ອີງຕາມ ບົດລາຍງານ ການພັດທະນາອຸດສາຫະກໍາຂອງ ສປປ ລາວ ປະຈໍາປີ 2017 ຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໃນຕາຕະລາງ 6 ຈໍານວນໂຮງງານ ແລະ ເງິນລົງທຶນ ແບ່ງຕາມປະເພດອຸດສາຫະກໍາ ໄດ້ສະແດງໃຫ້ເຫັນວ່າ ມີຈໍານວນໂຮງງານ 26 ແຫ່ງ ທີ່ຜະລິດເຫຼັກເສັ້ນ, ເຫຼັກຫຼອມ ແລະ ທາດເຫຼັກອື່ນໆ ທີ່ສ່ວນຫຼາຍແມ່ນເພື່ອຮັບໃຊ້ຕາມຄວາມຕ້ອງການພາຍໃນເທົ່ານັ້ນ. ເຊິ່ງວ່າມີພຽງບໍ່ທໍ່ໄດໂຮງງານທີ່ມີຄວາມອາດສາມາດໃນການສົ່ງອອກສິນຄ້າປະເພດເຫຼັກ ແລະ ເຫຼັກເສັ້ນ.

ພາບປະກອບ

          ນອກຈາກນັ້ນ, ຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ເພີ່ມເຕີບກ່ຽວກັບ ການສົ່ງອອກປະເພດ ເຫຼັກເສັ້ນ ຂອງປີ 2019 ມີມູນຄ່າ 898,275 ໂດລາສະຫະລັດ ຫຼື ຄິດເປັນຈໍານວນ 2,242 ໂຕນ ແລະ 11 ເດືອນ ຂອງປີ 2020 ແມ່ນມີ ຈໍານວນ 3,118 ໂຕນ ມີມູນຄ່າ 1,332,845 ໂດລາສະຫະລັດ.

          ຕາມສະຖິຕິຂອງປີ 2018 ຈາກກຸ່ມຜູ້ຜະລິດເຫຼັກເສັ້ນ ໄດ້ລາຍງານວ່າ ຈໍານວນໂຮງງານຜະລິດເຫຼັກເສັ້ນທັງຂະໜາດໃຫຍ່ ແລະ ຂະໜາດນ້ອຍ ທັງໝົດຂອງ ສປປ ລາວ ແມ່ນມີຫຼາຍກ່ວາ 10 ແຫ່ງ ແລະ ສ່ວນຫຼາຍແມ່ນໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດລາວ ແລະ ໃບຮັບຮອງ ISO 9001 – 2015. ໃນນັ້ນ, ຄວາມອາດສາມາດໃນການຜະລິດເຫຼັກເສັ້ນໄດ້ແບ່ງອອກດັ່ງນີ້: ປະເພດເຫຼັກເສັ້ນກົມກ້ຽງ ຂະໜາດ 8-12 ມມ ແລະ ເຫຼັ້ກເສັ້ນຂໍ້ອ້ອຍ ຂະໜາດ 10-20 ມມ. ທັງສອງປະເພດດັ່ງກ່າວ ແມ່ນມີກໍາລັງຜະລິດ 300,000 – 500,000 ໂຕນຕໍ່ປີ.

ພາບປະກອບ

          ໜັງສືພີມວຽງຈັນໃໝ່ (https://v2.vientianemai.net/archives/12468) ໄດ້ໃຫ້ຮູ້ວ່າ ໃນວັນທີ 20 ພະຈິກ 2020 ທີ່ດ່ານສາກົນໜອງນົກຂຽນ ແຂວງຈໍາປາສັກ (ຊາຍແດນລາວ-ກໍາປູເຈຍ) ໄດ້ມີການສົ່ງອອກຜະລິດຕະພັນເຫຼັກເສັ້ນຂອງ ສປປ ລາວ ໄປຮອດ ນະຄອນຫຼວງພະນົມເປັນຂອງ ປະເທດ ກໍາປູເຈຍ ໃນຈໍານວນ 300 ໂຕນ ເຊິ່ງເຫຼັກເສັ້ນດັ່ງກ່າວ ຜະລິດຕະພັນເຫຼັກປ້ອງອ້ອຍ ຂະໜາດ 25 ມມ ທີ່ໄດ້ຜ່ານມາດຕະຖານແຫ່ງຊາດລາວ SR24 SD30 SD40 ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຢັ້ງຢືນມາດຕະຖານ ISO 9001:2015. ການສົ່ງອອກດັ່ງກ່າວໂດຍການຮ່ວມມືລະຫວ່າງ 2 ບໍລິສັດ ກໍ່ຄື: ບໍລິສັດເຫຼັກເສັ້ນຄຸນເຜີງ-ວຽງຈັນ ຈໍາກັດ ແລະ ບໍລິສັດ ຄູນຄໍາ ອຸດສາຫະກໍາເຫຼັກ ຈໍາກັດ. ປະຈຸບັນໂຮງງານດັ່ງກ່າວມີກໍາລັງແຮງໃນການຜະລິດ 300,000 ໂຕນຕໍ່ປີ ແລະ ມີຕົວແທນຈໍາໜ່າຍທົ່ວປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.