ໃນຕອນເຊົ້າ, ວັນທີ 19 ຕຸລາ 2020 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ,ໃນນາມກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສໍາມະນາ ວິທີການຕອບແບບສອບຖາມຂອງບົດສຶກສາເວລາໃນການຂໍໃບອະນຸຍາດນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສິນຄ້າຄຸ້ມຄອງ ແລະ ເວລາໃນການກວດປ່ອຍສິນຄ້າຢູ່ດ່ານ TRS ປະຈຳປີ 2020. ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ (ຮອງຫົວໜ້າ ກຄອຄ) ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ.

          ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອນໍາສະເໜີ ວິທີການຕອບແບບສອບຖາມຂອງບົດສຶກສາເວລາໃນການຂໍໃບອະນຸຍາດນໍາເຂົ້າ, ສົ່ງອອກ,​ ແລະ ສົ່ງຜ່ານສິນຄ້າຄຸ້ມຄອງ ແລະ ເວລາໃນການກວດປ່ອຍສິນຄ້າຢູ່ດ່ານ TRS ປະຈຳປີ 2020 ທີ່ຕິດພັນກັບຂະບວນການອອກໃບອະນຸຍາດຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ເພື່ອທີ່ຈະໄດ້ເລີ່ມດຳເນີນການເກັບກຳຂໍ້ມູນຕົວຈິງໃນເດືອນພະຈິກ 2020 ທີ່ຈະມາເຖິງນີ້.

         ການຈັດຝຶກອົບຮົມ ມີເປົ້າໝາຍແມ່ນຝຶກໃຫ້ພະນັກງານຜູ້ປະຕິບັດຕົວຈິງ ສາມາດປ່ອນຂໍ້ມູນໃຫ້ຖືກຕ້ອງຕາມແບບຟອມທີ່ໄດ້ກໍານົດໄວ້ແລ້ວ ເຊິ່ງການປ່ອນຂໍ້ມູນທີ່ຖືກຕ້ອງ ມີຜົນຕໍ່ການສຶກສາຄົ້ນຄວ້າ ແລະ ການປະເມີນຕົວຈິງໃຫ້ມີຄວາມຊັດເຈນກັບຕົວຈິງ ໂດຍສະເພາະເວລາໃນການອອກໃບອະນຸຍາດ ແລະ ເວລາໃນການກວດປ່ອຍສິນຄ້າຢູ່ດ່ານ. ເຊິ່ງໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ທົດສອບຕື່ມແບບຟອມ ຕາມຄໍາຖາມທີ່ມີໃນແບບຟອມທີ່ຄະນະຈັດກອງປະຊຸມໄດ້ກຽມໄວ້ ເຫັນວ່າ ຕາງໜ້າຈາກແຕ່ລະຂະແໜງການສາມາດເຮັດໄດ້ດີສົມຄວນ.

          ວຽກງານການສຶກສາເວລາໃນການຂໍໃບອະນຸຍາດ ແລະ ການກວດປ່ອຍສິນຄ້າຢູ່ດ່ານ ຫຼື Time Release Study: TRS ໃນປີ 2020, ອີງຕາມພັນທະຂອງ ສປປ ລາວ ທີ່ມີຕໍ່ປະເທດອາຊຽນ ກໍ່ຄືກອບຂອງອົງການພາສີໂລກ (WCO) ແມ່ນຈໍາເປັນຕ້ອງມີການສຶກສາເວລາຂອງຂະບວນການອອກໃບອະນຸຍາດ ນຳເຂົ້າ-ສົ່ງອອກ ຂອງແຕ່ລະຂະແໜງການ ແລະ ເວລາຂອງການກວດປ່ອຍສິນຄ້າຢູ່ດ່ານ. ຊຶ່ງຜ່ານມາ ກຄອຄ ໄດ້ຈັດສຳມະນາກັບພາກລັດ ທີ່ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ແລະ ຄັດເລືອກເອົາລາຍການສິນຄ້າທີ່ຈໍາເປັນ ແລະ ສໍາຄັນເຂົ້າໃນບົດສຶກສາດັ່ງກ່າວນັ້ນ.

          ຜົນຈາກການຄົ້ນຄວ້າ ແລະ ການປະເມີນ ເວລາໃນການຂໍໃບອະນຸຍາດ ແລະ ການກວດປ່ອຍສິນຄ້າຢູ່ດ່ານ ຫຼື Time Release ຈະສະຫຼຸບໄດ້ວ່າ ເລີ້ມຕົ້ນຈາກການຂໍໃບອະຍຸຍາດ ໄປຈົນຮອດການກວດປ່ອຍສິນຄ້າຢູ່ດ່ານ ຢູ່ຈຸດໃດ ເປັນອຸປະສັກ ແລະ ເສຍເວລາຫຼາຍກວ່າໝູ່ ເຊິ່ງຂໍ້ມູນດັ່ງກ່າວ ສາມາດກາຍເປັນປັດໃຈ ນໍາໄປສູ່ການປັບປຸງຂັ້ນຕອນໃຫ້ມີຄວາມກະທັດຮັດ, ງ່າຍດາຍ, ປະຢັດເວລາ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ມີຄວາມໂປ່ງໃສຂື້ນ.   

 

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.