ການບໍລິຫານຄວາມສ່ຽງໄດ້ແບ່ງອອກເປັນ 3 ຫຼັກການ ສໍາຄັນດັ່ງນີ້:
1. ການຄຸ້ມຄອງຄວາມສ່ຽງ ມີ 3 ຮູບແບບ ດັ່ງນີ້:
- ຄວາມສ່ຽງທີ່ກະທົບຕໍ່ລາຍຮັບ ເຊັ່ນ: ມູນຄ່າແຈ້ງ, ລະຫັດ/ອັດຕາພາສີ ແລະ ລະບອບໃບແຈ້ງ;
- ຄວາມສ່ຽງທີ່ມາຈາກການອໍານວຍຄວາມສະດວກທາງດ້ານການຄ້າ ເຊັ່ນ: ບຸກຄົນ ຫຼື ນິຕິບຸກຄົນ, ຖານະການເງິນ ແລະ ການປະຕິບັດສັນຍາການຄ້າສາກົນ;
- ຄວາມສ່ຽງທີ່ກະທົບຕໍ່ການປົກປ້ອງສັງຄົມ ເຊັ່ນ: ຢາເສບຕິດ/ສານຕັ້ງຕົ້ນ ແລະ ການນໍາເຂົ້າສິນຄ້າ ແລະ ເຄື່ອງຂອງແບບຜິດກົດໝາຍ.
2. ການກໍານົດຄ່າຄວາມສ່ຽງ ມີ 3 ລະດັບໂດຍໃຊ້ ລະບົບ ອາຊີກຸດາ ໃນການວິເຄາະຄວາມສ່ຽງ ທີ່ໄດ້ແບ່ງອອກຕາມຄ່າຄວາມສ່ຽງ 0 ຫາ 100 ແລະ ມີ 3 ຊ່ອງສີ ເພື່ອຊີ້ບອກແຕ່ລະດັບຄື:
- ລະດັບຄວາມສ່ຽງທີ 1 ແມ່ນຊ່ອງສີຂຽວ ຄ່າຄວາມສ່ຽງແຕ່ 0-30 ມີຄວາມສ່ຽງຕໍ່າສຸດ ທີ່ສາມາດຄວບຄຸມໄດ້;
- ລະດັບຄວາມສ່ຽງທີ 2 ແມ່ນຊ່ອງສີເຫລືອງ ຄ່າຄວາມສ່ຽງແຕ່ 31-70 ມີຄວາມສ່ຽງລະດັບກາງ ທີ່ຕ້ອງມີເອກະສານຢັ້ງຢືນ ແລະ/ຫລື ກວດກາສິນຄ້າບາງສ່ວນ;
- ລະດັບຄວາມສ່ຽງທີ 3 ແມ່ນຊ່ອງສີແດງ ຄ່າຄວາມສ່ຽງແຕ່ 71-100 ແມ່ນມີຄວາມສ່ຽງສູງສຸດ ທີ່ຕ້ອງມີເອກະສານຢັ້ງຢືນ ແລະ ກວດກາສິນຄ້າ.
3. ວົງຈອນການຄຸ້ມຄອງຄວາມສ່ຽງ ແລະ ການສ້າງຖານຂໍ້ມູນຄວາມສ່ຽງ ມີ 6 ຂັ້ນຕອນ ດັ່ງນີ້: ການເກັບກໍາຂໍ້ມູນ, ການສັງລວມຂໍ້ມູນ, ການວິເຄາະຂໍ້ມູນ, ການກໍານົດຄ່າ ແລະ ລະດັບຄວາມສ່ຽງ, ການພິຈາລະນາລະດັບຄວາມສ່ຽງໂດຍ ແລະ ການແຈ້ງການນໍາໃຊ້. ໃນນ້ັນ, ຂັ້ນຕອນທີ 1 ແມ່ນການເກັບກໍາຂໍ້ມູນ ຈາກບົດລາຍງານການຢຶດສີນຄ້າຕ່າງໆ ແລະ ຂໍ້ມູນຈາກແຫຼ່ງຂ່າວທັງພາຍໃນ/ພາຍນອກ. ສ່ວນຂັ້ນຕອນທີ 6 ກໍ່ຄືແຈ້ງການນໍາໃຊ້ປະເພດສິນຄ້າທີ່ມີຄວາມສ່ຽງໃນແຕ່ລະດັບສີແຕກຕ່າງກັນໄປ ຕາມການກໍານົດຂອງ ຄະນະສະເພາະກິດຂອງກົມພາສີ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.