ໃນວັນທີ 23 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມເພື່ອປຶກສາຫາລືຄືນ ໃນການແລກປ່ຽນຂໍ້ຄິດເຫັນລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງພາກລັດທີ່ກ່ຽວຂ້ອງຂັ້້ນແຂວງ ແລະ ສູນກາງ. ໂດຍການເປັນປະທານ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ພ້ອມດ້ວຍແຂກທີ່ເຂົ້າຮ່ວມ 60 ທ່ານ.

          ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ ຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະແມ່ນບັນດາຫົວໜ່ວຍທຸລະກິດຢູ່ບັນດາແຂວງຊາຍແດນ ທີ່ເພິ່ງພາການຄ້າຊາຍແດນເປັນຫຼັກ ບໍ່ວ່າຈະເປັນການສົ່ງອອກຜະລິດຕະພັນ ທາງກົງ ຫຼື ທາງອ້ອມ ຫຼື ອາໃສການນຳເຂົ້າເປັນແຫຼ່ງວັດຖຸດິບ ຫຼື ສິນຄ້າເຄິ່ງສຳເລັດຮູບຕົ້ນຕໍໃນການຜະລິດສິນຄ້າ ເພື່ອສະໜອງຕະຫຼາດພາຍໃນ.

          ເຊິ່ງຜ່ານມາໄດ້ຈັດກອງປະຊຸມສະເພາະ 3 ແຂວງພາກເໜືອທີ່ນອນຢູ່ໃນໂຄງການ ECL Project ກໍ່ຄື ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ ໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ເປັນກອງເລຂາ ແລະ ມີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນຈຸດປະສານງານຂອງພາກລັດ ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເປັນຈຸດສູນກາງທັງທາງດ້ານທຶນຊ່ວຍເຫຼືອ ແລະ ວິຊາການ.  

          ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອນໍາສະເໜີ 07 ບັນຫາຫຼັກທີ່ຈໍາເປັນ ແລະ ຮີບດ່ວນ ທີ່ທາງພາກເອະຊົນໄດ້ນໍາສະເໜີ ໃນການຊອກທິດທາງ ແລະ ວິທີແກ້ໄຂ ໃຫ້ທັນເວລາກັບສະພາບການ. ເຊິ່ງ 07 ບັນຫາດັ່ງກ່າວທີ່ຕິດພັນກັບ 3 ແຂວງພາກເໜືອ ດັ່ງລາ່ຍລະອຽດຕໍ່ໄປນີ້:

          ແຂວງຫຼວງນໍ້າທາ

1. ບັນຫາການສົ່ງອອກເຂົ້າ ຈາກ ສປປ ລາວ ໄປ ສປ ຈີນ ມີຂັ້ນຕອນຫຍຸ້ງຍາກ ແລະ ບໍ່ຊັດເຈນ ໂດຍຕິດພັນກັບ ຂະແໜງ ສົ່ງເສີມການຄ້າ, ການນໍາເຂົ້າ ແລະ ສົ່ງອອກ, ການປູກຝັງ, ພະແນກອຸດສາຫະກໍາ ແລະ ການຄ້າ, ແລະ ຂະແໜງກະສິກໍາ ແລະ ປ່າໄມ້;

2. ບັນຫາຄ່າໃຊ້ຈ່າຍໃນການສົ່ງອອກ ແລະ ຄ່າທໍານຽມຕ່າງໆ ທີ່ຕິດພັນ ກັບການສົ່ງອອກຜະລິດຕະພັນໝາກຕາວ ມີມູນຄ່າສູງ ແລະ ມີຂັ້ນຕອນສົ່ງອອກ ຫຍຸ້ງຍາກ ໂດຍຕິດພັນກັບ ຂະແໜງ ປູກຝັງ, ກະສິກໍາ ແລະ ປ່າໄມ້, ສ່ວຍສາອາກອນ, ຄຸ້ມຄອງຊັບສິນຂອງລັດ, ການເງິນ ແລະ ອຸດສາຫະກໍາ ແລະ ການຄ້າ.

          ແຂວງອຸດົມໄຊ

1. ບັນຫາການສົ່ງອອກ ສາລີ ຈາກ ສປປ ລາວ ໄປທີ່ ສປ ຈີນ ມີຂັ້ນຕອນຫຍຸ້ງຍາກ ແລະ ບໍ່ຊັດເຈນ ໂດຍຕິດພັນກັບຂະແໜງ ສົ່ງເສີມການຄ້າ, ການນໍາເຂົ້າ ແລະ ສົ່ງອອກ, ກະສີກໍາ ແລະ ປ່າໄມ້ ແລະ ອຸດສາຫະກໍາ ແລະ ການຄ້າ.

          ແຂວງຜົ້ງສາລີ

1. ບັນຫາການສົ່ງອອກຜົນຜະລິດກະສິກໍາມີຂອດຂັ້ນຊໍ້າຊ້ອນ ແລະ ມີຄ່າໃຊ້ຈ່າຍສູງ ໂດຍຕິດພັນກັບຂະແໜງ ສົ່ງເສີມການຄ້າ, ການນໍາເຂົ້າ ແລະ ສົ່ງອອກ, ປູກຝັງ, ອຸດສາຫະກໍາ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ້ ແລະ ການເງິນ;

2. ບັນຫາການຈັດສັນແບ່ງປັນໂກຕາການເກັບຊື້ເຄື່ອງປ່າຂອງດົງມີຄວາມຊັກຊ້າ, ເຮັດໃຫ້ບໍ່ທັນກັບລະດູການ ໂດຍຕິດພັນກັບຂະແໜງ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ ແລະ ກະສິກໍາ ແລະ ປ່າໄມ້;

3. ບັນຫາການກວດມາດຕະຖານເຕັກນິກຊິງຊັ່ງຂອງ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ມີຄ່າທໍານຽມທີ່ສູງ ແລະ ເກັບປີລະຄັ້ງ ໂດຍຕິດພັນກັບຂະແໜງ ມາດຕະຖານ ແລະ ວັດແທກ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການເງິນ.

4. ບັນຫາການຂໍອະນຸຍາດ ຜ່ານແຜນນໍາເຂົ້າ (Master List) ມີຂັ້ນຕອນທີ່ຊໍ້າຊ້ອນ ແລະ ໃຊ້ເວລາດົນ ໂດຍຕິດພັນກັບຂະແໜງ ສົ່ງເສີມການລົງທຶນ ແລະ ແຜນການ ແລະ ການລົງທຶນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.