ໃນປີ 2019 ເມື່ອສົມທຽບລະຫວ່າງການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າແບບຝ່າຍດຽວ ແລະ ແບບຕອບແທນກັນ ເຫັນວ່າ ການນຳໃຊ້ GSP ແມ່ນມີມູນຄ່າພຽງ 327.92 ລ້ານໂດລາສະຫະລັດ, ໃນຂະນະທີ່ການສົ່ງອອກແບບຕອບແທນກັນ ມີມູນຄ່າສົ່ງອອກສູງເຖິງ 1,000.59 ລ້ານໂດລາສະຫະລັດ. ຊຶ່ງການສົ່ງອອກແບບຕອບແທນກັນກວມເອົາອັດຕາສ່ວນຫຼາຍຂອງການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ສູງເຖິງ 75.32%.ໃນການສົ່ງອອກໂດຍນຳໃຊ້ສິດທິພິເສດແບບຝ່າຍດຽວສ່ວນໃຫຍ່ແມ່ນ ການສົ່ງອອກໄປ ບັນດາປະເທດໃນສະຫະພາບເອີຣົບ.
ສ່ວນການສົ່ງອອກພາຍໃຕ້ FTA ສາມາດປະຕິບັດໄດ້ໂດຍກວມເອົາອັດຕາສ່ວນຫຼາຍກວ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າສູງ ສາເຫດທີ່ພາໃຫ້ການສົ່ງອອກໃນຂອບ FTA ຫຼາຍກວ່າຍ້ອນວ່າ ສິນຄ້າທີ່ສົ່ງອອກສ່ວນໃຫຍ່ເປັນສິນຄ້າທ່າແຮງຂອງ ສປປ ລາວ ແລະ ໃນຂອບ FTA ນີ້ກໍ່ມີຫຼາຍຂອບສັນຍາ ເຊັ່ນ: ສັນຍາການຄ້າດ້ານສິນຄ້າຂອງອາຊຽນ/ສັນຍາການຄ້າເສລີອາຊຽນ (ATIGA ຫຼື Form D), ສັນຍາພາຍໃຕ້ເຂດການຄ້າເສລີອາຊຽນ - ຈີນ (Form E), ສັນຍາການຄ້າເສລີ ອາຊຽນ - ອິນເດຍ (Form AI), ສັນຍາພາຍໃຕ້ເຂດການຄ້າເສລີອາຊຽນ - ສ ເກົາຫຼີ (Form AK), ສັນຍາວ່າດ້ວຍຄູ່ຮ່ວມມືດ້ານເສດຖະກິດຮອບດ້ານ ອາຊຽນ-ຢີ່ປຸ່ນ (Form AJ) ແລະ ສັນຍາພາຍໃຕ້ເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (Form AANZ).
ໃນປີ 2019 ສປປ ລາວ ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 38 ປະເທດ ເຊັ່ນ: ໄທ, ຈີນ, ຫວຽດນາມ, ເຢຍລະມັນ, ອີຕາລີ, ຢີ່ປຸ່ນ, ອັງກິດ, ສະວີເດນ, ໂປໂລຍ, ແບນຊິກ (ເບວຢຽມ), ໂຮນລັງ, ດານມາກ, ປ໋ອກຕຸຍການ, ກຣົວຊີ ແລະ ຟີລິບປິນ (ຊຶ່ງການຈັດລຽງປະເທດໃນນີ້ແມ່ນອີງໃສ່ມູນຄ່າການສົ່ງອອກແຕ່ຫຼາຍຫາໜ້ອຍ). ໃນນັ້ນ, ປະເທດທີ່ມີການສົ່ງອອກໄປຫຼາຍກວ່າໝູ່ແມ່ນ ໄທ, ຈີນ ແລະ ຫວຽດນາມ; ມີມູນຄ່າການສົ່ງອອກສູງປະມານ 361.74 ລ້ານໂດລາສະຫະລັດ, 322.77 ລ້ານໂດລາສະຫະລັດ ແລະ 312.78 ລ້ານໂດລາສະຫະລັດ ຕາມລຳດັບ.
ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າພາຍໃຕ້ສິດທິພິເສດທາງການຄ້າມີທັງ ໝົດ 33 ປະເທດ ເຊັ່ນ: ໄທ, ຈີນ, ຫວຽດນາມ, ຢີ່ປຸ່ນ, ອິນໂດເນເຊຍ, ອັງກິດ, ສ ອາເມລິກາ, ສະຫະນະຄອນອາເມຣັດ, ສ ເກົາຫຼີ, ອິນເດຍ, ເຢຍລະມັນ, ມາເລເຊຍ, ສິງກະໂປ, ໄຕ້ຫວັນ, ແລະ ໂອຕຣິດ (ຊຶ່ງການຈັດລຽງປະເທດໃນນີ້ແມ່ນອີງໃສ່ມູນຄ່າການການນຳເຂົ້າແຕ່ຫຼາຍຫາໜ້ອຍ). ໃນນັ້ນ, ປະເທດທີ່ມີການນຳເຂົ້າຫຼາຍກວ່າໝູ່ແມ່ນ ໄທ, ຈີນ ແລະ ຫວຽດນາມ; ມີມູນຄ່າການສົ່ງອອກສູງເຊັ່ນກັນ ປະມານ 380.87 ລ້ານໂດລາສະຫະລັດ, 98.96 ລ້ານໂດລາສະຫະລັດ ແລະ 86.65 ລ້ານໂດລາສະຫະລັດ ຕາມລຳດັບ.
ສຳລັບສະຖິຕິພາຍໃຕ້ສິດທິພິເສດທາງການຄ້າເບື້ອງຂາອອກທີ່ສັງລວມມານີ້ອາດຈະບໍ່ສະທ້ອນເຖິງມູນຄ່າການນຳໃຊ້ສິດທິພິເສດທາງການຄ້າຕົວຈິງ, ເນື່ອງຈາກວ່າ ເປັນຕົວເລກທີ່ເຈົ້າໜ້າທີ່ອອກຟອມໃນຂອບເຂດທົ່ວປະເທດເປັນຜູ້ເກັບກຳ ໂດຍບໍ່ໄດ້ສົມທຽບກັບມູນຄ່າການນຳເຂົ້າຕົວຈິງຂອງປະເທດປາຍທາງ. ນອກນັ້ນ, ຍັງສັງເກດເຫັນວ່າ ການສົ່ງອອກໃນຂອບສັນຍາການຄ້າເສລີສ່ວນໃຫຍ່ແມ່ນ ສິນຄ້າກະສິກຳ ແລະ ເຄື່ອງປ່າຂອງດົງ ທີ່ສົ່ງອອກພາຍໃຕ້ລະບຽບສິນຄ້າທີ່ຜະລິດຂຶ້ນໂດຍນຳໃຊ້ວັດຖຸດິບພາຍໃນປະເທດທັງໝົດ (Wholly Obtained). ນັ້ນກໍ່ໝາຍຄວາມວ່າ ຜູ້ປະກອບການຂອງ ສປປ ລາວ ຍັງບໍ່ທັນສາມາດປະກອບສ່ວນເຂົ້າໃນຕ່ອງໂສ້ການຜະລິດໃນພາກພື້ນດີເທົ່າທີ່ຄວນ, ໃນການຜັນຂະຫຍາຍແນວທາງຂອງພັກ-ລັດຖະບານໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.