບໍ່ສາມາດອອກໃບອະນຸຍາດດຳເນີນທຸລະກິດກ່ຽວກັບອາຫານສັດ ໄດ້ຕາມກໍານົດເວລາດັ່ງກ່າວ ຕ້ອງແຈ້ງ​ເຫ​ດຜົນ​ຢ່າງ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​​ຜູ້​ຂໍອະນຸຍາດ​ຊາບ​.

ມາດຕາ 39     ການນຳໃຊ້ໃບອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດ

​   ໃບ​ອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດ ມີອາຍຸການນຳໃຊ້ ດັ່ງນີ້:    

  1. ໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບການຜະລິດ​ອາຫານ​ສັດ ​ມີອາຍຸການ​ນຳໃຊ້​ໄດ້ ສາມ ປີ;
  2. ໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບການສົ່ງອອກ​ອາຫານ​ສັດ ​ມີອາຍຸການ​ນຳໃຊ້​ໄດ້ ສອງ ປີ;
  3. ໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບການນໍາເຂົ້າ, ຈຳໜ່າຍ ແລະ ສົ່ງຜ່ານ ​ອາຫານ​ສັດ ​ມີອາຍຸການ​ນຳໃຊ້​ໄດ້ ໜຶ່ງ ປີ.

   ກ່ອນໃບ​ອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດຈະໝົດ​ອາຍຸການນຳໃຊ້ ສາມສິບ ວັນ ຜູ້ດຳເນີນ ທຸລະກິດ ​ຕ້ອງຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ອາຍຸ​ການນຳໃຊ້ ນຳຂະແໜງການກະສິກຳ ແລະ ປ່າໄມ້. ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງພິຈາລະນາການຕໍ່ ຫຼື ບໍ່​ຕໍ່​ໃບ​ອະນຸຍາດດຳເນີນທຸລະກິດ​ ພາຍໃນກຳນົດເວລາ ສິບຫ້າ ວັນ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ໃບຄຳຮ້ອງເປັນຕົ້ນໄປ.

   ໃນກໍລະນີທີ່ໃບອະນຸຍາດດຳເນີນທຸລະກິດເສຍຫາຍ ຫຼື ຖືກທຳລາຍ ຜູ້ໄດ້ຮັບໃບອະນຸຍາດ ຕ້ອງແຈ້ງຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ໂດຍ​ໃຫ້​ປະກອບ​ເອກະສານຂໍຮັບໃບອະນຸຍາດຄືນໃໝ່ ພາຍໃນກຳນົດເວລາ ສິບຫ້າ ວັນ ນັບແຕ່ວັນທີ່ໃບອະນຸຍາດເສຍຫາຍ ຫຼື ຖືກທຳລາຍເປັນຕົ້ນໄປ. ຖ້າເກີນກໍານົດເວລາດັ່ງກ່າວ ຖືວ່າເປັນການສະລະສິດ.

ມາດຕາ 40     ສິດ ແລະ ພັນທະ ຂອງຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ

   ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ມີ ສິດ ແລະ ພັນທະ ດັ່ງນີ້:

  1. ວິໄຈ ແລະ ຢັ້ງຢືນດ້ານ​ຄຸນ​ນະພາ​ບຂອງອາຫານສັດ ແລະ ເກັບຮັກສາຂໍ້​ມູນ​ການ​ກວດກາ ​ແລະ ໃບຢັ້ງຢືນນັ້ນ​ໄວ້ຢ່າງໜ້ອຍ ສອງປີ, ພ້ອມທັງເກັບຕົວຢ່າງອາຫານທີ່ຖືກກວດກາຄຸນນະພາບນັ້ນໄວ້ຢ່າງໜ້ອຍ ຫົກເດືອນ;
  2. ຮັບຂໍ້ມູນຂ່າວສານກ່ຽວກັບວຽກງານອາຫານສັດ;
  3. ໄດ້ຮັບນະໂຍບາຍປົກປ້ອງສິດອື່ນຢ່າງເປັນທຳ ຕາມກົດໝາຍ;
  4. ເປັນເຈົ້າການຮັກສາຄວາມປອດໄພ, ນໍາໃຊ້ທຸກວິທີການ ເພື່ອສະກັດກັ້ນອາຫານສັດທີ່ບໍ່ປອດໄພ ຊຶ່ງສົ່ງຜົນກະທົບຕໍ່ ຄົນ, ສັດ, ສິ່ງແວດລ້ອມ ພ້ອມທັງຮັບຜິດຊອບຕໍ່ຄວາມເສຍຫາຍ ຈາກການດໍາເນີນທຸລະກິດຂອງຕົນ;
  5. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງທີ່ມີສິດອຳນາດ ກ່ຽວກັບການລະເມີດກົດໝາຍ ຂອງພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
  6. ດໍາເນີນທຸລະກິດຖືກຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ ແລະ ກົດໝາຍຢ່າງເຂັ້ມງວດ;
  7. ຜະລິດ, ປະສົມ, ປຸງແຕ່ງ, ເກັບຮັກສາ ແລະ ຂົນສົ່ງອາຫານສັດ ໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ ແລະ ມາດຖານເຕັກນິກ;
  8. ຝຶກອົບຮົມບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບຄວາມຮັບຜິດຊອບ ແລະ ການຮັກສາຄຸນນະພາບ ແລະ ຄວາມປອດໄພຂອງອາຫານສັດ;
  9. ຕິດປ້າຍສະຖານທີ່ດຳເນີນທຸລະກິດ ບ່ອນທີ່ສາທາລະນະຊົນເຫັນໄດ້ຢ່າງຊັດເຈນ;
  10. ສ້າງລະບົບບັນທຶກ ແລະ ຖານຂໍ້ມູນ ກ່ຽວກັບການຜະລິດ, ການທົດສອບ, ການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ແລະ ເກັບຂໍ້ມູນໄວ້ຢ່າງໜ້ອຍ ສາມປີ;
  11. ປະກອບສ່ວນທາງດ້ານທຶນຮອນ ຫຼື ແຮງງານ ເຂົ້າໃນການພັດທະນາຄຸນນະພາບອາຫານສັດ;
  12. ໃຫ້ການຮ່ວມມື, ສະໜອງຂໍ້ມູນຂ່າວສານ ແລະ ອໍານວຍຄວາມສະດວກ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າ ທີ່ສັດຕະວະແພດ;
  13. ເສຍຄ່າທໍານຽມ,  ຄ່າບໍລິການ ແລະ ພັນທະອື່ນຕາມກົດໝາຍ ແລະ ລະບຽບການ.

ມາດຕາ 41     ການຍ້າຍສະຖານທີ່, ການຢຸດເຊົາ, ການໂອນກິດຈະການ

   ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ທີ່ມີຈຸດປະສົງຍ້າຍສະຖານທີ່ຜະລິດ, ສາງເກັບຮັກສາ ຫຼື ຮ້ານຈຳໜ່າຍອາຫານສັດ ຫຼື ຢຸດເຊົາກິດຈະການ ຕ້ອງແຈ້ງ​ເປັນ​ລາຍ​ລັກ​ອັກສອນ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ພາຍໃນກຳນົດເວລາ ສິບຫ້າວັນ ກ່ອນມີການຍົກຍ້າຍ ຫຼື ຢຸດເຊົາກິດຈະການ ພ້ອມທັງໃຫ້ຂາຍ, ຈຳໜ່າຍ ຫຼື ນຳໃຊ້ອາຫານສັດໃຫ້ໝົດ.

   ສໍາລັບການໂອນກິດຈະການ ຜູ້ຮັບໂອນກໍຕ້ອງປະຕິບັດພັນທະ ຄືກັນກັບຜູ້ມອບໂອນ.

ມາດຕາ 42     ການໂຈະການດໍາເນີນທຸລະກິດ

   ການດໍາເນີນທຸລະກິດກ່ຽວກັບອາຫານສັດ ຈະຖືກໂຈະໃນກໍລະນີ ດັ່ງນີ້:

  1. ຕາມ​ການ​ສະ​ເໜີ​ຂອງ​ຜູ້​ດຳ​ເນີນ​ທຸ​ລະ​ກິດ;
  2. ຜູ້ດຳເນີນທຸລະກິດບໍ່ປະຕິບັດຕາມການກ່າວເຕືອນ ຂອງຂະແໜງການກະສິກຳ ແລະ ປ່າໄມ້;
  3. ຜູ້ດຳເນີນທຸລະກິດ ບໍ່ດຳເນີນທຸລະກິດຕາມກົດໝາຍ ແລະ ຕາມການອະນຸຍາດ.

   ການໂຈະການດໍາເນີນທຸລະກິດ ຕ້ອງແຈ້ງຢ່າງເປັນລາຍລັກອັກສອນ ໃຫ້ຜູ້ດໍາເນີນທຸລະກິດ ປັບປຸງ, ແກ້ໄຂ ພາຍໃນກຳນົດເວລາ ເກົ້າສິບວັນ.

ມາດຕາ 43     ການຖອນໃບອະນຸຍາດດໍາເນີນທຸລະກິດ

   ການດໍາເນີນທຸລະກິດ ກ່ຽວກັບອາຫານສັດ ຈະຖືກຖອນໃນກໍລະນີທີ່ຜູ້ດໍາເນີນທຸລະກິດ ບໍ່ປັບປຸງ, ແກ້ໄຂ ຕາມເວລາທີ່ກຳນົດໄວ້ໃນການແຈ້ງໂຈະ.

   ອາຫານສັດ ຫຼື ສ່ວນປະກອບຂອງອາຫານສັດ ຂອງຜູ້ຖືກຖອນໃບອະນຸຍາດ ສາມາດຈຳໜ່າຍ ຫຼື ມອບ ໃຫ້ຜູ້ອື່ນ ໃຫ້ໝົດພາຍໃນກຳນົດເວລາ ເກົ້າສິບວັນ ນັບແຕ່ວັນທີ່ໄດ້ຮັບແຈ້ງການຖອນໃບອະນຸຍາດຢ່າງເປັນທາງການ​.

ມາດຕາ 44     ການສະເໜີ ຫຼື ຂໍອຸທອນ ການໂຈະ ຫຼື ການຖອນ ໃບອະນຸຍາດດໍາເນີນທຸລະກິດ

   ຜູ້ຖືກ ໂຈະ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດກ່ຽວກັບອາຫານສັດ ສາມາດສະເໜີ ຫຼື ຂໍອຸທອນ ຕໍ່ອົງການຂັ້ນເທິງ ຂອງອົງການທີ່ແຈ້ງ ໂຈະ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດ ເພື່ອພິຈາລະນາລົບລ້າງ ຖ້າຫາກສາມາດພິສູດໃຫ້ເຫັນວ່າຕົນໄດ້ປະຕິບັດຕາມເງື່ອນໄຂ ແລະ ກົດໝາຍຢ່າງຖືກຕ້ອງແລ້ວ ຫຼື ມີຂໍ້ມູນຫຼັກຖານທາງດ້ານວິທະຍາສາດ ທີ່ຢັ້ງຢືນໄດ້ວ່າເຫດຜົນຂອງການແຈ້ງໂຈະ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດນັ້ນ ບໍ່ຖືກຕ້ອງຕາມຄວາມເປັນຈິງ.

ໝວດທີ 6
ຂໍ້ຫ້າມ

ມາດຕາ 45     ຂໍ້ຫ້າມ ສຳລັບຜູ້ໄດ້ຮັບໃບທະບຽນ ແລະ ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບອາຫານສັດ

   ຫ້າມຜູ້ໄດ້ຮັບໃບທະບຽນ ແລະ ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບອາຫານສັດ ມີພຶດຕິກໍາ ດັ່ງນີ້:                 

  1. ດຳເນີນທຸລະກິດຢູ່ສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດ;
  2. ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ອາຫານສັດທີ່ບໍ່ປອດໄພ, ອາຫານສັດທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ຖືກຖອນທະບຽນ;
  3. ປອມແປງຜະລິດຕະພັນອາຫານສັດ ທີ່ຜູ້ອື່ນໄດ້ຂຶ້ນທະບຽນແລ້ວ;
  4. ຂາຍອາຫານສັດນອກບັນຊີ, ອາຫານສັດປອມ, ອາຫານສັດທີ່ບໍ່ໄດ້ມາດຕະຖານ, ອາຫານສັດໝົດອາຍຸ ແລະ ອາຫານສັດເສື່ອມຄຸນນະພາບ;
  5. ໂອນ ຫຼື ໃຫ້ເຊົ່າໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດ;
  6. ນຳໃຊ້ສານທີ່ເປັນອັນຕະລາຍ ຫຼື ສານທີ່ຕ້ອງຫ້າມຕ່າງໆປະສົມລົງໃນອາຫານສັດ ເປັນຕົ້ນ ຢາປາບສັດຕູພືດ ແລະ ໂລຫະໜັກທີ່ເປັນພິດ;
  7. ນຳໃຊ້ຢາຕ້ານເຊື້ອ, ຮໍໂມນ ຫຼື ສານອື່ນປະສົມລົງໃນອາຫານສັດ ທີ່ເກີນມາດຕະຖານທີ່ໄດ້ກໍານົດໄວ້ໃນລະບຽບການ;
  8. ນໍາໃຊ້ພາຊະນະບັນຈຸ ທີ່ເປັນພິດ ຫຼື ບໍ່ເໝາະສົມ ສໍາລັບການຫຸ້ມຫໍ່ອາຫານສັດ ເຊັ່ນ: ຖົງຝຸ່ນເຄມີ, ຖົງອາຫານສັດເກົ່າ;
  9. ຈັດວາງອາຫານສັດຢູ່ໃນຮ້ານຂາຍອາຫານສັດ ປະປົນກັບສານເຄມີທີ່ເປັນອັນຕະລາຍ ຕໍ່ ສັດລ້ຽງ ເຊັ່ນ: ຢາປາບສັດຕູພືດ, ຢາຂ້າຫຍ້າ, ຝຸ່ນ, ສານເຄມີ ທີ່ເປັນພິດອື່ນໆ;
  10. ໂຄສະນາອາຫານສັດເກີນຄວາມເປັນຈິງ ທີ່​ບໍ່​ມີ​ຫຼັກ​ຖານ​ທາງ​ວິທະຍາສາດມາພິສູດ;
  11. ປອມແປງ ຫຼື ເປີດເຜີຍຄວາມລັບລາຍລະອຽດການຂຶ້ນທະບຽນ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ ຫຼື ສ້າງຄວາມເສຍຫາຍໃຫ້ແກ່ຊື່ສຽງຂອງຜູ້ທີ່ໄດ້ຂຶ້ນທະບຽນໄວ້ແລ້ວ;
  12. ກັກຕຸນອາຫານສັດ ເພື່ອຜົນປະໂຫຍດທາງດ້ານການຄ້າ;
  13. ໃຫ້ສິນບົນແກ່ພະນັກງານ ຫຼື ຮ່ວມກັນສໍ້ໂກງລັດ ແລະ ຜູ້ນໍາໃຊ້ອາຫານສັດ;
  14. ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ໃຊ້ວາຈາທີ່ບໍ່ເໝາະສົມຕໍ່ພະນັກງານ ຫຼື ເຈົ້າໜ້າທີ່;
  15. ປະຕິເສດຄວາມຮັບຜິດຊອບ, ລົບຫຼີກ, ບິດເບືອນ ຫຼື ເຊື່ອງອຳການກວດກາຂອງເຈົ້າໜ້າທີ່;
  16. ມີພຶດຕິກຳອື່ນທີ່ລະເມີດກົດໝາຍ.

ມາດຕາ 46     ຂໍ້ຫ້າມ ສຳລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ

   ຫ້າມພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ ມີພຶດຕິກໍາ ດັ່ງນີ້:

  1. ສວຍ​ໃຊ້​ສິດ, ໜ້າທີ່, ຕຳ​ແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຄອບຄົວ, ຍາດຕິພີ່ນ້ອງ ແລະ ພັກພວກຂອງຕົນ;
  2. ທວງ​ເອົາ, ຂໍ​ເອົາ, ຮັບ​ສິນບົນ ຈາກ​ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ແລະ ການ​ຈັດ​ຕັ້ງ​ຕ່າງໆ;
  3. ປະຕິບັດໜ້າທີ່ດ້ວຍຄວາມປະໝາດ, ເລີ່ນ​ເລີ້, ເມີນ​ເສີຍ, ຂາດຄວາມຮັບຜິດຊອບ​ຕໍ່​ການ​ປະ​ຕິ​ບັດ​ໜ້າ​ທີ່;
  4. ກົດ​ໜ່ວງ, ຖ່ວງ​ດຶງ, ປອມແປງເອກະສານ, ອອກເອກະສານບໍ່ຖືກຕ້ອງ ຫຼື ທຳ​ລາຍ​ເອ​ກະ​ສານ;
  5. ຮຽກເອົາຄ່າທຳນຽມ, ຄ່າບໍລິການ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
  6. ເປີດ​ເຜີຍ​ຄວາມ​ລັບ​ຂອງ​ລັດ ຫຼື ທາງ​ລັດ​ຖະ​ການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
  7. ບິດເບືອນຄວາມຈິງ, ປິດບັງ, ເຊື່ອງອໍາ ແລະ ປົກປ້ອງ ຫຼື ໃຫ້ຄວາມຮ່ວມມືກັບຜູ້ກະທໍາຜິດ;
  8. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 47     ຂໍ້ຫ້າມ ສຳລັບຜູ້ນໍາໃຊ້ອາຫານສັດ

   ຫ້າມຜູ້ນໍາໃຊ້ອາຫານສັດ ມີພຶດຕິກໍາ ດັ່ງນີ້:

  1. ໂຄສະນາໃສ່ຮ້າຍປ້າຍສີ ຫຼື ມີພຶດຕິກໍາທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ໄດ້ຮັບອະນຸຍາດ;
  2. ນຳໃຊ້ອາຫານສັດ ທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ບໍ່ເປັນໄປຕາມຄໍາແນະນໍາຂອງຜູ້ຜະລິດ ຫຼື ສັດຕະວະແພດ;
  3. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ໝວດທີ 7
ການຄຸ້ມຄອງ ແລະ ກວດກາ ວຽກງານອາຫານສັດ

ມາດຕາ 48     ອົງການຄຸ້ມຄອງ ແລະ ກວດກາ ວຽກງານອາຫານສັດ

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາວຽກງານອາຫານສັດ.

   ອົງການຄຸ້ມຄອງ ແລະ ກວດກາວຽກງານອາຫານສັດ ປະກອບດ້ວຍ:

  1. ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  2. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໂດຍແມ່ນຂະແໜງລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ໂດຍແມ່ນໜ່ວຍງານລ້ຽງສັດ ແລະ ການປະມົງ ເປັນເສນາທິການ.

ມາດຕາ 49     ສິດ ແລະ ໜ້າທີ່ ຂອງກະຊວງກະສິກໍາ ແລະ ປ່າໄມ້

   ກະຊວງກະສິກໍາ ແລະ ປ່າໄມ້ ມີ ​ສິດ​ ແລະ ໜ້າ​ທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ​ດັ່ງ​ນີ້​:

  1. ຄົ້ນຄວ້າ ສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານອາຫານສັດ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານອາຫານສັດ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ແລ້ວຈັດຕັ້ງປະຕິບັດ;
  3. ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານອາຫານສັດ;
  4. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດກ່ຽວກັບອາຫານສັດ;
  5. ຂຶ້ນທະບຽນ, ກຳນົດບັນຊີ, ຢັ້ງຢືນ ມາດຕະຖານການຜະລິດທີ່ດີ, ການວິໄຈຄຸນນະພາບ, ອະນຸຍາດ ການໂຄສະນາ, ສົ່ງອອກ, ນຳເຂົ້າ ແລະ ຈຳໜ່າຍ;
  6. ອອກ, ໂຈະ ຫຼື ລົບ​ລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານອາຫານສັດ;
  7. ຕິດ​ຕາມ ກວດ​ກາ ການຈັດຕັ້ງປະ​ຕິ​ບັດວຽກງານອາຫານສັດ ​ໂດຍ​ສົມ​ທົບ​ກັບ​ຂະ​ແໜງ​ການ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນທີ່ກ່ຽວຂ້ອງ;
  8. ແຕ່ງຕັ້ງເຈົ້າໜ້າທີ່ສັດຕະວະແພດ ເພື່ອຊ່ວຍໃນການພັດທະນາ, ກວດກາ, ຕິດຕາມ ວຽກງານອາຫານສັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  9. ບຳ​ລຸງສ້າງຊັບ​ພະ​ຍາ​ກອນ​ມະ​ນຸດ ​ ພ້ອມ​ທັງ​ປູກຈິດ​ສຳ​ນຶກ​ໃຫ້​ແກ່​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ກ່ຽວກັບ ວຽກງານອາຫານສັດ ໂດຍ​ປະ​ສານ​ສົມ​ທົບ​ກັບ​ຂະ​ແໜງ​ການ​ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ;
  10. ຮັບ ແລະ ພິຈາລະນາແກ້ໄຂ ​ຄຳ​ສະ​ເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານ ອາຫານສັດ;
  11. ພົວພັນຮ່ວມມື ປະສານສົມທົບກັບ ກະຊວງ, ອົງການ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານອາຫານສັດ;
  12. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານອາຫານສັດໃຫ້ລັດຖະບານຢ່າງເປັນປົກກະຕິ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.

ມາດຕາ 50     ສິດ ແລະ ໜ້າທີ່ ຂອງພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ

   ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ  ຂອງຕົນ ດັ່ງນີ້:​

  1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາຫານສັດ ແລ້ວຈັດຕັ້ງປະຕິບັດ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບວຽກງານອາຫານສັດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  3. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດກ່ຽວກັບອາຫານສັດ;
  4. ອອກ, ໂຈະ ຫຼື ລົບ​ລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານອາຫານສັດ;
  5. ຕິດ​ຕາມ ກວດ​ກາ ການຈັດຕັ້ງປະ​ຕິ​ບັດວຽກງານອາຫານສັດ ​ໂດຍ​ສົມ​ທົບ​ກັບ​ຂະ​ແໜງ​ການ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນທີ່ກ່ຽວຂ້ອງ;
  6. ແຕ່ງຕັ້ງເຈົ້າໜ້າທີ່ສັດຕະວະແພດ ເພື່ອຊ່ວຍໃນການພັດທະນາ, ກວດກາ, ຕິດຕາມ ວຽກງານອາຫານສັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  7. ບຳ​ລຸງສ້າງຊັບ​ພະ​ຍາ​ກອນ​ມະ​ນຸດ ​ ພ້ອມ​ທັງ​ປູກຈິດ​ສຳ​ນຶກ​ໃຫ້​ແກ່​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ກ່ຽວກັບ ວຽກງານອາຫານສັດ ໂດຍ​ປະ​ສານ​ສົມ​ທົບ​ກັບ​ຂະ​ແໜງ​ການ​ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ;
  8. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານອາຫານສັດຂອງຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ;
  9. ຮັບ ແລະ ພິຈາລະນາແກ້ໄຂ ​ຄຳ​ສະ​ເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານ ອາຫານສັດ;
  10. ປະສານສົມທົບກັບ ພະແນກການ, ຫ້ອງການ ຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານອາຫານສັດ;
  11. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາຫານສັດ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ;
  12. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.

ມາດຕາ 51     ສິດ ແລະ ໜ້າທີ່ ຂອງ ຫ້ອງການ ກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ

   ຫ້ອງການ​ກະສິກໍາ ແລະ​ ປ່າໄມ້ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້​:​

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາຫານສັດ;
  2. ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາຫານສັດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  3. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນ ໃບອະນຸຍາດດຳເນີນທຸລະກິດກ່ຽວກັບອາຫານສັດ;
  4. ອອກ, ໂຈະ ຫຼື ລົບ​ລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານອາຫານສັດ;
  5. ຕິດ​ຕາມ ກວດ​ກາ ການຈັດຕັ້ງປະ​ຕິ​ບັດວຽກງານອາຫານສັດ ​ໂດຍ​ສົມ​ທົບ​ກັບ​ຂະ​ແໜງ​ການ ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນທີ່ກ່ຽວຂ້ອງ;
  6. ສະເໜີ ບຳ​ລຸງສ້າງຊັບ​ພະ​ຍາ​ກອນ​ມະ​ນຸດ ​ ພ້ອມ​ທັງ​ປູກຈິດ​ສຳ​ນຶກ​ ໃຫ້​ແກ່​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ   ກ່ຽວກັບວຽກງານອາຫານສັດ;
  7. ສະເໜີພະແນກກະສິກໍາ ແລະ ປ່າໄມ້ປະ​ຈໍາ​​ແຂວງ, ນະຄອນຫຼວງ ພິຈາລະນາ ແຕ່ງຕັ້ງ ຫຼື ຍົກຍ້າຍພະນັກງານ, ເຈົ້າໜ້າທີ່ສັດຕະວະແພດຂັ້ນເມືອງ;
  8. ຮັບ ແລະ ພິຈາລະນາແກ້ໄຂ ​ຄຳ​ສະ​ເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານອາຫານສັດ;
  9. ປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານອາຫານສັດ;
  10. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານອາຫານສັດ ໃຫ້ພະແນກກະສິກຳ ແລະ ປ່າໄມ້ຂັ້ນ​ແຂວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ຢ່າງເປັນປົກກະຕິ;
  11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.

ມາດຕາ 52     ສິດ ແລະ ໜ້າທີ່ ຂອງຂະແໜງການ ແລະ ພາກສ່ວນອື່ນ

   ຂະແໜງການ ແລະ ພາກສ່ວນອື່ນ ມີສິດ ແລະ ໜ້າທີ່ ປະສານສົມທົບກັບຂະແໜງການກະສິກໍາ ແລະ ປ່າໄມ້ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານອາຫານສັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຄຸ້ມຄອງອາຫານສັດ ໃຫ້ມີຄຸນນະພາບ, ປອດໄພ, ເໝາະສົມສໍາລັບການລ້ຽງສັດໃຫ້ໄດ້ຮັບຜົນດີ.

ມາດຕາ 53     ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ສັດຕະວະແພດ

   ໃນການຄຸ້ມຄອງ ແລະ ກວດກາວຽກງານອາຫານສັດ ເຈົ້າໜ້າທີ່ສັດຕະວະແພດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາຫານສັດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  2. ລົງກວດກາໃນສະຖານທີ່ຜະລິດ, ສະຖານທີ່ວິໄຈອາຫານສັດ, ການນຳເຂົ້າ, ການສົ່ງອອກ, ການສົງຜ່ານ, ຮ້ານຈຳໜ່າຍ, ສາງເກັບຮັກສາອາຫານສັດ, ຍານພາຫານະບັນທຸກ ແລະ ສະຖານທີ່ນຳໃຊ້ອາຫານສັດ;
  3. ກວດຄົ້ນ, ຍຶດ, ອາຍັດ ອາຫານສັດທີ່ບໍ່ໄດ້ຮັບອະນຸຍາດ, ອາຫານສັດທີ່ບໍ່ໄດ້ມາດຕະຖານ, ອາຫານ ສັດເສື່ອມຄຸນນະພາບ, ອາຫານສັດທີ່ບໍ່ໄດ້ຂຶ້ນທະບຽນ ແລະ ອາຫານສັດທີ່ຖືກຖອນໃບທະບຽນ ພ້ອມທັງສະເໜີຕໍ່ອົງການຄຸ້ມຄອງວຽກງານອາຫານສັດຂັ້ນຖັດຕົນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອນໍາໃຊ້ມາດຕະ ການທີ່ຈໍາເປັນ ເປັນຕົ້ນ ການສັ່ງຢຸດລົດ ເພື່ອກວດຄົ້ນ ຫຼື ເຂົ້າໄປສະຖານທີ່ສົງໄສ ຫຼື ເປັນເປົ້າໝາຍ;
  4. ປັບໃໝຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານອາຫານສັດ;
  5. ຮັບ, ບັນທຶກການແຈ້ງຄວາມ, ທວງເ​ອົາເອກະສານ ແລະ ກວດກາເອກະສານ ແລະ ຄໍາໃຫ້ການ ເບື້ອງຕົ້ນ ທີ່ເຫັນວ່າມີການລະເມີດລະບຽບກ່ຽວກັບວຽກງານອາຫານສັດ;
  6. ເກັບຕົວຢ່າງອາຫານສັດ  ເພື່ອນໍາໄປວິໄຈຄຸນນະພາບ ແລະ ນຳໃຊ້ເປັນຫຼັກຖານ;
  7. ສຶກສາອົບຮົມຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານອາຫານສັດ;
  8. ສະຫຼຸບຜົນການກວດກາ ແລະ ປະກອບເອກະສານ ສົ່ງໃຫ້ອົງການຄຸ້ມຄອງວຽກງານອາຫານສັດ ຂັ້ນຖັດຕົນ ຫຼື ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອແກ້ໄຂ ຫຼື ດໍາເນີນຄະດີ ຕາມກົດໝາຍ;
  9. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 54     ເນື້ອໃນການກວດກາ

   ການກວດກາວຽກງານອາຫານສັດ ປະກອບມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ການປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບອາຫານສັດ;
  2. ການປະຕິບັດໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
  3. ການດໍາເນີນທຸລະກິດກ່ຽວກັບການຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈໍາໜ່າຍອາຫານສັດ ຂອງຜູ້ໄດ້ຮັບອະນຸຍາດດ້ານວິຊາການ ລວມທັງການນໍາໃຊ້ອາຫານສັດຂອງຜູ້ລ້ຽງສັດ;
  4. ການສ້າງ ແລະ ປະຕິບັດແຜນການກ່ຽວກັບວຽກງານອາຫານສັດ.

ມາດຕາ 55     ຮູບການ ການກວດກາ

   ການກວດກາວຽກງານອາຫານສັດ ມີ ສາມຮູບການ ດັ່ງນີ້:

  1. ການກວດກາຕາມປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

   ການກວດກາ ໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ໝວດທີ 8
ນະໂຍບາຍຕໍ່ຜູ້ມີຜົນງານ
ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 56  ນະໂຍບາຍຕໍ່ຜູ້ມີຜົນງານ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິດໍາລັດສະບັບນີ້ ເປັນຕົ້ນ ການດໍາເນີນທຸລະກິດກ່ຽວກັບອາຫານສັດ ທີ່ໄດ້ຕາມມາດຕະຖານເຕັກນິກ, ມີຄຸນນະພາບ ແລະ ຄວາມປອດໄພດີ  ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 57   ມາດຕະການຕໍ່ຜູ້ລະເມີດ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ມາດຕາ 58   ມາດຕະການສຶກສາອົບຮົມ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຈະຖືກ ກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 59   ມາດຕະການທາງວິໄນ

   ເຈົ້າໜ້າທີ່ ແລະ ພະນັກງານ-ລັດຖະກອນ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ, ກໍ່ຄວາມເສຍຫາຍ ແຕ່ບໍ່ຈິງໃຈລາຍງານ ຈະຖືກລົງວິໄນ ຕາມກົດໝາຍວ່າດ້ວຍພະນັກ ງານ-ລັດຖະກອນ.

ມາດຕາ 60     ມາດຕະການປັບໃໝ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກປັບໃໝຕາມກໍລະນີ ດັ່ງນີ້:

  1. ດໍາເນີນທຸລະກິດອາຫານສັດ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ໄດ້ມີການສຶກສາອົບຮົມແລ້ວ ແຕ່ຍັງກະທໍາຜິດຊໍ້າ ຈະຖືກປັບໃໝ ຊາວຫ້າສ່ວນຮ້ອຍ ຂອງມູນຄ່າອາຫານສັດ ພ້ອມທັງຖືກໂຈະ ແລະ ຍຶດອາຫານສັດດັ່ງກ່າວ;
  2. ຜະລິດ, ນໍາເຂົ້າ, ສົ່ງອອກ ຫຼື ຈໍາໜ່າຍ ອາຫານສັດ ທີ່ບໍ່ໄດ້ຂຶ້ນທະບຽນ, ອາຫານສັດທີ່ຖືກຖອນທະບຽນ ແລະ ໄດ້ມີການສຶກສາອົບຮົມໃຫ້ໄປຂຶ້ນທະບຽນແລ້ວ ແຕ່ບໍ່ມີການປັບປຸງປ່ຽນແປງ ຈະຖືກປັບໃໝ ສີ່ສິບສ່ວນຮ້ອຍ ຂອງມູນຄ່າອາຫານສັດ ພ້ອມທັງຖືກໂຈະ ແລະ ຍຶດອາຫານສັດດັ່ງກ່າວ;
  3. ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ອາຫານສັດທີ່ບໍ່ໄດ້ມາດຕະຖານ, ອາຫານສັດເສື່ອມຄຸນນະ ພາບ ຈະຖືກປັບໃໝ ຫົກສິບສ່ວນຮ້ອຍ ຂອງມູນຄ່າອາຫານສັດ ພ້ອມທັງຖືກໂຈະ ແລະ ຍຶດອາຫານສັດດັ່ງກ່າວ;
  4. ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ອາຫານ​ສັດ​ປອມ, ອາຫານສັດທີ່ປະສົມສານທີ່ເປັນອັນຕະ ລາຍ ທີ່ໄດ້ພິສູດວ່າມີລະດັບທີ່ເຮັດໃຫ້ເກີດຜົນກະທົບຕໍ່ສຸຂະພາບຂອງສັດ ແລະ ຜູ້ບໍລິໂພກ ຈະຖືກປັບໃໝ ໜຶ່ງເທົ່າຂອງມູນຄ່າອາຫານສັດ ພ້ອມທັງຖືກຖອນໃບອະນຸຍາດ ແລະ ຍຶດອາຫານສັດດັ່ງກ່າວ.

ມາດຕາ 61     ມາດຕະການທາງແພ່ງ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 62  ມາດຕະການທາງອາຍາ

   ບຸກຄົນ, ນິຕິບຸກຄົນ ທີ່ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມກົດໝາຍ.

ໝວດທີ 9
ບົດ
ບັນຍັດສຸດທ້າຍ

ມາດຕາ 63     ການຈັດຕັ້ງປະຕິບັດ

ມອບ​ໃຫ້ ກະຊວງກະສິກໍາ ແລະ ປ່າໄມ້  ເປັນເຈົ້າການປະສານ​ສົມທົບ ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ​ໃຫ້​ມີ​ປະ​ສິດທິ​ຜົນ.

ບັນດາກະຊວງ, ອົງການລັດ​ທຽບ​ເທົ່າ​ກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ດໍາລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 64     ຜົນສັກສິດ

   ດໍາລັດສະບັບນີ້ ມີຜົນສັກສິດ ນັບ​ແຕ່​ວັນລົງລາຍເຊັນ ແລະ ພາຍຫຼັງ​ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

   ຂໍ້​ກໍານົດ, ບົດ​ບັນຍັດ​ໃດ ທີ່​ຂັດ​ກັບ​ດໍາລັດ​ສະບັບ​ນີ້ ລ້ວນ​ແຕ່​ຖືກ​ຍົກ​ເລີກ.

   ອາຫານສັດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ກ່ອນດໍາລັດສະບັບນີ້ມີຜົນບັງຄັບໃຊ້ ຜູ້ດໍາເນີນທຸລະກິດກ່ຽວກັບອາຫານສັດ ຕ້ອງຂໍຂຶ້ນທະບຽນ ນໍາກົມລ້ຽງສັດ ແລະ ການປະມົງ ພາຍໃນກຳນົດເວລາ  ໜຶ່ງຮ້ອຍຊາວ ວັນ ນັບ​ແຕ່​​ວັນທີ່ ດຳລັດສະບັບນີ້ ​ມີຜົນສັກສິດ.

ຕາງໜ້າ ລັດຖະບານ​ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on animal feed, No. 02/GoL, Dated 02 January 2020 PDF
2 ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນໍາເຂົ້າອາຫານສັດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າອາຫານສັດ ຕ້ອງໄດ້ຂໍອະນຸຍາດນໍາເຂົ້າ ກັບ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
2 ຮຽກຮ້ອງໃຫ້ຕ້ອງຂຶ້ນທະບຽນຜູ້ນໍາເຂົ້າ ອາຫານສັດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ທີ່ມີຈຸດປະສົງດໍາເນີນທຸລະກິດ ນໍາເຂົ້າອາຫານສັດ ຕ້ອງໄດ້ຮັບການອະນຸຍາດດໍາເນີນທຸລະກິດ ກ່ຽວກັບອາຫານສັດ ນໍາຂະແໜງການກະສິກໍາ ແລະ ປ່າໄມ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
3 ຮຽກຮ້ອງໃຫ້ຕ້ອງຂຶ້ນທະບຽນຜູ້ສົ່ງອອກ ອາຫານສັດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ທີ່ມີຈຸດປະສົງດໍາເນີນທຸລະກິດ ສົ່ງອອກອາຫານສັດ ຕ້ອງໄດ້ຮັບການອະນຸຍາດດໍາເນີນທຸລະກິດ ກ່ຽວກັບອາຫານສັດ ນໍາຂະແໜງການກະສິກໍາ ແລະ ປ່າໄມ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
4 ຮຽກຮ້ອງໃຫ້ຈົດທະບຽນອາຫານສັດນໍາເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງໄດ້ຈົດທະບຽນ ນໍາກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
5 ຮຽກຮ້ອງໃຫ້ຈົດທະບຽນອາຫານສັດສົ່ງອອກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດສົ່ງອອກ ຕ້ອງໄດ້ຈົດທະບຽນ ນໍາກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
6 ຮຽກຮ້ອງໃຫ້ອາຫານສັດນໍາເຂົ້າຕ້ອງໄດ້ຮັບການຫຸ້ມຫໍ່ TBT ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງໄດ້ຮັບການບັນຈຸ ແລະ ຫຸ້ມຫໍ່ ໃນພາຊະນະທີ່ຮັບປະກັນ, ໃໝ່, ສະອາດ ແລະ ປອດໄພ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
7 ຮຽກຮ້ອງໃຫ້ອາຫານສັດນໍາເຂົ້າຕ້ອງໄດ້ຮັບການຕິດສະຫຼາກ TBT ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງຕິດສະຫຼາກເປັນພາສາລາວ ແລະ ພາສາອັງກິດ ຕາມທີ່ໄດ້ກໍານົດໄວ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
8 ຮຽກຮ້ອງໃຫ້ມີການເກັບຮັກສາ ອາຫານສັດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງໄດ້ມີການເກັບຮັກສາ ແລະ ຂົນສົ່ງ ຕາມທີ່ໄດ້ກໍານົດໄວ້ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
9 ຮຽກຮ້ອງໃຫ້ອາຫານສັດນໍາເຂົ້າຕ້ອງຜ່ານດ່ານທີ່ກໍານົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງນໍາເຂົ້າຜ່ານດ່ານສາກົນທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
10 ຮຽກຮ້ອງໃຫ້ອາຫານສັດສົ່ງອອກຕ້ອງຜ່ານດ່ານທີ່ກໍານົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດສົ່ງອອກ ຕ້ອງສົ່ງອອກຜ່ານດ່ານສາກົນທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
11 ຮຽກຮ້ອງໃຫ້ອາຫານສັດສົ່ງອອກຕ້ອງໄດ້ຮັບການກວດກາ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດສົ່ງອອກ ຕ້ອງໄດ້ຮັບການກວດກາຄວາມຖືກຕ້ອງຈາກເຈົ້າໜ້າທີ່ສັດຕະວະເເພດປະຈໍາດ່ານ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
12 ຮຽກຮ້ອງໃຫ້ອາຫານສັດນໍາເຂົ້າຕ້ອງໄດ້ຮັບການກວດກາ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ອາຫານສັດນໍາເຂົ້າ ຕ້ອງໄດ້ຮັບການກວດກາຄວາມຖືກຕ້ອງຈາກເຈົ້າໜ້າທີ່ສັດຕະວະເເພດປະຈໍາດ່ານ ດໍາລັດ ວ່າດ້ວຍ ອາຫານສັດ, ເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.