ສາລະບານ

ຫມວດທີ I - ວ່າດ້ວຍກາຫມາຍມາດຕະຖານ

ມາດຕາ 1. ກາຫມາຍມາດຕະຖານແມ່ນກຳນົດ…
ມາດຕາ 2. ກາຫມາຍມາດຕະຖານໄດ້ນຳໃຊ້ສະເພາະ…
ມາດຕາ 3. ກາຫມາຍມາດຕະຖານປະກອບມີ…
ມາດຕາ 4. ບັນດາການຈັດຕັ້ງລັດ, ລວມຫມູ່, ເອກະຊົນ…
ມາດຕາ 5. ການຈັດຕັ້ງ ແລະ ບຸກຄົນທີ່ຍື່ນຄຳຮ້ອງ…
ມາດຕາ 6. ໃນກໍລະນີມີຜູ້ຂໍອະນຸຍາດ…

ຫມວດທີ II - ວ່າດ້ວຍການອະນຸຍາດນຳໃຊ້ກາຫມາຍມາດຕະຖານ

ມາດຕາ 7. ເພື່ອຮັບການອະນຸຍາດນຳໃຊ້…
ມາດຕາ 8. ຂັ້ນຕອນຂອງການອະນຸຍາດນຳໃຊ້ກາຫມາຍ…
ມາດຕາ 9. ຜູ້ຂໍອະນຸຍາດນຳໃຊ້ກາຫມາຍມາດຕະຖານ…

ຫມວດທີ III - ວ່າດ້ວຍການນຳໃຊ້ກາຫມາຍມາດຕະຖານ

ມາດຕາ 10. ໃຫ້ຜູ້ຮັບອະນຸຍາດນຳໃຊ້…
ມາດຕາ 11. ການນຳໃຊ້ກາຫມາຍມາດຕະຖານ…
ມາດຕາ 12. ຫ້າມການຈັດຕັ້ງ ແລະ ບຸກຄົນໃດຫນຶ່ງ…
ມາດຕາ 13. ຜູ້ໄດ້ຮັບອະນຸຍາດ…
ມາດຕາ 14. ຖ້າຜູ້ໄດ້ຮັບອະນຸຍາດຫາກມີຈຸດປະສົງ…
ມາດຕາ 15. ໃບອະນຸຍາດນຳໃຊ້ກາຫມາຍ…
ມາດຕາ 16. ໃນເມື່ອຜູ້ໄດ້ຮັບອະນຸຍາດ…
ມາດຕາ 17. ໃນກໍລະນີມີການຍົກຍ້າຍ…

ຫມວດທີ IV - ວ່າດ້ວຍການຍ້ອງຍໍ ແລະ ມາດຕະການຕໍ່ຜູ້ລະເມີດກ່ຽວກັບການຢັ້ງຢືນກາຫມາຍມາດຕະຖານ

ມາດຕາ 18. ການຍ້ອງຍໍຜູ້ທີ່ມີຜົນງານ
ມາດຕາ 19. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 20. ອົງການຄຸ້ມຄອງມາດຕະຖານ...

ຫມວດທີ V - ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 21. ການຈັດຕັ້ງປະຕິບັດ
ມາດຕາ 22. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສຳນັກງານນາຍົກລັດຖະມົນຕີ
ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ    ເລກທີ 1718 /ອວຕສສນຍ
ນະຄອນຫລວງວຽງຈັນ, ວັນທີ: 07/08/2006

ຂໍ້ກຳນົດ
ວ່າດ້ວຍການນຳໃຊ້ກາຫມາຍມາດຕະຖານຜະລິດຕະພັນ ແລະ ສິນຄ້າລາວ

  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 85/ນຍ, ລົງວັນທີ 02 ພະຈິກ 1995 ວ່າດ້ວຍການຄຸ້ມຄອງມາດຕະຖານ ແລະ ຄຸນນະພາບຜະລິດຕະ ພັນ ແລະ ສິນຄ້າ.
  • ອີງໃສ່ຄວາມຮຽກຮ້ອງຕ້ອງການ ໃນການນຳໃຊ້ກາຫມາຍມາດຕະຖານ ເພື່ອໃຫ້ຈຳແນກໄດ້ວ່າຜະລິດຕະພັນ ແລະ ສິນຄ້າ ຫລື ບໍລິການໃດຫນຶ່ງໄດ້ຜ່ານ ການກວດກາຄຸນນະພາບ ແລະ ໄດ້ມາດຕະຖານແລ້ວ.
  • ອີງໃສ່ຄວາມຮຽກຮ້ອງຕ້ອງການ ໃຫ້ດັດແກ້ບາງມາດຕາຂອງຂໍ້ກຳນົດວ່າດ້ວຍການນຳໃຊ້ກາຫມາຍມາດຕະຖານຜະລິດຕະພັນ ແລະ ສິນຄ້າລາວ ສະບັບເລກທີ 1035/ອວຕສ-ສນຍ ລົງວັນທີ 11/06/2002 ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຕົວຈິງໃນປະຈຸບັນ.

ຫົວຫນ້າອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມອອກຂໍ້ກຳນົດ:

ຫມວດທີ I
ວ່າດ້ວຍກາຫມາຍມາດຕະຖານ

ມາດຕາ 1. ກາຫມາຍມາດຕະຖານແມ່ນກໍານົດຂຶ້ນ ເພື່ອຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າທີ່ໄດ້ມາດຕະຖານ ແລະ ແນໃສ່ຊຸກຍູ້ຜະລິດຕະພັນ ແລະ ສິນຄ້າໃຫ້ມີຄຸນນະພາບສູງ ແລະ ຮັບປະກັນສິດຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້. ຂ້າງເທິງ

ມາດຕາ 2. ກາຫມາຍມາດຕະຖານໄດ້ນໍາໃຊ້ສະເພາະກັບຜະລິດຕະພັນ ແລະ ສິນຄ້າທີ່ໄດ້ມີການກໍານົດມາດຕະຖານແຫ່ງຊາດຂຶ້ນ ເຊີ່ງປະກອບມີມາດຕະຖານບັງຄັບ ແລະ ມາດຕະຖານສະຫມັກໃຈ.

  1. ມາດຕະຖານບັງຄັບແມ່ນມາດຕະຖານທີ່ໄດ້ກຳນົດ ລະດັບຄາດຫມາຍທີ່ພົວພັນກັບການປ້ອງກັນຄວາມສະຫງົບ, ຄວາມປອດໄພ, ສຸຂະອານາໄມ, ສຸຂະພາບ ແລະ ສີ່ງແວດລ້ອມ ຫລື ແມ່ນມາດຕະຖານຂອງຜະລິດຕະພັນ ແລະ ສິນຄ້າຍຸດທະສາດສຳຄັນ ທີ່ລັດຖະບານໄດ້ກຳນົດແຕ່ລະໄລຍະ.
  2. ມາດຕະຖານສະຫມັກໃຈແມ່ນມາດຕະຖານທີ່ໄດ້ກຳນົດລະດັບຄາດຫມາຍ ແລະ ຖືກສ້າງຂຶ້ນໂດຍຜູ້ທຳການຜະລິດ ເພື່ອແນໃສ່ຮັບປະກັນຄຸນນະພາບຂອງ ຜະລິດຕະພັນ ແລະ ສິນຄ້າຂອງຕົນໂດຍການຊີ້ນຳ ແລະ ຮັບຮອງຂອງອົງການຄຸ້ມຄອງມາດຕະຖານ. ຂ້າງເທິງ

ມາດຕາ 3. ກາຫມາຍມາດຕະຖານປະກອບມີ 2 ລັກສະນະຄື: ກາຫມາຍມາດຕະຖານສະຫມັກໃຈ ແລະ ກາຫມາຍມາດຕະຖານບັງຄັບ.

  1. ກາຫມາຍມາດຕະຖານສະຫມັກໃຈ ແມ່ນກາຫມາຍມາດຕະຖານທີ່ມີລັກສະນະເປັນຮູບສາມແຈສະເຫມີ ມີມູມແຫລມເທົ່າກັບ 60 ອົງສາ, ມີອັກສອນຕົວ "ລ" ຢູ່ກາງ ເຊີ່ງມີຂະຫນາດໃຫຍ່ເຕັມສ່ວນ ຢູ່ໃນໃຈກາງຂອງຮູບສາມແຈ. ດ້ານຫລັງຂອງອັກສອນຕົວ "ລ" ເທົ່າກັບຄວາມຫນາຂອງແຕ່ລະຂ້າງ ຫລື ເທົ່າກັບ 1/12 ຂອງຄວາມຍາວຫນຶ່ງຂ້າງຂອງຮູບສາມແຈ. ຖານດ້ານລຸ່ມຂອງອັກສອນຕົວ "ລ" ປະກອບເປັນຮູບສາມແຈ ຊຶ່ງມີມູມແຫລມສອງຂ້າງເທົ່າກັບ 30 ອົງສາ ທີ່ຕິດກັບຂ້າງຫນຶ່ງ ຂອງຮູບສາມແຈ.
  2. ກາຫມາຍມາດຕະຖານບັງຄັບ ແມ່ນຄືກັນກັບກາຫມາຍມາດຕະຖານສະຫມັກໃຈ ທີ່ມີຮູບວົງມົນອ້ອມຂ້າງຂອງຮູບສາມແຈ ແລະ ໄລຍະຫ່າງອອກຈາກແຫລມ ຂອງຮູບສາມແຈມີຄວາມຍາວເທົ່າກັບຄວາມຫນາຂອງອັກສອນຕົວ "ລ". ຂ້າງເທິງ

ມາດຕາ 4. ບັນດາການຈັດຕັ້ງລັດ, ລວມຫມູ່, ເອກະຊົນ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ ການຈັດຕັ້ງ) ແລະ ບຸກຄົນທີ່ທໍາການຜະລິດສິນຄ້າ ເຊີ່ງຜະລິດຕະພັນສິນຄ້າ ໄດ້ກຳນົດມາດຕະຖານແລ້ວ ແລະ ມີຈຸດປະສົງຢາກນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າດັ່ງກ່າວໃຫ້ຍື່ນຄຳຮ້ອງຂໍອະນຸຍາດນຳໃຊ້ ກາຫມາຍມາດຕະຖານນຳອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ ອົງການຄຸ້ມຄອງມາດຕະຖານ). ຂ້າງເທິງ

ມາດຕາ 5. ການຈັດຕັ້ງ ແລະ ບຸກຄົນທີ່ຍື່ນຄໍາຮ້ອງຂໍອະນຸຍາດ ນໍາໃຊ້ກາຫມາຍມາດຕະຖານນັ້ນຕ້ອງຢັ້ງຢືນວ່າ ມາດຕະຖານຜະລິດຕະພັນສິນຄ້າຂອງຕົນ ໄດ້ສອດຄ່ອງກັບມາດຕະຖານ ທີ່ອົງການຄຸ້ມຄອງມາດຕະຖານໄດ້ຮັບຮອງເອົາແລ້ວ. ຂ້າງເທິງ

ມາດຕາ 6. ໃນກໍລະນີມີຜູ້ຂໍອະນຸຍາດນໍາໃຊ້ກາຫມາຍມາດຕະຖານ ຫາກມີໂຮງງານຫລາຍແຫ່ງທີ່ທໍາການຜະລິດສິນຄ້າຊະນິດດຽວກັນ ແລະ ໄດ້ນໍາໃຊ້ ເຄື່ອງຫມາຍການຄ້າແບບດຽວກັນນັ້ນ ມີສິດຍື່ນຄຳຮ້ອງຂໍອະນຸຍາດນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນສິນຄ້າ ທີ່ຜະລິດຈາກໂຮງງານຫລາຍແຫ່ງຮ່ວມກັນ ຫລື ຈະຂໍອະນຸຍາດນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນທີ່ຜະລິດຈາກໂຮງງານບາງແຫ່ງ ຫລື ແຕ່ລະແຫ່ງສະເພາະຕ່າງຫາກກໍໄດ້. ຂ້າງເທິງ

ຫມວດທີ II
ວ່າດ້ວຍການອະນຸຍາດນຳໃຊ້ກາຫມາຍມາດຕະຖານ

ມາດຕາ 7. ເພື່ອຮັບການອະນຸຍາດນໍາໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າ ຜູ້ທໍາການຜະລິດຈະຕ້ອງໄດ້ຍື່ນຄໍາຮ້ອງຂໍອະນຸຍາດນໍາໃຊ້ ກາຫມາຍມາດຕະຖານເຊີ່ງປະກອບດ້ວຍຂໍ້ມູນ ແລະ ເອກະສານຕ່າງໆ (ຕາມແບບຟອມຂອງອົງການຄຸ້ມຄອງມາດຕະຖານ) ກຳນົດໄວ້ຄື :

  1. ຕົວຢ່າງຜະລິດຕະພັນ ແລະ ສິນຄ້າ 1 ຊຸດ ພ້ອມທັງສິ່ງຫຸ້ມຫໍ່, ສິ່ງບັນຈຸ, ສິ່ງມັດຜູກ,
  2. ແຜນການຜະລິດ (ໂດຍສັງເຂບ),
  3. ລາຍການວັດຖຸປະກອບທີ່ໃຊ້ເພື່ອທຳການຜະລິດ,
  4. ເຄື່ອງມື ແລະ ວິທີການທີ່ນຳໃຊ້ກວດສອບຄຸນະພາບຜະລິດຕະພັນ ແລະ ສິນຄ້າ,
  5. ເອກະສານອ້າງອີງທີ່ຈຳເປັນ (ໃບອະນຸຍາດດຳເນີນກິດຈະການ, ໃບຢັ້ງຢືນຂຶ້ນທະບຽນເຄື່ອງຫມາຍການຄ້າ). ຂ້າງເທິງ

ມາດຕາ 8. ຂັ້ນຕອນຂອງການອະນຸຍາດນໍາໃຊ້ກາຫມາຍມາດຕະຖານ:

  1. ພາຍຫລັງຈາກການກວດກາຫລັກຖານ ແລະ ເອກະສານຕ່າງໆເຫັນວ່າຄົບຖ້ວນແລ້ວ ອົງການຄຸ້ມຄອງມາດຕະຖານຈະໄດ້ສົ່ງຄະນະວິຊາການລົງກວດກາ ຕົວຈິງຢູ່ໂຮງງານ ສຳລັບການຕີລາຄາລະບົບການຄຸ້ມຄອງຄຸນນະພາບຜະລິດຕະພັນ ແລະ ນອກນັ້ນອົງການຄຸ້ມຄອງມາດຕະຖານຈະໄດ້ນຳຕົວຢ່າງຜະລິດ ຕະພັນດັ່ງກ່າວໄປກວດສອບຄືນໃຫມ່.
  2. ໃນກໍລະນີທີ່ຜະລິດຕະພັນ ແລະ ສິນຄ້າຍັງບໍ່ໄດ້ລະດັບມາດຕະຖານທີ່ກຳນົດໄວ້ ອົງການຄຸ້ມຄອງມາດຕະຖານຈະໄດ້ໃຫ້ຄຳແນະນຳ ເພື່ອປັບປຸງແກ້ໄຂໃຫ້ ໄດ້ຕາມລະດັບຄາດຫມາຍຂອງມາດຕະຖານທີ່ໄດ້ກຳນົດໄວ້, ພາຍຫລັງປັບປຸງທາງຄະນະວິຊາການຈະລົງກວດຄືນໃຫມ່ ຖ້າເຫັນວ່າໄດ້ຕາມຄາດຫມາຍແລ້ວ ອົງການຄຸ້ມຄອງມາດຕະຖານຈະທຳການຢັ້ງຢືນໃຫ້ ອະນຸຍາດນຳໃຊ້ກາຫມາຍມາດຕະຖານແກ່ຜູ້ຮ້ອງຂໍ.
  3. ການລົງຕິດຕາມ ແລະ ກວດກາໂຮງງານນັ້ນ ອົງການຄຸ້ມຄອງມາດຕະຖານຈະເປັນຜູ້ກຳນົດຕ່າງຫາກ, ພາຍຫລັງການກວດກາຄະນະວິຊາການຈະໄດ້ນຳ ເອົາຂໍ້ມູນຕ່າງໆໄປສືກສາ ແລະ ເກັບເປັນຄວາມລັບແລ້ວແຈ້ງໃຫ້ເຈົ້າຂອງໂຮງງານຮັບຮູ້ ຫລື ດຳເນີນການແກ້ໄຂ. ຂ້າງເທິງ

ມາດຕາ 9. ຜູ້ຂໍອະນຸຍາດນໍາໃຊ້ກາຫມາຍມາດຕະຖານຕ້ອງໄດ້ເສຍຄ່າບໍລິການ ແລະ ຄ່າທໍານຽມດັ່ງນີ້:

  1. ຄ່າຄຳຮ້ອງ 1 ຊຸດ       5,000 ກີບ,
  2. ຄ່າທຳນຽມ            30,000 ກີບ
  3. ຄ່າກວດສອບຄຸນນະພາບແຕ່ລະຄັ້ງໃຫ້ອີງໃສ່ມູນຄ່າຂອງການກວດສອບຕົວຈິງຂອງຫ້ອງກວດສອບທີ່ກ່ຽວຂ້ອງ.
  4. ຄ່າບໍລິການຄຸນນະພາບ 600,000 ກີບຕໍ່ການອະນຸຍາດໜຶ່ງຄັ້ງ. ຂ້າງເທິງ

ຫມວດທີ III
ວ່າດ້ວຍການນຳໃຊ້ກາຫມາຍມາດຕະຖານ

ມາດຕາ 10. ໃຫ້ຜູ້ຮັບອະນຸຍາດນໍາໃຊ້ກາຫມາຍມາດຕະຖານ ເປັນຜູ້ຈັດທໍາກາຫມາຍມາດຕະຖານດ້ວຍຕົນເອງ ໂດຍໃຫ້ສອດຄ່ອງກັບກາຫມາຍມາດຕະຖານ ທີ່ອົງການຄຸ້ມຄອງມາດຕະຖານໄດ້ກຳນົດອອກ ໂດຍບໍ່ຈຳກັດຂະຫນາດ ແລະ ສີສັນ. ຂ້າງເທິງ

ມາດຕາ 11. ການນໍາໃຊ້ກາຫມາຍມາດຕະຖານໃຫ້ລະບຸເລກຫມາຍມາດຕະຖານ ແລະ ເລກໝາຍຂອງໃບອະນຸຍາດນໍາໃຊ້ກາຫມາຍມາດຕະຖານໄວ້ລຸ່ມ ຫລື ຂ້າງຂອງກາຫມາຍມາດຕະຖານຄວນສະແດງຂໍ້ຄວາມໃຫ້ເຫັນໄດ້ງ່າຍ ແລະ ຊັດເຈນໄວ້ທີ່:   

  1. ຜະລິດຕະພັນ ຫລື ຢູ່ໃນເຄື່ອງຫມາຍການຄ້າ.
  2. ສິ່ງບັນຈຸ, ສິ່ງຫຸ້ມຫໍ່ ແລະ ສິ່ງມັດຜູກ, ໃນກໍລະນີທີ່ບໍ່ສາມາດສະແດງກາຫມາຍຢູ່ນຳຜະລິດຕະພັນ ຫລື ຢູ່ໃນເຄື່ອງຫມາຍການຄ້າໄດ້, ຖ້າຜະລິດຕະພັນທີ່ ຜະລິດຈາກສອງແຫ່ງຂຶ້ນໄປ ໄດ້ນຳໃຊ້ເຄື່ອງຫມາຍການຄ້າອັນດຽວກັນໃຫ້ລະບຸຊື່ ແລະ ທີ່ຕັ້ງຂອງໂຮງງານຜະລິດ ຫລື ໃຊ້ລະຫັດແທນຊື່ ແລະ ທີ່ຕັ້ງ ຂອງໂຮງງານກໍ່ໄດ້.
  3. ໃນກໍລະນີທີ່ຜະລິດຕະພັນເປັນສິ່ງບັນຈຸ, ສິ່ງຫຸ້ມຫໍ່ ແລະ ສິ່ງມັດຜູກໃຫ້ມີຂໍ້ຄວາມໄວ້ລຸ່ມກາຫມາຍມາດຕະຖານໃຫ້ສະແດງສະເພາະກັບສິ່ງເຫລົ່ານັ້ນເທົ່ານັ້ນ. ຂ້າງເທິງ

ມາດຕາ 12. ຫ້າມການຈັດຕັ້ງ ແລະ ບຸກຄົນໃດຫນຶ່ງນໍາໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນແລະສິນຄ້າຂອງຕົນ ກ່ອນໄດ້ຮັບອະນຸຍາດຈາກອົງການຄຸ້ມ ຄອງມາດຕະຖານ. ຂ້າງເທິງ

ມາດຕາ 13. ຜູ້ໄດ້ຮັບອະນຸຍາດມີສິດນນໍາໃຊ້ກາຫມາຍມາດຕະຖານ ສະເພາະກັບຜະລິດຕະພັນ ແລະ ສິນຄ້າທີ່ທາງອົງການຄຸ້ມຄອງມາດຕະຖານໄດ້ອະນຸຍາດໃຫ້ ພາຍໃນກຳນົດ 3 ປີ  ນັບແຕ່ ມື້ ໄດ້ຮັບອະນຸຍາດນຳໃຊ້ກາໝາຍມາດຕະຖານເປັນຕົ້ນໄປ, ພາຍຫລັງໃບອະນຸຍາດໝົດອາຍຸສາມາດຕໍ່ໃບອະນຸຍາດໄດ້ບົນພື້ນຖານ ການພິຈາລະນາຂອງອົງການຄຸ້ມຄອງມາດຕະຖານຕາມເງື່ອນໄຂ ຕ່າງໆທີ່ກຳນົດຢູ່ໃນຂໍ້ກຳນົດສະບັບນີ້ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 14. ຖ້າຜູ້ໄດ້ຮັບອະນຸຍາດ ຫາກມີຈຸດປະສົງປະກອບກິດຈະການຕາມມາດຕະຖານໃຫມ່ ຫລື ດັດແປງແກ້ໄຂມາດຕະຖານເກົ່ານັ້ນ ໃຫ້ຍື່ນຄໍາຮ້ອງຂໍອະນຸ ຍາດນຳອົງການຄຸ້ມຄອງມາດຕະຖານແຕ່ໃນໄລຍະການພິຈາລະນາຂອງ ອົງການຄຸ້ມຄອງມາດຕະຖານນັ້ນ ໃຫ້ຜູ້ຮ້ອງຂໍດຳເນີນກິດຈະການຕາມມາດຕະຖານເກົ່າ ໄປກ່ອນ ຈົນກວ່າອົງການຄຸ້ມຄອງມາດຕະຖານອອກໃບອະນຸຍາດນຳໃຊ້ກາຫມາຍມາດຕະຖານໃຫມ່ໃຫ້. ຂ້າງເທິງ

ມາດຕາ 15. ໃບອະນຸຍາດນໍາໃຊ້ກາຫມາຍມາດຕະຖານຫມົດອາຍຸໄປກໍ່ຕໍ່ເມື່ອ:

  1. ຜູ້ຮັບໃບອະນຸຍາດເລີກປະກອບກິດຈະການ,
  2. ຜູ້ຮັບໃບອະນຸຍາດຂໍເລີກນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າຂອງຕົນ,
  3. ໃນກໍລະນີມີການປະກາດການດັດແປງແກ້ໄຂ, ຍົກເລີກມາດຕະຖານເກົ່າ ຫລື ກຳນົດມາດຕະຖານໃຫມ່ຂອງຜະລິດຕະພັນ ແລະ ສິນຄ້າ,
  4. ໃນກໍລະນີທີ່ມີການກວດກາພົບເຫັນວ່າຜະລິດຕະພັນ ແລະ ສິນຄ້າຂາດຄຸນນະພາບ ແລະ ບໍ່ເປັນໄປຕາມມາດຕະຖານຕາມທີ່ໄດ້ກຳນົດໄວ້. ຂ້າງເທິງ

ມາດຕາ 16. ໃນເມື່ອຜູ້ໄດ້ຮັບອະນຸຍາດນໍາໃຊ້ກາຫມາຍມາດຕະຖານ ເລີກປະກອບກິດຈະການຕ້ອງແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຮັບຮູ້ ພາຍໃນ 30 ວັນກ່ອນ ຫລື ຫລັງວັນເລີກປະກອບກິດຈະການຂອງຕົນ. ຂ້າງເທິງ

ມາດຕາ 17. ໃນກໍລະນີມີການຍົກຍ້າຍ ຫລື ຂະຫຍາຍກິດຈະການໄປຢູ່ສະຖານທີ່ອື່ນ ຜູ້ໄດ້ຮັບອະນຸຍາດຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຮັບຮູ້ ເສຍກ່ອນເພື່ອລົງຕິດຕາມ ແລະ ຖ້າເຫັນວ່າໄດ້ຕາມເງື່ອນໄຂຕ່າງໆທີ່ກຳນົດຢູ່ໃນຂໍ້ກຳນົດສະບັບນີ້ ຈຶ່ງຈະອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ ນັ້ນໄດ້. ໃນກໍລະນີມີການໂອນໃບອະນຸຍາດນຳໃຊ້ກາຫມາຍມາດຕະຖານຜູ້ໄດ້ຮັບອະນຸຍາດ ຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຮັບຮູ້ເສຍກ່ອນ ຈຶ່ງຈະດຳ ເນີນການໄປໄດ້. ຂ້າງເທິງ

ຫມວດທີ IV
ວ່າດ້ວຍ ການຍ້ອງຍໍ ແລະ ມາດຕະການຕໍ່ຜູ້ລະເມີດ ກ່ຽວກັບການຢັ້ງຢືນ ກາຫມາຍມາດຕະຖານ

ມາດຕາ 18. ຜູ້ທີ່ມີຜົນງານໃນການປະຕິບັດ, ການຊອກເຫັນ ແລະ ລາຍງານການລະເມີດຂໍ້ກໍານົດສະບັບນີ້ ແລະ ລະບຽບການຕ່າງໆກ່ຽວກັບມາດຕະຖານ ແລະ ຄຸນນະພາບຜະລິດຕະພັນ ແລະ ສິນຄ້າໃຫ້້ແກ່ອົງການຄຸ້ມຄອງຂັ້ນຕ່າງໆ ຈະໄດ້ຮັບການຍ້ອງຍໍ ແລະ ຮັບຄ່າບຳເນັດ ຕາມການກຳນົດຂອງອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 19. ບັນດາມາດຕະການຕໍ່ຜູ້ລະເມີດກ່ຽວກັບການນໍາໃຊ້ກາຫມາຍມາດຕະຖານ, ການຈັດຕັ້ງ ຫລື ບຸກຄົນໃດທີ່ທໍາການຜະລິດ, ຂາຍ ແລະ ຈຳໜ່າຍຜະລິດຕະພັນ ແລະ ສິນຄ້າມີເຈດຕະນາປອມແປງ ແລະ ນຳໃຊ້ກາຫມາຍມາດຕະຖານ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມາດຕະຖານ ຫລື ບໍ່ສອດຄ່ອງກັບມາດຕະຖານທີ່ໄດ້ກຳນົດໄວ້ຈະຖືກຕັກເຕືອນ, ຖືກປັບໃຫ້ 500,000 ກີບ ແລະ ຈະຖືກດຳເນີນຄະດີຕາມກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 20. ອົງການຄຸ້ມຄອງມາດຕະຖານມີສິດລົບລ້າງໃບນໍາໃຊ້ກາຫມາຍມາດຕະຖານ ຖ້າພົບວ່າ:

  1. ມີການດັດແປງ ຫລື ໃຫ້ຜູ້ອື່ນນຳໃຊ້ໃບຢັ້ງຢືນກາຫມາຍມາດຕະຖານ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມາດຕະຖານ,
  2. ມີການນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າທີ່ບໍ່ສອດຄ່ອງກັບມາດຕະຖານທີ່ໄດ້ກຳນົດໄວ້.
  3. ມີການນຳໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າທີ່ບໍ່ມີຊື່ຂອງຜູ້ຜະລິດ ຫລື ບໍ່ມີເຄື່ອງຫມາຍການຄ້າ. ຂ້າງເທິງ

ຫມວດທີ V
ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 21. ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ມອບໃຫ້ກົມຊັບສີນທາງປັນຍາມາດຕະຖານ ແລະ ວັດແທກເປັນຜູ້ຈັດຕັ້ງປະຕິບັດ ຂໍ້ກໍານົດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 22. ຂໍ້ກໍານົດສະບັບນີ້ປ່ຽນແທນຂໍ້ກໍານົດເລກທີ 1035/ອວຕສສນຍ, ລົງວັນທີ 11/06/2002 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກໆຂໍ້ກຳນົດ ແລະ ລະບຽບການອື່ນໆທີ່ອອກກ່ອນຫນ້ານີ້ ຫາກຂັດກັບຂໍ້ກຳນົດສະບັບນີ້ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະມົນຕີ, ຫົວໜ້າອົງການວິທະຍາສາດ
ເຕັກໂນໂລຊີ ແລະ ສິ່ງແວດລ້ອມ

ສ.ຈ.ດຣ. ບູນຕຽມ ພິດສະໄໝ

 

# ຫົວຂໍ້ ດາວໂຫຼດ
1 Regulation on the Use of Standard Mark for Lao Product and Goods No.1718/STEA-PMO, dated 07/08/2006 PDF
2 ຂໍ້ກຳນົດ ວ່າດ້ວຍ ການນຳໃຊ້ ກາຫມາຍມາດຕະຖານ ຜະລິດຕະພັນ ແລະ ສິນຄ້າລາວ ເລກທີ 1718/ອວຕສ-ສນຍ, ລົງວັນທີ: 07/08/2006 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.