ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການແຈ້ງພາສີໂດຍສັງເຂບ
ມາດຕາ 3. ການປະກອບເອກະສານ ແລະ ແຈ້ງພາສີເປັນລາຍລະອຽດ
ມາດຕາ 4. ການກວດກາສິນຄ້າ, ເຄື່ອງຂອງໂດຍເຈົ້າໜ້າທີ່ພາສີ
ມາດຕາ 5. ຜູ້ບໍລິການແຈ້ງພາສີ
ມາດຕາ 6. ການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ
ມາດຕາ 7. ລະບຽບການຄຸ້ມຄອງເອກະສານທີ່ກ່ຽວພັນກັບພາສີ
ມາດຕາ 8. ການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານດິນແດນ ສປປລາວ
ມາດຕາ 9. ສາງສິນຄ້າ, ເຄື່ອງຂອງ
ມາດຕາ 10. ລະບອບສາງ
ມາດຕາ 11. ການສົ່ງອອກສິນຄ້າ, ເຄື່ອງຂອງຊົ່ວຄາວທົ່ວໄປ ແລະ ຈຳກັດ
ມາດຕາ 12. ການຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆທົ່ວໄປ
ມາດຕາ 13. ລະບຽບການທາງພາສີກ່ຽວກັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ມາດຕາ 14. ເຂດ ແລະ ຮ້ານຄ້າປອດພາສີ
ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 0491/ກງ
ນະຄອນຫຼວງວຽງຈັນ, ລົງວັນທີ 12 ມີນາ 2009

ບົດແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ
ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ດໍາລັດຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍພາສີ.
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, 28/02/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ.
  • ອີງຕາມຄໍາເຫັນດີເປັນເອກະພາບຂອງຄະນະນໍາກະຊວງການເງິນ.

   ເພື່ອຜັນຂະຫຍາຍ ແລະ ແນະນໍາວິທີການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແລະ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ລັດຖະມົນຕີວ່າການກະຊວງການເງິນ ອອກບົດແນະນໍາ:

ມາດຕາ 1. ຈຸດປະສົງ
   ບົດແນະນໍາສະບັບນີ້ ໄດ້ຜັນຂະຫຍາຍບາງມາດຕາຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແລະ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດໍາເນີນ ການສົ່ງອອກ-ນໍາເຂົ້າຜ່ານດ່ານພາສີຊາຍແດນ ແລະ ການຈໍລະຈອນສິນຄ້າ, ເຄື່ອງຂອງໃນ ສປປລາວ ປະຕິບັດກົດໝາຍວ່າດ້ວຍພາສີຢ່າງຖືກຕ້ອງເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 2. ການແຈ້ງພາສີໂດຍສັງເຂບ
   ລະບຽບການ, ຂັ້ນຕອນ ແລະ ການກໍານົດເວລາໃນການແຈ້ງພາສີໂດຍສັງເຂບຕາມທີ່ກໍານົດໄວ້ໃນມາດຕາ 16 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ຕ້ອງປະຕິບັດຕາມຂັ້ນຕອນ, ພິທີການທາງພາສີດັ່ງລາຍລະອຽດລຸ່ມນີ້:

  1. ສິນຄ້າ, ເຄື່ອງຂອງທີ່ມາຮອດດ່ານພາສີຊາຍແດນຊຶ່ງຈະຕ້ອງໄດ້ແຈ້ງພາສີໂດຍສັງເຂບ.
    ສິນຄ້າ, ເຄື່ອງຂອງ, ເຄື່ອງຕິດຕົວຜູ້ໂດຍສານ, ພາຫະນະທຸກປະເພດທີ່ສົ່ງອອກ-ນໍາເຂົ້າຜ່ານດ່ານພາສີຊາຍແດນຕ້ອງໄດ້ແຈ້ງສິນຄ້າ, ເຄື່ອງຂອງລົງ ໃນແບບຟອມໃບແຈ້ງສິນຄ້າຊົ່ວຄາວເພື່ອຍື່ນຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານກ່ຽວຂ້ອງເພື່ອບັນທຶກໃບແຈ້ງສິນຄ້າຊົ່ວຄາວເຂົ້າປຶ້ມຕິດຕາມສິນຄ້າ, ເຄື່ອງຂອງ.
  • ສໍາລັບສິນຄ້າ, ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າຜ່ານດ່ານພາສີຊາຍແດນທາງບົກ ອງອີງໃສ່ຂໍ້ມູນໃນໃບຂົນສົ່ງສິນຄ້າ, ເຄື່ອງຂອງທີ່ກໍາກັບມາພ້ອມ.
  • ສໍາລັບສິນຄ້າ, ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າຜ່ານດ່ານພາສີຊາຍແດນທາງນໍ້າ ອງອີງໃສ່ຂໍ້ມູນໃນໃບຂົນສົ່ງລວມ (Manifest) ທີ່ກໍາກັບມາພ້ອມຕ້ອງມີລາຍເຊັນ ຢັ້ງຢືນໂດຍຜູ້ຮັບຜິດຊອບເຮືອຂົນສົ່ງ.
  • ສໍາລັບສິນຄ້າ, ເຄື່ອງຂອງທີ່ສົ່ງອອກ-ນໍາເຂົ້າໂດຍທາງອາກາດຜ່ານດ່ານສະໜາມບິນສາກົນຕ້ອງອີງໃສ່ຂໍ້ມູນໃນໃບຂົນສົ່ງທາງອາກາດ (AirwayBill) ຊຶ່ງມີ ລາຍເຊັນຢັ້ງຢືນຈາກຜູ້ຮັບຜິດຊອບຂົນສົ່ງສິນຄ້າທາງອາກາດ.
  • ໃນກໍລະນີບໍ່ມີເອກະສານຕິດຕາມການຂົນສົ່ງຕາມທີ່ກ່າວມາຂ້າງເທິງ, ຜູ້ສົ່ງອອກ-ນໍາເຂົ້າຕ້ອງໄດ້ທໍາການແຈ້ງສິນຄ້າ, ເຄື່ອງຂອງໂດຍສັງເຂບຕາມແບບພິມທີ່ ລັດຖະການພາສີກໍານົດໄວ້ຊຶ່ງຕ້ອງແຈ້ງເປັນລາຍລັກອັກສອນໂດຍຜູ້ຂົນສົ່ງ ຫຼື ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບ-ມອບສິດ ຫຼື ຜູ້ບໍລິການ ແຈ້ງພາສີ.
  • ສໍາລັບພາຫະນະທຸກປະເພດຕ້ອງອີງໃສ່ເອກະສານອະນຸຍາດລົດຂົນສົ່ງລະຫວ່າງປະເທດ (INTERNATIONAL TRANSPORT PERMIT) ຫຼື ໃນກໍລະນີ ບໍ່ມີເອກະສານອະນຸຍາດກໍຕ້ອງມີໃບອະນຸຍາດຈາກພາກສ່ວນກ່ຽວຂ້ອງ.
  • ສໍາລັບຜູ້ໂດຍສານທີ່ເດີນທາງຜ່ານດ່ານພາສີຊາຍແດນທີ່ໄດ້ນໍາສິນຄ້າ, ເຄື່ອງຂອງຕິດຕົວມານໍາທີ່ເກີນຈໍານວນ ແລະ ມູນຄ່າທີ່ກໍານົດໄວ້ໃນມາດຕາ 16 ຂອງ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຕາມແບບພິມທີ່ລັດຖະການພາສີ ກໍານົດໄວ້.
  • ສໍາລັບສິນຄ້າ, ເຄື່ອງຂອງທີ່ສົ່ງອອກ ຫຼື ນໍາເຂົ້າຜ່ານທາງໄປສະນີບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງສົ່ງອອກ ຫຼື ນໍາເຂົ້າສິນຄ້າ, ເຄື່ອງຂອງ ຜ່ານທາງໄປສະນີຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຕາມແບບພິມທີ່ລັດຖະການພາສີກໍານົດໄວ້.
  1. ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງເອົາສິນຄ້າ, ເຄື່ອງຂອງລົງຈາກພາຫະນະຂົນສົ່ງທີ່ມາຮອດດ່ານພາສີຊາຍແດນໂດຍບໍ່ໄດ້້ຮັບອະນຸຍາດຈາກ ເຈົ້າຫນ້າທີ່ພາສີຈົນກວ່າສິນຄ້າ, ເຄື່ອງຂອງ ຫຼື ເອກະສານຂົນສົ່ງນັ້ນຈະຖືກແຈ້ງເປັນການຊົ່ວຄາວຕໍ່ເຈົ້າໜ້າທີ່ພາສີເວັ້ນເສຍແຕ່ໃນກໍລະນີສຸກເສີນທີ່ ຈະຕ້ອງຮັກສາຄວາມປອດໄພສໍາລັບບຸກຄົນ ຫຼື ຊັບສິນທີ່ຢູ່ໃນພາຫະນະຂົນສົ່ງ, ທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດເຊັ່ນ: ອັກຄີໄພ, ໄພທໍາມະຊາດ ຫຼື ສະພາບອັນຕະລາຍອື່ນໆທີ່ບໍ່ສາມາດກໍານົດລ່ວງໜ້າໄດ້.
  2. ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີຕ້ອງຮັບຜິດຊອບຕໍ່ທຸກຂໍ້ມູນທີ່ຕົນເອງໄດ້ແຈ້ງລົງ ໃນໃບແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວ ແລະ ມີຄວາມຮັບຜິດຊອບຕໍ່ລະບຽບກົດໝາຍວ່າດ້ວຍພາສີ.
  3. ໃບແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວ (ແຈ້ງພາສີໂດຍສັງເຂບ) ທີ່ລັດຖະການພາສີກໍານົດໄວ້ປະກອບດ້ວຍຂໍ້ມູນທີ່ຈໍາເປັນດັ່ງລຸ່ມນີ້:
  • ເລກທີໃບຂົນສົ່ງພ້ອມດ້ວຍວັນທີລົງທະບຽນ.
  • ວິທີການຂົນສົ່ງ.
  • ຊື່ຜູ້ຂົນສົ່ງ, ເລກທະບຽນພາຫະນະຂົນສົ່ງ ຫຼື ເລກທີຖ້ຽວບິນ ຫຼື ເລກທະບຽນເຮືອ.
  • ຊະນິດ, ຍີ່ຫໍ້, ເຄື່ອງໝາຍ ແລະ ຈໍານວນຫີບຫໍ່.
  • ນໍ້າໜັກລວມສິນຄ້າ, ເຄື່ອງຂອງ.
  • ຊື່ ແລະ ບ່ອນຢູ່ຂອງຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກ.
  • ສະຖານທີ່ສົ່ງມອບສິນຄ້າ, ເຄື່ອງຂອງ.
  1. ສໍາລັບເຈົ້າໜ້າທີ່ພາສີ ຜູ້ຮັບຜິດຊອບແຈ້ງພາສີໂດຍສັງເຂບກ່ອນຈະບັນທຶກການແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວ ຕ້ອງໄດ້ທໍາການກວດກາສິນຄ້າ, ເຄື່ອງຂອງ ຕາມລະບຽບການກໍານົດສໍາລັບການແຈ້ງສິນຄ້າ, ເຄື່ອງຂອງໂດຍສັງເຂບຕ້ອງໄດ້ທໍາການກວດກາຕາມລະບຽບການກໍານົດ.
  2. ກໍານົດເວລາໃນການແຈ້ງສິນຄ້າ, ເຄື່ອງຂອງໂດຍສັງເຂບທີ່ສົ່ງອອກ-ນໍາເຂົ້າມາຮອດດ່ານພາສີຊາຍແດນຕ້ອງນໍາໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານໃນທັນທີ ໃນກໍລະນີບໍ່ສາມາດແຈ້ງພາສີໂດຍສັງເຂບໄດ້ຍ້ອນເຫດຜົນບາງປະການຕ້ອງແຈ້ງໃຫ້ເຈົ້າໜ້າທີ່ພາສີຮັບຊາບເຫດຜົນພາຍໃນ 24 ຊົ່ວໂມງ.
  3. ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີ ພາຍຫຼັງທີ່ເຈົ້າໜ້າທີ່ພາສີໄດ້ບັນທຶກ ໃບແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວເປັນທີ່ຮຽບຮ້ອຍແລ້ວຕ້ອງປະກອບເອກະສານແຈ້ງພາສີເປັນລາຍລະອຽດພາຍໃນກໍານົດ 30 ວັນ ນັບແຕ່ວັນໄດ້ບັນທຶກ ໃບແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວເປັນຕົ້ນໄປດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 3 ຂອງບົດແນະນໍາສະບັບນີ້. ຂ້າງເທິງ

ມາດຕາ 3. ການປະກອບເອກະສານ ແລະ ແຈ້ງພາສີເປັນລາຍລະອຽດ
   ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີພາຍຫຼັງທີ່ໄດ້ບັນທຶກໃບແຈ້ງສິນຄ້າ, ເຄື່ອງຂອງ ຊົ່ວຄາວພາຍໃນກໍານົດ 30 ວັນ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດຕາມທີ່ກໍານົດໄວ້ໃນ ມາດຕາ 17, 18, 19 ແລະ 21 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງປະຕິບັດຕາມຂັ້ນຕອນ ແລະ ລະບຽບການດັ່ງນີ້:

  1. ສິນຄ້າ, ເຄື່ອງຂອງຕ້ອງແຈ້ງພາສີເປັນລາຍລະອຽດ.
    ທຸກສິນຄ້າ, ເຄື່ອງຂອງທີ່ສົ່ງອອກ ຫຼື ນໍາເຂົ້າ ສປປລາວ ເຖິງວ່າຈະໄດ້ຮັບອະນຸຍາດງົດເກັບ, ຫຼຸດຜ່ອນ ຫຼື ຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ຫຼື ບໍ່ກໍ່ຕາມ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດໂດຍເຈົ້າຂອງສິນຄ້າ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີຕໍ່ເຈົ້າໜ້າທີ່ພາສີ ຕາມລະບອບພາສີດັ່ງລຸ່ມນີ້:
  • ການສົ່ງອອກ.
  • ການນໍາເຂົ້າເພື່ອຊົມໃຊ້ພາຍໃນ ສປປລາວ.
  • ການນໍາເຂົ້າຊົ່ວຄາວ, ງົດເກັບພາສີ.
  • ການຂົນສົ່ງຜ່ານແດນ.
  1. ການປະກອບໃບແຈ້ງພາສີເປັນລາຍລະອຽດ.
    2.1. ສໍາລັບສິນຄ້າ, ເຄື່ອງຂອງສົ່ງອອກ.
    ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີຕ້ອງໄດ້ພິມຂໍ້ມູນສິນຄ້າ, ເຄື່ອງຂອງລົງ ໃນໃບແຈ້ງພາສີເປັນລາຍລະອຽດຕາມລະບອບພາສີພ້ອມດ້ວຍເອກະສານປະກອບໃຫ້ຄົບຖ້ວນເຊັ່ນ: ໃບແຈ້ງລາຄາ (Invoice), ໃບແຈ້ງລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (Packing List), ໃບສັນຍາຊື້-ຂາຍ, ໃບຢັ້ງຢືນປອດເຊື້ອໂລກ (ຖ້າເປັນສິນຄ້າກະສິກໍາ), ໃບສັກຢາກັນພະຍາດ (ຖ້າເປັນສັດມີຊີວິດ) ແລະ ໃບອະນຸຍາດສົ່ງອອກຂອງຂະແໜງການກ່ຽວຂ້ອງ (ຖ້າເປັນສິນຄ້າປະເພດຈໍາກັດ) ໃບແຈ້ງພາສີເປັນລາຍລະອຽດ ແລະ ທຸກເອກະສານປະກອບ ຕ້ອງແມ່ນສະບັບເດີມ (ບໍ່ແມ່ນສະບັບອັດສໍາເນົາ) ພ້ອມດ້ວຍຄັດຕິດບັນດາເອກະສານທີ່ກ່ຽວຂ້ອງຄື:
  • ໃບອະນຸຍາດດໍາເນີນທຸລະກິດ (ທີ່ຍັງນໍາໃຊ້ໄດ້ເປັນທາງການ).
  • ໃບທະບຽນສ່ວຍສາອາກອນ (ທີ່ຍັງນໍາໃຊ້ໄດ້ເປັນທາງການ).
  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ເຄື່ອງຂອງ.
  • ຫຼື ເອກະສານທີ່ກ່ຽວຂ້ອງອື່ນໆ.
    2.2. ສໍາລັບສິນຄ້າ, ເຄື່ອງຂອງນໍາເຂົ້າ.
    ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີຕ້ອງໄດ້ພິມຂໍ້ມູນສິນຄ້າ, ເຄື່ອງຂອງລົງ ໃນໃບແຈ້ງພາສີເປັນລາຍລະອຽດຕາມລະບອບພາສີພ້ອມດ້ວຍເອກະສານປະກອບໃຫ້ຄົບຖ້ວນເຊັ່ນ: ໃບແຈ້ງສິນຄ້າ, ເຄື່ອງຂອງຊົ່ວຄາວ, ໃບແຈ້ງລາຄາ (Invoice), ໃບແຈ້ງລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (Packing List), ໃບສັນຍາຊື້-ຂາຍ, ໃບຢັ້ງຢືນປອດເຊື້ອໂລກ (ຖ້າເປັນສິນຄ້າກະສິກໍາ), ໃບສັກຢາກັນພະຍາດ (ຖ້າເປັນສັດມີຊີວິດ) ແລະ ໃບອະນຸຍາດສົ່ງອອກຂອງຂະແໜງການກ່ຽວຂ້ອງ (ຖ້າເປັນສິນຄ້າປະເພດຈໍາກັດ) ໃບແຈ້ງພາສີ ເປັນລາຍລະອຽດ ແລະ ທຸກເອກະສານປະກອບຕ້ອງແມ່ນສະບັບເດີມ (ບໍ່ແມ່ນສະບັບອັດສໍາເນົາ) ພ້ອມດ້ວຍຄັດຕິດບັນດາເອກະສານທີ່ກ່ຽວຂ້ອງຄື:
  • ໃບອະນຸຍາດດໍາເນີນທຸລະກິດ (ທີ່ຍັງນໍາໃຊ້ໄດ້ເປັນທາງການ).
  • ໃບທະບຽນສ່ວຍສາອາກອນ (ທີ່ຍັງນໍາໃຊ້ໄດ້ເປັນທາງການ).
  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ເຄື່ອງຂອງ.
  • ໃບອະນຸຍາດຂອງຂະແໜງການກ່ຽວຂ້ອງ
  • ຫຼື ເອກະສານທີ່ກ່ຽວຂ້ອງອື່ນໆ.
  1. ຄວາມຮັບຜິດຊອບຂອງຜູ້ແຈ້ງພາສີເປັນລາຍລະອຽດ.
    ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີຕ້ອງໄດ້ພິມຂໍ້ມູນໃສ່ແບບພິມທີ່ລັດຖະການ ພາສີກໍານົດ ແລະ ມີຄວາມຮັບຜິດຊອບຕໍ່ລະບຽບກົດໝາຍວ່າດ້ວຍພາສີ, ໃບແຈ້ງພາສີເປັນລາຍລະອຽດ ຕ້ອງມີລາຍເຊັນຂອງຜູ້ເປັນເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີພ້ອມທັງຮັບຜິດຊອບຕໍ່ທຸກໆຂໍ້ມູນທີ່ໄດ້ແຈ້ງໄວ້ ໃນໃບແຈ້ງພາສີເປັນລາຍລະອຽດ.
    ໃບແຈ້ງພາສີເປັນລາຍລະອຽດແມ່ນປະກອບຂຶ້ນໂດຍເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການ ແຈ້ງພາສີ, ກ່ອນຈະນໍາສະເໜີຕໍ່ເຈົ້າໜ້າທີ່ພາສີ, ຜູ້ແຈ້ງພາສີຕ້ອງໄດ້ກວດກາທຸກໆຂໍ້ມູນທີ່ໄດ້ແຈ້ງໄວ້ໃນໃບແຈ້ງພາສີເປັນລາຍລະອຽດໃຫ້ຄົບຖ້ວນ, ໃບແຈ້ງພາສີເປັນລາຍລະອຽດທີ່ມີຮອຍລຶບ, ມີຮອຍຂີດຂ້າ, ມີຮອຍເປື້ອນຖືວ່າໃຊ້ບໍ່ໄດ້ ແລະ ເຈົ້າໜ້າທີ່ພາສີຈະບໍ່ພິຈາລະນາຮັບເອົາ, ໃບແຈ້ງພາສີ ເປັນລາຍລະອຽດທີ່ໄດ້ບັນທຶກເຂົ້າເລກທີ, ລົງວັນທີ ແລະ ມີລາຍເຊັນຂອງເຈົ້າໜ້າທີ່ພາສີຜູ້ຮັບຜິດຊອບແລ້ວບໍ່ສາມາດປ່ຽນແປງຂໍ້ມູນ ໃນໃບແຈ້ງພາສີເປັນລາຍລະອຽດໄດ້.
  1. ກໍານົດເວລາການແຈ້ງພາສີເປັນລາຍລະອຽດ.
    ໃບແຈ້ງພາສີເປັນລາຍລະອຽດຕ້ອງມອບໃຫ້ດ່ານພາສີພາຍໃນກໍານົດ 30 ວັນນັບແຕ່ວັນທີ່ໄດ້ຈົດສິນຄ້າ, ເຄື່ອງຂອງເຂົ້າສາງເປັນຕົ້ນໄປ ໂດຍບໍ່ນັບວັນພັກລັດຖະການ, ຖ້າກາຍກໍານົດ 30 ວັນດັ່ງກ່າວເຈົ້າໜ້າທີ່ພາສີຈະບັນທຶກເຂົ້າປຶ້ມຄວບຄຸມສະເພາະ ແລ້ວດໍາເນີນຕາມຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ແລະ 42 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005. ຂ້າງເທິງ

ມາດຕາ 4. ການກວດກາສິນຄ້າ, ເຄື່ອງຂອງໂດຍເຈົ້າໜ້າທີ່ພາສີ.
   ກ່ອນຈະນໍາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີຕາມທີ່ກໍານົດໃນມາດຕາ 42 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ຕ້ອງໄດ້ຜ່ານການກວດກາທາງດ້ານເອກະສານ ຫຼື ກວດກາສິນຄ້າ, ເຄື່ອງຂອງຕົວຈິງ ແລະ ຢັ້ງຢືນຜົນການກວດກາຕາມລະບຽບການລຸ່ມນີ້:

  • ການກວດກາສິນຄ້າ, ເຄື່ອງຂອງຕາມລະບົບການບໍລິຫານຄວາມສ່ຽງໂດຍນໍາໃຊ້ລະບົບແຈ້ງພາສີແບບອັດຕະໂນມັດ.
  • ການກວດກາສິນຄ້າ, ເຄື່ອງຂອງຕົວຈິງໂດຍເຈົ້າໜ້າທີ່ພາສີ ຫຼື ກວດກາດ້ວຍເຄື່ອງກວດກາລະບົບສາຍແສງ.
  • ການກວດກາສິນຄ້າ, ເຄື່ອງຂອງຂອງເຈົ້າໜ້າທີ່ພາສີຕ້ອງກວດກາຊ່ອງໜ້າເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກ ອັກສອນ ຫຼື ຜູ້ບໍລິການແຈ້ງພາສີ ແລະ ກວດກາຢູ່ສາງ ຫຼື ດ່ານພາສີ ຫຼື ສະຖານທີ່ທີ່ລັດຖະການພາສີກໍານົດໃຫ້.
  • ການກວດກາສິນຄ້າ, ເຄື່ອງຂອງໂດຍເຈົ້າໜ້າທີ່ພາສີຕາມຂໍ້ມູນທີ່ຜູ້ແຈ້ງພາສີໄດ້ແຈ້ງລົງໃນໃບແຈ້ງພາສີເປັນລາຍລະອຽດແຕ່ລະລາຍການສິນຄ້າ, ເຄື່ອງຂອງ ເຈົ້າໜ້າທີ່ພາສີສາມາດກວດກາຂໍ້ມູນ ແລະ ຫີບຫໍ່ທັງໝົດ ຫຼື ບາງສ່ວນກໍໄດ້ຕາມແຕ່ລະກໍລະນີ, ການກວດກາຕ້ອງກວດກາຕາມເຕັກນິກການກວດກາຄື: ການໄຂຕູ້ບັນຈຸສິນຄ້າ, ເຄື່ອງຂອງ, ຫີບຫໍ່, ນັບຈໍານວນ, ຕິດຊັ່ງນໍ້າໜັກ, ວັດແທກ, ພິສູດຕາມຂໍ້ມູນຕ່າງໆ ຫຼື ນໍາໃຊ້ເຕັກນິກການກວດກາອື່ນໆ.
  • ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບຜົນການກວດກາສິນຄ້າ, ເຄື່ອງຂອງເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການແຈ້ງພາສີສາມາດສະເໜີໃຫ້ທໍາການກວດກາຄືນໃໝ່ກໍໄດ້ ກ່ອນທີ່ຍັງບໍ່ທັນໄດ້ບັນທຶກຜົນການກວດກາ.
  • ການບັນທຶກຜົນຂອງການກວດກາສິນຄ້າ, ເຄື່ອງຂອງເຈົ້າໜ້າທີ່ພາສີຕ້ອງໄດ້ບັນທຶກຜົນການກວດກາຢ່າງລະອຽດ ຕາມຂໍ້ມູນທີ່ໄດ້ກວດກາເຫັນຕົວຈິງ ພ້ອມລົງລາຍເຊັນ ແລະ ຊື່ແຈ້ງ.

   ເມື່ອການກວດກາສິນຄ້າ, ເຄື່ອງສິ້ນສຸດລົງແລ້ວ, ຖ້າເຫັນວ່າຖືກຕ້ອງເຈົ້າໜ້າທີ່ພາສີຜູ້ກວດກາຈຶ່ງບັນທຶກຜົນຂອງການກວດກາໃສ່ຫຼັງໃບແຈ້ງພາສີ ເປັນລາຍລະອຽດ ການບັນທຶກຕ້ອງຢັ້ງຢືນຜົນການກວດກາຢ່າງລະອຽດຕາມຂໍ້ມູນທີ່ໄດ້ກວດກາເຫັນຕົວຈິງພ້ອມລົງລາຍເຊັນ ແລະ ຊື່ແຈ້ງແລ້ວ ຈຶ່ງອະນຸຍາດໃຫ້ນໍາເອົາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີໄດ້.
   ໃນກໍລະນີຜົນການກວດກາສິນຄ້າ, ເຄື່ອງຂອງຕົວຈິງບໍ່ຖືກຕ້ອງກັບຂໍ້ມູນໃນໃບແຈ້ງພາສີເປັນລາຍລະອຽດ ແລະ ເອກະສານປະກອບ, ເຈົ້າໜ້າທີ່ພາສີຜູ້ກວດກາ ຕ້ອງເຮັດຈົດໝາຍບັນທຶກຄະດີໃນທັນທີແລ້ວເຊັນຮັບຮ່ວມກັບເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບໝາຍເປັນລາຍລັກອັກສອນ ຫຼື ຜູ້ບໍລິການ ແຈ້ງພາສີເພື່ອເປັນຫຼັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍໄດ້ກໍານົດໄວ້ ແລະ ຢັ້ງຢືນຜົນການກວດກາໃສ່ດ້ານຫຼັງຂອງໃບແຈ້ງພາສີເປັນລາຍລະອຽດ ແລ້ວຈຶ່ງອະນຸຍາດໃຫ້ນໍາເອົາສິນຄ້າ, ເຄື່ອງຂອງທີ່ຖືກຕ້ອງອອກຈາກສາງ ຫຼື ດ່ານພາສີໄດ້. ຂ້າງເທິງ

ມາດຕາ 5. ຜູ້ບໍລິການແຈ້ງພາສີ
   ຜູ້ບໍລິການແຈ້ງພາສີຕາມທີ່ໄດ້ກໍານົດໄວ້ໃນມາດຕາ 20 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແມ່ນຜູ້ໄດ້ຮັບ ອະນຸຍາດໃຫ້ດໍາເນີນວິຊາຊີບຜູ້ບໍລິການແຈ້ງພາສີທົ່ວໄປກ່ຽວກັບການແຈ້ງສິນຄ້າ, ເຄື່ອງຂອງທັງຂາອອກ-ຂາເຂົ້າ, ຜ່ານແດນ ຫຼື ເຄື່ອນຍ້າຍຢູ່ພາຍໃນ ປະເທດແທນຜູ້ເປັນເຈົ້າຂອງສິນຄ້າ, ເຄື່ອງຂອງຊຶ່ງມີມາດຖານ, ເງື່ອນໄຂ ແລະ ຂອບເຂດການເຄື່ອນໄຫວດັ່ງລາຍລະອຽດລຸ່ມນີ້:

  1. ມາດຖານ ແລະ ເງື່ອນໄຂ.
    1.1. ສໍາລັບບຸກຄົນທົ່ວໄປ.
  • ເປັນພົນລະເມືອງລາວ ຫຼື ເປັນຜູ້ມີພູມລໍາເນົາຖາວອນຢູ່ ສປປລາວ.
  • ມີອາຍຸແຕ່ 18 ປີຂຶ້ນໄປ.
  • ມີຖານະການເງິນພຽງພໍ.
  • ມີໃບແຈ້ງໂທດຈາກສານ.
  • ມີໃບຢັ້ງຢືນການຝຶກອົບຮົມວຽກງານ ຈາກກົມພາສີ.
    1.2. ສໍາລັບນິຕິບຸກຄົນ.
  • ມີໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງອຸດສາຫະກໍາ-ການຄ້າ.
  • ມີໃບຢັ້ງຢືນຖານະການເງິນພຽງພໍເພື່ອດໍາເນີນທຸລະກິດຂອງຕົນ.
  • ມີປະຫວັດດີກ່ຽວກັບການປະຕິບັດພັນທະທາງດ້ານການເງິນຕ່າງໆ.
  • ມີໃບທະບຽນສ່ວຍສາອາກອນຂອງຂະແໜງສ່ວຍສາອາກອນ.
  • ສໍາລັບຜູ້ທີ່ເປັນພະນັກງານຂອງບໍລິສັດຕ້ອງມີມາດຖານຄືກັນກັບຂໍ້ 1.1 ເທິງນີ້.
  1. ຂອບເຂດການເຄື່ອນໄຫວ, ຄວາມຮັບຜິດຊອບຂອງຜູ້ບໍລິການແຈ້ງພາສີ.
    2.1. ຜູ້ບໍລິການແຈ້ງພາສີຕ້ອງເຄື່ອນໄຫວປະຕິບັດດັ່ງນີ້:
  • ດໍາເນີນທຸລະກິດຢູ່ໃນຂອບເຂດທີ່ໄດ້ຮັບອະນຸຍາດ.
  • ດໍາເນີນການພົວພັນກັບລັດຖະການພາສີ ຫຼື ເຈົ້າໜ້າທີ່ພາສີທີ່ກ່ຽວຂ້ອງໃນການແຈ້ງສິນຄ້າ, ເຄື່ອງຂອງ, ການປະກອບເອກະສານທາງພາສີ, ການແຈ້ງ ພາສີເປັນລາຍລະອຽດ, ການເສຍພາສີ ແລະ ພັນທະອື່່ນໆ, ການນໍາເອົາສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີແທນເຈົ້າຂອງສິນຄ້າ, ເຄື່ອງຂອງ.
  • ລົງລາຍເຊັນໃສ່ໃບແຈ້ງພາສີເປັນລາຍລະອຽດ ແລະ ເອກະສານທາງພາສີອື່ນໆແທນເຈົ້າຂອງສິນຄ້າ, ເຄື່ອງຂອງຕາມການມອບໝາຍ.
  • ມີຄວາມຮັບຜິດຊອບຕໍ່ລັດຖະການພາສີກ່ຽວກັບຄ່າພາສີ ແລະ ພັນທະອື່ນໆ ທີ່ມີຄວາມຜິດພາດ ຍ້ອນການລະເມີດລະບຽບກົດໝາຍທາງພາສີທາງແພ່ງ ຫຼື ອາຍາແລ້ວແຕ່ກໍລະນີການກະທໍາຜິດ ດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 59 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005.
  • ຮັບປະກັນໃຫ້ພະນັກງານຂອງຕົນ ຕິດບັດອະນຸຍາດທີ່ອອກໃຫ້ໂດຍລັດຖະການພາສີຕະຫຼອດເວລາທີ່ພົວພັນກັບເຈົ້າໜ້າທີ່ພາສີ.
  • ພາຍຫຼັງທີ່ໄດ້ດໍາເນີນການແຈ້ງພາສີ ຜູ້ບໍລິການແຈ້ງພາສີຕ້ອງໄດ້ສໍາເນົາເອກະສານກ່ຽວກັບການແຈ້ງພາສີສົ່ງໃຫ້ແກ່ຜູ້ນໍາເຂົ້າ ຫຼື ສົ່ງອອກທຸກຄັ້ງ.
  • ຜູ້ບໍລິການແຈ້ງພາສີທີ່ໄດ້ຮັບອະນຸຍາດ ຕ້ອງຍື່ນໃບມອບສິດຂອງຕົນທີ່ເປັນຜູ້ບໍລິການແຈ້ງພາສີແທນໃນນາມຜູ້ນໍາເຂົ້າ, ຜູ້ສົ່ງອອກ ຫຼື ເຈົ້າຂອງສິນຄ້າ, ເຄື່ອງຂອງຕໍ່ລັດຖະການພາສີຢ່າງເປັນລາຍລັກອັກສອນ. ໃບມອບສິດດັ່ງກ່າວຕ້ອງກໍານົດໄລຍະເວລາ ແລະ ສະຖານທີ່ບ່ອນທີ່ຜູ້ບໍລິການແຈ້ງພາສີ ຈະດໍາເນີນການແຈ້ງພາສີ ແລະ ອາດກໍານົດເງື່ອນໄຂອື່ນໆຕື່ມອີກ.
  • ພະນັກງານຂອງບໍລິສັດບໍລິການແຈ້ງພາສີທີ່ໄດ້ຮັບອະນຸຍາດ ຕ້ອງແຈ້ງໃບມອບສິດເປັນລາຍລັກອັກສອນ ພ້ອມແບບລາຍເຊັນຈາກບໍລິສັດຂອງຕົນ ຕໍ່ລັດຖະການພາສີ.
    2.2. ການຂໍອະນຸຍາດເປັນຜູ້ບໍລິການແຈ້ງພາສີບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງຢາກດໍາເນີນເປັນຜູ້ບໍລິການແຈ້ງພາສີ ຕ້ອງໄດ້ຂໍອະນຸຍາດຈາກຫົວໜ້າກົມພາສີ ແລະ ພາກສ່ວນກ່ຽວຂ້ອງພ້ອມຄັດຕິດບັນດາເອກະສານດັ່ງລຸ່ມນີ້:
  • ໃບຄໍາຮ້ອງ.
  • ໃບຢັ້ງຢືນທີ່ຢູ່.
  • ໃບຄໍ້າປະກັນໃນກໍລະນີບຸກຄົນ.
  • ກໍລະນີຢັ້ງຢືນກ່ຽວກັບມາດຖານເງື່ອນໄຂ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1.1 ເທິງນີ້ ກໍລະນີນິຕິບຸກຄົນ:
  • ໃບຄໍາຮ້ອງ.
  • ມີໃບອະນຸຍາດລົງທຶນຢູ່ ສປປລາວ.
  • ມີໃບຢັ້ງຢືນການດໍາເນີນທຸລະກິດການບໍລິການແຈ້ງເສຍພາສີຂອງກົມພາສີ.
  • ມີໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງອຸດສາຫະກໍາ-ການຄ້າ.
  • ມີໃບທະບຽນສ່ວຍສາອາກອນຂອງຂະແໜງສ່ວຍສາອາກອນ.
    2.3. ການຍຸດຕິການເຄື່ອນໄຫວທຸລະກິດການບໍລິການແຈ້ງເສຍພາສີ:
    ຜູ້ດໍາເນີນທຸລະກິດການບໍລິການແຈ້ງພາສີຈະຖືກຍຸດຕິ ຫຼື ຍຸບເລີກການດໍາເນີນທຸລະກິດຂອງຕົນ ຫາກຢູ່ໃນເງື່ອນໄຂດັ່ງລຸ່ມນີ້:
  • ສະເໜີຂໍອະນຸຍາດຢຸດເຊົາຕາມຂັ້ນຕອນຂອງລະບຽບກົດໝາຍ.
  • ດໍາເນີນທຸລະກິດບໍ່ສອດຄ່ອງກັບກົດໝາຍວ່າດ້ວຍທຸລະກິດ.
  • ມີການລະເມີດລະບຽບກົດໝາຍວ່າດ້ວຍພາສີ ແລະ ລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ.
  • ບໍລິສັດຖືກປະກາດລົ້ມລະລາຍຕາມລະບຽບກົດໝາຍ.

   ມອບໃຫ້ກົມພາສີເປັນຜູ້ກໍານົດລະອຽດກ່ຽວກັບລະບຽບການ, ຂັ້ນຕອນ, ຄວາມຕ້ອງການທາງດ້ານເອກະສານ, ກໍານົດເວລາ, ຄ່າທໍານຽມຕ່າງໆ ໃນການອອກໃບຢັ້ງຢືນ, ບັດປະຈໍາຕົວຂອງຜູ້ດໍາເນີນບໍລິການແຈ້ງພາສີ ເພື່ອໃຫ້ສອດຄ່ອງກັບສະພາບຂອງແຕ່ລະໄລຍະ. ຂ້າງເທິງ

ມາດຕາ 6. ການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ
   ພື້ນຖານການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແມ່ນເອົາມູນຄ່າຊື້-ຂາຍຕົວຈິງ, ຄ່າຂົນສົ່ງ, ຄ່າປະກັນໄພ ແລະ ຄ່າອື່ນໆ..(ເປັນມູນຄ່າແຈ້ງພາສີ) ເປັນພື້ນຖານການຄິດໄລ່, ຄ່າພາສີ ແລະ ພັນທະອື່ນໆຕ້ອງເປັນ ເງິນກີບ ແລະ ຄິດໄລ່ແບບທະວີຄູນໂດຍຖືເອົາມູນຄ່າຊື້-ຂາຍຕົວຈິງ, ຄ່າຂົນສົ່ງ, ຄ່າປະກັນໄພ ແລະ ຄ່າອື່ນໆ (ເປັນມູນຄ່າແຈ້ງພາສີ) ທີ່ເປັນສະກຸນເງິນຕາ ໂດລາສະຫະລັດຄູນກັບອັດຕາຂາຍຂອງທະນາຄານ ໃນວັນບັນທຶກໃບແຈ້ງພາສີເປັນລາຍລະອຽດຄູນໃຫ້ອັດຕາພາສີ ແລະ ພັນທະອື່ນໆ ຕາມວິທີຄິດໄລ່ດັ່ງນີ້:

  1. ການນໍາເຂົ້າສິນຄ້າ, ເຄື່ອງຂອງຂອງນິຕິບຸກຄົນ ແລະ ອົງການຈັດຕັ້ງອື່ນໆ.
    ກ. ວິທີທີ1 ມີອາກອນຊົມໃຊ້.
  • ມູນຄ່າແຈ້ງພາສີ x ອັດຕາພາສີ = ຄ່າພາສີ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ) x ອັດຕາອາກອນຊົມໃຊ້= ຄ່າອາກອນຊົມໃຊ້.
  • (ມູນຄ່າແຈ້ງພາສີ + ຄ່າພາສີ + ຄ່າອາກອນຊົມໃຊ້) x ອັດຕາອາກອນຕົວເລກທຸລະກິດ (ອັດຕາອາກອນມູນຄ່າເພີ່ມ) = ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ).
    => ຄ່າພາສີ + ຄ່າອາກອນຊົມໃຊ້ + ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ)
    ລວມ = ຄ່າພາສີ ແລະ ພັນທະອື່ນໆທີ່ຈະຕ້ອງຊໍາລະ.
    ຂ. ວິທີທີ2 ບໍ່ມີອາກອນຊົມໃຊ້.
  • ມູນຄ່າແຈ້ງພາສີ x ອັດຕາພາສີ = ຄ່າພາສີ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ) x ອັດຕາອາກອນຕົວເລກທຸລະກິດ (ອັດຕາອາກອນມູນຄ່າເພີ່ມ) = ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ).
    => ຄ່າພາສີ + ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ) ລວມ = ຄ່າພາສີ ແລະ ພັນທະອື່ນໆ ທີ່ຈະຕ້ອງຊໍາລະ.
  1. ການນໍາເຂົ້າສິນຄ້າ, ເຄື່ອງຂອງ ຂອງບຸກຄົນ.
    ໃນການນໍາເຂົ້າສິນຄ້າ, ເຄື່ອງຂອງຂອງບຸກຄົນທີ່ບໍ່ມີທະບຽນດໍາເນີນທຸລະກິດຂາເຂົ້າ-ຂາອອກ ຈະຕ້ອງໄດ້ເສຍອາກອນກໍາໄລໃນເວລານໍາເຂົ້າ ພື້ນຖານຄິດໄລ່ອາກອນກໍາໄລແມ່ນເອົາມູນຄ່າແຈ້ງພາສີ + ຄ່າພາສີ x ຖານຄິດໄລ່ກໍາໄລລວມ 20% ແລ້ວຄູນໃຫ້ອັດຕາອາກອນກໍາໄລ ຕາມຕາຕະລາງສົມທຽບທີ່ໄດ້ກໍານົດໄວ້ໃນມາດຕາ 40 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 04/ສພຊ, ລົງວັນທີ 19/05/2005 ດັ່ງວິທີຄິດໄລ່ລຸ່ມນີ້:
    ກ. ວິທີທີ1 ມີອາກອນຊົມໃຊ້.
  • ມູນຄ່າແຈ້ງພາສີ x ອັດຕາພາສີ = ຄ່າພາສີ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ) x ອັດຕາອາກອນຊົມໃຊ້= ຄ່າອາກອນຊົມໃຊ້.
  • (ມູນຄ່າແຈ້ງພາສີ + ຄ່າພາສີ + ຄ່າອາກອນຊົມໃຊ້) x ອັດຕາກໍາໄລລວມ 20% = ຖານຄິດໄລ່ກໍາໄລລວມ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ + ຄ່າອາກອນຊົມໃຊ້ + ຖານຄິດໄລ່ກໍາໄລລວມ) x ອັດຕາຕົວເລກທຸລະກິດ (ອັດຕາອາກອນມູນຄ່າເພີ່ມ) = ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ).
  • ຖານຄິດໄລ່ກໍາໄລລວມ x ອັດຕາອາກອນກໍາໄລ 35% = ອາກອນກໍາໄລທີ່ຈະຕ້ອງຊໍາລະ.
    => ຄ່າພາສີ + ຄ່າອາກອນຊົມໃຊ້ + ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ) + ຄ່າອາກອນກໍາໄລລວມ = ຄ່າພາສີ ແລະ ພັນທະອື່ນໆ ທີ່ຈະຕ້ອງຊໍາລະ.
    ຂ. ວິທີ ທີ2 ບໍ່ມີອາກອນຊົມໃຊ້.
  • ມູນຄ່າແຈ້ງພາສີ x ອັດຕາພາສີ = ຄ່າພາສີ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ) x ອັດຕາກໍາໄລລວມ 20% = ຖານຄິດໄລ່ກໍາໄລລວມ.
  • (ມູນຄ່າແຈ້ງພາສີ + ຄ່າພາສີ + ຖານຄິດໄລ່ກໍາໄລລວມ) x ອັດຕາຕົວເລກທຸລະກິດ (ອັດຕາອາກອນມູນຄ່າເພີ່ມ) = ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ).
  • ຖານຄິດໄລ່ກໍາໄລລວມ x ອັດຕາອາກອນກໍາໄລ 35% = ອາກອນກໍາໄລທີ່ຈະຕ້ອງຊໍາລະ.
    => ຄ່າພາສີ + ຄ່າອາກອນຕົວເລກທຸລະກິດ (ຄ່າອາກອນມູນຄ່າເພີ່ມ) + ຄ່າອາກອນກໍາໄລລວມ = ຄ່າພາສີ ແລະ ພັນທະອື່ນໆ ທີ່ຈະຕ້ອງຊໍາລະ.
    ຄ. ການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆຕາມອັດຕາພາສີຫຼຸດຜ່ອນ.
    ການນໍາເຂົ້າສິນຄ້າ, ເຄື່ອງຂອງພາຍໃຕ້ໂຄງການຫຼຸດຜ່ອນອັດຕາພາສີໃນເຂດການຄ້າເສລີອາຊຽນ (ອັຟຕາ), ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍທີ່ໃຫ້ບູລິມະສິດ ຫຼຸດຜ່ອນອັດຕາພາສີຕໍ່ກັນ, ພື້ນຖານການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆແມ່ນໃຫ້ຖືເອົາອັດຕາປົກກະຕິໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນຂໍ້ ກ ແລະ ຂໍ້ ຂ ຂ້າງເທິງ. ຂ້າງເທິງ

ມາດຕາ 7. ລະບຽບການຄຸ້ມຄອງເອກະສານທີ່ກ່ຽວພັນກັບພາສີ
   ຜູ້ດໍາເນີນທຸລະກິດກ່ຽວກັບການສົ່ງອອກ-ນໍາເຂົ້າ ແລະ ຜ່ານແດນ ເພື່ອໃຫ້ສອດຄ່ອງກັບມາດຕາ 26 ຂໍ້ 1-4 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005, ການຄຸ້ມຄອງ ແລະ ຕ້ອງເກັບຮັກສາເອກະສານກ່ຽວກັບພາສີດັ່ງນີ້:

  1. ບັນດາເອກະສານປະກອບກ່ຽວກັບການແຈ້ງພາສີເປັນລາຍລະອຽດ:
  • ໃບແຈ້ງພາສີເປັນລາຍລະອຽດທີ່ໄດ້ບັນທຶກເຂົ້າເລກທີ, ລົງວັນທີ ແລະ ຜົນການກວດກາຂອງເຈົ້າໜ້າທີ່ພາສີແມ່ນສະບັບເດີມພ້ອມດ້ວຍເອກະສານ ປະກອບຕ່າງໆ.
  • ໃບຂົນສົ່ງສິນຄ້າທາງບົກ, ທາງອາກາດ ແລະ ທາງນໍ້າ.
  • ສັນຍາ, ເງື່ອນໄຂຂອງການຊື້-ຂາຍ.
  • ເອກະສານປະກັນໄພສິນຄ້າ.
  • ໜັງສືມອບ-ຮັບສິນຄ້າ.
  • ຄ່າໃຊ້ຈ່າຍໃນການນໍາເຂົ້າສິນຄ້າ, ເຄື່ອງຂອງເຊັ່ນ: ຄ່ານາຍໜ້າ, ຄ່າພາສີ ແລະ ພັນທະອື່ນໆ, ຄ່າທໍານຽມ ແລະ ຄ່າໃຊ້ຈ່າຍອື່ນໆ.
  • ບັນຊີການບັນຈຸຫີບຫໍ່ (Packing List).
  • ບັນຊີສິນຄ້າ, ເຄື່ອງຂອງ.
  • ຂໍ້ມູນກ່ຽວກັບຜະລິດຕະພັນ.
  • ບັນທຶກການກວດສອບສິນຄ້າ, ເຄື່ອງຂອງ.
  • ໃບແຈ້ງລາຄາສິນຄ້າ (Invoice) ໃບສະເໜີລາຄາ (Pro forma Invoice).
  • ຂໍ້ຕົກລົງຄ່ານາຍໜ້າ.
  1. ເອກະສານປະກອບກ່ຽວກັບການຜະລິດ, ສິນຄ້າ, ເຄື່ອງຂອງ ແລະ ການຂາຍຕໍ່ລວມມີດັ່ງນີ້:
  • ປຶ້ມບັນທຶກສິນຄ້າ, ເຄື່ອງຂອງເຂົ້າມາ.
  • ປຶ້ມບັນທຶກສິນຄ້າທີ່ມີຢູ່.
  • ຂໍ້ມູນການຂາຍ.
  • ບັນຊີໃບເກັບເງິນລາຍວັນ.
  • ລາຄາຕົ້ນທຶນ.
  • ຂໍ້ມູນການຜະລິດ.
  1. ຂໍ້ມູນກ່ຽວກັບການທະນາຄານ ແລະ ການບັນຊີການເງິນລວມມີດັ່ງນີ້:
  • ໜັງສືສິນເຊື່ອ, ຄໍາຮ້ອງຂໍສິນເຊື່ອ, ແບງດຣາຟ (Bank Draft).
  • ໃບແຈ້ງຊໍາລະເງິນ.
  • ໃບຮັບເງິນ, ປຶ້ມຕິດຕາມເງິນສົດ.
  • ການຊື້-ຂາຍຜ່ານບັດເຄຣດິດ.
  • ການຊໍາລະຜ່ານການໂອນເງິນທາງເອເລັກໂຕຣນິກ.
  • ການຊໍາລະເງິນມາແຕ່ນອກປະເທດ.
  • ປຶ້ມບັນທຶກແຊັກເງິນ.
  • ຫຼັກຖານການຊໍາລະສະສາງດ້ວຍວິທີຕ່າງໆ, ລວມທັງຂໍ້ມູນທີ່ໃຫ້ລາຍລະອຽດກ່ຽວກັບການຊື້-ຂາຍ ແລະ ບໍ່ຮັບສົ່ງເງິນຄືນ.
  1. ຜັງບັນຊີ ແລະ ເອກະສານປະກອບກ່ຽວກັບການລົງບັນຊີ (ລວມທັງການລົງບັນຊີດ້ວຍເອເລັກໂຕຣນິກ).
    ໃນກໍລະນີທີ່ຂໍ້ມູນຂ່າວສານຫາກຖືກບັນຈຸ ຫຼື ເກັບຮັກສາໄວ້ໂດຍເຄື່ອງຈັກເອເລັກໂຕຣນິກ ຫຼື ເຄື່ອງເກັບຂໍ້ມູນອື່ນໆ, ຜູ້ດໍາເນີນທຸລະກິດຕ້ອງແລ່ນເຄື່ອງຈັກ ຫຼື ເຮັດໃຫ້ເຄື່ອງຈັກເດີນໄດ້ ເພື່ອສະແດງຂໍ້ມູນຂ່າວສານຕາມການສະເໜີຂອງເຈົ້າໜ້າທີ່ພາສີ. ຂ້າງເທິງ

ມາດຕາ 8. ການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານດິນແດນ ສປປລາວ
   ການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານດິນແດນ ສປປລາວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 33 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ແມ່ນການຂົນສົ່ງສິນຄ້າ, ເຄື່ອງຂອງຈາກປະເທດໜຶ່ງໄປຍັງອີກປະເທດໜຶ່ງ ໂດຍຜ່ານດິນແດນ ສປປລາວ ຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້:
8.1. ຜູ້ບໍລິການຂົນສົ່ງຜ່ານແດນສາກົນຕ້ອງມີເງື່ອນໄຂດັ່ງນີ້:

  • ມີໃບອະນຸຍາດລົງທຶນກ່ຽວກັບຂະແໜງການຂົນສົ່ງ.
  • ມີໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງໂຍທາທິການ ແລະ ຂົນສົ່ງ.
  • ມີໃບທະບຽນວິສາຫະກິດຂອງຂະແໜງການອຸດສາຫະກໍາ-ການຄ້າ.
  • ມີໃບທະບຽນຂອງຂະແໜງການສ່ວຍສາອາກອນ.
  • ມີສັນຍາອະນຸຍາດຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນນໍາກົມພາສີ.
  • ມີຖານະການເງິນທີ່ເຊື່ອຖືໄດ້ສາມາດວາງເງິນຄໍ້າປະກັນເທົ່າກັບ 120% ຂອງຄ່າພາສີ ແລະ ພັນທະອື່ນໆຕາມລະບຽບການ.
  • ເສຍຄ່າທໍານຽມຕາມລະບຽບກົດໝາຍກໍານົດ.
  • ມີຄວາມຮັບຮູ້ ແລະ ເຂົ້າໃຈກົດໝາຍວ່າດ້ວຍພາສີ ແລະ ລະບຽບກົດໝາຍອື່ນໆທີ່່ກຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ຖືກຕ້ອງ ເຂັ້ມງວດ.
  • ພາຫະນະຂົນສົ່ງຜ່ານແດນສາກົນ ແລະ ສອດຄ່ອງກັບຫຼັກການສາກົນ ເພື່ອຮັບປະກັນວ່າສິນຄ້າ, ເຄື່ອງຂອງຢູ່ຕົ້ນທາງມີເທົ່າໃດ ເມື່ອຮອດປາຍທາງຕ້ອງມີ ເທົ່ານັ້ນ.

8.2. ຄວາມຮັບຜິດຊອບຂອງຜູ້ຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ.

  • ເມື່ອສິນຄ້າ, ເຄື່ອງຂອງຂົນສົ່ງມາຮອດດ່ານພາສີຊາຍແດນ (ດ່ານຕົ້ນທາງ), ຜູ້ຮັບຜິດຊອບຂົນສົ່ງຜ່ານແດນ ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ ຄໍ້າປະກັນພ້ອມຄັດຕິດ ບັນດາເອກະສານປະກອບຕ່າງໆ ທີ່ໄດ້ກໍານົດໄວ້ໃນ ຂໍ້ 8.1 ເທິງນີ້ ເພື່ອຍື່ນຕໍ່ເຈົ້າໜ້າທີ່ພາສີ ຕາມຂັ້ນຕອນພິທີການທາງພາສີ ຢູ່ດ່ານພາສີຊາຍແດນ (ດ່ານຕົ້ນທາງ) ແລະ ສໍາເນົາບັນດາເອກະສານຕ່າງໆລຸ່ມນີ້:
    + ໃບມອບສິດການຂົນສົ່ງສິນຄ້າ, ເຄື່ອງຂອງຈາກຜູ້ຊື້ ຫຼື ຈາກຜູ້ຂາຍ.
    + ສໍາເນົາເອກະສານຂອງເຈົ້າໜ້າທີ່ພາສີ ປະເທດຕົ້ນທາງ ຫຼື ປະເທດສົ່ງອອກ.
    + ໃບແຈ້ງລາຄາ, ໃບຫຸ້ມຫໍ່ ແລະ ໃບກໍາກັບການຂົນສົ່ງສິນຄ້າ, ເຄື່ອງຂອງ.
    + ໃບອະນຸຍາດຈາກຂະແຫນງການກ່ຽວຂ້ອງ (ສໍາລັບສິນຄ້າ, ເຄື່ອງຂອງທີ່ລັດຖະບານຄຸ້ມຄອງ ແລະ ຕ້ອງຫ້າມ).
    + ໃນກໍລະນີທີ່ມີການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານຫຼາຍປະເທດ ຕ້ອງມີສໍາເນົາໃບແຈ້ງສິນຄ້າ, ເຄື່ອງຂອງຜ່ານແດນຂອງປະເທດ ໃຫ້ຜ່ານສຸດທ້າຍ.
  • ເສຍຄ່າທໍານຽມບໍລິການ ຕາມລະບຽບກົດໝາຍກໍານົດ.
  • ໃນກໍລະນີມີການຂົນຖ່າຍສິນຄ້າ, ເຄື່ອງຂອງຜ່ານແດນ ໃສ່ພາຫະນະຄັນໃໝ່ ຕ້ອງຂໍອະນຸຍາດຈາກລັດຖະການພາສີ ແລະ ຢູ່ພາຍໃຕ້ດໍາເນີນການກວດກາຂອງ ເຈົ້າໜ້າທີ່ພາສີ.
  • ໃນກໍລະນີທີ່ຈະຂົນສິນຄ້າ, ເຄື່ອງຂອງຜ່ານແດນລົງໃນສາງໃດໜຶ່ງ ຕ້ອງໄດ້ຮັບອະນຸຍາດລ່ວງໜ້າຈາກລັດຖະການພາສີ, ສາງ ຫຼື ສະຖານທີ່ເກັບມ້ຽນ ສິນຄ້າຊົ່ວຄາວນັ້ນ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ຂອງເຈົ້າໜ້າທີ່ພາສີ.

   ນອກຈາກນັ້ນ, ຜູ້ຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ສໍາລັບລົດຂຶ້ນທະບຽນຢູ່ຕ່າງປະເທດ ຕ້ອງແຈ້ງໃບອະນຸຍາດຂົນສົ່ງລະຫວ່າງປະເທດ, ທະບຽນລົດ (ບໍ່ທັນໝົດອາຍຸນໍາໃຊ້), ໃບເສຍຄ່າປະກັນໄພປະເພດບຸກຄົນທີສາມ ຢູ່ ສປປລາວ.

  • ໃນກໍລະນີທີ່ສິນຄ້າ,ເຄື່ອງຂອງຜ່ານແດນຖືກເສຍຫາຍ ຕາມເສັ້ນທາງຂົນສົ່ງອັນເນື່ອງມາຈາກອຸປະຕິເຫດ ຫຼື ເຫດສຸດວິໃສຜູ້ຂົນສົ່ງຕ້ອງລາຍງານ ສະພາບການໃຫ້ເຈົ້າໜ້າທີ່ພາສີປະຈໍາປ້ອມ, ໜ່ວຍພາສີເຄື່ອນທີ່ ຫຼື ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ບ່ອນທີ່ໃກ້ທີ່ສຸດຊາບ ໂດຍທັນທີທັນໃດ, ເຈົ້າໜ້າທີ່ດັ່ງກ່າວຈະໄດ້ສືບສວນ-ສອບສວນສະພາບການ (ເຮັດບົດບັນທຶກການສືບສວນສອບສວນ) ແລະ ຖ້າເຫັນວ່າ ມີເຫດຜົນທີ່ຍອມຮັບໄດ້ວ່າສິນຄ້າ, ເຄື່ອງຂອງໄດ້ຖືກເສຍຫາຍຈົນເອົາຄືນບໍ່ໄດ້ ລັດຖະການພາສີກໍຈະລົບລ້າງການຄໍ້າປະກັນ, ບໍ່ຮຽກຮ້ອງຄ່າພາສີ ແລະ ພັນທະອື່ນໆ ຫຼື ຄ່າປັບໃໝ ແລະ ຖ້າມີການຄໍ້າປະກັນດ້ວຍເງິນກໍຈະຖືກສົ່ງຄືນ.
  • ການສົ່ງອອກສິນຄ້າ, ເຄື່ອງຂອງຜ່ານແດນ,  ຜູ້ຂົນສົ່ງຕ້ອງຍື່ນໃບແຈ້ງພາສີເປັນລາຍລະອຽດຄ້ຳປະກັນ ພ້ອມເອກະສານກ່ຽວຂ້ອງທີ່ດ່ານພາສີຕົ້ນທາງ ອອກໃຫ້ຕໍ່ເຈົ້າໜ້າທີ່ພາສີດ່ານປາຍທາງ ບ່ອນສິນຄ້າ, ເຄື່ອງຂອງສົ່ງອອກເພື່ອກວດກາ ແລະ ບັນທຶກຢັ້ງຢືນຜົນຂອງການກວດກາລະຫວ່າງການຂົນສົ່ງ ຖ້າເສັ້ນລວດໜີບກົ່ວຢູ່ຂໍກຸນແຈ ໃສ່ຕູ້ບັນຈຸສິນຄ້າ, ເຄື່ອງຂອງ (ຄອນເທນເນີ້) ຫລື ໜີບໃສ່ຜ້າບັດ ຫາກຖືກຂາດດ້ວຍເຫດຜົນໃດກໍ່ຕາມເຈົ້າໜ້າທີ່ພາສີ ປາຍທາງຕ້ອງໄດ້ກວດກາສິນຄ້າ,  ເຄື່ອງຂອງຄືນໃໝ່່  ໂດຍສົມທຽບກັບໃບຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນຄ້ຳປະກັນຖ້າຖືກຕ້ອງ ແລະ ຄົບຖ້ວນຄືເກົ່າ ກໍ່ຕ້ອງມີການຢັ້ງຢືນ ແລະ  ໜີບກົ່ວຄືນໃໝ່ໃຫ້ໝາຍເຫດໃສ່ໃບຂົນສົ່ງສິນຄ້າ,  ເຄື່ອງຂອງຜ່ານແດນຄ້ຳປະກັນ ກົງກັນຂ້າມຖ້າສິນຄ້າ,  ເຄື່ອງຂອງບໍ່ຄົບຖ້້້ວນ ຫລື ເຫລືອກໍ່ຈະຖືກດຳເນີນຄະດີຕາມລະບຽບກົດໝາຍວ່າດ້ວຍພາສີຢ່າງເຂັ້ມງວດ ແລະ ທຸກການລະເມີດລະບຽບການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ສາກົນຕ້ອງຖືກດຳເນີນຄະດີຕາມທີ່ໄດ້ກໍານົດໄວ້ ໃນພາກ IX ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005. ທຸກການຂົນສົ່ງສິນຄ້າ, ເຄື່ອງຂອງທີ່ບໍ່ຖືກຕ້ອງຕາມເງື່ອນໄຂ ຂ້າງເທິງນີ້ ບໍ່ໃຫ້ຖືວ່າເປັນການຂົນສົ່ງຜ່ານແດນສາກົນ ແລະ ຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໆຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ,  ລົງວັນທີ 20/05/2005 ແລະ ສາລະບານ ອັດຕາພາສີ.
  • ພາຍຫລັງສິນຄ້າ, ເຄື່ອງຂອງໄດ້ສົ່ງອອກດິນແດນຂອງ ສປປ ລາວ ແລະ ມີການຢັ້ງຢືນຈາກເຈົ້າໜ້າທີ່ພາສີດ່ານປາຍທາງບ່ອນສິນຄ້າ, ເຄື່ອງຂອງສົ່ງອອກ ແລ້ວການຄ້ຳປະກັນສິນຄ້າ,  ເຄື່ອງຂອງຜ່ານແດນສາກົນກໍ່ຈະສິ້ນສຸດລົງ, ໃນກໍລະນີທີ່ມີການຄ້ຳປະກັນດ້ວຍເງິນກໍ່ຈະໄດ້ສົ່ງຄືນໃຫ້ແກ່ເຈົ້າຂອງ.
  • ຜູ້ຮັບຜິດຊອບຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນມີຄວາມຮັບຜິດຊອບຕໍ່ທາງແພ່ງ ແລະ ອາຍາ ໃນກໍລະນີລະເມີດລະບຽບກົດໝາຍວ່າດ້ວຍພາສີ ແລະ ລະບຽບກົດໝາຍອື່ນໆ.

8.3. ລະບຽບການຄໍ້າປະກັນ.
   ຜູ້ປະກອບການຂົນສົ່ງທີ່ມີເຈດຕະນາຈະດໍາເນີນທຸລະກິດການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນ ຕ້ອງເຮັດໃບຄໍ້າປະກັນກັບກົມພາສີ ໃນຮູບແບບຂອງສັນຍາຄ້ຳປະກັນ ຫລື ເຄຣດິດຂອງສະຖາບັນການເງິນ ຫລື ເງິນສົດເພື່ອຮັບປະກັນຄ່າພາສີ ແລະ ພັນທະອື່ນໆຕ້ອງມີມູນຄ່າເທົ່າກັບ 120% ຂອງ ຄ່າພາສີ ແລະ ພັນທະອື່ນໆຕາມລະບຽບກົດໝາຍເປັນແຕ່ລະຖ້ຽວກັບດ່ານພາສີບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ ເພື່ອຮັບປະກັນການປະຕິບັດສັນຍາຄ້ຳປະກັນ ຢ່າງເຂັ້ມງວດ.

  • ການເຮັດສັນຍາຄ້ຳປະກັນຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນກັບກົມພາສີສາມາດເຮັດແບບ “ຕໍ່ເນື່ອງ ຫລື ປະຈຳ” ຫລື ເປັນຖ້ຽວກໍ່ໄດ້.
  • ຜູ້ປະກອບການຂົນສົ່ງມີທີ່ຕັ້ງທີ່ຂຶ້ນທະບຽນຢູ່ປະເທດພາຄີເຊິ່ງລັດຖະບານ ສປປ ລາວ ໄດ້ເຂົ້າເປັນພາຄີ ຫລື ຮ່ວມລົງນາມຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ, ລະບຽບການຂົນສົ່ງສາກົນ ແລະ ເງື່ອນໄຂທີ່ສັນຍາໄດ້ກໍານົດໄວ້ຢ່າງເຂັ້ມງວດ.

8.4. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີ.

  • ເຈົ້າໜ້າທີ່ພາສີປະຈຳດ່ານຕ້ອງອຳນວຍຄວາມສະດວກ ຕາມຂັ້ນຕອນລະບຽບກົດໝາຍທີ່ກໍານົດໄວ້ ແລະ ພິທີການທາງພາສີເພື່ອເຮັດໃຫ້ການບໍລິການ ມີຄວາມວ່ອງໄວ, ໂປ່ງໃສ ແລະ ທັນສະໄໝຮັບປະກັນໃຫ້ແກ່ການບໍລິການຂົນສົ່ງຜ່ານແດນ ຕາມມາດຕະຖານສາກົນ.
  • ເຈົ້າໜ້າທີ່ພາສີຕ້ອງໄດ້ກວດກາເອກະສານປະກອບການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນລວມເຖິງການກວດກາພາຫະນະຂົນສົ່ງ. ໃນກໍລະນີ ເຈົ້າໜ້າທີ່ພາສີຫາກເຫັນວ່າກົ່ວໜີບຖືກເປ່ເພ ຫລື ຖືກຖອນອອກ ຫລື ມີແຫລ່ງຂ່າວເຊື່ອຖືໄດ້ວ່າມີການກະທໍາຜິດລະບຽບກົດໝາຍທາງພາສີ, ເຈົ້າໜ້າທີ່ພາສີສາມາດກວດກາສິນຄ້າ, ເຄື່ອງຂອງໃນລົດທີ່ບັນທຸກມາແລ້ວຢັ້ງຢືນຜົນຂອງການກວດກາທີ່ພົບເຫັນຕົວຈິງຄວາມຖືກຕ້ອງ, ພາຍຫລັງການກວດກາເຈົ້າໜ້າທີ່ພາສີຈະຕ້ອງໜີບກົ່ວໃໝ່ ແລະ ບັນທຶກຈຳນວນກົ່ວທີ່ຖືກໜີບໃສ່ໃບແຈ້ງພາສີຄ້ຳປະກັນ.
  • ໃນກໍລະນີການໜີບກົ່ວຂອງເຈົ້າໜ້າທີ່ພາສີປະເທດສົ່ງອອກ ຫາກຍັງຢູ່ໃນຈຳນວນ ແລະ ສະພາບເດີມ,  ບໍ່ພົບເຫັນຄວາມສ່ຽງອັນໃດ, ເຈົ້າໜ້າທີ່ພາສີ ທີ່ດ່ານຊາຍແດນບ່ອນສິນຄ້າ, ເຄື່ອງຂອງນຳເຂົ້າອາດຈະຮັບຮອງເອົາການໜີບກົ່ວດັ່ງກ່າວກໍ່ໄດ້ ແຕ່ຕ້ອງໄດ້ໜີບກົ່ວໃສ່ພາຫະນະ ຫລື ຕູ້ສິນຄ້າເພີ່ມຕື່ມ. ຈຳນວນກົ່ວທີ່ຖືກໜີບຈະຕ້ອງບັນທຶກລົງໃນໃບແຈ້ງພາສີເປັນລາຍລະອຽດຄ້ຳປະກັນ.
  • ໂດຍທົ່ວໄປແລ້ວມີແຕ່ການບັນທຸກສິນຄ້າ, ເຄື່ອງຂອງເທິງລົດຂົນສົ່ງສະເພາະ ຫລື ຕູ້ສິນຄ້າ, ເຄື່ອງຂອງເທົ່ານັ້ນທີ່ສາມາດໜີບກົ່ວຈຶ່ງຈະອະນຸຍາດໃຫ້ ຜ່ານແດນໄດ້. ໃນກໍລະນີການບັນທຸກສິນຄ້າບໍ່ສາມາດໜີບກົ່ວໃສ່ພາຫະນະໄດ້ຕົວຢ່າງ: ເຄື່ອງກົນຈັກໃຫຍ່ ຫລື ສິນຄ້າໃຫຍ່ທີ່ບໍ່ໄດ້ບັນຈຸໄວ້ໃນຕູ້ສິນຄ້າ, ເຈົ້າໜ້າທີ່ພາສີຈະຕ້ອງມີມາດຕະການຄວບຄຸມເພີ້ມເຕີມເຊັ່ນ: ບັນທຶກລາຍລະອຽດຂອງສິນຄ້າ, ເຄື່ອງຂອງ ລວມທັງເລກລຳດັບ, ເຄື່ອງໝາຍການຫຸ້ມຫໍ່ ຫລື ໜີບກົ່ວເປັນແຕ່ລະລາຍການ.

   ຖ້າຫາກເຫັນວ່າການນໍາໃຊ້ມາດຕະການດັ່ງກ່າວ ຍັງບໍ່ເປັນທີ່ຮັດກຸມພຽງພໍ ເຈົ້າໜ້າທີ່ພາສີອາດຈະນໍາໃຊ້ມາດຕະການອື່ນໂດຍການຕິດຕາມໄປນໍາສິນຄ້າ ເພື່ອນຳສົ່ງຮອດປາຍທາງ. ສ່ວນຄ່າໃຊ້ຈ່າຍຕ່າງໆໃນການຕິດຕາມ ຂອງເຈົ້າໜ້າທີ່ພາສີແມ່ນເປັນພາລະຂອງຜູ້ປະກອບການ.

  • ເຈົ້າໜ້າທີ່ພາສີຕ້ອງລະບຸລາຍລະອຽດກ່ຽວກັບການຂົນສົ່ງໄວ້ຢູ່ໃນໃບແຈ້ງພາສີເປັນລາຍລະອຽດເຊັ່ນ: ເສັ້ນທາງທີ່ທາງການອະນຸຍາດໃຫ້ຜ່ານ, ໄລຍະເວລາຂົນສົ່ງຈາກດ່ານພາສີຕົ້ນທາງ ເຖິງດ່ານພາສີປາຍທາງບ່ອນຈະສົ່ງອອກ, ຈຸດພັກສິນຄ້າ, ຈຸດພັກເຊົາຊົ່ວຄາວລະຫວ່າງທາງ, ແຈ້ງຜ່ານປ້ອມພາສີ, ດ່ານພາສີສົ່ງອອກ ແລະ ມາດຕະການຄວບຄຸມອື່ນໆທີ່ຈຳເປັນ.
  • ໃນກໍລະນີ ເປັນການຂົນສົ່ງໂດຍຜູ້ປະກອບການຂົນສົ່ງ ທີ່ມີທີ່ຕັ້ງຢູ່ປະເທດພາຄີຊຶ່ງ ສປປລາວ ໄດ້ເຂົ້າຮ່ວມ, ຫາກເຫັນວ່າສິນຄ້າ, ເຄື່ອງຂອງຂາດຫາຍ ໃນລະຫວ່າງການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ຫລື ລະເມີດກົດໝາຍວ່າດ້ວຍພາສີ ແລະ ຂໍ້ກໍານົດອື່ນໆ ຫລື ບໍ່ປະຕິບັດຕາມເອກະສານຂອງ ການຂົນສົ່ງຜ່ານແດນ ເຈົ້າໜ້າທີ່ພາສີ ຈະທໍາການສືບສວນສອບສວນສະພາບການ ແລະ ຄິດໄລ່ປັບໃໝຕາມລະບຽບກົດໝາຍ. ໃບອະນຸຍາດຂົນສົ່ງຜ່ານແດນ ຂອງຜູ້ປະກອບການສາມາດຖືກສັ່ງໂຈະ ຫລື ລົບລ້າງໄດ້ພາຍໃຕ້ການພິຈາລະນາ ຂອງກົມພາສີ.
  • ການສົ່ງອອກສິນຄ້າ, ເຄື່ອງຂອງຜ່ານແດນສາກົນ, ຜູ້ປະກອບການຂົນສົ່ງ ຈະຕ້ອງຍື່ນໃບແຈ້ງພາສີເປັນລາຍລະອຽດ ຊຶ່ງດ່ານພາສີດ່ານຕົ້ນທາງອອກໃຫ້ ພ້ອມເອກະສານທີ່ກ່ຽວຂ້ອງຕ່າງໆ ຕໍ່ເຈົ້າໜ້າທີ່ພາສີດ່ານປາຍທາງ ບ່ອນສິນຄ້າ, ເຄື່ອງຂອງສົ່ງອອກເພື່ອກວດກາ ແລະ ບັນທຶກຢັ້ງຢືນ.
  • ເຈົ້າໜ້າທີ່ພາສີດ່ານສົ່ງອອກ ໃນກໍລະນີການໜີບກົ່ວຂອງເຈົ້າໜ້າທີ່ພາສີ ປະເທດສົ່ງອອກ ຫລື ດ່ານພາສີຕົ້ນທາງ ຫາກຍັງຢູ່ໃນຈຳນວນ ແລະ ສະພາບເດີມ, ຖ້າຖືກຕ້ອງຄົບຖ້ວນ ເຈົ້າໜ້າທີ່ພາສີທີ່ດ່ານສົ່ງອອກສິນຄ້າ, ເຄື່ອງຂອງ ເຊັນອະນຸມັດໃຫ້ນຳອອກລົງໃນໃບແຈ້ງພາສີເປັນລາຍລະອຽດ ຄ້ຳປະກັນ.

   ໃນກໍລະນີທີ່ເຈົ້າໜ້າທີ່ພາສີ ໄດ້ຮັບແຫລ່ງຂ່າວທີ່ເຊື່ອຖືໄດ້ ຫລື ພົບເຫັນສະພາບການໜີບກົ່ວບໍ່ປົກກະຕິ ຫລື ພາຫະນະຂົນສົ່ງ ຫລື ຕູ້ສິນຄ້າ, ເຄື່ອງຂອງ ແມ່ນໃຫ້ດຳເນີນການກວດກາສິນຄ້າ, ເຄື່ອງຂອງຄືນໃໝ່ ຕາມລະບຽບກົດໝາຍກໍານົດເພື່ອຢັ້ງຢືນຄວາມຖືກຕ້ອງແລ້ວດຳເນີນການໜີບກົ່ວຄືນໃໝ່.

  • ດ່ານພາສີບ່ອນສົ່ງອອກສິນຄ້າ, ເຄື່ອງຂອງຜ່ານແດນ ຕ້ອງເຮັດສະໂນດນຳສົ່ງໃບແຈ້ງພາສີ ເປັນລາຍລະອຽດຄ້ຳປະກັນ ພ້ອມເອກະສານທີ່ກ່ຽວຂ້ອງ, ຢັ້ງຢືນຜົນການກວດກາການສົ່ງອອກ ໃຫ້ດ່ານພາສີຕົ້ນທາງບ່ອນສິນຄ້າ, ເຄື່ອງຂອງນຳເຂົ້າໃນທັນທີ ເພື່ອລົບລ້າງໃບແຈ້ງພາສີ ເປັນລາຍລະອຽດຄ້ຳປະກັນ ແລະ ສັນຍາຄ້ຳປະກັນ ຕາມຂັ້ນຕອນຂອງລະບຽບກົດໝາຍວ່າດ້ວຍພາສີ.
  • ໃນກໍລະນີທີ່ພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນ ບໍ່ມາເຖິງດ່ານພາສີບ່ອນສິນຄ້າ, ເຄື່ອງຂອງສົ່ງອອກພາຍໃນເວລາທີ່ອະນຸຍາດໃຫ້, ດ່ານພາສີບ່ອນສິນຄ້າ, ເຄື່ອງຂອງສົ່ງອອກ ຈະຕ້ອງແຈ້ງໃຫ້ດ່ານພາສີບ່ອນສິນຄ້າ, ເຄື່ອງຂອງນຳເຂົ້າ, ປ້ອມພາສີ, ໜ່ວຍພາສີເຄື່ອນທີ່ເພື່ອຕິດຕາມ ກວດກາ. ຂ້າງເທິງ

ມາດຕາ 9. ສາງສິນຄ້າ, ເຄື່ອງຂອງ
   ສາງສິນຄ້າ, ເຄື່ອງຂອງທີ່ສ້າງຕັ້ງຂຶ້ນໃນອານາເຂດພາສີ ຕາມທີ່ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້:

ກ. ມາດຖານຂອງສາງສິນຄ້າ, ເຄື່ອງຂອງ.

  • ສາງສິນຄ້າ, ເຄື່ອງຂອງແມ່ນບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວທີ່ຕັ້ງຢູ່ໃນອານາເຂດພາສີ ແລະ ເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີຊຶ່ງຕໍ່ໄປນີ້ຈະເອີ້ນວ່າ “ບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວ”.
  • ສະຖານທີ່ຕັ້ງຂອງສາງສິນຄ້າ, ເຄື່ອງຂອງຊົ່ວຄາວແມ່ນຕັ້ງຢູ່ບ່ອນທີ່ລັດຖະການພາສີອະນຸຍາດຊິ່ຶ່ງມີເນື້ອທີ່ພຽງພໍ ແລະ ມີສິ່ງອຳນວຍຄວາມສະດວກ ໃນການເກັບມ້ຽນ, ຍົກຖ່າຍ ແລະ ຕິດຊັ່ງສຳລັບການເກັບມ້ຽນສິນຄ້າ, ເຄື່ອງຂອງທີ່ຈະນຳເຂົ້າ-ສົ່ງອອກມີລະບົບກ່ຽວກັບຄວາມປອດໄພ ແລະ ປ້ອງກັນ ອັກຄີໄພ ແລະອື່ນໆ.
  • ອາຄານຂອງສາງສິນຄ້າ, ເຄື່ອງຂອງຊົ່ວຄາວ ແລະ ຫ້ອງການເຮັດວຽກຂອງເຈົ້າໜ້າທີ່ພາສີ ຕ້ອງອອກແບບໃຫ້ຖືກຕາມມາດຕະຖານຂອງແຕ່ລະ ລະບອບສາງ ແລະ ຖືກຮັບຮອງດ້ານເຕັກນິກຈາກຂະແໜງການກ່ຽວຂ້ອງ.
  • ຕ້ອງມີຫົວໜ້າ ແລະ ຮອງຫົວໜ້າສາງ, ພະນັກງານ ແລະ ກໍາມະກອນພຽງພໍເພື່ອໃຫ້ການບໍລິການ ການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ.

ຂ. ເງື່ອນໄຂຂອງຜູ້ສະເໜີສ້າງຕັ້ງສາງສິນຄ້າ, ເຄື່ອງຂອງຊົ່ວຄາວ.
   ບຸກຄົນໃດຫາກມີຈຸດປະສົງຂໍອະນຸຍາດສ້າງຕັ້ງສາງສິນຄ້າ, ເຄື່ອງຂອງຊົ່ວຄາວຈະຕ້ອງຍື່ນໃບຄໍາຮ້ອງ ແລະ ເອກະສານປະກອບຕາມລະບຽບການ ໄດ້ກໍານົດໄວ້ເພື່ອສະເໜີຕໍ່ກົມພາສີຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

  • ຄຳຮ້ອງ ຫລື ໃບສະເໜີ.
  • ໃບຢັ້ງຢືນທີ່ຢູ່.
  • ໃບແຈ້ງໂທດເລກທີ 3.
  • ສະຖານທີ່ສ້າງຕັ້ງສາງສິນຄ້າ, ເຄື່ອງຂອງ.
  • ແຜນຜັງອາຄານຂອງສາງທີ່ຖືກຮັບຮອງໂດຍຂະແໜງການທີ່ກ່ຽວຂ້ອງ.
  • ບົດວິພາກເສດຖະກິດ ແລະ ເຕັກນິກກ່ຽວກັບການສ້າງຕັ້ງ ແລະ ບໍລິການສາງສິນຄ້າ, ເຄື່ອງຂອງຊົ່ວຄາວ.
  • ໃບອະນຸຍາດລົງທຶນພາຍໃນ ຫລື ຕ່າງປະເທດ, ໃບອະນຸຍາດດຳເນີນທຸລະກິດ (ອອກໃຫ້ໂດຍລັດຖະການພາສີ), ໃບທະບຽນສ່ວຍສາອາກອນ, ໃບທະບຽນວິສະຫະກິດ.
  • ໃບຢັ້ງຢືນຖານະການເງິນ.

ຄ. ຄວາມຮັບຜິດຊອບ ຂອງເຈົ້າຂອງສາງເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວ.

  • ແຕ່ລະສາງບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວຕ້ອງມີປຶ້ມຕິດຕາມສະເພາະ ປຶ້ມຕິດຕາມດັ່ງກ່າວເອີ້ນວ່າ “ປຶ້ມບັນທຶກສິນຄ້າ, ເຄື່ອງຂອງເຂົ້າ ແລະ ອອກສາງ” ປະກອບມີຂໍ້ມູນດັ່ງລຸ່ມນີ້:
  • ເລກລຳດັບລົງທະບຽນ.
  • ວັນທີ, ເດືອນ, ປີລົງທະບຽນ.
  • ຊື່ ແລະ ທີ່ຢູ່ຂອງຜູ້ນຳສົ່ງອອກ ຫລື ນຳເຂົ້າ.
  • ຈຳນວນ, ຊະນິດ, ເຄື່ອງໝາຍ ແລະ ຈຳນວນຫີບຫໍ່.
  • ລັກສະນະສິນຄ້າ, ເຄື່ອງຂອງ.
  • ນໍ້າໜັກລວມຂອງສິນຄ້າ, ເຄື່ອງຂອງ.
  • ປະເທດສະໜອງ, ສົ່ງອອກ ແລະ ປະເທດນຳເຂົ້າ.
  • ເລກທີໃບຂົນສົ່ງ ຫລື ໃບແຈ້ງພາສີໂດຍສັງເຂບ.
  • ເຈົ້າຂອງສາງເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວທີ່ໄດ້ຮັບອະນຸຍາດ ໃຫ້ສ້າງຕັ້ງຖືກຕ້ອງຕາມລະບຽບກົດໝາຍ, ການເຄື່ອນໄຫວດຳເນີນທຸລະກິດດັ່ງກ່າວ ຕ້ອງຮັບຜິດຊອບຕໍ່ຄ່າພາສີ ແລະ ພັນທະອື່ນໆ. ສຳລັບສິນຄ້າ, ເຄື່ອງຂອງທີ່ໄດ້ເກັບມ້ຽນໄວ້ໃນສາງດັ່ງກ່າວ, ເຮັດສັນຍາຄ້ຳປະກັນກັບກົມພາສີ, ວາງເງິນ ຄ້ຳປະກັນໄວ້ເທົ່າ 120 % ຂອງຄ່າພາສີ ແລະ ພັນທະອື່ນໆທີ່ຈະຕ້ອງເສຍເພື່ອຮັບປະກັນການຊຳລະຄ່າພາສີ ແລະ ພັນທະອື່ນໆ.
  • ໃນກໍລະນີສິນຄ້າ, ເຄື່ອງຂອງທີ່ເສຍຄຸນ, ເນົ່າເປື່ອຍ ຫລື ຖືກເສຍຫາຍໂດຍອຸປະຕິເຫດ ຫລື ເຫດສຸດວິໃສໃນລະຫວ່າງການເກັບມ້ຽນຊົ່ວຄາວຊຶ່ງໄດ້ຮັບ ການສັນລະສູດ ແລະ ມີການຢັ້ງຢືນເປັນລາຍລັກອັກສອນຈາກເຈົ້າໜ້າທີ່ກ່ຽວຂ້ອງເຫັນວ່ານຳໃຊ້ບໍ່ໄດ້, ເຈົ້າໜ້າທີ່ພາສີຈະໄດ້ທໍາການປະເມີນຄ່າພາສີ ແລະ ພັນທະອື່ນໆທີ່ຖືກເສັຍຫາຍບົນພື້ນຖານສະພາບຕົວຈິງຂອງສິນຄ້າ, ເຄື່ອງຂອງກ່ອນຈະນຳເອົາສິນຄ້າ, ເຄື່ອງຂອງດັ່ງກ່າວອອກໄປທໍາລາຍ, ສ່ວນຄ່າພາສີ ແລະ ພັນທະອື່ນໆທີ່ປະເມີນໄວ້ນັ້ນກໍ່ຈະຖືກຍົກເລີກ.

   ໃນການທໍາລາຍສິນຄ້າ, ເຄື່ອງຂອງດັ່ງກ່າວເຈົ້າໜ້າທີ່ພາສີ, ພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າຂອງສິນຄ້າ ຫລື ຜູ້ຕາງໜ້າຕ້ອງສ້າງບົດບັນທຶກການທໍາລາຍໄວ້ ເພື່ອເປັນຫຼັກຖານ.

  • ຄ່າໃຊ້ຈ່າຍຕ່າງໆກ່ຽວກັບການເກັບມ້ຽນສິນຄ້າ, ເຄື່ອງຂອງຢູ່ໃນສາງຊົ່ວຄາວລວມທັງການບູລະນະຮັກສາ, ຄ່າຍົກຖ່າຍ ແລະ ສ້ອມແປງແມ່ນເປັນພາລະຂອງ ເຈົ້າຂອງ ຫລື ຜູ້ປະກອບການ.
  • ສິນຄ້າ, ເຄື່ອງຂອງທຸກຊະນິດສາມາດເກັບມ້ຽນໄວ້ໃນບ່ອນເກັບສິນຄ້າ, ເຄື່ອງຂອງຊົ່ວຄາວໄດ້, ຍົກເວັ້ນສິນຄ້າ, ເຄື່ອງຂອງດັ່ງລຸ່ມນີ້:
  • ສິນຄ້າ, ເຄື່ອງຂອງປະເພດຕ້ອງຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 15 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  • ສິນຄ້າ, ເຄື່ອງຂອງທີ່ເປັນອັນຕະລາຍຕໍ່ສຸຂະພາບຄົນ ແລະ ສັດ  ຫລື ສິ່ງແວດລ້ອມ ຫລື ອາດສົ່ງຜົນກະທົບຕໍ່ສິນຄ້າປະເພດອື່ນ ຫລື ຕ້ອງການ ເກັບມ້ຽນຢູ່ບ່ອນສະເພາະ. ສິນຄ້າ, ເຄື່ອງຂອງປະເພດດັ່ງກ່າວ ຄວນໄດ້ຮັບອະນຸຍາດໃຫ້ເກັບໄວ້ຢູ່ໃນອາຄານ ຂອງສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງ ຊົ່ວຄາວທີ່ນຳໃຊ້ອຸປະກອນພິເສດເພື່ອເກັບຮັກສາ.
  • ຜູ້ປະກອບການບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວຕ້ອງເຊັນໃສ່ບັນຊີສິນຄ້າ, ເຄື່ອງຂອງ ຫລື ໃບແຈ້ງພາສີໂດຍສັງເຂບ ຫລື ໃບຂົນສົ່ງສິນຄ້າ, ເຄື່ອງຂອງດັ່ງກ່າວ ຊຶ່ງໝາຍເຖິງ ການຮັບເອົາຄວາມຮັບຜິດຊອບຕໍ່ສິນຄ້າ, ເຄື່ອງຂອງນັ້ນ.
  • ຜູ້ປະກອບການບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວຕ້ອງບັນທຶກບັນຊີສິນຄ້າ ຫລື ໃບແຈ້ງພາສີໂດຍສັງເຂບ ຫລື ໃບຂົນສົ່ງສິນຄ້າລົງໃນປຶ້ມຕິດຕາມ ເມື່ອໄດ້ຖືກເກັບມ້ຽນໄວ້ໃນບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວແລ້ວນັ້ນ.
  • ການແຈ້ງພາສີເປັນລາຍລະອຽດ ສຳລັບສິນຄ້າ, ເຄື່ອງຂອງ ທີ່ເກັບມ້ຽນໃນບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວຕ້ອງຍື່ນຕໍ່ລັດຖະການພາສີ ພາຍໃນກໍານົດ 30 ວັນ ນັບແຕ່ວັນທີ່ໄດ້ຈົດສິນຄ້າ, ເຄື່ອງຂອງເຂົ້າສາງເປັນຕົ້ນໄປ ໂດຍບໍ່ນັບວັນພັກລັດຖະການ. ຖ້າຫາກກາຍກໍານົດວັນດັ່ງກ່າວ ສິນຄ້າ, ເຄື່ອງຂອງຈະຕ້ອງຕົກຢູ່ໃນການຄວບຄຸມ ສະເພາະຂອງລັດຖະການພາສີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 41 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ05/ສພຊ, ລົງວັນທີ 20/05/2005 ແລະ ຖືກເກັບມ້ຽນໄວ້ໃນສະຖານທີ່ເກັບມ້ຽນສະເພາະທີ່ລັດຖະການ ພາສີໄດ້ກໍານົດໄວ້.
  • ເຈົ້າຂອງສິນຄ້າ, ເຄື່ອງຂອງມີສິດຮ້ອງຂໍເອົາສິນຄ້າ, ເຄື່ອງຂອງຄືນຈາກການຄວບຄຸມສະເພາະຂອງພາສີ ພາຍໃນກໍານົດ 4 ເດືອນ ແລະ ປະຕິບັດຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.

ງ. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີຄຸ້ມຄອງສາງ.
   ເຈົ້າໜ້າທີ່ພາສີຄຸ້ມຄອງສາງມີຄວາມຮັບຜິດຊອບຕໍ່ການນໍາເຂົ້າສິນຄ້າ, ເຄື່ອງຂອງທີ່ຈະນໍາເຂົ້າເກັບມ້ຽນຢູ່ສາງຊົ່ວຄາວເພື່ອລໍຖ້າການແຈ້ງພາສີ ເປັນລາຍລະອຽດ ຕາມຈຸດປະສົງຂອງເຈົ້າຂອງສິນຄ້າ, ເຄື່ອງຂອງວ່າຈະແຈ້ງພາສີເປັນລາຍລະອຽດຕາມລະບອບໃດ.

  • ສິນຄ້າ, ເຄື່ອງຂອງທີ່ເກັບໄວ້ໃນບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ ແລະ ໃຫ້ສອດຄ່ອງກັບລະບຽບ ການພາສີຊຶ່ງມີເງື່ອນໄຂໃນການເກັບມ້ຽນດັ່ງຕໍ່ໄປນີ້:
  • ລໍຖ້າເອກະສານທີ່ຈຳເປັນ ສຳລັບດຳເນີນການແຈ້ງພາສີເປັນລາຍລະອຽດ.
  • ສິນຄ້າ, ເຄື່ອງຂອງ ທີ່ຍັງບໍ່ທັນໄດ້ເອົາອອກຈາກຕູ້ສິນຄ້າ (ຕູ້ຄອນເທນເນີ).
  • ລໍຖ້າການພິຈາລະນາ ຂອງລັດຖະການພາສີໃນການກໍານົດ ໃຫ້ແຈ້ງເຂົ້າໃນລະບອບສາງໃດ.
  • ໃນຂະນະທີ່ລໍຖ້າ ການດຳເນີນທຸລະກໍາທາງການຄ້າໃຫ້ຄົບຖ້ວນ ສິນຄ້າ, ເຄື່ອງຂອງ ຈະຖືກນຳອອກຈາກບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວໄດ້ ກໍ່ຕໍ່ເມື່ອ ຜູ້ແຈ້ງພາສີໄດ້ແຈ້ງພາສີເປັນລາຍລະອຽດຢ່າງຖືກຕ້ອງຄົບຖ້ວນ ແລະ ພາຍຫລັງທີ່ເຈົ້າໜ້າທີ່ພາສີ ໄດ້ກວດກາຢັ້ງຢືນຄວາມຖືກຕ້ອງແລ້ວເທົ່ານັ້ນ.
  • ພາຍຫລັງສິນຄ້າ, ເຄື່ອງຂອງເຂົ້າມາຮອດສາງບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວແລ້ວເຈົ້າໜ້າທີ່ພາສີຄຸ້ມຄອງສາງຕ້ອງຈົດກາຍເຂົ້າປຶ້ມຕິດຕາມ ຂາເຂົ້າເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດຊຶ່ງມີລາຍລະອຽດຄື:
  • ຊື່ ແລະ ນາມສະກຸນຜູ້ສົ່ງ ຫລື ບໍລິສັດ.
  • ທີ່ຢູ່ຜູ້ສົ່ງ ຫລື ບໍລິສັດ.
  • ຊື່ ແລະ ນາມສະກຸນຜູ້ຮັບ ຫລື ບໍລິສັດ.
  • ທີ່ຢູ່ຜູ້ຮັບ ຫລື ບໍລິສັດ.
  • ໃບຂົນສົ່ງເລກທີ, ລົງວັນທີ.
  • ລາຍການສິນຄ້າ, ເຄື່ອງຂອງ.
  • ສ້າງປຶ້ມຕິດຕາມສິນຄ້າ, ເຄື່ອງຂອງສຳລັບການນຳເຂົ້າ ແລະ ສົ່ງອອກສາງ.
  • ເຈົ້າໜ້າທີ່ພາສີຄຸ້ມຄອງສາງອອກໃບແຈ້ງສິນຄ້າ, ເຄື່ອງຂອງເຂົ້າສາງຊົ່ວຄາວກວດກາຂໍ້ມູນ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງເພື່ອນຳໃຊ້ເປັນເອກະສານ ປະກອບເຂົ້າໃສ່ໃບແຈ້ງພາສີເປັນລາຍລະອຽດ.
  • ໃນກໍລະນີທີ່ເຈົ້າໜ້າທີ່ພາສີ ພິສູດເຫັນວ່າສິນຄ້າ, ເຄື່ອງຂອງ ທີ່ເກັບມ້ຽນໄວ້ຢູ່ໃນບ່ອນເກັບສິນຄ້າ, ເຄື່ອງຂອງຊົ່ວຄາວຫາກຂາດຫາຍ ຫລື ມີຈຳນວນ ບໍ່ຄົບຖ້ວນຕາມບັນຊີ ທີ່ໄດ້ແຈ້ງໄວ້ໃນເບື້ອງຕົ້ນ, ຜູ້ປະກອບການບ່ອນເກັບມ້ຽນສິນຄ້າ, ເຄື່ອງຂອງຊົ່ວຄາວຕ້ອງຮັບຜິດຊອບຕໍ່ການຊຳລະຄ່າພາສີ ແລະ ພັນທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ 36 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  • ກວດກາ ແລະ ຕິດຕາມສິນຄ້າ, ເຄື່ອງຂອງຊ່ວຍພະນັກງານພາສີໜ່ວຍກວດກາປະຈຳດ່ານ ໃນເວລາສິນຄ້າ, ເຄື່ອງຂອງຈະອອກຈາກສາງທີ່ຕົນ ຮັບຜິດຊອບ.
  • ຕິດຕາມ, ສະຫລຸບສິນຄ້າ, ເຄື່ອງຂອງຄ້າງສາງເກີນກວ່າ 30 ວັນ ທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  • ສະຫລຸບບັນຊີສິນຄ້າ, ເຄື່ອງຂອງເຂົ້າ-ອອກສາງປະຈຳວັນ, ອາທິດ, ເດືອນ, ງວດ ແລະ ປີ. ຂ້າງເທິງ

ມາດຕາ 10. ລະບອບສາງ
   ລະບອບສາງທີ່ກໍານົດໄວ້ໃນມາດຕາ 35 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແມ່ນລະບຽບການນໍາເອົາສິນຄ້າ, ເຄື່ອງຂອງທີ່ມີຈຸດປະສົງ ເພື່ອສົ່ງອອກ-ນຳເຂົ້າປະເທດເຂົ້າເກັບມ້ຽນໃນສາງ ພາຍໃນກໍານົດເວລາອັນແນ່ນອນ ໂດຍງົດເກັບພາສີ ແລະ ຢູ່ພາຍໃຕ້ການກວດກາ ຂອງເຈົ້າໜ້າທີ່ພາສີ ເພື່ອລໍຖ້າແຈ້ງຕາມລະບອບພາສີຕ່າງໆ ຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້:

  1. ສິນຄ້າ, ເຄື່ອງຂອງທີ່ນຳເຂົ້າຈາກຕ່າງປະເທດມາເກັບມ້ຽນຢູ່ສາງສິນຄ້າ, ເຄື່ອງຂອງທີ່ດ່ານພາສີຊາຍແດນ ຕ້ອງແຈ້ງພາສີເປັນລາຍລະອຽດຢູ່ບ່ອນ ສິນຄ້ານຳເຂົ້າ. ສ່ວນສິນຄ້າ, ເຄື່ອງຂອງພາຍໃນທີ່ຈະສົ່ງອອກຕ່າງປະເທດ ສາມາດນຳເຂົ້າມາເກັບມ້ຽນຢູ່ສາງສິນຄ້າ, ເຄື່ອງຂອງດັ່ງກ່າວໄດ້ ແຕ່ຕ້ອງມີອະນຸຍາດຂອງຂະແໜງການກ່ຽວຂ້ອງ ແລະ ບົດບັນທຶກການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງຕົ້ນທາງ ຕາມລະບຽບການກ່ອນການແຈ້ງພາສີ ເປັນລາຍລະອຽດໃນການສົ່ງອອກ.
  2. ສິນຄ້າ, ເຄື່ອງຂອງນຳເຂົ້າ ຫລື ສົ່ງອອກທີ່ເກັບມ້ຽນຢູ່ສາງສິນຄ້າ, ເຄື່ອງຂອງຈະຖືກງົດເກັບຄ່າພາສີ ແລະ ພັນທະອື່ນໆຈົນກ່ວາສິນຄ້າ, ເຄື່ອງຂອງ ດັ່ງກ່າວຈະນຳອອກຈາກລະບອບສາງ ເພື່ອການຊົມໃຊ້ພາຍໃນ ຫລື ສົ່ງອອກນອກປະເທດ.
  3. ສາງເກັບສິນຄ້າ, ເຄື່ອງຂອງທີ່ຈັດເຂົ້າເປັນລະບອບສາງມີ 04 ປະເພດຄື:

3.1. ສາງຈິງແມ່ນສາງເກັບມ້ຽນສິນຄ້າ, ເຄື່ອງຂອງທົ່ວໄປ ເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດ ໃນລະບອບພາສີໃດໜຶ່ງຕາມຈຸດປະສົງຂອງເຈົ້າຂອງສິນຄ້າ, ເຄື່ອງຂອງເຊັ່ນ: ການສົ່ງອອກ ຫລື ສົ່ງອອກຄືນໄປປະເທດທີສາມ, ການນຳເຂົ້າເພື່ອຊົມໃຊ້ພາຍໃນ. ສາງສິນຄ້າ, ເຄື່ອງຂອງດັ່ງກ່າວສາມາດນຳໃຊ້ໂດຍ ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບຸກຄົນ ແລະ ນິຕິບຸກຄົນ.

3.2. ສາງພາງແມ່ນສາງເກັບມ້ຽນສິນຄ້າ, ເຄື່ອງຂອງສໍາລັບຮ້ານຄ້າປອດພາສີ ຊຶ່ງຖືກຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ເພື່ອຈໍາໜ່າຍໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວທີ່ເດີນທາງອອກ-ເຂົ້າປະເທດ ຫລື ນັກການທູດ ແລະ  ອົງການຈັດຕັ້ງສາກົນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງບົດແນະນຳສະບັບນີ້. ສາງສິນຄ້າ, ເຄື່ອງຂອງດັ່ງກ່າວສາມາດດຳເນີນງານໂດຍບຸກຄົນ ຫລື ນິຕິບຸກຄົນທີ່ໄດ້ຮັບອະນຸຍາດ.

3.3. ສາງອຸດສະຫະກໍາແມ່ນສາງເກັບມຽ້ນສິນຄ້າ, ເຄື່ອງຂອງຊົ່ວຄາວ ແລະ ຢູ່ໃນກໍານົດເວລາອັນແນ່ນອນໃດໜຶ່ງເຊັ່ນ:  ການນໍາເຂົ້າມາເພື່ອປະກອບ, ດັດແປງ, ປຸງແຕ່ງ ຫລື ສ້ອມແປງໂດຍຖືກງົດເກັບຄ່າພາສີ ແລະ ພັນທະອື່ນໆ ແລະ ຢູ່ພາຍໃຕ້ການຄຸ້ມຄອງ, ຄວບຄຸມຂອງເຈົ້າໜ້າທີ່ພາສີ. ພາຍຫລັງການປະກອບ, ດັດແປງ, ປຸງແຕ່ງ ຫລື ສ້ອມແປງສຳເລັດແລ້ວ ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການສົ່ງອອກຄືນ.

   ໃນກໍລະນີບໍ່ສົ່ງອອກຄືນ ແລະ ມີຈຸດປະສົງ ເພື່ອການຊົມໃຊ້ພາຍໃນເຖິງວ່າສິນຄ້າ, ເຄື່ອງຂອງ ຫລື ຜະລິດຕະພັນຕ່າງໆຈະໄດ້ມາດຕະຖານ ຫລື ບໍ່ກໍ່ຕາມ ຕ້ອງໄດ້ຊຳລະຄ່າພາສີ ແລະ ພັນທະອື່ນໆ ຕາມມູນຄ່າຂອງວັດຖຸດິບທີ່ນຳມາປະກອບ, ດັດແປງ, ປຸງແຕ່ງ ຫລື ສ້ອມແປງໂດຍ ໃຫ້ຖືກຕ້ອງຕາມອັດຕາພາສີ ແລະ ພັນທະອື່ນໆ ທີ່ກໍານົດໄວ້ໃນປຶ້ມສາລະບານອັດຕາພາສີ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.

   ສ່ວນສິ້ນສ່ວນທີ່ເສດເຫລືອຂອງວັດຖຸດິບທີ່ນໍາໃຊ້ເຂົ້າໃນການປະກອບ, ດັດແປງ, ປຸງແຕ່ງ ຫລື ສ້ອມແປງຊຶ່ງມີສະພາບໃຊ້ງານໄດ້ ຖ້າຈະນໍາໄປຊົມໃຊ້ ພາຍໃນຕ້ອງໄດ້ຊຳລະຄ່າພາສີ ແລະ ພັນທະອື່ນໆໂດຍໃຫ້ຖືກຕ້ອງຕາມອັດຕາພາສີ ແລະ ພັນທະອື່ນໆທີ່ກໍານົດໄວ້ໃນປຶ້ມສາລະບານອັດຕາພາສີ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ. ຖ້າສິ້ນສ່ວນທີ່ເສດເຫລືອອັນໃດບໍ່ມີສະພາບໃຊ້ງານໄດ້, ເຈົ້າໜ້າທີ່ພາສີຈະໄດ້ສົມທົບ ກັບຂະແໜງການກ່ຽວຂ້ອງກວດກາຕົວຈິງ ແລະ ສ້າງບົດບັນທຶກໃຫ້ທໍາລາຍຖິ້ມຕາມລະບຽບການ.

3.4. ສາງພິເສດແມ່ນໃຊ້ສໍາລັບເກັບຮັກສາສິນຄ້າ, ເຄື່ອງຂອງບາງຊະນິດດັ່ງຕໍ່ໄປນີ້:

(1) ສັດມີຊີວິດ.
(2) ສິນຄ້າ,  ເຄື່ອງຂອງນໍາເຂົ້າພາຍໃຕ້ລະບຽບການຕ້ອງຫ້າມ ຫລື ພາຍໃຕ້ການຄວບຄຸມ, ຄຸ້ມຄອງພິເສດເຊັ່ນ: ນໍ້າມັນເຊື້ອໄຟ, ທາດເຄມີ, ວັດຖຸລະເບີດ ແລະ ວັດຖຸຕ້ອງຫ້າມອື່ນໆທີ່ໄດ້ຮັບອະນຸຍາດນຳເຂົ້າຈາກຂະແໜງການກ່ຽວຂ້ອງ.
(3) ສິນຄ້າ, ເຄື່ອງຂອງທີ່ເປັນອັນຕະລາຍຕໍ່ສຸຂະພາບບໍ່ເໝາະສົມເກັບມ້ຽນໄວ້ຢູ່ສາງອື່ນໆ.
(4) ສິນຄ້າ, ເຄື່ອງຂອງທີ່ບໍ່ໄດ້ມາດຕະຖານ, ຄຸນນະພາບທາງດ້ານສາທາລະນະສຸກ ຫລື ເປັນອັນຕະລາຍຕໍ່ສະພາບແວດລ້ອມ.

  1. ເຈົ້າຂອງສິນຄ້າ ຫລື ຜູ້ຕາງໜ້າ ຫລື ຜູ້ປະກອບການສາງສິນຄ້າ, ເຄື່ອງຂອງຕ້ອງແຈ້ງພາສີໂດຍສັງເຂບຕໍ່ລັດຖະການພາສີ ເພື່ອນຳເອົາສິນຄ້າເຂົ້າເກັບ ມ້ຽນໃນສາງສິນຄ້າ, ເຄື່ອງຂອງປະເພດໃດໜຶ່ງ.

   ກໍານົດເວລາໃນການເກັບມ້ຽນສິນຄ້າ, ເຄື່ອງຂອງໄວ້ໃນສາງແຕ່ລະປະເພດຄື:

  • ສາງຈິງສາມາດເກັບມ້ຽນສິນຄ້າ, ເຄື່ອງຂອງໄດ້ພາຍໃນກໍານົດ 02 ປີ, ນັບຕັ້ງແຕ່ມື້ບັນທຶກໃບແຈ້ງພາສີໂດຍສັງເຂບເປັນຕົ້ນໄປ ແລະ ສາມາດຕໍ່ອາຍຸໄດ້ຕື່ມ 01 ຄັ້ງ ບໍ່ເກີນ 01 ປີ.
  • ສາງພາງສາມາດເກັບມ້ຽນສິນຄ້າ, ເຄື່ອງຂອງໄດ້ພາຍໃນກໍານົດ 01 ປີ, ນັບຕັ້ງແຕ່ມື້ບັນທຶກໃບແຈ້ງພາສີໂດຍສັງເຂບເປັນຕົ້ນໄປ ແລະ ສາມາດຕໍ່ອາຍຸໄດ້ຕື່ມ 01 ຄັ້ງ ບໍ່ເກີນ 01 ປີ.
  • ສາງອຸດສະຫະກໍາ ສາມາດເກັບມ້ຽນວັດຖຸສິ່ງຂອງໄດ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 11 ຂອງດຳລັດນາຍົກລັດຖະມົນຕີ 362/ນຍ, ລົງວັນທີ 19/10/2007 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ.
  • ສາງພິເສດສາມາດເກັບມ້ຽນສິນຄ້າ, ເຄື່ອງຂອງໄດ້ພາຍໃນກໍານົດ 01 ປີ, ນັບຕັ້ງແຕ່ມື້ບັນທຶກໃບແຈ້ງພາສີໂດຍສັງເຂບເປັນຕົ້ນໄປ ແລະ ສາມາດຕໍ່ອາຍຸ ໄດ້ຕື່ມ 01 ຄັ້ງ ບໍ່ເກີນ 01 ປີ.

   ໃນກໍລະນີເຈົ້າຂອງສິນຄ້າ ຫລື ຜູ້ຕາງໜ້າ ຫລື ຜູ້ປະກອບການສາງສິນຄ້າ, ເຄື່ອງຂອງມີຈຸດປະສົງຂໍຕໍ່ອາຍຸໃນການສືບຕໍ່ເກັບສິນຄ້າ, ເຄື່ອງຂອງໄວ້ ໃນລະບອບສາງໃດໜຶ່ງຕ້ອງຍື່ນຄຳຮ້ອງ ຕໍ່ລັດຖະການພາສີບ່ອນສາງຂຶ້ນກັບ ກ່ອນວັນໝົດອາຍຸ 30 ວັນ ໂດຍບໍ່ນັບວັນພັກລັດຖະການ.

  1. ໃນຂະນະທີ່ສິນຄ້າ, ເຄື່ອງຂອງທີ່ເກັບໄວ້ຢູ່ສາງສາມາດຂາຍ ຫລື ໂອນໄດ້ ແຕ່ຫ້າມເດັດຂາດບໍ່ໃຫ້ມີການຂາຍຍ່ອຍ, ຜູ້ນຳເຂົ້າ ຫລື ເຈົ້າຂອງສິນຄ້າ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ພາສີຊາບຢ່າງເປັນລາຍລັກອັກສອນກ່ຽວກັບການປ່ຽນກໍາມະສິດ. ສິນຄ້າທີ່ເກັບມ້ຽນຢູ່ໃນສາງ ສາມາດຖ່າຍໂອນໄປຍັງສາງ ເກັບສິນຄ້າແຫ່ງອື່ນທີ່ໄດ້ຮັບອະນຸຍາດ ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ. ເອກະສານທຸກຢ່າງກ່ຽວກັບການຖ່າຍໂອນສິນຄ້າ ຕ້ອງຍື່ນຕໍ່ລັດຖະການພາສີ.
  1. ການນຳສິນຄ້າອອກສາງເພື່ອສົ່ງອອກ ແມ່ນຕ້ອງໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ, ສຳລັບສິນຄ້າທີ່ນຳເຂົ້າ ໃນເວລາສົ່ງອອກຈະບໍ່ຖືກເກັບຄ່າພາສີ ແລະ ພັນທະອື່ນໆ ນຳເຂົ້າ ຫລື ຄ່າຊັກພິເສດຂາອອກ. ສ່ວນການສົ່ງອອກສິນຄ້າທີ່ຜະລິດພາຍໃນ ແມ່ນປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້. ສິນຄ້າທີ່ນຳອອກຈາກສາງ ເພື່ອການຊົມໃຊ້ພາຍໃນຈະຕ້ອງເສຍຄ່າພາສີ ແລະ ພັນທະອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ.
  2. ເຈົ້າໜ້າທີ່ພາສີ ຈະອະນຸຍາດໃຫ້ເຈົ້າຂອງສິນຄ້າ ທີ່ມີສິນຄ້າເກັບມ້ຽນຢູ່ສາງເຂົ້າກວດກາ ແລະ ເກັບຕົວຢ່າງສິນຄ້າຂອງຕົນ. ການເກັບຕົວຢ່າງສິນຄ້າ ຈະຕ້ອງລາຍງານໃຫ້ເຈົ້າໜ້າທີ່ພາສີຊາບ ແລະ ຈະໄດ້ຈ່າຍຄ່າພາສີ ແລະ ພັນທະອື່ນໆຖ້າມີລັກສະນະການຄ້າ ຫລື ມີມູນຄ່າສູງ.

   ເຈົ້າໜ້າທີ່ພາສີ ຈະອະນຸຍາດໃຫ້ເຈົ້າຂອງສິນຄ້າ ດໍາເນີນການຈັດສັນສິນຄ້າ ຊຶ່ງບໍ່ມີການປ່ຽນແປງລັກສະນະຕົ້ນຕໍຂອງສິນຄ້າ. ການປະຕິບັດດັ່ງກ່າວ   ແມ່ນລວມທັງການຮັກສາສິນຄ້າເຊັ່ນ: ການຮົມຄວັນ, ການຕາກແຫ້ງ, ການອານາໄມ, ການທົດສອບ ແລະ ການຈັດການແບບປົກກະຕິ (ການມ້າງຫີບໃຫຍ່, ຫຸ້ມຫໍ່ຄືນ, ຈັດລຽງ ແລະ ຈັດປະເພດ, ຕິດເຄື່ອງໝາຍ, ຕິດສະຫລາກ ຫລື ຕິດປ້າຍອື່ນໆ).

  1. ໃນກໍລະນີທີ່ພາສີ ພິສູດເຫັນວ່າສິນຄ້າທີ່ເກັບມ້ຽນໄວ້ ຢູ່ໃນລະບອບສາງຫາກຂາດຫາຍ ຫລື ບໍ່ສອດຄ່ອງຕາມບັນຊີ ທີ່ແຈ້ງໄວ້ໃນເບື້ອງຕົ້ນ, ເຈົ້າຂອງສິນຄ້າ ຫລື ຜູ້ປະກອບການຈະຕ້ອງຮັບຜິດຊອບ ຕໍ່ການຊຳລະຄ່າພາສີ ແລະ ພັນທະອື່ນໆ ຕາມທີ່ກໍານົດໄວ້ໃນມາດຕາ 36 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.

   ໃນກໍລະນີທີ່ພາສີພິສູດເຫັນວ່າ ສິນຄ້າທີ່ເກັບມ້ຽນໄວ້ຢູ່ໃນລະບອບສາງ ຖືກເສຍຫາຍຍ້ອນເຫດສຸດວິໃສ ຫລື ຍ້ອນສາເຫດອັນເນື່ອງມາຈາກ ທາດແທ້ຂອງສິນຄ້າເຊັ່ນ: ການເນົ່າເປື່ອຍ, ແຕກຫັກ, ບໍ່ເໝາະແກ່ການບໍລິໂພກ ຫລື  ຊົມໃຊ້. ພາຍຫລັງເຈົ້າໜ້າທີ່ພາສີຄຸ້ມຄອງສາງ ເຮັດບົດບັນທຶກ ຢັ້ງຢືນການເສຍຫາຍ ລັດຖະການພາສີຈະເປັນຜູ້ພິຈາລະນາອະນຸມັດ ການຍົກເວັ້ນໃຫ້ແກ່ສິນຄ້າທີ່ຖືກເສຍຫາຍດັ່ງກ່າວ.

   ລັດຖະການພາສີອາດອະນຸຍາດໃຫ້ທໍາລາຍສິນຄ້ານໍາເຂົ້າທີ່ເສຍຄຸນ, ໝົດຄຸນນະພາບ ແລະ ເນົ່າເປື່ອຍຢູ່ໃນສາງ, ສ່ວນສິນຄ້າຍັງເຫລືອທີ່ບໍ່ເສຍຄຸນ, ໝົດຄຸນນະພາບ ແລະ ເນົ່າເປື່ອຍຕ້ອງໄດ້ຊຳລະຄ່າພາສີ ແລະ ພັນທະອື່ນໆຕາມລະບຽບການ. ຂ້າງເທິງ

ມາດຕາ 11. ການສົ່ງອອກສິນຄ້າ, ເຄື່ອງຂອງຊົ່ວຄາວທົ່ວໄປ ແລະ ຈຳກັດ
   ການສົ່ງອອກສິນຄ້າ, ເຄື່ອງຂອງຊົ່ວຄາວທົ່ວໄປ ແລະ ຈໍາກັດທີ່ກໍານົດໄວ້ໃນມາດຕາ 37 ແລະ 38 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແມ່ນລະບຽບການນຳເອົາສິນຄ້າ,  ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ ໃນເວລາກັບຄືນປະເທດ ຖ້າຫາກມີການດັດແປງ, ເສີມແຕ່ງ ຫລື ເພີ້ມເຕີມອຸປະກອນໃດໜຶ່ງ ຕ້ອງໄດ້ເສຍພັນທະອື່ນໆ ຕາມລະບຽບການ ໂດຍຖືເອົາມູນຄ່າຂອງການດັດແປງ, ເສີມແຕ່ງ  ຫລື ມູນຄ່າວັດຖຸ, ສິ່ງຂອງຊື້ເພີ້ມເຂົ້າໃໝ່ນັ້ນ ເປັນພື້ນຖານໃນການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ ຕ້ອງປະຕິບັດຕາມລະບຽບການດັ່ງລຸ່ມນີ້:

  1. ສິນຄ້າ, ເຄື່ອງຂອງທີ່ສົ່ງອອກຊົ່ວຄາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ຂອງລັດຖະການພາສີ ພາຍໃນກໍານົດເວລາໃດໜຶ່ງຕ້ອງນຳເຂົ້າຄືນ ສປປ ລາວ.
  2. ສິນຄ້າ, ເຄື່ອງຂອງທີ່ໄດ້ນຳເຂົ້າຖືກຕ້ອງ ຕາມລະບຽບກົດໝາຍ ຖ້າມີຈຸດປະສົງຈະນຳອອກເປັນການຊົ່ວຄາວ ຈະຕ້ອງໄດ້ປະກອບເອກະສານສົ່ງອອກ ເພື່ອສະເໜີຕໍ່ລັດຖະການພາສີ.
  3. ສິນຄ້າ, ເຄື່ອງຂອງທົ່ວໄປທີ່ໄດ້ສົ່ງອອກຈາກ ສປປ ລາວ ໃນເວລາກັບເຂົ້າຄືນ ອາດຈະບໍ່ໄດ້ເສຍພາສີ ແລະ ພັນທະອື່ນໆ ຖ້າວ່າບໍ່ໄດ້ມີການດັດແກ້, ປຸງແຕ່ງ, ແກ້ໄຂ, ເສີມແຕ່ງ ຫລື ສ້ອມແປງຢູ່ນອກປະເທດ.
  4. ລະບຽບການຄຸ້ມຄອງສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ.

4.1. ການສົ່ງອອກສິນຄ້າ, ເຄື່ອງຂອງໃດໜຶ່ງເປັນການຊົ່ວຄາວ ຕ້ອງແມ່ນສິນຄ້າ, ເຄື່ອງຂອງທົ່ວໄປ ບໍ່ແມ່ນສິນຄ້າ, ເຄື່ອງຂອງປະເພດເກືອດຫ້າມ, ຖ້າເປັນສິນຄ້າ, ເຄື່ອງຂອງປະເພດຈຳກັດ ຕ້ອງໄດ້ຮັບອະນຸຍາດ ຈາກຂະແໜງການກ່ຽວຂ້ອງ.

4.2. ສິນຄ້າ, ເຄື່ອງຂອງ ສົ່ງອອກເປັນການຊົ່ວຄາວເປັນຈໍານວນຫຼາຍ ໃນເວລາກັບເຂົ້າຄືນ ສປປ ລາວ ອາດຈະນໍາເຂົ້າຄືນເປັນຫລາຍຖ້ຽວຈົນກ່ວາຈະຄົບ ຕາມຈຳນວນສົ່ງອອກ ແຕ່ສິນຄ້າ, ເຄື່ອງຂອງດັ່ງກ່າວຕ້ອງຢູ່ໃນສະພາບເດີມ  ແລະ ຕ້ອງຢູ່ພາຍໃນເວລາທີ່ລັດຖະການພາສີ ໄດ້ກໍານົດໃຫ້.

4.3. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວຕ້ອງນໍາກັບເຂົ້າຄືນຕາມສະພາບເດີມເຖິງແມ່ນວ່າຜູ້ນໍາກັບເຂົ້າຄືນບໍ່ແມ່ນບຸກຄົນດຽວກັນກັບຜູ້ທີ່ນໍາສິນຄ້າອອກໄປ.

4.4. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວຕ້ອງນໍາກັບເຂົ້າຄືນໄດ້ເຖິງແມ່ນວ່າຈະຖືກນໍາໃຊ້ແລ້ວ ຫຼື ເປ່ເພ ຫລື ເສື່ອມໂຊມໃນໄລຍະຢູ່ນອກປະເທດ.

4.5. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວສາມາດນໍາໄປປຸງແຕ່ງ, ສ້ອມແປງຢູ່ຕ່າງປະເທດເຊິ່ງເປັນການປົກປັກຮັກສາ ຫຼື ບໍາລຸງຮັກສາຖ້າວ່າມູນຄ່າ ສິນຄ້າ, ເຄື່ອງຂອງບໍ່ເພີ້ມຂຶ້ນ.

4.6. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ ວັດຖຸສິ່ງຂອງທີ່ເປັນວັດສະດຸຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ, ຕູ້ບັນຈຸສິນຄ້າ, ເຄື່ອງຂອງ, ຖານຮອງສິນຄ້າ, ເຄື່ອງຂອງໃນເວລານຳກັບເຂົ້າຄືນ ຖ້າຫາກວ່າສິນຄ້າ, ເຄື່ອງຂອງດັ່ງກ່າວ ຢູ່ໃນສະພາບເດີມບໍ່ຕ້ອງແຈ້ງພາສີ ແລະ ພັນທະອື່ນໆຄືນໃໝ່.

  1. ການຄຸ້ມຄອງສິນຄ້າ, ເຄື່ອງຂອງໃນເວລານຳກັບເຂົ້າຄືນ.

5.1. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ, ຖ້າບໍ່ມີການດັດແກ້, ປຸງແຕ່ງ, ແກ້ໄຂ, ເສີມແຕ່ງ ຫລື ສ້ອມແປງຢູ່ນອກປະເທດໃນເວລານໍາກັບເຂົ້າຄືນ ຈະບໍ່ໄດ້ເສຍພາສີ ແລະ ພັນທະອື່ນໆ ແລະ ໃຫ້ນຳເຂົ້າມາຕາມກໍານົດເວລາທີ່ລັດຖະການພາສີກໍານົດໃຫ້.

5.2. ສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ ໃນເວລານໍາກັບເຂົ້າຄືນ ພາຍຫຼັງໄດ້ຮັບການດັດແກ້, ປຸງແຕ່ງ, ແກ້ໄຂ, ເສີມແຕ່ງ ຫລື ສ້ອມແປງຢູ່ນອກປະເທດ ຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໆ ຕາມມູນຄ່າການດັດແກ້, ປຸງແຕ່ງ, ແກ້ໄຂ, ເສີມແຕ່ງ ຫຼື ສ້ອມແປງ.

5.3. ໃນກໍລະນີສິນຄ້າ, ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ ເພື່ອດັດແກ້, ປຸງແຕ່ງ, ແກ້ໄຂ, ເສີມແຕ່ງ ຫລື ສ້ອມແປງ ຍັງຢູ່ໃນເວລາມີການຮັບປະກັນສິນຄ້າ, ເຄື່ອງຂອງດັ່ງກ່າວ ເວລານຳກັບເຂົ້າຄືນບໍ່ຕ້ອງເສຍຄ່າພາສີ ແລະ ພັນທະອື່ນໆ, ແຕ່ຜູ້ນຳເຂົ້າຕ້ອງສະເໜີໜັງສືຢັ້ງຢືນ ກ່ຽວກັບໄລຍະຂອງການຮັບປະກັນສິນຄ້າ, ເຄື່ອງຂອງຕໍ່ເຈົ້າໜ້າທີ່ພາສີ.

  1. ເຄື່ອງຂອງສົ່ງອອກເປັນການຊົ່ວຄາວ ຂອງນັກທ່ອງທ່ຽວ.
    ເຄື່ອງໃຊ້ສ່ວນຕົວຂອງນັກທ່ອງທ່ຽວ ຫລື ຜູ້ໂດຍສານເດີນທາງອອກ ຖ້າບໍ່ແມ່ນເຄື່ອງຂອງຈໍາກັດ ຫລື ຫ້າມສົ່ງອອກ ຈະບໍ່ໄດ້ເສຍຄ່າຊັກພິເສດຂາອອກ ຫລື ບໍ່ແຈ້ງພາສີເປັນລາຍລະອຽດ.

   ໃນກໍລະນີນັກທ່ອງທ່ຽວ ຫລື ຜູ້ໂດຍສານທີ່ເດີນທາງອອກນອກປະເທດມີຄວາມຕ້ອງການແຈ້ງລາຍການເຄື່ອງຂອງຕິດຕົວຂອງຕົນ ເພື່ອເປັນຫລັກຖານຢັ້ງຢືນ ເວລານຳກັບເຂົ້າມາຄືນ, ສາມາດແຈ້ງລົງໃນແບບພິມຂອງລັດຖະການພາສີທີ່ກໍານົດໄວ້. ຂ້າງເທິງ

ມາດຕາ 12. ການຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆທົ່ວໄປ
   ການຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆທົ່ວໄປ ຕາມທີ່ກໍານົດໄວ້ໃນມາດຕາ 43 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແລະ ມາດຕາ 16 ຂອງດຳລັດນາຍົກລັດຖະມົນຕີວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:

  1. ຜູ້ທີ່ເດີນທາງເຂົ້າມາໃນ ສປປ ລາວ ໃນລັກສະນະທ່ອງທ່ຽວ, ຢ້ຽມຢາມ, ທາງລັດຖະການ ຫລື ສຳ ເລັດການສຶກສາ ແລະ ປະຕິບັດໜ້າທີ່ຢູ່ຕ່າງປະເທດ ທີ່ມີສິນຄ້າ, ເຄື່ອງຂອງນຳເຂົ້າມາເກີນຈຳນວນ ແລະ ມູນຄ່າທີ່ຈະໄດ້ຮັບນະໂຍບາຍໃຫ້ຍົກເວັ້ນພາສີ ແລະ ພັນທະອື່ນໆທີ່ກໍານົດໄວ້້ ໃນມາດຕາ 16 ຂອງດຳລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ຕາມແບບຟອມດັ່ງລາຍລະອຽດລຸ່ມນີ້:
  • ສິນຄ້າ, ເຄື່ອງຂອງທົ່ວໄປ ທີ່ມີລັກສະນະການຄ້າ ຫລື ມີມູນຄ່າເກີນ 50 ໂດລາສະຫະລັດ (ຫ້າສິບໂດລາສະຫະລັດ).
  • ວັດຖຸມີຄ່າອື່ນໆ: ເງິນຕາຕ່າງປະເທດ, ເຄື່ອງປະດັບເອ້ຢ້ອງ (ຄຳ,ເພັດ...) ມູນຄ່າເກີນ 5.000 ໂດລາສະຫະລັດ (ຫ້າພັນໂດລາສະຫະລັດ) ຫລື ເກີນ ຈຳນວນທີ່ທະນາຄານແຫ່ງ ສປປ ລາວ ກໍານົດໄວ້.
  • ເຫລົ້າ ຫລື ເຄື່ອງດື່ມທີ່ມີທາດເຫົ້ລາທຸກຊະນິດ ບໍລິມາດເກີນຈຳນວນ 2 ລິດ.
  • ຢາສູບທຸກຊະນິດເກີນ 1 ຕຸດ (200ກອກ), ຢາສູບຊີກາເກີນ 50 ກອກ ຫລື ໃບຢາສູບເກີນ 250 ກຣາມ.
  • ນໍ້າຫອມ ແລະ ຫົວນໍ້າຫອມເກີນຊະນິດລະໜຶ່ງຢ່າງ.
  • ກ້ອງຖ່າຍຮູບ, ວີດີໂອເກີນຊະນິດລະໜຶ່ງໜ່ວຍ ແລະ ຟິມຖ່າຍຮູບເກີນ 10 ມ້ວນ, ແຜ່ນບັນທຶກຂໍ້ມູນ (Memory Card) ເກີນ 02 ອັນ.
  • ຄອມພິວເຕີເກີນ 01 ຊຸດ (ໜ່ວຍ).
  • ໂທລະສັບມືຖືເກີນ 02 ໜ່ວຍ.
  1. ເຄື່ອງຮັບໃຊ້ ແລະ ພາຫະນະວິຊາສະເພາະ ຮັບໃຊ້ເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ (ນອກຈາກພາຫະນະທົ່ວໄປ ຮັບໃຊ້ວຽກງານບໍລິຫານ ຕ້ອງໄດ້ຮັບອະນຸມັດຈາກລັດຖະບານ), ໃນການຈັດຕັ້ງປະຕິບັດຕົວຈິງກະຊວງກ່ຽວຂ້ອງ ຕ້ອງໄດ້ສະເໜີມາຍັງກະຊວງການເງິນ ເພື່ອພິຈາລະນາອະນຸມັດ ແລ້ວໃຫ້ກົມພາສີເປັນຜູ້ຄຸ້ມຄອງ ແລະ ອອກໃບອະນຸຍາດຍົກເວັ້ນ.
  2. ເຄື່ອງຂອງສ່ວນຕົວຂອງນັກການທູດ, ພະນັກງານລັດຖະກອນ ແລະ ນັກສຶກສາ.
  • ສຳລັບນັກການທູດລາວທີ່ປະຕິບັດໜ້າທີ່ຢູ່ຕ່າງປະເທດ ເວລາກັບຄືນມາຈະໄດ້ຮັບນະໂຍບາຍຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆໃນການນຳເຄື່ອງຂອງ ສ່ວນຕົວເຂົ້າມາຊະນິດລະຢ່າງ ແລະ ຈະໄດ້ຮັບນະໂຍບາຍດັ່ງກ່າວໜຶ່ງຄັ້ງຕະຫລອດໄລຍະການປະຕິບັດໜ້າທີ່ ຢູ່ຕ່າງປະເທດ.
  • ສຳລັບພະນັກງານລັດຖະກອນຂອງລັດທີ່ໄດ້ຮັບການແຕ່ງຕັ້ງໄປທັດສະນະສຶກສາ, ຝຶກງານ, ຍົກລະດັບ ຢູ່ຕ່າງປະເທດ ໄລຍະແຕ່ສາມເດືອນຂຶ້ນໄປ ຈະໄດ້ຮັບນະໂຍບາຍຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ໃນການນຳເຄື່ອງຂອງສ່ວນຕົວເຂົ້າມາ ບໍ່ເກີນສາມຢ່າງ ຢ່າງລະໜຶ່ງອັນ ແລະ ຈະໄດ້ຮັບນະໂຍ ບາຍໜຶ່ງຄັ້ງຕໍ່ປີ.
  • ສຳລັບນັກຮຽນ, ນັກສຶກສາທີ່ໄປສຶກສາຢູ່ຕ່າງປະເທດ ຈະໄດ້ຮັບນະໂຍບາຍຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ໃນການນຳເຄື່ອງຂອງສ່ວນຕົວບາງຊະນິດ ເຂົ້າມາບໍ່ເກີນສາມຢ່າງ ຢ່າງລະໜຶ່ງອັນ ແລະ ຈະໄດ້ຮັບນະໂຍບາຍດັ່ງກ່າວ ຫລັງຈາກສຳເລັດຫລັກສູດການສຶກສາ.

   ສ່ວນພາຫະນະສ່ວນຕົວ ທີ່ຂັບເຄື່ອນດ້ວຍແຮງຈັກຂອງນັກການທູດລາວ, ລັດຖະກອນ, ນັກຮຽນ, ນັກສຶກສາທີ່ນໍາເຂົ້າມາຈະຕ້ອງໄດ້ເສຍຄ່າພາສີ ແລະ ພັນທະອື່ນໆຕາມລະບຽບການ.

  1. ເຄື່ອງຮັບໃຊ້ອັນຈຳເປັນໃຫ້ແກ່ການສຶກສາ ແລະ ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການຄົ້ນຄ້ວາວິທະຍາສາດນຳເຂົ້າ ເພື່ອການທົດລອງທີ່ບໍ່ມີລັກສະນະ ທາງການຄ້າເຊັ່ນ: ເຄື່ອງອຸປະກອນການທົດລອງ-ວິໃຈ, ສານເຄມີ ເພື່ອການທົດລອງ-ວິໃຈ, ປຶ້ມຄູ່ມື ຫລື ຕຳລາຮຽນ, ວາລະສານ ແລະອື່ນໆ ເພື່ອການຄົ້ນຄວ້າ-ວິໃຈ.
  2. ນໍ້າມັນເຊື້ອໄຟ ທີ່ຮັບໃຊ້ການບິນລະຫວ່າງຊາດ ຂອງເຮືອບິນລາວ ແລະ ເຮືອບິນຕ່າງປະເທດ ບົນພື້ນຖານການຕົກລົງ ຫລື ຕອບແທນຊຶ່ງກັນ ແລະ ກັນ.
  3. ນໍ້າມັນເຊື້ອໄຟຄ້າງຖັງ ສະເພາະລົດຂົນສົ່ງ-ໂດຍສານ ທີ່ມາຈາກຕ່າງປະເທດບໍ່ເກີນ 200 ລິດ (ສອງຮ້ອຍລິດ), ສຳລັບລົດສ່ວນຕົວບໍ່ເກີນ 80 ລິດ (ແປດສິບລິດ) ຕໍ່ຄັນຕໍ່ຖ້ຽວ.
  4. ເຄື່ອງຂອງຕົວຢ່າງ ທີ່ບໍ່ມີມູນຄ່າທາງການຄ້າ ບໍ່ເກີນຊະນິດລະຢ່າງ.
  5. ເຄື່ອງຮັບໃຊ້ອັນຈຳເປັນບາງຊະນິດ ທາງສາສະໜາທີ່ນຳເຂົ້າໂດຍພະສົງ ຫລື ນັກບວດເຊັ່ນ: ເຄື່ອງນຸ່ງຫົ່ມຂອງພະສົງ ຫລື ນັກບວດ, ເຄື່ອງຮັບໃຊ້ ໃນພິທີທາງສາສະໜາ, ສຳລັບວັດຖຸອຸປະກອນທີ່ນຳມາກໍ່ສ້າງສະຖານທີ່ທາງສາສະໜາ ຕ້ອງໄດ້ສະເໜີໄປຍັງລັດຖະການພາສີ ເພື່ອພິຈາລະນາ ໂດຍມີການເຊັນຢັ້ງຢືນຈາກພາກສ່ວນກ່ຽວຂ້ອງເຊັ່ນ: ອຳນາດການປົກຄອງ, ແນວລາວສ້າງຊາດ, ອົງການພຸດທະສາສະໜາສຳພັນລາວ ທຸກໆຂັ້ນ, ສ່ວນພະພຸຸດທະຮູບ ແລະ ວັດຖຸສິ່ງຂອງທາງສາສະໜາ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງຖະແຫລງຂ່າວ ແລະ ວັດທະນະທໍາ ແລະ ພາກສ່ວນກ່ຽວຂ້ອງ.
  6. ຂອງຂວັນ, ເຄື່ອງຊ່ວຍເຫລືອ (ລວມທັງເຄື່ອງຊ່ວຍເຫລືອເພື່ອມະນຸດສະທໍາ) ຫລື ກູ້ຢືມຈາກຕ່າງປະເທດ ໃຫ້ແກ່ລັດຖະບານ ສປປ ລາວ ຕ້ອງມີການ ຢັ້ງຢືນຈາກອົງການຈັດຕັ້ງ ຫລື ລັດຖະບານທີ່ກ່ຽວຂ້ອງ ໂດຍມີໜັງສືຢັ້ງຢືນຮັບຮອງ ຈາກກະຊວງການຕ່າງປະເທດ ຫລື ກະຊວງແຜນການ ແລະ ການລົງທຶນ ແລະ ຈາກຂະແໜງການກ່ຽວຂ້ອງ.
  7. ການຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆທີ່ບໍ່ໄດ້ກໍານົດໄວ້ ໃນມາດຕາ 43, 44 ແລະ 45 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ແລະ ມາດຕາ 16 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19/10/2007 ແມ່ນຈະໄດ້ປະຕິບັດຕາມນະໂຍບາຍ ຂອງລັດຖະບານເປັນແຕ່ລະກໍລະນີ. ຂ້າງເທິງ

ມາດຕາ 13. ລະບຽບການທາງພາສີກ່ຽວກັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
   ລະບຽບການພາສີກ່ຽວກັບເຂດເສດຖະກິດພິເສດ ເຂດເສດຖະກິດສະເພາະ ແລະ ເຂດປອດພາສີຕາມທີ່ກໍານົດໄວ້ໃນມາດຕາ 46 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ   05/ສພຊ, ລົງວັນທີ 20/05/2005 ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:

  1. ລະບຽບການທາງພາສີ ກ່ຽວກັບເຂດເສດຖະກິດພິເສດ
  • ເຂດເສດຖະກິດພິເສດແມ່ນພື້ນທີ່ ທີ່ລັດຖະບານຈັດສັນໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ດຳເນີນທຸລະກິດ ການຜະລິດ, ອຸດສາຫະກໍາ, ການຄ້າ ແລະ ການບໍລິການ. ທຸກການເຄື່ອນໄຫວໃນເຂດດັ່ງກ່າວ ແມ່ນໄດ້ຮັບການສົ່ງເສີມ, ຄຸ້ມຄອງດ້ວຍ ກົດໝາຍ ແລະ ດ້ວຍນະໂຍບາຍສະເພາະ.
  • ສິນຄ້າ, ເຄື່ອງຂອງທີ່ຈະນຳເຂົ້າໄປໃນເຂດເສດຖະກິດພິເສດ ຈະຕ້ອງດຳເນີນການແຈ້ງພາສີໂດຍສັງເຂບຢູ່ດ່ານພາສີບ່ອນສິນຄ້ານຳເຂົ້າ, ສ່ວນການແຈ້ງ ພາສີເປັນລາຍລະອຽດແມ່ນດຳເນີນການຢູ່ໜ່ວຍງານພາສີປະຈຳເຂດເສດຖະກິດພິເສດດັ່ງກ່າວ.
  • ໃນເມື່ອສິນຄ້າ, ເຄື່ອງຂອງ ນຳເຂົ້າໃນເຂດເສດຖະກິດພິເສດແລ້ວ ຄ່າພາສີ ແລະ ພັນທະອື່ນໆ ແມ່ນຈະຖືກງົດເກັບ.
  • ສິນຄ້າ, ເຄື່ອງຂອງ ນຳເຂົ້າໃນເຂດເສດຖະກິດພິເສດ ຈະບໍ່ຢູ່ພາຍໃຕ້ການຄຸ້ມຄອງ ຢ່າງເປັນປົກກະຕິຂອງເຈົ້າໜ້າທີ່ພາສີ ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ພາສີ ກໍ່ສາມາດດຳເນີນການກວດກາໄດ້ ເພື່ອຮັບປະກັນວ່າກິດຈະກໍາຕ່າງໆພາຍໃນເຂດ ໄດ້ປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບການອະນຸມັດຂອງລັດຖະບານ.
  • ໂດຍໃຫ້ສອດຄ່ອງກັບມາດຕາ 46 ການນຳເອົາສິນຄ້າ, ເຄື່ອງຂອງອອກຈາກເຂດເສດຖະກິດພິເສດ ເພື່ອການຊົມໃຊ້ພາຍໃນຈະຕ້ອງປະຕິບັດໃຫ້ສອດ ຄ່ອງກັບມາດຕາ 7 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005.
  1. ລະບຽບການທາງພາສີກ່ຽວກັບເຂດເສດຖະກິດສະເພາະ
  • ເຂດເສດຖະກິດສະເພາະແມ່ນເຂດທີ່ກໍານົດໂດຍລັດຖະບານ ເພື່ອນຳໃຊ້ສຳລັບຈຸດປະສົງພິເສດດ້ານເສດຖະກິດແນໃສ່ພັດທະນາເສດຖະກິດເຂດທີ່ຫ່າງໄກ ສອກຫລີກຢູ່ລຽບຊາຍແດນ, ລັດຖະບານຈະກໍານົດເນື້ອໃນ ແລະ ເງື່ອນໄຂປະຕິບັດສຳລັບການບໍລິຫານຄຸ້ມຄອງ ແລະ ການດຳເນີນງານ ໃນເຂດນີ້.
  • ສິນຄ້າ, ເຄື່ອງຂອງນຳເຂົ້າໃນເຂດເສດຖະກິດສະເພາະ ຈະຕ້ອງດຳເນີນການແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີບ່ອນສິນຄ້ານຳເຂົ້າ.

   ໃນເມື່ອສິນຄ້າ, ເຄື່ອງຂອງນໍາເຂົ້າໃນເຂດເສດຖະກິດສະເພາະແລ້ວ ຈະຕ້ອງປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ນະໂຍບາຍຂອງລັດຖະບານ ທີ່ໄດ້ກໍານົດສະເພາະເຂດນີ້ ໂດຍໃຫ້ສອດຄ່ອງກັບມາດຕາ 46 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນ ທີ 20/05/2005 ກ່ຽວກັບ ການນຳເອົາສິນຄ້າ, ເຄື່ອງຂອງອອກຈາກເຂດເສດຖະກິດສະເພາະ ເພື່ອການຊົມໃຊ້ພາຍໃນຈະຕ້ອງປະຕິບັດໃຫ້ສອດຄ່ອງກັບມາດຕາ 7 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005. ຂ້າງເທິງ

ມາດຕາ 14. ເຂດ ແລະ ຮ້ານຄ້າປອດພາສີ
   ລະບຽບການກ່ຽວກັບເຂດ ແລະ ຮ້ານຄ້າປອດພາສີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 47 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20/05/2005 ຕ້ອງປະຕິບັດຕາມລະບຽບການລຸ່ມນີ້:

1. ການສ້າງຕັ້ງເຂດປອດພາສີ

  • ເຂດປອດພາສີແມ່ນພື້ນທີ່ ທີ່ລັດຖະບານຕົກລົງສ້າງຕັ້ງຂຶ້ນໃນອານາເຂດພາສີ ເພື່ອໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດດຳເນີນທຸລະກິດ ແລະ ບໍລິການປອດພາສີ ຕາມລະບຽບການສະເພາະ.
  • ສິນຄ້າ, ເຄື່ອງຂອງທີ່ນຳເຂົ້າມາຈຳໜ່າຍ ໃນເຂດປອດພາສີຈະຖືກງົດເກັບພາສີ ແລະ ພັນທະອື່ນໆ ແລະ ບໍ່ຢູ່ພາຍໃຕ້ການຄວບຄຸມຢ່າງປົກກະຕິຂອງ ເຈົ້າໜ້າທີ່ພາສີ; ໃນກໍລະນີຈຳເປັນເຈົ້າໜ້າທີ່ພາສີກໍ່ສາມາດດຳເນີນການກວດກາໄດ້ ເພື່ອຮັບປະກັນວ່າກິດຈະກໍາຕ່າງໆ ພາຍໃນເຂດປອດພາສີ ໄດ້ປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບການອະນຸມັດຂອງລັດຖະບານ.
  • ສິນຄ້າ, ເຄື່ອງຂອງທີ່ຈະນຳເຂົ້າໄປໃນເຂດປອດພາສີ ຈະຕ້ອງດຳເນີນການແຈ້ງພາສີຢູ່ດ່ານບ່ອນນຳເຂົ້າ ຕາມລະບອບງົດເກັບພາສີ ແລະ ອອກເອກະ ສານ, ຄວບຄຸມການເຄື່ອນຍ້າຍຈາກດ່ານພາສີຊາຍແດນໄປຍັງເຂດປອດພາສີ ໂດຍເຈົ້າໜ້າທີ່ພາສີ.
  • ສິນຄ້າ, ເຄື່ອງຂອງທີ່ນຳອອກຈາກເຂດປອດພາສີ ເພື່ອຊົມໃຊ້ພາຍໃນປະເທດທີ່ມີຈຳນວນເກີນກວ່າລະບຽບການກໍານົດໄວ້ໃນມາດຕາ 12 ຂອງບົດແນະນຳ ສະບັບນີ້ຈະໄດ້ເສຍພາສີ ແລະ ພັນທະອື່ນໆຕາມລະບຽບການທົ່ວໄປ ໂດຍແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີຜູ້ຮັບຜິດຊອບເຂດປອດພາສີ.
  1. ການສ້າງຕັ້ງຮ້ານຄ້າປອດພາສີ
  • ການສ້າງຕັ້ງຮ້ານຄ້າປອດພາສີ ສາມາດສ້າງຕັ້ງຂຶ້ນຢູ່ສະໜາມບິນສາກົນ ແລະ ດ່ານສາກົນອື່ນໆ ຫລື ສະຖານທີ່ສະເພາະໃດໜຶ່ງໂດຍແມ່ນລັດຖະມົນຕີ ວ່າການກະຊວງການເງິນເປັນຜູ້ອະນຸມັດ ເພື່ອບໍລິການຮັບໃຊ້ໃຫ້ແກ່ຜູ້ໂດຍສານຂາອອກ ຫລື ນັກການທູດ, ຊ່ຽວຊານຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນຕ່າງໆປະຈຳ ສປປ ລາວ.
  • ການກໍ່ສ້າງ ຫລື ເຊົ່າອາຄານເພື່ອຕັ້ງເປັນຮ້ານຄ້າປອດພາສີຕ້ອງໃຫ້ສອດຄ່ອງກັບແຜນຜັງທີ່ຮັບຮອງດ້ານເຕັກນິກຂອງພາກສ່ວນກ່ຽວຂ້ອງ ແລະ ໄດ້ຮັບ ການເຫັນດີຈາກກະຊວງການເງິນ.
  • ສິນຄ້າ, ເຄື່ອງຂອງທີ່ຈຳໜ່າຍຢູ່ໃນຮ້ານຄ້າປອດພາສີຈະຖືກງົດເກັບພາສີ ແລະ ພັນທະອື່ນໆ ແລະ ຢູ່ພາຍໃຕ້ການຄວບຄຸມຢ່າງປົກກະຕິຂອງເຈົ້າໜ້າ ທີ່ພາສີ.

2.1. ເງື່ອນໄຂຂອງຜູ້ດໍາເນີນທຸລະກິດຮ້ານຄ້າປອດພາສີ

  • ມີໃບອະນຸຍາດລົງທືນພາຍໃນ ຫລື ຕ່າງປະເທດ.
  • ມີໃບອະນຸຍາດດຳເນີນທຸລະກິດ.
  • ມີໃບທະບຽນສ່ວຍສາອາກອນ.
  • ມີຖານະການເງິນທີ່ພຽງພໍເພື່ອຮັບປະກັນສະໜອງສິ່ງອຳນວຍຄວາມສະດວກ, ອຸປະກອນ, ພະນັກງານ ແລະ ການບໍລິການທີ່ຈຳເປັນເພື່ອດຳເນີນທຸລະກິດ ຮ້ານຄ້າປອດພາສີ.

2.2. ການສະເໜີສ້າງຕັ້ງຮ້ານຄ້າປອດພາສີ
ຜູ້ມີຈຸດປະສົງຢາກດໍາເນີນທຸລະກິດຮ້ານຄ້າປອດພາສີ ຕ້ອງຍື່ນໃບສະເໜີມາຍັງກົມພາສີ ໂດຍຄັດຕິດບັນດາເອກະສານຕ່າງໆ ທີ່ກໍານົດໄວ້ຢູ່ໃນຂໍ້ 2.1 ຂ້າງເທິງນີ້ພ້ອມດ້ວຍ ບັນດາເອກະສານຕ່າງໆລຸ່ມນີ້ ເພື່ອພິຈາລະນານຳສະເໜີ ລັດຖະມົນຕີວ່າການກະຊວງການເງິນ ພິຈາລະນາຕົກລົງຄື:

  • ບົດວິພາກເສດຖະກິດເຕັກນິກການດຳເນີນທຸລະກິດຮ້ານຄ້າປອດພາສີ.
  • ມີໃບຢັ້ງຢືນ ຫລື ຜົນການກວດກາຂອງເຈົ້າໜ້າທີ່ພາສີ ແລະ ຂະແໜງການທີ່ກ່ຽວຂ້ອງກ່ຽວກັບມາດຕະຖານຂອງຮ້ານຄ້າປອດພາສີ, ສະຖານທີ່ຕັ້ງ, ລະບົບ ສາງ, ແລະ ລະບົບປ້ອງກັນຄວາມປອດໄພຕ່າງໆ.
  • ຮ່າງສັນຍາຄ້ຳປະກັນ ໃນການເຄື່ອນໄຫວດຳເນີນທຸລະກິດ ນຳລັດຖະການພາສີ.

2.3. ຄວາມຮັບຜິດຊອບຂອງຜູ້ດໍາເນີນທຸລະກິດຮ້ານຄ້າປອດພາສີ

  • ຕ້ອງປະຕິບັດລະບຽບກົດໝາຍວ່າດ້ວຍພາສີ ແລະ ຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
  • ການນຳເອົາສິນຄ້າ, ເຄື່ອງຂອງເຂົ້າຮ້ານຄ້າປອດພາສີ ຕ້ອງແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີຕົ້ນທາງຕາມລະບອບໃບແຈ້ງພາສີທີ່ລັດຖະການພາສີ ກໍານົດໄວ້ ແລະ ຢູ່ພາຍໃຕ້ການຄວບຄຸມການເຄື່ອນຍ້າຍຈາກດ່ານພາສີຕົ້ນທາງໄປຍັງສາງເກັບມ້ຽນສິນຄ້າຂອງຮ້ານຄ້າປອດພາສີ ໂດຍເຈົ້າໜ້າທີ່ພາສີ.
  • ຮັບປະກັນ ແລະ ຄຸ້ມຄອງຢ່າງເຂັ້ມງວດ ບໍ່ໃຫ້ສິນຄ້າໃນຮ້ານຄ້າປອດພາສີ (ກໍ່ຄືໃນສາງເກັບມ້ຽນສິນຄ້າ) ຮົ່ວໄຫຼເຂົ້າສູ່ຕະຫຼາດພາຍໃນ.
  • ຖ້າຕ້ອງການຊົມໃຊ້ພາຍໃນຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໆ.
  • ທຸກຊະນິດສິນຄ້າ, ເຄື່ອງຂອງທີ່ວາງຂາຍໃນຮ້ານຄ້າປອດພາສີ ກໍ່ຄືຢູ່ໃນສາງເກັບມ້ຽນສິນຄ້າ ຕ້ອງຈ້ຳກາ ຫລື ຕິດເຄື່ອງໝາຍຮ້ານຄ້າປອດພາສີ ແລະ ຕິດສະແຕມປອດພາສີ.
  • ການຂາຍສິນຄ້າ, ເຄື່ອງຂອງຕ້ອງອອກໃບຮັບເງິນຂອງຂະແໜງສ່ວຍສາອາກອນອອກໃຫ້ທຸກຄັ້ງ ພ້ອມລະບຸຂໍ້ມູນຂອງຜູ້ຊື້ຕາມລະບຽບການຂອງລັດຖະການ ພາສີກໍານົດອອກເພື່ອຕິດຕາມ ແລະ ສະສາງການແຈ້ງພາສີໃນເວລານຳເຂົ້າ.
  • ມີລະບົບບັນຊີຕິດຕາມສິນຄ້າ, ເຄື່ອງຂອງຊຶ່ງຮັບປະກັນໃຫ້ແກ່ການຄຸ້ມຄອງ ການຊື້ເຂົ້າ-ຂາຍອອກ ແລະ ການສະຫລຸບປະຈຳວັນ, ອາທິດ, ເດືອນ, ງວດ ແລະ ປີ.
  • ສາງຂອງຮ້ານຄ້າປອດພາສີ ຕ້ອງມີກຸນແຈ 2 ໜ່ວຍ, ໜ່ວຍໜຶ່ງ ແມ່ນເຈົ້າຂອງສາງເປັນຜູ້ເກັບມ້ຽນ ແລະ  ອີກໜຶ່ງໜ່ວຍ ແມ່ນເຈົ້າໜ້າທີ່ພາສີບ່ອນກ່ຽວຂ້ອງ ເປັນຜູ້ເກັບມ້ຽນຮັກສາ ແລະ ການເປີດ ຫລື ປິດ ຕ້ອງມີໜ້າທັງສອງຝ່າຍ.
  • ຫ້າມບໍ່ໃຫ້ນຳເອົາສິນຄ້າ, ເຄື່ອງຂອງ ທີ່ບໍ່ນອນໃນບັນຊີທີ່ໄດ້ຮັບອະນຸຍາດ ຈາກລັດຖະການພາສີມາວາງຂາຍ ຢ່າງເດັດຂາດ.
  • ຖ້າເກີດການລັກລອບນຳເອົາສິນຄ້າ, ເຄື່ອງຂອງຈາກສາງ ຫລື ຮ້ານຄ້າປອດພາສີມາຈຳໜ່າຍ ພາຍໃນປະເທດ ແມ່ນເປັນການລະເມີດລະບຽບກົດໝາຍ ວ່າດ້ວຍພາສີ, ສຳລັບສິນຄ້າ, ເຄື່ອງຂອງທີ່ລັກລອບນຳເຂົ້າຕ້ອງເສຍພາສີ ແລະ ພັນທະອື່ນໆໃຫ້ຄົບຖ້ວນພ້ອມທັງເສຍຄ່າປັບໃໝສອງເທົ່າຂອງຄ່າພາສີ ແລະ ພັນທະອື່ນໆ, ສຳລັບຜູ້ດຳເນີນທຸລະກິດຈະໄດ້ຖືກກ່າວເຕືອນ ບັນທຶກການກະທໍາຜິດ, ໃນກໍລະນີລະເມີດເປັນຄັ້ງທີສອງລັດຖະການພາສີ ຈະໄດ້ພິຈາລະນາປະຕິບັດຕາມລະບຽບກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການດຳເນີນທຸລະກິດ ແລະ ລະບຽບກົດໝາຍອື່ນໆ ທີ່ກ່ຽວຂ້ອງຕາມກໍລະນີໜັກ ຫລື ເບົາ.
  • ໃນກໍລະນີສິນຄ້າ, ເຄື່ອງຂອງທີ່ເກັບມ້ຽນໄວ້ຢູ່ໃນສາງ ຫລື ຮ້ານຄ້າປອດພາສີຖືກເສຍຫາຍ ຍ້ອນເຫດສຸດວິໃສ  ຫລື ຍ້ອນສາເຫດອັນເນື່ອງມາຈາກຄຸນນະພາບ ຂອງສິນຄ້າ, ເຄື່ອງຂອງເຊັ່ນ: ມີການເສຍຄຸນ, ເນົ່າເປື່ອຍ, ເປ່ເພ, ແຕກຫັກ ແລະອື່ນໆ ຕ້ອງໄດ້ສະເໜີຕໍ່ ເຈົ້າໜ້າທີ່ພາສີຜູ້ຮັບຜິດຊອບ ເພື່ອປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ໃນການກວດກາ ແລະ ຢັ້ງຢືນນຳໄປເປັນຫຼັກຖານ ໃຫ້ລັດຖະການພາສີພິຈາລະນາ ສະສາງອອກຈາກບັນຊີ ແລະ ທໍາລາຍຖິ້ມ ຫລື ນຳອອກຄືນ.
  • ຜູ້ດຳເນີນທຸລະກິດຮ້ານຄ້າປອດພາສີຕ້ອງຮັບຜິດຊອບຕໍ່ຄ່າໃຊ້ຈ່າຍກ່ຽວກັບການດຳເນີນງານ, ການບົວລະບັດຮັກສາ ແລະ ການສ້ອມແປງຮ້ານຄ້າ ປອດພາສີ. ນອກນັ້ນຍັງຕ້ອງຮັບຜິດຊອບ ກ່ຽວກັບຄ່າໃຊ້ຈ່າຍ ໃນການອຳນວຍຄວາມສະດວກ ທາງດ້ານສະຖານທີ່, ອຸປະກອນຮັບໃຊ້ ສຳລັບການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ພາສີ ລວມທັງສະຖານທີ່ກວດກາສິນຄ້າ, ເຄື່ອງຂອງ.

2.4. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີ

  • ຄວບຄຸມ, ຄຸ້ມຄອງ ແລະ ກວດກາຢ່າງເປັນປົກກະຕິຕໍ່ສິນຄ້າ, ເຄື່ອງຂອງໃນສາງ ແລະ ຮ້ານຄ້າປອດພາສີ.
  • ຮັບແຈ້ງ ແລະ ເຂົ້າປຶ້ມຕິດຕາມສິນຄ້າ, ເຄື່ອງຂອງເຂົ້າສາງ ແລະ ຮ້ານຄ້າປອດພາສີ.
  • ຮັບແຈ້ງ ແລະ ເຂົ້າປຶ້ມຕິດຕາມການຈໍາໜ່າຍສິນຄ້າ, ເຄື່ອງຂອງອອກຈາກຮ້ານຄ້າປອດພາສີ.
  • ຮັບຜິດຊອບກຸນແຈສາງ ແລະ ການເປີດ-ປິດສາງສິນຄ້າ, ເຄື່ອງຂອງປອດພາສີ.
  • ຕ້ອງສະຫຼຸບການນໍາສິນຄ້າ, ເຄື່ອງຂອງເຂົ້າສາງ-ອອກສາງ ແລະ ຮ້ານຄ້າປອດພາສີປະຈໍາວັນ, ອາທິດ, ເດືອນ, ງວດ ແລະ ປະຈໍາປີ.
  • ສະສາງບັນຊີລະຫວ່າງການຈໍາໜ່າຍ ແລະ ການແຈ້ງພາສີເປັນລາຍລະອຽດ ໃນເວລານໍາເຂົ້າ. ຂ້າງເທິງ

ມາດຕາ 15. ການຈັດຕັ້ງປະຕິບັດ
   ກົມພາສີມີໜ້າທີ່ໃນການອອກລະບຽບການລະອຽດ ໃນການຈັດຕັ້ງຜັນຂະຫຍາຍບົດແນະນໍາສະບັບນີ້ ແລະ ຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ພະນັກງານພາສີ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆຂອງລັດ ແລະ ທົ່ວສັງຄົມ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມຕື່ນຕົວໃນການຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ.
   ບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນຫຼວງ, ບັນດາກົມອ້ອມຂ້າງກະຊວງການເງິນ, ກົມພາສີ, ພະແນກການເງິນແຂວງ, ພາສີປະຈໍາເຂດ, ບັນດາດ່ານພາສີ ໃນຂອບເຂດທົ່ວປະເທດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ຕາມໜ້າທີ່ ຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 16. ຜົນສັກສິດ
   ບົດແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກຂໍ້ກໍານົດ, ກົດລະບຽບທີ່ຂັດກັບບົດແນະນໍາສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ
ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 Financial ministerial instruction on the implementation of the law and enforcing decree to implement the Custom Law No. 05/NA, dated 20/05/2005 No. 0491/MOF PDF
2 ບົດແນະນໍາ ຂອງລັດຖະມົນຕີວ່າການ ກະຊວງການເງິນ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ດໍາລັດ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.05.2005 ເລກທີ 0491/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.