ລະບົບການລົງທະບຽນເປັນຜູ້ສົ່ງອອກ (Registered Exporter System: REX) ແມ່ນຜູ້ສົ່ງອອກທີ່ລົງທະບຽນນໍາຫ້ອງການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານການຢັ້ງຢືນແຫຼ່ງກໍາເນິດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ເພື່ອຂໍສິດຢັ້ງຢືນແຫຼ່ງກໍາເນິດສິນຄ້າດ້ວຍຕົນເອງ ໂດຍຜ່ານເວັບໄຊທ໌ https://ec.europa.eu/taxation_customs/registered-exporter system_en.  

          ຂໍ້ຕົກລົງ ວ່າດ້ວຍການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນ ເປັນຜູ້ສ່ົງອອກພາຍໃຕ້ສິດທິພິເສດທາງການຄ້າ, ເລກທີ 0725/ອຄ.ກຂອ, ລົງວັນທີ 06 ສິງຫາ 2020 ໄດ້ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າແນໃສ່​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກງານດັ່ງກ່າວໃຫ້ຖືກ​ຕ້ອງ, ສອດຄ່ອງກັບ​ກົດ​ໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ສາກົນ.

ພາບປະກອບ

 

           ກ່ອນທີ່ຈະສາມາດລົງທະບຽນເປັນຜູ້ສົ່ງອອກ ຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ຕ້ອງມີຄົບເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບດັ່ງກ່າວ.

          ເງື່ອນໄຂຂອງຜູ້ຂໍສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕ້ອງມີເງື່ອນໄຂ ດັ່ງນີ້:

1.       ເປັນຜູ້ສົ່ງອອກສິນຄ້າທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

2.       ໄດ້ສະໝັກລົງທະບຽນ (Pre - Application) ຜ່ານເວັບໄຊຂອງສະຫະພາບເອີຣົບ;

3.       ໄດ້ລົງທະບຽນໃນລະບົບ REX.

          ພາຍຫຼັງທີ່ມີເງື່ອນໄຂຄົບຖ້ວນຕາມທີ່ກໍານົດ ແມ່ນສາມາດລົງທະບຽນຕາມຂັ້ນຕອນລຸ່ມນີ້:

 

ຂັ້ນຕອນທີ ໜຶ່ງ: ການປະກອບເອກະສານ.

1.       ໃບສະເໜີ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ກໍານົດໄວ້;

2.       ໃບສະໝັກເພື່ອລົງທະບຽນ (Pre - Application) ຜ່ານເວັບໄຊ https://ec.europa.eu/taxation _customs/registered-exportersystem_en;

3.       ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດສິນຄ້າ (Confirmation of Product Eligibility: CPE).

 

ຂັ້ນຕອນທີ ສອງ: ການກວດກາເອກະສານ

          ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວ,​ ຜູ້ປະກອບການຕ້ອງຍື່ນເອກະສານກັບ ກົມການນໍາເຂົ້າ ແລະ ສົ່ງອອກ (ພະແນກຄຸ້ມຄອງແຫຼ່ງກໍາເນິດສິນຄ້າ), ກະຊວງອຸດສາຫະກໍາ ແລະ ການຄ້າ. ວິຊາການຜູ້ຄົ້ນຄ້ວາຈະກວດກາຄວາມຖືກຕ້ອງຂອງເອກະສານທີ່ທາງຜູ້ປະກອບການໄດ້ຍື່ນ. ຖ້າຄົບຕາມຂັ້ນຕອນ 1 ແມ່ນຈະເອົາເຂົ້າເລກທີຂາເຂົ້າ ຖ້າບໍ່ຄົບຈະສົ່ງເອກະສານຄືນໃຫ້ຜູ້ປະກອບການພ້ອມແນະນໍາລາຍລະອຽດການປະກອບເອກະສານໃຫ້ຄົບຖ້ວນ. 

 

ຂັ້ນຕອນທີ ສາມ​: ການພິຈາລະນາເອກະສານ:  

          1. ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງ ວ່າດ້ວຍການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນ ເປັນຜູ້ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະພິຈາລະນາເອກະສານທີ່ຜູ້ສະໝັກໄດ້ຕື່ມຜ່ານທາງອອນລາຍ ແລະ ຈະອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ຜູ້ຮ້ອງຂໍ ພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.

          2. ຖ້າເຫັນວ່າ ເອກະສານປະກອບຫາກມີເນື້ອໃນບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍພາຍໃນກຳ ນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີທີ່ບໍ່ສາມາດອອກໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຕ້ອງໄດ້ແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັັນໄດ້ຮັບເອກະສານເປັນຕົ້ນໄປ.

 

ຂັ້ນຕອນທີ ສີ່: ການຮັບເອົາໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

 ຜູ້ປະກອບການມາຮັບເອົາໃບຢັ້ງຢືນຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຢູ່ພະແນກອໍານວຍຄວາມສະດວກທາງດ້ານການຄ້າ,​ ກົມການນໍາເຂົ້າ ແລະ ສົ່ງອອກ,​ ກະຊວງອຸດສາຫະກໍາ ແລະ ການຄ້າ.

 

ຕິດຕໍ່ສອບຖາມເພີ່ມເຕີມທີ່ ພະແນກຄຸ້ມຄອງແຫຼ່ງກໍາເນິດສິນຄ້າ, ເບີໂທ 021 450 255, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.