ສາລະບານ

ມາດຕາ 1. ມອບສິດໃຫ້ສະພາການຄ້າ…
ມາດຕາ 2. ໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ…
ມາດຕາ 3. ການອອກຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ…
ມາດຕາ 4. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ…
ມາດຕາ 5. ເພື່ອເປັນເອກະພາບ…
ມາດຕາ 6. ກ່ອນການມອບໂອນ…
ມາດຕາ 7. ມອບໃຫ້ກົມການນໍາເຂົ້າ…
ມາດຕາ 8. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ…


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ    ເລກທີ 2387/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 15 ທັນວາ 2011

ຂໍ້ຕົກລົງ
ວ່າດ້ວຍການມອບສິດໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວອອກ ແລະ
ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າປະເພດທີ່ໄດ້ຮັບສິດທິພິເສດດ້ານການຄ້າ

  • ອີງໃສ່ດໍາລັດເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ;
  • ອີງໃສ່ໃບສະເໜີຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ສະບັບເລກທີ 0937/ສຄອ, ລົງວັນທີ 17 ສິງຫາ 2010, ເລກທີ 1383/ສຄອ, ລົງວັນທີ 24 ທັນວາ 2010, ເລກທີ 1511/ສຄອ, ລົງວັນທີ 31 ພຶດສະພາ 2011;
  • ອີງໃສ່ບົດລາຍງານກ່ຽວກັບຜົນຂອງກອງປະຊຸມປຶກສາຫາລືກ່ຽວກັບຂັ້ນຕອນການມອບ CO, ງານວາງສະແດງສິນຄ້າໃຫ້ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ສະບັບເລກທີ 1196/ຫອຄ, ລົງວັນທີ 3 ມິຖຸນາ 2011;
  • ອີງໃສ່ການຄົ້ນຄວ້າດ້ານວິຊາການຂອງກົມກ່ຽວຂ້ອງ.

ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າອອກຂໍ້ຕົກລົງ:

ມາດຕາ 1. ມອບສິດໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າປະເພດທີ່ໄດ້ຮັບສິດທິພິເສດ ດ້ານການຄ້າເຊັ່ນ: Form AK, Form CO Korea, Form E, Form SPT, Form AANZ ແລະ Form AJ ນັບແຕ່ວັນທີ 1 ກໍລະກົດ 2012 ເປັນຕົ້ນໄປ. ສ່ວນຟອມອື່ນໆນອກຈາກນີ້ແມ່ນ ກະຊວງອຸດສາຫະກໍາ ແລະ ການຄ້າເປັນຜູ້ຮັບຜິດຊອບໃນການອອກ ແລະ ຄຸ້ມຄອງຕາມພາລະບົດບາດ ແລະ ລະບຽບການ ຂອງຜູ້ໃຫ້ສິດທິພິເສດດ້ານການຄ້າກໍານົດໄວ້. ຂ້າງເທິງ

ມາດຕາ 2. ໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຈັດຕັ້ງປະຕິບັດການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແຕ່ລະຊະນິດຟອມ ຕາມທີ່ໄດ້ມອບໝາຍ ໃນມາດຕາ 1 ຂ້າງເທິງນີ້ຢ່າງເປັນເອກະພາບ ນັບແຕ່ຂັ້ນສູນກາງເຖິງຂັ້ນແຂວງ ແລະ ນະຄອນຫຼວງ. ຂ້າງເທິງ

ມາດຕາ 3. ການອອກຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ກໍານົດຕ່າງໆ ເພື່ອຢັ້ງຢືນການໄດ້ເງື່ອນໄຂແຫຼ່ງກໍາເນີດສິນຄ້າ ທີ່ລະບຸໄວ້ໃນມາດຕາ 7, 8, 9 ແລະ 10 ຂອງດໍາລັດເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ແລະ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການຂອງ ແຕ່ລະກອບສັນຍາ ທີ່ກ່ຽວຂ້ອງກັບແຕ່ລະຟອມ. ຂ້າງເທິງ

ມາດຕາ 4. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນເຈົ້າການຮັບຜິດຊອບໃນການຄົ້ນຄວ້າ ອອກລະບຽບການເພື່ອຄຸ້ມຄອງວຽກງານດັ່ງກ່າວ ໃຫ້ຖືກຕ້ອງສອດຄ່ອງກັບນະໂຍບາຍ ແລະ ລະບຽບການຂອງບັນດາປະເທດ ຜູ້ໃຫ້ສິດທິພິເສດດ້ານການຄ້າແຕ່ລະກອບ ພ້ອມທັງຮັບຜິດຊອບໃນການອອກ, ການກວດກາຕິດຕາມການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງ ແລະ ຮັດກຸມ. ຂ້າງເທິງ

ມາດຕາ 5. ເພື່ອເປັນເອກະພາບ ໃນການປະຕິບັດຫຼັກການຄຸ້ມຄອງລັດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕ້ອງປະຕິບັດຫຼັກການສະເໝີພາບ, ໂປ່ງໃສ, ເປັນທໍາຕໍ່ທຸກໆຫົວໜ່ວຍທຸລະກິດສົ່ງອອກ, ປະຕິບັດໜ້າທີ່ໃນການເກັບຄ່າທໍານຽມ ແລະ ຄ່າບໍລິການຕາມລັດຖະບັນຍັດ ເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008 ເພື່ອມອບເຂົ້າງົບປະມານຂອງລັດ ພ້ອມທັງສະຫຼຸບລາຍງານໃຫ້ກະຊວງຊາບ ເປັນແຕ່ລະໄລຍະ (ເດືອນ, ງວດ, ປີ). ຂ້າງເທິງ

ມາດຕາ 6. ກ່ອນການມອບໂອນໃຫ້ກົມການນໍາເຂົ້າ ແລະ ສົ່ງອອກສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງເພື່ອແຈ້ງ ແລະ ລຸລ່ວງເຫດຜົນ ທີ່ຕ້ອງການມອບໂອນວຽກງານດັ່ງກ່າວ ໃຫ້ສະພາການຄ້າ ແລະ ອຸດສາຫະກໍາເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ລະບຸ ໄວ້ໃນມາດຕາ 1 ພ້ອມທັງກະກຽມຈັດຕັ້ງການຝຶກອົບຮົມ ເພື່ອສ້າງບຸກຄະລາກອນທີ່ຈະຮັບຜິດຊອບ ການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ດັ່ງກ່າວນີ້ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ. ຂ້າງເທິງ

ມາດຕາ 7. ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາຂອງແຂວງ, ນະຄອນຫຼວງ ຈັດຕັ້ງປະຕິບັດການມອບໂອນວຽກງານການອອກ ແລະ ຄຸ້ມຄອງ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຕົວຈິງ ໃຫ້ມີຜົນສໍາເລັດ ແລະ ທັນກັບເວລາພ້ອມທັງແຈ້ງໃຫ້ບັນດາປະເທດ ແລະ ພາກສ່ວນກ່ຽວຂ້ອງຊາບຢ່າງທົ່ວເຖິງກ່ຽວກັບ ການມອບໂອນດັ່ງກ່າວ. ຂ້າງເທິງ

ມາດຕາ 8. ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ
( ເຊັນ ແລະ ປະທັບກາ )

 

# ຫົວຂໍ້ ດາວໂຫຼດ
1 Decision on delegation of the right to issue and control the certificate of origin for the product types those are subject to GSP or similar special right to the lao national chamber of commerce and industry No. 2387/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ການມອບສິດໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ອອກ ແລະ ຄຸ້ມຄອງ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະເພດທີ່ໄດ້ຮັບ ສິດທິພິເສດດ້ານການຄ້າ ເລກທີ 2387/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.