ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ກະຊວງກະສິກຳ ແລະ ປ່າໄມ້     ເລກທີ 1753/ກປ
ນະຄອນຫຼວງວຽງຈັນ, ວັນທີ 25 ສິງຫາ 2020

ຄຳແນະນຳ

ກ່ຽວກັບ ການຂື້ນທະບຽນສະຖານທີ່ປະກອບການຜະລິດ ສຳລັບ ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ

  • ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ດຳລັດ ຂອງນາຍຍົກລັດຖະມົນຕິ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້;
  • ອີງຕາມໜັງສືສະເໜີ ຂອງກົມປູກຝັງ ເລກທີ 1586/ກປຝ, ລົງວັນທີ  07 ສິງຫາ 2020;
  • ອີງຕາມ ການຄົ້ນຄ້ວາ ແລະ ສະເໜີ ຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 597/ກບນ,  ລົງວັນທີ 11 ສິງຫາ  2020.

   ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດເປັນສີນຄ້າ  ເຮັດໃຫ້ມີການແລກປ່ຽນຄ້າຂາຍຜະລິດຕະພັນພຶດກະສິກຳ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ນຂື້ນ,  ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອນສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເປັນຢ່າງດີ; ແຕ່ເຖິງຢ່າງໄດ້ກໍຕາມ ການແລກປ່ຽນ, ຄ້າຂາຍດັ່ງກ່າວ ຍັງບໍ່ທັນມີການຄຸ້ມຄອງຢ່າງເປັນລະບົບ ເລີ່ມຈາກສວນປູກ ໄປຈົນເຖິງການສົ່ງອອກ ນອກນີ້, ຍັງມີບາງທ້ອງຖິ່ນໄດ້ມີການຈົດທະບຽນ ແລະ ຢັ້ງຢືນສວນປູກ ທີ່ບໍ່ທັນສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ອານຸສັນຍາດ້ານສຸຂານາໄມພືດ ທີ່ລັດຖະບານ ສປປ ລາວ ໄດ້ລົງນາມຮ່ວມກັບປະເທດນຳເຂົ້າ.

   ເພື່ອຮັບປະກັນການຈັດຕັ້ງປະຕີບັດ ການຄຸ້ມຄອງສະຖານທີ່ປະກອບການຜະລິດ ສຳລັບ ການສົ່ງອອກພຶດ ແລະ ຜະລິດຕະພັນພຶດ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງ ຕາມກົດໝາຍ ວ່າດ້ວຍການປ້ອງກັນ ແລະ ກັກກັນພືດ ລວມທັງລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພຶດ ສຳລັບ ການນຳເຂົ້າຂອງປະເທດຄູ່ຄ້າ ນັ້ນ.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:

  1.   ຈຸດປະສົງ ແລະ ລະດັບຄາດໝາຍເພື່ອແນະນຳການຈັດຕັ້ງປະຕິບັດ ໝວດທີ 3 ຂອງຂໍ້ຕົກລົງວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2986/ກປ, ລົງວັນທີ  28 ມິຖຸນາ 2019;
  • ເພື່ອກຳນົດກົນໄກການປະສານງານ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖີ່ນ ໃນການຂື້ນທະບຽນສະຖານທີ່ປະກອບການຜະລິດ ສຳລັບ ການສົ່ງອອກ ພຶດ ແລະ ຜະລິດຕະພັນພືດ;
  • ເພື່ອຮັບປະກັັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ກ່ຽວກັບ ຂັ້ນຕອນ ແລະ ວິທີການ ການຂື້ນທະບຽນສະຖານທີ່ປະກອບການຜະລິດ ສຳລັບ ການສົ່ງອອກ ພືດ ແລະ ຜະລິດຕະພັນພຶດ​​​​​​.
  1. ຄວາມໝາຍ ແລະ ຄວາມສຳຄັນ ຂອງການຂື້ນທະບຽນສະຖານທີ່ປະກອບການຜະລິດ

     ສະຖານທີ່ປະກອບການຜະລິດ ໝາຍເຖິງ ສວນປູກ ຫຼື ຟາມ, ໂຮງເຮືອນຫຸ້ມຫໍ່ບັນຈຸ, ຖັງໄຊໂລ ຫຼື ສະຖານທີ່ ທີ່ມີເປົ້າໝາຍເພື່ອ ປູກ, ເກັບກ່ຽວ, ຄັດແຍກ, ຈັດການ, ບັນຈຸ, ຫຸ້ມຫໍ່ ຫຼື ເກັບຮັກສາ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ເປັນເປົ້າໝາຍເພື່ອສົ່ງອອກ.

     ການຂື້ນທະບຽນ ສະຖານທີ່ປະກອບການຜະລິດ ແມ່ນ ຂະບວນກວດກາ ແລະ ປະເມີນ ສະຖານທີ່ປະກອບການຜະລິດ ເຊັ່ນ: ສວນປູກ ຫຼື ຟາມ, ໂຮງເຮືອນຫຸ້ມຫໍ່ບັນຈຸ, ສາງເກັບມ້ຽນ, ຖັງໄຊໂລ ຫຼື ສະຖານທີ່ອື່ນ ທີ່ມີເປົ້າໝາຍເພື່ອສົ່ງອອກ ໃນການຈັດຕັ້ງປະຕິບັດມາດຕະການສຸຂານາໄມພືດ ຕາມຂໍ້ກຳນົດເງື່ອນໄຂຂອງປະເທດນຳເຂົ້າ ເພື່ອຢັ້ງຢືນ ແລະ ຮັບຮອງ ສະຖານທີ່ປະກອບການຜະລິດ ພືດ ແລະ ຜະລິດຕະພັນພືດ ເພື່ອສົ່ງອອກ.

  1.   ຫຼັກການ, ຂັ້ນຕອນ ແລະ ວິທີການ ຂື້ນທະບຽນສະຖານທີ່ປະກອບການຜະລິດ
  1.   ຫຼັກການ

      ນິຕີບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຊຶ່ງປະເທດນຳເຂົ້າ ກຳນົດໃຫ້ມີໃບທະບຽນສະຖານທີ່ປະກອບການຜະລິດ ຕ້ອງໄດ້ຂື້ນທະບຽນນຳກົມປູກຝັງ ຕາມທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້.

     2.  ຂັ້ນຕອນ ແລະ ວິທີການ ຂື້ນທະບຽນສະຖານທີ່ປະກອບການຜະລິດ

        2.1. ການສະເໜີ ຂໍຂື້ນທະບຽນສະຖານທີ່ປະກອບການຜະລິດ

           ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂື້ນທະບຽນສະຖານທີ່ປະກອບການຜະລິດຕອ້ງຍື່ນຄຳຮ້ອງ ຕາມແບບພິມ ກກພ 17 ໃນເອກະສານຊ້ອນທ້າຍ 1 ຂອງຄຳແນະນຳສະບັບນີ້ ຫຼື ສາມາດດາວໂຫຼດ ໃນເວບໄຊຂອງກົມປູກຝັງ   www.doa.maf.gov.la ພອ້ມທັງປະກອບຊຸດເອກະສານຄົບຖ້ວນ ຕາມທີ່ກຳນົດໄວ້ໃນຂໍ້ 2.2 ຂອງຄຳແນະນຳສະບັບນີ້ ຕໍ່ຂະແໜງປູກຝັງຂັ້ນແຂວງທີ່ກ່ຽວຂ້ອງ ເພື່ອພິຈາລະນາ.

        2.2. ການ ປະກອບຊຸດເອກະສານ

           ຊຸດເອກະສານສະເໜີຂໍຂື້ນທະບຽນສະຖານທີ່ປະກອບການຜະລິດ ມີດັ່ງນີ້:

  1. ໃບຄຳຮ້ອງ ຕາມແບບພິມ ກກພ 17 ໃນເອກະສານຊອ້ນທ້າຍ 1 ຂອງຄຳແນະນຳສະບັບນີ້;
  2. ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;
  3. ສຳເນົາ ໃບຢັ້ງຢືນການມອບພັນທະອາກອນ ປະຈຳປີສຸດທ້າຍ;
  4. ຄູ່ມືການດຳເນີນງານ ກ່ຽວກັບ ການຜະລິດພືດ ແລະ ແບບແຜນການຈັດການສັດຕູພືດຂອງ ຜູ້ປະກອບການ ຕາມແບບພິມ ກກພ 18 ໃນເອກະສານຊ້ອນທ້າຍ 2  ຂອງຄຳແນະນຳສະບັບນີ້;
  5. ໃບມອບສີດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍື່ນເອກະສານ ໃນກໍລະນີໃຫ້ຜູ້ອື່ນມາຍື່ນຄຳຮ້ອງແທນ.

       2.3. ການພິຈາລະນາການຢັ້ງຢືນສະຖານທີ່ປະກອບການຜະລິດ

   ພາຍຫຼັງທີ່ໄດ້ຮັບຊຸດເອກະສານສະເໜີຂໍຂື້ນທະບຽນສະຖານທີ່ປະກອບການຜະລິດ ແລ້ວ, ຂະແໜງປູກຝັງຂັ້ນແຂວງ ຕ້ອງດຳເນີນການກວດກາຊຸດເອກະສານ ດັ່ງກ່າວ, ຖ້າເຫັນວ່າບໍ່ຄົບຖ້ວນ ຕາມທີ່ກຳນົດໄວ້ໃນຂໍ້ 2.2 ຂອງຄຳແນະນຳສະບັບນີ້ ຕ້ອງໃຫ້ຜູ້ສະເໜີ ປະກອບເອກະສານຄືນ.  ໃນກໍລະນີເອກະສານດັ່ງກ່າວ ຫາກຄົບຖ້ວນແລ້ວ ຕ້ອງດຳເນີນການຄົ້ນຄ້ວາ ແລະ ລົງກວດກາປະເມີນສະຖານທີ່ປະກອບການຜະລິດ ພ້ອມທັງ ອອກໃບຢັ້ງຢືນການກວດກາສະຖານທີ່ປະກອບການຜະລິດ ຕາມແບບພິມໃນເອກະສານຊ້ອນທ້າຍ 3 ຂອງຄຳແນະນຳສະບັບນີ້ ພາຍໃນ ເຈັດ ວັນ.

   ການກວດກາປະເມີນສະຖານທີ່ປະກອບການຜະລິດ ຕ້ອງດຳເນີນຕາມເງື່ອນໄຂຂອງການຂື້ນທະບຽນທີ່ກຳນົດໄວ້ໃນມາດຕາ 9  ຂອງຂໍ້ຕົກລົງ ວ່າດ້ວຍມາດຕະການສຸຂານາໄມພຶດ ສຳລັບ ການສົ່ງອອກ ແລະ ສົ່ງອອກຕໍ່ ພຶດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019 ໂດຍມີການເຂົ້າຮ່ວມຂອງໜ່ວຍງານປູກຝັງຂັ້ນເມືອງທີ່ກ່ຽວຂ້ອງ.

         2. 4. ການຂື້ນທະບຽນສະຖານທີ່ປະກອບການຜະລິດ

   ຂະແໜງປູກຝັງຂັ້ນແຂວງ ຕ້ອງນຳສົ່ງຊຸດເອກະສານ ແລະ ໃບຢັ້ງຢືນກວດກາສະຖານທີ່ປະກອບການຜະລິດ ເພື່ອສະເໜີ  ເຖີງ ກົມປູກຝັງ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນອອກໃບຢັ້ງຢືນການກວດກາສະຖານທີ່ປະກອບການຜະລິດ ເພື່ອພິຈາລະນາ ຂື້ນທະບຽນສະຖານທີ່ປະກອບການຜະລິດ.

ພາຍຫຼັງທີ່ໄດ້ຮັບຊຸດເອກະສານ ແລະ ໃບຢັ້ງຢືນການກວດກາສະຖານທີ່ປະກອບການຜະລິດກົມປູກຝັງ ຕ້ອງພິຈາລະນາອອກໃບທະບຽນສະຖານທີ່ປະກອບການຜະລິດ ພາຍໃນ ຫ້າ ວັນລັດຖະການ ຕາມແບບພິມ ໃນເອກະສານຊ້ອນທ້າຍ 4 ຂອງຄຳແນະນຳສະບັບນີ້ ໃນກໍລະນີສົງໄສ ກົມປູກຝັງ ຕ້ອງລົງກວດກາປະເມີນສະຖານທີ່ປະກອບການຜະລິດ ກ່ອນຂື້ນທະບຽນສະຖານທີ່ປະກອບການຜະລິດ.

ເລກລະຫັດການຂື້ນທະບຽນສະຖານທີ່ປະກອບການຜະລິດ ປະກອບດ້ວຍ ເລກທີ, ລະຫັດຟາມຜະລິດ, ລະຫັດແຂວງ, ລະຫັດພຶດ ແລະ ເລກທະບຽນເສຍພາສີ.

           2.5. ການນຳໃຊ້ໃບທະບຽນສະຖານທີ່ປະກອບການຜະລິດ

   ໃບທະບຽນສະຖານທີ່ປະກອບການຜະລິດ ເພື່ອການສົ່ງອອກ ແມ່ນນຳໃຊ້ກັບພືດ ແລະ ຜະລິດຕະພັນພືດໃດໜື່ງສະເພາະ ມີອາຍຸການນຳໃຊ້ ສາມ ປີ ແລະ ສາມາດຕໍ່ໄດ້. ສຳລັບ ຂັ້ນຕອນ ແລະ ວິທິການຕໍ່ໃບທະບຽນສະຖານປະກອບການຜະລິດ ໄດ້ກຳນົດໄວ້ໃນບົດແນະນຳ ຂອງກົມປູກຝັງ.

   ໃນກໍລະນິ ມິການເພີ່ມ ຫຼື ຫຼຸດ ສະຖານທີ່ປະກອບການຜະລິດ ລວມທັງ ການປ່ຽນແປງຊະນິດພືດໃໝ່ ຕ້ອງສະເໜີດັດແກ້ໃບທະບຽນສະຖານທີ່ປະກອບການຜະລິດ ໂດຍຜ່ານຂະແໜງປູກຝັງຂັ້ນແຂວງ ເພື່ອພິຈາລະນາ ຕາມຂໍ້ທີ 2 ຂອງຄຳແນະນຳສະບັບນີ້.

 ໃນກໍລະນີ ໃບທະບຽນສະຖານທີ່ປະກອບການຜະລິດ ເສຍຫາຍ ຫຼື ຖືກທຳລາຍ, ໃຫ້ເຈົ້າຂອງໃບທະບຽນດັ່ງກ່າວ ແຈ້ງຕໍ່ຂະແໜງປູກຝັງຂັ້ນແຂວງທີ່ກ່ຽວຂ້ອງ ພ້ອມທັງຄັດຕິດໃບແຈ້ງເສຍພາຍໃນກຳນົດເວລາສິບສີ່ ວັນ ນັບແຕ່ວັນທີ່ໃບຢັ້ງຢືນ ເສຍຫາຍ ຫຼື ຖືກທຳລາຍ ເປັນຕົ້ນໄປ. ພາຍຫຼັງທີ່ໄດ້ຮັບເອກະສານດັ່ງກ່າວ ກົມປູກຝັງ ຕ້ອງອອກໃບທະບຽນສະຖານທີ່ປະກອບການຜະລິດຄືນໃໝ່ ພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານສະເໜີຄົບຖ້ວນຖືກຕ້ອງ.

             2.6. ການໂຈະ ຫຼື ຖອນໃບທະບຽນສະຖານທີ່ປະກອບການຜະລິດ

    ກົມປູກຝັງ ເປັນຜູ້ໂຈະ ໃບທະບຽນສະຖານທີ່ປະກອບການຜະລິດ ຕາມມາດຕາ 13 ຂອງຂໍ້ຕົກລົງ ວ່າດ້ວຍມາດຕະການສຸຂານາໄມພືດ ສຳລັບ ການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2986/ກປ, ລົງວັນທີ 28 ມິຖຸນາ 2019 ໃນກໍລະນີໃດໜື່ງ ດັ່ງນີ້:

  1. ມີການສະເໜີຂອງປະເທດນຳເຂົ້າ;
  2. ມີການນຳສະເໜີຂອງຜູ້ທີໄດ້ຮັບໃບທະບຽນສະຖານທີ່ປະກອບການຜະລິດ;
  3. ມີການລະເມີດ ລະບຽບກົດໝາຍ ແລະ ຄຳແນະນຳສະບັບນີ້ຮ້າຍແຮງ;

ພາຍຫຼັງໄດ້ຮັບແຈ້ງໂຈະຈາກກົມປູກຝັງ, ເຈົ້າຂອງສະຖານທີ່ປະກອບການຜະລິດ ຕ້ອງກວດກາຄືນສາເຫດ ແລະ ຊອກຫາວິທີການແກ້ໄຂ ຫຼື ປັບປຸງໃຫ້ຄືນສູ່ສະພາບປົກກະຕິ ຕາມຫຼັກວິຊາການໃນວັນເວລາອັນແນ່ນອນ.

ໃນກໍລະນິ ເຈົ້າຂອງສະຖານທີ່ປະກອບການຜະລິດ ບໍ່ສາມາດແກ້ໄຂ ຫຼື ປັບປຸງພາຍໃນວັນເວລາທີ່ກຳນົດໄວ້ ໃຫ້ກົມປູກຝັງ ຖອນໃບທະບຽນສະຖານທີ່ປະກອບການຜະລິດ ຕາມກົດໝາຍ.

             2.7. ສິດ ແລະ ພັນທະ ຂອງຜູ້ໄດ້ຮັບໃບທະບຽນສະຖານທີ່ປະກອບການຜະລິດ

  ຜູ້ໄດ້ຮັບໃບທະບຽນສະຖານທີ່ປະກອບການຜະລິດ ມີສີດ ແລະ ພັນທະ ດັ່ງນີ້:

  1. ໄດ້ຮັບຂໍ້ມູນ ຂ່າວສານ ກ່ຽວກັບ ວຽກງານຄຸ້ມຄອງສະຖານທີ່ປະກອບການຜະລິດ;
  2.  ສຶກສາຄົ້ນຄ້ວາລະບຽບການ ທີ່ກ່ຽວຂ້ອງກັບສະຖານທີ່ປະກອບການຜະລິດ;
  3.  ອຳນວຍຄວາມສະດວກໃຫ້ ເຈົ້າໜ້າທີ່ກັກກັນພືດ ເຂົ້າກວດກາສະຖານປະກອບການຜະລິດພືດ ແລະ ສະໜອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງ;
  4.  ປະຕິບັນຕາມ ມາດຕະການຮັກສາຄວາມປອດໄພດ້ານສຸຂານາໄມພືດ ຕາມທີ່ໄດ້ກຳນົດໄວ້ໃນຄູ່ມືດຳເນີນງານ ກ່ຽວກັບ ການຜະລິດພືດ ແລະ ແບບແຜນການຈັດການສັດຕູພືດຂອງຕົນ;
  5. ເກັບຮັກສາຂໍ້ມູນ ກ່ຽວກັບ ສະຖານທີ່ປະກອບການຜະລິດ;
  6. ສະເໜີຕໍ່ອົງການທີ່ກ່ຽວຂ້ອງ ຕໍ່ການລະເມີດກົດໝາຍ ແລະ ລະບຽບການ ຂອງພະນັກງານ ແລະ ເຈົ້າໜ້າທີ່;
  7. ເສຍຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
  1. ວິທີການຈັດຕັ້ງປະຕິບັດ
  1. ກົມປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ໃຫ້ໄດ້ຮັບຜົນດີ;
  2. ມອບໃຫ້ກົມປູກຝັງ ສ້າງປື້ມຄູ່ມື ແລະ ຝືກອົບຮົມ ຂະແໜງປູກຝັງຂັ້ນແຂວງ ກ່ຽວກັບ ຫຼັກການ, ຂັ້ນຕອນ ແລະ ວິທີການກວດກາ ແລະ ຂື້ນທະບຽນສະຖານທີ່ປະກອບການຜະລິດ;
  3.  ໃນພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຊີ້ນຳ ແລະ ຊຸກຍູ້ ຂະແໜງປູກຝັງຂັ້ນແຂວງ ໃນການກວດກາ ແລະ ຢັ້ງຢືືນການກວດກາສະຖານທີ່ປະກອບການຜະລິດ;
  4. ໃນການຈັດຕັ້ງປະຕິບັດຕົວຈິງ ມິຂໍ້ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງກະສິກຳ ແລະ ປ່າໄມ້ ຕາມຂັ້ນ ຕາມຂັ້ນຕອນ ເພື່ອພິຈາລະນາຫາວິທີແກ້ໄຂ ຢ່າງທັນການ.

ຄຳແນະນຳສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.                                                                                 

(ເຊັນແທນ) ລັດຖະມົນຕີ

ຮອງລັດຖະມົນຕີ

ບຸນຂວາງ ຄໍາບຸນເຮືອງ

 

# ຫົວຂໍ້ ດາວໂຫຼດ
1 Instructions on registration of production facilities for export plants and plant products, No. 1753/MAF, dated 25 August 2020. PDF
2 ຄໍາແນະນໍາ ກ່ຽວກັບ ການຂື້ນທະບຽນສະຖານທີ່ປະກອບການຜະລິດ ສໍາລັບ ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ, ເລກທີ 1753/ກປ, ລົງວັນທີ 25 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.