ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ      ເລກທີ 0346/ກປ
ນະຄອນຫຼວງວຽງຈັນ, ວັນທີ 20.02.2018

ບົດແນະນຳ

ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກຳນົດ ແລະ ເງື່ອນໄຂ ການສົ່ງອອກ ໝາກກ້ຽງຂຽວ, ໝາກພຸກ, ໝາກກ້ຽງນ້ອຍ ແລະ ໝາກມ່ວງ ຈາກ ສປປ ລາວ ໄປຍັງ ສສ ຫວຽດນາມ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, ສະບັບເລກທີ 03 /ສພຊ, ລົງວັນທີ 25 ພະຈິກ 2016.
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປາໄມ້ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມປູກຝັງ ສະບັບເລກທີ 3825/ກປ, ລົງວັນທີ 18 ສິງຫາ 2017.
  • ອີງຕາມ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ຈາກ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກົມປ້ອງກັນພືດ ລົງວັນທີ 22 November 2017.

   ປັດຈຸບັນ ການຄ້າຂາຍ ພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໄດ້ຫັນເຂົ້າສູ່ຫຼັກການການຄ້າ ຂອງອົງການການຄ້າໂລກ ເປັນຕົ້ນແມ່ນ ການນໍາໃຊ້ມາດຕະການສຸຂານາໄມພືດ ໃນການຄຸ້ມຄອງສີນຄ້າກະສິກໍາລະຫວ່າງປະເທດ ຊຶ່ງ ສສ ຫວຽດນາມໄດ້ກໍານົດມາດຕະການ ກ່ຽວກັບຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບສົ່ງອອກຫມາກໄມ້ຄື ຫມາກພຸກ (Citrus maxima), ຫມາກກ້ຽງຂຽວ (Citrus reticulata blanco), ຫມາກກ້ຽງນ້ອຍ (Citrus sinensis), ຫມາກມ່ວງ (Mangifera indica L.) ທີ່ຈະສົ່ງອອກຈາກ ສປປ ລາວ ໄປຍັງ ສສ ຫວຽດນາມ ຕາມທີ່ໄດ້ກໍານົດໄວ້. ເພື່ອໃຫ້ສອດຄ່ອງ ກັບເງື່ອນໄຂ ການນໍາເຂົ້າ ຂອງ ສສ ຫວຽດນາມ, ກົມປູກຝັງ ຈຶ່ງໄດ້ອອກບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກໍານົດ ຕ້ອງ ປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

1. ການຈົດທະບຽນ

  • ຜູ້ສົ່ງອອກພືດທີ່ກ່າວມາຂ້າງເທິງນັ້ນ ຕ້ອງໄດ້ຈົດທະບຽນຜູ້ສົ່ງອອກ ໂດຍແມ່ນກົມປູກຝັງ ຫຼື ພາຍໄຕ້ການຊີ້ນໍາຂອງກົມປູກຝັງ. 
  • ກ່ອນການສົ່ງອອກ ຕ້ອງໄດ້ຜ່ານການກວດກາຢັ້ງຢືນ ຈາກພະນັກງານວິຊາການຂະແຫນງປູກຝັງເປັນຜູ້ຕິດຕາມ.
  • ກໍລະນີມີບັນຫາໃນການສົ່ງອອກ ກົມປ້ອງກັນພືດ ແຫ່ງ ສສ ຫວຽດນາມມີສິດເຂົ້າມາກວດສອບປະເມີນລະບົບການກວດກາ ແລະ ຢັ້ງຢືນຕ່າງໆ ຊຶ່ງຄ່າໃຊ້ຈ່າຍທັງຫມົດແມ່ນຄວາມຮັບຜິດຊອບຂອງບໍລິສັດສົ່ງອອກ.

2. ການກວດກາໃນການສົ່ງອອກ

  • ໃນການຢັ້ງຢືນສຸຂານາໄມພືດ ຕ້ອງອອກໂດຍກົມປູກຝັງ ຫຼື ຂະແຫນງປູກຝັງແຂວງ, ນະຄອນຫຼວງ ທີ່ມີສິດອອກໃບຢັ້ງຢືນສຸຂານາໄມພືດ ພາຍໄຕ້ການຄຸ້ມຄອງຂອງກົມປູກຝັງ ແລະ ຕ້ອງເປັນພາສາອັງກິດ: (The consignment of fresh pomelo fruits has been produced for export in accordance with the phytosanitary import requirements for importation of fresh pomelo fruits from Laos to Vietnam)
  • ການນໍາເຂົ້າ ຜະລິດຕະພັນ ຂ້າງເທິງນັ້ນ ຕ້ອງປາດສະຈາກ ສັດຕູພືດ ທີ່ມີຊີວິດ, ດິນ ແລະ ສິ້ນສ່ວນຕ່າງໆ ຂອງພືດ ໂດຍສະເພາະສັດຕູພືດຕ້ອງຫ້າມຂອງ ສສ ຫວຽດນາມ.

3. ການກວດກາເວລານໍາເຂົ້າ

  • ເມື່ອສີນຄ້າໄປເຖິງຫວຽດນາມ ທຸກໆຊຸດສີນຄ້າ ຕ້ອງໄດ້ຖືກກວດກາໂດຍກົມປ້ອງກັນພືດ ແຫ່ງຫວຽດນາມ ຖ້າກໍລະນີພົບເຫັນສັດຕູພືດຄວບຄຸມ ຕ້ອງໄດ້ມີການບໍາບັດຕາມມາດຕະຖານ ແລະ ຫຼັກການຂອງສສ ຫວຽດນາມ.

 4. ການກວດສອບຍ້ອນຫຼັງຄືນ

  • ກົມປ້ອງກັນພືດ ຫວຽດນາມ ສາມາດເຂົ້າມາກວດສອບ ປະເມີນຄືນ ລະບົບການຢັ້ງຢືນຂອງ ສປປ ລາວ.

ສະນັ້ນ, ກົມປູກຝັງ ຈຶ່ງອອກບົດແນະນໍາສະບັບນີ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ຫົວໜ້າກົມປູກຝັງ

ວິໄລສຸກ ເຄນນະວົງ

 

# ຫົວຂໍ້ ດາວໂຫຼດ
1 Guidelines on the Implementation of terms and conditions to export from Lao PDR to Vietnam for green oranges, pomelos, mandarin oranges and mangoes from Lao PDR to Vietnam, No. 0346 / DOA, dated 20 February 2018. PDF
2 ບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ກໍານົດ ແລະ ເງື່ອນໄຂ ການສົ່ງອອກ ໝາກກ້ຽງຂຽວ, ໝາກພຸກ, ໝາກກ້ຽງນ້ອຍ ແລະ ໝາກມ່ວງ ຈາກ ສປປ ລາວ ໄປຍັງ ສສ ຫວຽດນາມ, ເລກທີ 0346/ກປ, ລົງວັນທີ 20 ກຸມພາ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.