ໃນວັນສຸກ ວັນທີ 10 ກໍລະກົດ 2020 ທີ່ຜ່ານມາ, ກົມການນໍາເຂົ້າ ແລະ ສົ່ງອອກ ແລະ ໜ່ວຍງານຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງສາກົນ (NIU) ໄດ້ຈັດກອງປະຊຸມຂື້ນ ທີ່ຫ້ອງປະຊຸມຊັ້ນ 02 ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຄື: ກົມພາສີ,​ ກົມອາຫານ ແລະ ຢາ,​ ກົມປູກຝັງ, ແລະ ກົມລ້ຽງສັດ ແລະ ການປະມົງ, ແລະ ກົມແຜນການ ແລະ ການຮ່ວມມື ລວມທັງໝົດ 20 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລກປ່ຽນ, ປະກອບຄໍາຄິດເຫັນ ຕໍ່ກັບພາລະບົດບາດ, ໜ້າທີ່ ຂອງພາກສ່ວນຈັດຕັ້ງປະຕິບັດແຕ່ລະໂຄງການຍ່ອຍ CF ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະໂຄງການຍ່ອຍ ຖືກຕ້ອງກັບແຜນການທີ່ໄດ້ວາງໄວ້.

ໂຄງການຍ່ອຍ CF ແມ່ນໂຄງການໜຶ່ງທີ່ນອນໃນໂຄງການສົ່ງເສີມການຄ້າ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ (Lao PDR Competitiveness and Trade Project: LTC) ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ເດືອນທັນວາ 2019 ເປັນຕົ້ນມາ ເຊີ່ງມີງົບປະມານໃນການຈັດຕັ້ງປະຕິບັດແມ່ນ 1,800,000 ໂດລາສະຫະລັດ. ໂຄງການຍ່ອຍດັ່ງກ່າວປະກອບມີ 04 ພາກສ່ວນກ່ຽວຂ້ອງທີ່ໄດ້ຮັບການອະນຸມັດໃຫ້ຈັດຕັ້ງປະຕິບັດແລ້ວ ຄື: ກົມການນໍາເຂົ້າ ແລະ ສົ່ງອອກ, ກົມອາຫານ ແລະ ຢາ, ກົມພາສີ, ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ. ລາຍລະອຽດໂຄງການຂອງແຕ່ລະພາກສ່ວນມີດັ່ງນີ້: 

  1. ກົມພາສີ, ກະຊວງການເງິນ: ເປົ້າໝາຍຫຼັກຂອງໂຄງການ ມີ 04 ເປົ້າໝາຍ ຄື:  1) ການນຳໃຊ້ມາດຕະຖານພາສີສາກົນ; 2) ການປັບປຸງຂັ້ນຕອນການແຈ້ງພາສີ; 3) ການບໍລິຫານຄວາມສ່ຽງ ແລະ ການຮ່ວມມືຂອງຂະແໜງການທີ່ກ່ຽວຂ້ອງປະຈຳດ່ານ; 4) ການສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ພາສີ.
  2. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ: ເປົ້າໝາຍຫຼັກຂອງໂຄງການ ມີ 02 ເປົ້າໝາຍ ຄື: 1) ການບໍລິຫານຄວາມສ່ຽງ ແລະ ການຮ່ວມມືຂອງຂະແໜງການທີ່ກ່ຽວຂ້ອງປະຈຳດ່ານ; 2) ການສ້າງຄວາມເຂັ້ມແຂງໃນການກວດສອບຄືນຫຼັງ.
  3. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ: ເປົ້າໝາຍຫຼັກຂອງໂຄງການ ມີ 03 ເປົ້າໝາຍ ຄື: 1) ປະຕິຮູບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ; 2) ປັບປຸງລະບົບການເກັບກໍາສະຖິຕິແບບທີ່ນຳໃຊ້ໃນປະຈຸບັນ ໃຫ້ເຊື່ອມຕໍ່ກັບລະບົບ ASYCUDA ຂອງພາສີ ໃຫ້ໄດ້ຂໍ້ມູນທີ່ຖືກຕ້ອງ ແລະ ສອດຄ່ອງກັນໃນການລາຍງານເປັນລະບົບເອີ້ນວ່າ E-STAT; 3) ປັບປຸງກົນໄກການປະສານງານຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນສັນຍາອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ.
  4. ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້: ເປົ້າໝາຍຫຼັກຂອງໂຄງການ ມີ 02 ເປົ້າໝາຍ ຄື: 1) ເພື່ອນຳໃຊ້ລະບົບການບໍລິຫານຄວາມສ່ຽງເຂົ້າໃນວຽກງານການກວດກາ ແລະ ການກັກກັນພືດ ແລະ ສັດ ທີ່ດ່ານສາກົນ; 2) ເພື່ອສ້າງຄວາມເຂັ້ມແຂງທາງດ້ານວຽກງານກວດກາຫຼັງການນຳເຂົ້າ.

ຕອນທ້າຍຂອງກອງປະຊຸມ ທ່ານ ມົວວິໄຊ ປາລີ ໄດ້ກ່າວຕໍ່ກອງປະຊຸມວ່າ ພວກເຮົາ ກໍ່ຄື ພາກສ່ວນກ່ຽວຂ້ອງທີ່ມາເຂົ້າຮ່ວມກອງປະຊຸມໃນມື້ນີ້ ຈະພ້ອມກັນປັບປຸງກົນໄກປະສານງານໃຫ້ດີຂຶ້ນ ແນ່ໃສ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຍ່ອຍ CF ໃຫ້ດຳເນີນການໄປຕາມກຳນົດເວລາ ແລະ ແຜນການທີ່ໄດ້ວາງໄວ້ໃຫ້ປະສົບຜົນສຳເລັດຢ່າງມີສິດທິພາບ ແລະ ປະສິດທິຜົນ ໂດຍເຫັນດີເປັນເອກະພາບຕໍ່ກັບລະບົບການລາຍງານ ຜົນການຈັດກອງປະຊຸມຕ່າງໆ ແມ່ນສົ່ງໃຫ້ໜ່ວຍງານ NIU ໂດຍກົງເພື່ອຮັບຊາບ ແລະ ເປັນຂໍ້ມູນ ພ້ອມນັ້ນກໍ່ສົ່ງໃຫ້ກອງເລຂາ ຄະນະກຳມະການອຳນວຍຄວາມະດວກທາງດ້ານການຄ້າ (ຄອຄ) ເພື່ອລາຍງານຫົວໜ້າກອງເລຂາ ແລະ ຜູ້ໃຫ້ທຶນ ຮັບຊາບເປັນແຕ່ລະໄລຍະ ແລະ ສໍາລັບວຽກງານການເງິນຂອງແຕ່ລະໂຄງການຍ່ອຍ ແມ່ນໃຫ້ແຕ່ລະພາກສ່ວນປະສານຫາໜ່ວຍງານ NIU ໂດຍກົງ ເພື່ອຄວາມວ່ອງໄວ ແລະ ໄດ້ຂໍ້ມູນທີ່ລະອຽດຊັດເຈນກ່ວາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.