ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ     ເລກທີ: 1572/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່

  • ອີງຕາມ ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ສະບັບເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013; 
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 314/ນຍ, ລົງວັນທີ 29 ກັນຍາ 2017; 
  • ອີງຕາມ ໜັງສືສະເໜີຂອງກົມມາດຕະຖານ ແລະ ວັດແທກ ສະບັບເລກທີ 2063/ກວຕ.ກມວ, ລົງວັນທີ 24 ກັນຍາ 2020. 

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ 

ຂໍ້ຕົກລົງສະບົບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ, ກວດສອບສິນຄ້າຫຸ້ມຫໍ່ ແລະ ສິນຄ້າຫຸ້ມຫໍ່ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ຢູ່ ສປປ ລາວ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນສະດວກໃນການ ຊື້-ຂາຍ ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸຕິທໍາ, ປອດໄພ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບສິນຄ້າຫຸ້ມຫໍ່ລະຫວ່າງບັນດາປະເທດອາຊຽນ ແລະ ສາກົນ ເພື່ອຄຸ້ມຄອງສິນຄ້າຫຸ້ມຫໍ່ທີ່ພົວພັນເຖິງຄຸນລັກສະນະ, ຂະໜາດ, ນ້ໍາໜັກ, ມວນສານ ແລະ ບໍລິມາດ ທີ່ໄດ້ລະບຸໄວ້ໃນ ສະບາກຂອງສິນຄ້າຫຸ້ມຫໍ່. 

ມາດຕາ 2 ການຄຸ້ມຄອງສິນຄ້າຫຸ້ມຫໍ່ 

ການຄຸ້ມຄອງສິນຄ້າຫຸ້ມຫໍ່ ແມ່ນການຕິດຕາມ, ກວດກາ, ກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່ ທີ່ຖືກບັນຈຸໃນພາຊະນະ ຫຼື ສິ່ງຫຸ້ມຫໍ່ໃດໜຶ່ງ ເຊິ່ງມີການບົ່ງບອກເຖິງຄຸນລັກສະນະ ແລະ ລະບຸປະລິມານສິນຄ້າໄວ້ ໃນສະຫຼາກ ທີ່ໄດ້ຮັບ ຫຼື ບໍ່ໄດ້ຮັບການຢັ້ງຢືນກາໝາຍສິນຄ້າຫຸ້ມຫໍ່ກ່ອນຈະວາງຈໍາໜ່າຍ. ປະລິມານສິນຄ້າຫຸ້ມຫໍ່ບໍ່ສາມາດປ່ຽນແປງໄດ້ໃນເມື່ອບໍ່ມີການເປີດ ຫຼື ດັດແກ້ສິ່ງຫຸ້ມຫໍ່ນັ້ນ. 

ມາດຕາ 3 ການອະທິບາຍຄໍາສັບ 

ຄໍາສັບຕ່າງໆ ທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:

1. ສິນຄ້າຫຸ້ມຫໍ່ ໝາຍເຖິງ ຜະລິດຕະພັນສິນຄ້າທີ່ບັນຈຸຢູ່ໃນພາຊະນະຫຸ້ມຫໍ່;

2. ສັນຍາລັກ L ໝາຍເຖິງ ກາໝາຍສິນຄ້າຫຸ້ມຫໍ່ຂອງ ສປປ ລາວ; 

3. ປະລິມານກໍານົດ (Qnom) ໝາຍເຖິງ ປະລິມານທີ່ສະແດງໃນສະຫຼາກຂອງສິນຄ້າຫຸ້ມຫໍ່ ທີ່ລະບຸ ເປັນຫົວໜ່ວຍວັດແທກ ເຊັ່ນ: ຂະໜາດ, ບໍລິມາດ, ນໍ້າໜັກ, ຈໍານວນ, ມວນສານ; 

4. ປະລິມານຕົວຈິງ (Qi) ໝາຍເຖິງ ປະລິມານທີ່ໄດ້ຈາກການກວດສອບຕົວຈິງ; 

5. ຊຸດສິນຄ້າຫຸ້ມຫໍ່ (Lot) ໝາຍເຖິງ ສິນຄ້າຫຸ້ມຫໍ່ ທີ່ບັນຈຸໃນພາຊະນະຫຸ້ມຫໍ່ທີ່ມີຂະໜາດ, ຊື່ ຫຼື ເຄື່ອງໝາຍການຄ້າທີ່ຜະລິດອອກໃນໄລຍະເວລາດຽວກັນ; 

6. ຈໍານວນຊຸດການຜະລິດ (N) ໝາຍເຖິງ ສິນຄ້າຫຸ້ມຫໍ່ໃນຊຸດສິນຄ້າຫຸ້ມຫໍ່ສິນຄ້າ ທີ່ຈະນໍາໃຊ້ເພື່ອສະໜອງຂໍ້ມູນພື້ນຖານໃນການກວດສອບ; 

7. ຈໍານວນຕົວຢ່າງກວດສອບ (n) ໝາຍເຖິງ ສິນຄ້າຫຸ້ມຫໍ່ສິນຄ້າຈາກການສຸ່ມກວດຂອງຈໍານວນຊຸດ ການຜະລິດ; 

8. ການສຸ່ມ ໝາຍເຖິງ ການເກັບຕົວຢ່າງຂອງສິນຄ້າຫຸ້ມຫໍ່ ຕາມວິທີການທີ່ກໍານົດໄວ້ໃນຕາຕະລາງທີ 05 ຂອງເອກະສານຊ້ອນທ້າຍ ll ໃນຂໍ້ຕົກລົງສະບັບນີ້

9. ຄ່າຜິດພາດອະນຸຍາດ (T) ໝາຍເຖິງ ສິນຄ້າຫຸ້ມຫໍ່ທີ່ສາມາດຍອມຮັບຄ່າຜິດພາດ ລະຫວ່າງປະລິມານກໍານົດ ແລະ ປະລິມານຕົວຈິງ; 

10. ການຫຸ້ມຫໍ່ທີ່ບໍ່ສອດຄ່ອງ ໝາຍເຖິງ ການຫຸ້ມຫໍ່ທີ່ບໍ່ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ເຊັ່ນ: ມີຄ່າຜິດພາດຫຼາຍກ່ວງຄ່າອະນຸຍາດ (T) ທີ່ໄດ້ກໍານົດໄວ້ໃນຕາຕະລາງທີ 01 ໃນມາດຕາ 06 ຂອງຂໍ້ຕົກລົງ ສະບັບນີ້; 

11. ສະຫຼາກ (label) ໝາຍເຖິງ ສິ່ງທີ່ຂຽນ, ພິມ ຫຼື ສິ່ງທີ່ສະແດງດ້ວຍຮູບພາບທີ່ແປະໃສ່, ຕິດໃສ, ຫໍ່ໃສ່, ປໍ້າເປັນຮູບໃສ່, ປະກອບມາພ້ອມສິ່ງຫຸ້ມຫໍ່ທີ່ບັນຈຸສິນຄ້າຫຸ້ມຫໍ່ໃດໜຶ່ງ ເພື່ອເປັນການໂຄສະນາຢີ່ຫໍ້, ການບົ່ງບອກ ຫຼື ການໃຫ້ຂໍ້ມູນກ່ຽວກັບສິນຄ້າຫຸ້ມຫໍ່ ຫຼື ສິ່ງທີ່ບັນຈຸຢູ່ໃນສິ່ງຫຸ້ມຫໍ່;

12. ວັດສະດຸຫຸ້ມຫໍ່ ໝາຍເຖິງ ສິ່ງຫຸ້ມຫໍ່ ຫຼື ພາຊະນະບັນຈຸສິ່ງຫຸ້ມຫໍ່; 

13. ຈໍານວນຕົວຢ່າງບໍ່ສອດຄ່ອງທີ່ຍອມຮັບໄດ້ ໝາຍເຖິງ ຈໍານວນຕົວຢ່າງຂອງສິນຄ້າຫຸ້ມຫໍ່ທີ່ກວດສອບແລ້ວມີຄ່າຜີດພາດຫຼຸດ ຫຼື ເກີນຂອບເຂດອະນຸຍາດທີ່ຍອມຮັບ ແຕ່ຍັງບໍ່ທັນເກີນຂອບເຂດອະນຸຍາດຕໍ່າສຸດ; 

14. ຄ່າສະເລ່ຍທັງໝົດ ໝາຍເຖິງ ປະລິມານຕົວຈິງສະເລ່ຍຂອງຈໍານວນສິນຄ້າຫຸ້ມຫໍ່ທີ່ເອົາມາຈາກຜະລິດຕະພັນທີ່ນໍາມາກວດສອບ; 

15. ເຈົ້າໜ້າທີ່ ໝາຍເຖິງ ພະນັກງານທີ່ຮັບຜິດຊອບກ່ຽວກັບການກວດສອບສິນຄ້າຫຸ້ມຫໍ່; 

16. ຜູ້ດໍາເນີນທຸລະກິດ ໝາຍເຖິງ ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ໃຫ້ບໍລິການ ກ່ຽວກັບສິນຄ້າຫຸ້ມຫໍ່. 

ມາດຕາ 4 ຂອບເຂດການນໍາໃຊ້ 

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ໃຫ້ບໍລິການ ສິນຄ້າຫຸ້ມຫໍ່ທຸກປະເພດ ຕາມລາຍການທີ່ໄດ້ກໍານົດໄວ້ ຢູ່ ສປປ ລາວ. 

ໝວດທີ 2
ການກໍານົດປະລິມານ
ຂອງສິນຄ້າຫຸ້ມຫໍ່ 

ມາດຕາ 5 ການກໍານົດປະລິມານ ຂອງສິນຄ້າຫຸ້ມຫໍ່ 

ການກໍານົດປະລິມານຂອງສິນຄ້າຫຸ້ມຫໍ່ໃຫ້ປະຕິບັດ ດັ່ງນີ້:

1. ສິນຄ້າຫຸ້ມຫໍ່ທີ່ເປັນຂະໜາດຕ້ອງລະບຸເປັນຄວາມຍາວ; 

2. ສິນຄ້າຫຸ້ມຫໍ່ທີ່ເປັນທາດແຂງ, ເຄິ່ງແຂງ, ອາຍແກັສ ຊຶ່ງລວມມີທັງທາດແຂງ ແລະ ທາດແຫຼວ ປະສົມກັນ ຕ້ອງລະບຸເປັນນ້ໍາໜັກ; 

3. ປະລິມານສິນຄ້າທີ່ເປັນສະເປຕ້ອງໄດ້ຖືກລະບຸໄວ້ເປັນນໍ້າໜັກ ຫຼື ຫົວໜ່ວຍບໍລິມາດ;

4. ສິນຄ້າຫຸ້ມຫໍ່ທີ່ເປັນທາດແຫຼວຕ້ອງລະບຸເປັນບໍລິມາດ; 

5. ປະລິມານກໍານົດຂອງສິນຄ້າຫຸ້ມຫໍ່ ທີ່ມີປະລິມານຕົວຈິງນ້ອຍກ່ວາ 05 ກຼາມ (5g) ຫຼື 05 ມິນລີລິດ (5ml) ຫຼື 05 ມິນລີແມັດ (5mm) ແມ່ນບໍ່ຈໍາເປັນຈະຕ້ອງລະບຸຄ່າປະລິມານຄ່າກໍານົດໃນສະຫຼາກຫຸ້ມຫໍ່, ແຕ່ຖ້າຫາກຕ້ອງການແມ່ນໃຫ້ໃສ່ຄ່າສະເລ່ຍຂອງສິນຄ້າຫຸ້ມຫໍ່ທັງໝົດຫຼາຍກ່ວາ ຫຼື ເທົ່າກັບປະລິມານຄ່າກໍານົດ; 

6. ປະລິມານຂອງສິນຄ້າຫຸ້ມຫໍ້ໃດໜຶ່ງທີ່ປະກອບດ້ວຍຫຼາຍຫົວໜ່ວຍ ຕ້ອງໄດ້ສະແດງເປັນຕົວເລກຖ້ວນ ຊຶ່ງລະບຸເປັນປະລິມານ ຫຼື ຫົວໜ່ວຍນໍ້າໜັກ; 

7. ໃນກໍລະນີສິນຄ້າຫຸ້ມຫໍ່ໃຫຍ່ປະກອບດ້ວຍຫຼາຍຫີບຫໍ່ນ້ອຍ ທີ່ບັນຈຸຫຼາຍອັນຕ້ອງໄດ້ລະບຸລາຍລະອຽດໄວ້ຢູ່ໃນສະຫຼາກຫຸ້ມຫໍ່; 

8. ການກໍານົດຫົວໜ່ວຍຂອງປະລິມານແມ່ນຂຶ້ນກັບປະເພດ ແລະ ຂະໜາດຂອງປະລິມານ ທີ່ໄດ້ກໍານົດໄວ້ລະອຽດໃນຕາຕະລາງທີ 01 ດັ່ງນີ້:

ຕາຕະລາງທີ 01: ການກໍານົດຫົວໜ່ວຍ

ປະເພດການວັດແທກ

ບັນຈຸ

ຫົວໜ່ວຍ

ບໍລິມາດ

ບັນຈຸ < 1000 ml

ml ຫຼື cl

 

1000 ml < ບັນຈຸ

ລິດ l

ນໍ້າໜັກ

ບັນຈຸ < 1 mg

mg

 

1 g < ບັນຈຸ < 1000 g

g

 

1000 g < ບັນຈຸ

kg

ຂະໜາດ

ບັນຈຸ < 1 mm

um ຫຼື mm

 

1 mm ≤ ບັນຈຸ < 100 cm

mm ຫຼື cm

 

100 cm < 011*4

m

ເນື້ອທີ່

ບັນຈຸ < 100 cm2

mm2 ຫຼື cm2

 

100 cm2 ≤ ບັນຈຸ < 1 m2

cm2

 

1 m2 < ບັນຈຸ

m2


ມາດຕາ 6 ການກໍານົດສິນຄ້າຫຸ້ມຫໍ່ທີ່ເປັນຈໍານວນ 

1. ປະລິມານທີ່ລະບຸໄວ້ໃນສະຫຼາກຫຸ້ມຫໍ່ ຕ້ອງກົງກັບປະລິມານກໍານົດ ຊຶ່ງຄ່າອະນຸຍາດຜິດພາດແມ່ນ ໄດ້ລະບຸໄວ້ໃນຕາຕະລາງທີ 02 ດັ່ງນີ້: 

ຕາຕະລາງທີ 02: ຄ່າອະນຸຍາດຜິດພາດ

 

1. ປະລິມານກໍານົດ (Qnom) ຄິດໄລ່ເປັນກາມ (g) ຫຼື ມິນລີລິດ (ml)

ແຕ່                                   ເຖິງ

ຄ່າອະນຸຍາດຜິດພາດ

ຄິດໄລ່ເປັນເປີເຊັນ

(%) ຂອງ (Qnom)

g or ml

5

50

9.0

-

50

100

-

4.5

100

200

4.5

-

200

300

-

9.0

300

500

3.0

-

500

1.000

-

15.0

1.000

10.000

1.5

 

10.000

15.000

 

150

15.000

50.000

1

 

2. ປະລິມານກໍານົດ (Qnom)

 

ຄ່າອະນຸຍາດຜິດພາດ

ຄິດໄລ່ເປັນຂະໜາດ (m)

 

 

 

Qnom ≤ 5m

 

ບໍ່ອະນຸຍາດ

Qnom > 5 (TÌ

 

2% ຂອງ (Qncm)

3. ປະລິມານກໍານົດ

 

ຄ່າອະນຸຍາດຜິດພາດ

(Qnom)

 

 

 

ຄິດໄລ່ເປັນພື້ນຜິວດ້ານນອກ

 

 

 

ທຸກຄ່າປະລິມານກໍານົດ

 

3% ຂອງ (Qr.om)

(Qnom)

 

 

 

4. ປະລິມານກໍານົດຄິດໄລ່ເປັນຈໍານວນ

ຄ່າອະນຸຍາດຜິດພາດ

Qnom - 50

ບໍ່ອະນຸຍາດ

Qp.om > 50

ເປີເຊັນຂອງ Qn ສາມາດປັບເລກເສດເປັນຈໍານວນຖ້ວນໃຫ້ໃກ້ຄຽງທີ່ສຸດ

 
ໝາຍເຫດ: ເມື່ອໃດທີ່ໄດ້ນໍາໃຊ້ຕາຕະລາງດັ່ງກ່າວນີ້, ບັນດາຄ່າຂອງຄ່າຜິດພາດ ທີ່ສະແດງເປັນອັດຕາສ່ວນຮ້ອຍ, ນໍ້າໜັກ ຫຼື ບໍລິມາດ ແມ່ນຈະຕ້ອງໄດ້ປັບຄໍາດັ່ງກ່າວເປັນເລກເສດ 0.1 ກຼາມ (g) ຫຼື ມິນລິລິດ (ml). ທຸກການດໍາເນີນງານ ການກວດສອບປະລິມານຂອງສິນຄ້າຫຸ້ມຫໍ່ທີ່ຄິດໄລ່ເປັນບໍລິມາດ ຜົນການຄິດໄລ່ ທີ່ໄດ້ຈາກການກວດສອບໃນເວລານັ້ນ (ພາຍໃຕ້ອຸນຫະພຸມຂອງຫ້ອງທົດລອງໃນເວລາກວດສອບ) ແມ່ນຕ້ອງໄດ້ ປ່ຽນເປັນຜົນຄິດໄລ່ໃນອຸນຫະພູມ 20 ອົງສາເຊນຊິດ ( 20°C ± 1°C) (ຈາກສູດ ຄິດໄລ່ທີ່ໄດ້ກໍານົດໄວ້) ເປັນຕົ້ນ: ຜະລິດຕະພັນນ້ໍາມັນ, ເຄື່ອງເຢັນ ແລະ ຜະລິດຕະພັນແຊ່ເຢັນອື່ນໆ. 

ໝວດທີ 3
ການຄຸ້ມຄອງ
, ກວດສອບ, ຄ່າທໍານຽມ ແລະ ຄ່າບໍລິການ

ມາດຕາ 7 ຫຼັກການພື້ນຖານຂອງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ 

ຫຼັກການພື້ນຖານຂອງການຄຸ້ມຄອງ, ກວດສອບສິນຄ້າຫຸ້ມຫໍ່ ແມ່ນແນໃສ່ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບທາງດ້ານເສດຖະກິດ-ສັງຄົມ ກ່ຽວກັບການຄຸ້ມຄອງ, ບໍລິການ ແລະ ປົກປ້ອງຜູ້ຊົມໃຊ້ ບົນພື້ນຖານຫຼັກການ ດັ່ງນີ້: 

1. ຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ, ສະພາບແວດລ້ອມ ແລະ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ; 

2. ຮັບປະກັນການເປີດກວ້າງ, ຄວາມຍຸຕິທໍາ, ສະເໝີພາບ ແລະ ໂປ່ງໃສ, ສາມາດກວດສອບໄດ້, ຫຼີກເວັ້ນການຈໍາແນກ, ສ້າງອຸປະສັກກີດຂວາງຕໍ່ທຸລະກິດ ກ່ຽວກັບສິນຄ້າຫຸ້ມຫໍ່; 

3. ຮັບປະກັນຄວາມສອດຄ່ອງ ກັບຫຼັກການ, ລະບຽບການແຫ່ງຊາດ, ພາກພື້ນ ແລະ ສາກົນ; 

4. ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານ ໃນການຄຸ້ມຄອງ, ກວດສອບສິນຄ້າຫຸ້ມຫໍ່; 

5. ຮັບປະກັນໃຫ້ຜູ້ຜະລິດ, ປຸງແຕ່ງ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ໃຫ້ເປັນໄປຕາມຫຼັກການ ແລະ ຂັ້ນຕອນການຄຸ້ມຄອງ, ກວດສອບ ສິນຄ້າຫຸ້ມຫໍ່; 

6. ການດໍາເນີນການກວດກາ ທຸກຄັ້ງທີ່ຄະນະກໍາມະການລົງກວດກາ ແມ່ນຕ້ອງມີໃບແຈ້ງການ ຫຼື ຂໍ້ ຕົກລົງ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ຕາມການມອບໝາຍ. 

ມາດຕາ 8 ຫຼັກການເກັບຕົວຢ່າງ 

ການເກັບຕົວຢ່າງ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້: 

1. ການເກັບຕົວຢ່າງເເບບສຸ່ມເພື່ອເປັນຕົວແທນຂອງສິນຄ້າທັງໝົດ ທີ່ມີຄວາມໜ້າຈະເປັນໄປໄດ້ຄືກັນ ຊຶ່ງຈະຖືກລວມຢູ່ໃນຕົວຢ່າງ; 

2. ຈໍານວນຂອງຕົວຢ່າງສິນຄ້າຫຸ້ມຫໍ່ທີ່ໄດ້ຈາກຊຸດການກວດສອບ ແລະ ຖືກນໍາໃຊ້ເພື່ອສະໜອງຂໍ້ມູນ ທີ່ຈະໃຊ້ເປັນພື້ນຖານໃຫ້ແກ່ການຕັດສິນກ່ຽວກັບຄວາມສອດຄ່ອງຂອງຊຸດການກວດສອບ; 

3. ສິນຄ້າຫຸ້ມຫໍ່ທີ່ຜະລິດຢູ່ພາຍໃນປະເທດ ແມ່ນມີການກວດກາເກັບຕົວຢ່າງກວດສອບຢູ່ບ່ອນທີ່ດຳເນີນການຫຸ້ມຫໍ່; 

4. ສິນຄ້າຫຸ້ມຫໍ່ທີ່ນໍາເຂົ້າແມ່ນເກັບຕົວຢ່າງເພື່ອກວດສອບຢູ່ນໍາສາງສິນຄ້ານໍາເຂົ້ານັ້ນ. 

ມາດຕາ 9 ວິທີການກວດສອບ 

1. ສິນຄ້າຫຸ້ມຫໍ່ທີ່ຈະນໍາມາເປັນຕົວຢ່າງກວດສອບຈະຕ້ອງໄດ້ຖືກຄັດເລືອກ ໂດຍການນໍາໃຊ້ວິທີການ ເກັບຕົວຢ່າງຕາມຫຼັກການທີ່ກໍານົດໄວ້; 

2. ການກວດສອບໃນບາງປະເພດສາມາດກວດສອບໄດ້ກັບສະຖານທີ່ນັ້ນເລີຍ ເເຕ່ໃນບາງຜະລິດຕະພັນທີ່ບໍ່ອາດສາມາດກວດໄດ້ກັບທີ່ ຊຶ່ງຈະນໍາເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງຂອງອົງການຄຸ້ມຄອງການວັດແທກ ຫຼື ຫ້ອງທົດລອງອື່ນທີ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການວັດແທກ. 

ມາດຕາ 10 ຮູບແບບການກວດສອບສິນຄ້າຫຸ້ມຫໍ່ 

ການກວດສອບ ມີ 03 ຮູບເເບບ ດັ່ງນີ້:

1. ກວດສອບສິນຄ້າຫຸ້ມຫໍ່ກ່ອນນໍາເຂົ້າ, ສົ່ງອອກ, ຜະລິດ ແລະ ຈໍາໜ່າຍ; 

2. ກວດສອບຕາມແຜນປົກກະຕິ 01 ຄັ້ງຕໍ່ປີ ແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງ ເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນ (ສໍາລັບຜະລິດຕະພັນທີ່ບໍ່ຂຶ້ນທະບຽນສິນຄ້າຫຸ້ມຫໍ່); 

3. ກວດສອບແບບກະທັນຫັນ ແລະ ຕາມການຮ້ອງຂໍແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງ ໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. 

ມາດຕາ 11 ການຂໍຂຶ້ນທະບຽນ ແລະ ກວດສອບສິນຄ້າຫຸ້ມຫໍ່ 

ສິນຄ້າຫຸ້ມຫໍ່ທຸກປະເພດຕາມລາຍການທີ່ໄດ້ກໍານົດໄວ້ ໃນເອກະສານຊ້ອນທ້າຍ 03 ກ່ອນການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຍື່ນຄໍາຮ້ອງຂໍຂຶ້ນທະບຽນສິນຄ້າຫຸ້ມຫໍ່ນັ້ນ ຕໍ່ອົງການຄຸ້ມຄອງ ທີ່ກ່ຽວຂ້ອງ, ຕາມແບບຟອມ ແລະ ເອກະສານຂອງໜ່ວຍງານກວດສອບ ດັ່ງນີ້: 

1. ໃບຄໍາຮ້ອງຂໍຂຶ້ນທະບຽນສິນຄ້າຫຸ້ມຫໍ່;

2. ລາຍລະອຽດກ່ຽວກັບສິນຄ້າຫຸ້ມຫໍ່ທີ່ນໍາມາຂຶ້ນທະບຽນ;

3. ສໍາເນົາເອກະສານທີ່ປະກອບກິດຈະການ; 

4. ຕົວຢ່າງສິນຄ້າຫຸ້ມຫໍ່.

ມາດຕາ 12 ການຂໍຢັ້ງຢືນສິນຄ້າຫຸ້ມຫໍ່ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງເພື່ອຂໍຂຶ້ນທະບຽນ ແລະ ຢັ້ງຢືນກາໝາຍສິນຄ້າຫຸ້ມຫໍ່ ແມ່ນໃຫ້ປະກອບເອກະສານ ແລະ ຍື່ນໜັງສືສະເນີຕໍ່ອົງການຄຸ້ມຄອງສິນຄ້າຫຸ້ມຫໍ່ ຕາມລະບຽບການ ດັ່ງນີ້: 

1. ເເບບຟອມຄໍາຮ້ອງຂໍການຢັ້ງຢືນກາໝາຍສິນຄ້າເຫຸ້ຍກໍ່; 

2. ຜົນການກວດສອບດ້ານປະລິມານຂອງຜະລິດຕະພັນບໍ່ໃຫ້ກາຍ ສາມ ເດືອນ;

3. ລາຍຊື່ຜູ້ຮັບຜິດຊອບໃນການກວດສອບດ້ານປະລິມານ ແລະ ອຸປະກອນການກວດສອບ;

4. ຄູ່ມືການກວດສອບພາຍໃນຂອງອົງກອນ;

5. ບົດລາຍງານຜົນການກວດສອບດ້ານປະລິມານຂອງກົມມາດຕະຖານ ແລະ ວັດແທກ;

6. ສະໜອງ 3 ຕົວຢ່າງແຕ່ລະສິນຄ້າຫຸ້ມຫໍ່ເພື່ອເອົາມາກວດສອບ ແລະ ຢັ້ງຢືນ. 

ກໍລະນີສິນຄ້າຫຸ້ມຫໍ່ທີ່ມີໃບຢັ້ງຢືນກາໝາຍສິນຄ້າ ຈາກປະເທດຕົ້ນທາງທີ່ມີສັນຍາຮັບຮູ້ເຊິ່ງກັນ ແລະ ກັນ ແລ້ວແມ່ນຈະຮັບຮອງ ແລະ ຢັ້ງຢືນໃຫ້ເລີຍ ໂດຍຈະບໍ່ອອກກາໝາຍຊໍ້າອີກ. 

ມາດຕາ 13 ສະຫຼາກ ແລະ ເຄື່ອງໝາຍ 

ສິນຄ້າຫຸ້ມຫໍ່ທຸກປະເພດ ທີ່ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ຢູ່ ສປປ ລາວ ຕ້ອງມີສະຫຼາກພິມເປັນພາສາລາວ ເພື່ອແຈ້ງຂໍ້ມູນຕ່າງໆ ກ່ຽວກັບສິນຄ້າດັ່ງກ່າວ, ການລະບຸຂໍ້ຄວາມໃນສະຫຼາກຕ້ອງຊັດເຈນ, ອ່ານງ່າຍ, ເຂົ້າໃຈແຈ້ງ ແລະ ບໍ່ສາມາດລຶບໄດ້, ຂະໜາດຕົວເລກ ແລະ ຕົວອັກສອນທີ່ໃຊ້ເພື່ອລະບຸປະລິມານຕ້ອງມີ ຄວາມສູງຫຼາຍກວ່າ 02 ມມ, ຫົວໜ່ວຍປະລິມານຂອງຕົວເລກຕ້ອງຕັ້ງທ່ຽງ, ຍະຫວ່າງລະຫວ່າງຕົວເລກ ແລະ ຫົວໜ່ວຍວັດແທກທີ່ສາມາດຈໍາແນກໄດ້ ສໍາລັບພາສາຕ່າງປະເທດຢູ່ໃນສະຫຼາກ ຕ້ອງມີເນື້ອໃນສອດຄ່ອງກັບ ພາສາລາວທີ່ໄດ້ກໍານົດໄວ້ເນື້ອໃນຂອງສະຫຼາກ ດັ່ງນີ້: 

1. ຊື່ຂອງສິນຄ້າຫຸ້ມຫໍ່;

2. ຊື່ ແລະ ທີ່ຢູ່ຂອງໂຮງງານ ຫຼື ບໍລິສັດ, ຜູ້ຜະລິດ, ຜູ້ຫຸ້ມຫໍ່, ຜູ້ນໍາເຂົ້າ ຫຼື ຜູ້ຈໍາໜ່າຍ; 

3. ປະລິມານທີ່ກໍານົດ (ການລະບຸປະລິມານທີ່ກໍານົດ ຕ້ອງສອດຄ່ອງກັບຫົວໜ່ວຍວັດແທກຂອງ ສປປ ລາວ ຫຼື ສາກົນ (Sl) ທີ່ກໍານົດໄວ້); 

4. ວັນທີ, ເດືອນ, ປີຜະລິດ;

5. ວັນທີ, ເດືອນ, ປີໝົດອາຍຸ;

6. ຂໍ້ແນະນໍາການນໍາໃຊ້ ແລະ ການເກັບຮັກສາ;

7. ຈໍານວນ, ປະລິມານສຸດທິ, ບໍລິມາດ;

8. ສ່ວນປະກອບທີ່ກໍານົດແຈ້ງອັດຕາສ່ວນປະກອບ;

9. ຄໍາເຕືອນ;

10. ສິນຄ້າຫຸ້ມຫໍ່ທີ່ໄດ້ຮັບການຢັ້ງຢືນກາໝາຍຈະສະແດງດ້ວຍສັນຍາລັກ L (ໜ້າ ຫຼື ຫຼັງປະລິມານກໍານົດ);

11.ກໍລະນີສິນຄ້າຫຸ້ມຫໍ່ທີ່ເປັນທາດປະສົມ, ແຂງ ແລະ ແຫຼວປະສົມກັນ (ມີທັງທາດແຂງ ແລະ ທາດ ແຫຼວ) ການລະບຸປະລິມານຄ່າທີ່ກໍານົດ ແລະ ນ້ໍາໜັກຂອງທາດປະສົມໄວ້ໃນສະຫຼາກນັ້ນຕ້ອງຢູ່ໃນຂອບເຂດ ດຽວກັນກັບຂໍ້ຄວາມຊີ້ບອກປະລິມານຄ່າກໍານົດ. 

ມາດຕາ 14 ການອະນຸມັດເອກະສານ 

1. ພາຍຫຼັງເຫັນວ່າເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ລະບຸໄວ້ໃນມາດຕາ 11 ແລະ 12 ຂອງຂໍ້ຕົກລົງສະບັບນີ້ ໜ່ວຍງານຄຸ້ມຄອງສິນຄ້າຫຸ້ມຫໍ່ຈະປະສານສົມທົບກັບຄະນະກໍາມະການທີ່ກ່ຽວຂ້ອງລົງກວດກາ ພາຍໃນກໍານົດເວລາ ສິບວັນ ລັດຖະການ;

2. ພາຍຫຼັງໄດ້ຜ່ານການກວດສອບສິນຄ້າຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການທີ່ໄດ້ກໍານົດໄວ້ ແລ້ວ ອົງການຄຸ້ມຄອງຕ້ອງອອກໃບຢັ້ງຢືນຄວາມຖືກຕ້ອງຂອງສິນຄ້າຫຸ້ມຫໍ່ ພາຍໃນກໍານົດເວລາ ສິບວັນ ລັດຖະການ. 

ມາດຕາ 15 ການອອກໃບຢັ້ງຢືນ 

1. ໃບຢັ້ງຢືນການຂຶ້ນທະບຽນສິນຄ້າຫຸ້ມຫໍ່ແມ່ນອອກໃຫ້ເທື່ອດຽວໂດຍບໍ່ມີກໍານົດ;

2. ໃບຢັ້ງຢືນການກວດສອບສິນຄ້າຫຸ້ມຫໍ່ມີອາຍຸການນໍາໃຊ້ ໜຶ່ງ ປີ;

3. ໃບຢັ້ງຢືນກາໝາຍສິນຄ້າຫຸ້ມຫໍ່ມີອາຍຸການນໍາໃຊ້ ສາມ ປີ; 

4. ໃນກໍລະນີທີ່ມີການປ່ຽນແປງຂໍ້ມູນທີ່ມີຢູ່ໃນໃບຢັ້ງຢືນປະລິມານ, ຜູ້ດໍາເນີນທຸລະກິດຕ້ອງຂໍການປັບປຸງ, ແກ້ໄຂຂໍ້ມູນໃນໃບຢັ້ງຢືນປະລິມານ ແລະ ຂໍການອະນຸມັດຈາກ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. 

ມາດຕາ 16 ຄ່າທໍານຽມ ແລະ ຄ່າບໍລິການ 

ການກວດສອບ ແລະ ຢັ້ງຢືນກາໝາຍສິນຄ້າຫຸ້ມຫໍ່ ແມ່ນຕ້ອງໄດ້ຈ່າຍຄ່າທໍານຽມ ແລະ ຄ່າບໍລິການ ອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະ ໄລຍະ. 

ໝວດທີ 4
ສິດ
ແລະ ພັນທະ ຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້

ມາດຕາ 17 ສິດຂອງຜູ້ດໍາເນີນທຸລະກິດ 

ຜູ້ດໍາເນີນທຸລະກິດ ມີສິດ ດັ່ງນີ້:

1. ໂຄສະນາ ແລະ ເຜີຍແຜ່ກ່ຽວກັບສິນຄ້າຫຸ້ມຫໍ່ ພາຍຫຼັງໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ; 

2. ຮ້ອງຂໍຄວາມເປັນທໍາຕໍ່ພາກສ່ວນທີ່ກ່ຽວຂ້ອງ ຫາກເຫັນວ່າການກວດສອບສິນຄ້າຫຸ້ມຂອງຕົນບໍ່ ໄດ້ຮັບຄວາມເປັນທໍາ; 

3. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 18 ສິດຂອງຜູ້ຊົມໃຊ້ 

ຜູ້ຊົມໃຊ້ມີສິດ ດັ່ງນີ້:

1. ເລືອກເຟັ້ນສິນຄ້າຫຸ້ມຫໍ່ຕາມຄວາມຕ້ອງການຂອງຕົນ; 

2. ຮ້ອງຮຽນຕໍ່ພາກສ່ວນກ່ຽວຂ້ອງ ເມື່ອເຫັນວ່າ ສິນຄ້າຫຸ້ມຫໍ່ ທີ່ຕົນໄດ້ຮັບບໍ່ມີຄວາມຍຸຕິທໍາ ແລະ ບໍ່ສອດຄ່ອງກັບລະບຽບການ; 

3. ປະຕິບັດສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 19 ພັນທະຂອງຜູ້ດໍາເນີນທຸລະກິດ 

ຜູ້ດໍາເນີນທຸລະກິດ ມີພັນທະ ດັ່ງນີ້: 

1. ກ່ອນນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍສິນຄ້າຫຸ້ມຫໍ່ ຕ້ອງໄດ້ຜ່ານການກວດສອບ ແລະ ຢັ້ງຢືນ ຄວາມຖືກຕ້ອງຈາກອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່; 

2. ຮັບຜິດຊອບຄ່າໃຊ້ຈ່າຍໃນການລົງເຄື່ອນໄຫວກວດສອບທຸກຄັ້ງ;

3. ຮັບຜິດຊອບຕໍ່ທຸກຜົນເສຍຫາຍທີ່ເກີດຂຶ້ນຈາກສິນຄ້າຫຸ້ມຫໍ່ທີ່ຕົນໄດ້ດໍາເນີນທຸລະກິດນັ້ນ; 

4. ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກແກ່ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ ໃນແຕ່ລະຄັ້ງທີ່ມີການກວດສອບສິນຄ້າຫຸ້ມຫໍ່; 

5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 5
ອົງການຄຸ້ມຄອງ
ແລະ ກວດສອບສິນຄ້າຫຸ້ມຫໍ່

ມາດຕາ 20 ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ 

ອົງການຄຸ້ມຄອງການກວດສອບ ແລະ ຢັ້ງຢືນສິນຄ້າຫຸ້ມຫໍ່ ແມ່ນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍມອບໃຫ້ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມການມອບໝາຍ ຫຼື ຕາມການແບ່ງຂັ້ນຄຸ້ມຄອງ. 

ມາດຕາ 21 ສິດ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ 

ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ ມີສິດ ດັ່ງນີ້: 

1. ຄຸ້ມຄອງລະບົບການກວດສອບສິນຄ້າຫຸ້ມຫໍ່ຕາມລະບຽບການເຕັກນິກ ຊຶ່ງສອດຄ່ອງຕາມພາກພື້ນ ແລະ ສາກົນ ທີ່ກໍານົດໄວ້; 

2. ເກັບຕົວຢ່າງສິນຄ້າຫຸ້ມຫໍ່ໄປກວດສອບກ່ຽວກັບຂະໜາດ, ນໍ້າໜັກ, ມວນສານ ແລະ ບໍລິມາດ ທີ່ໄດ້ລະບຸໄວ້ໃນສະຫຼາກຂອງສິນຄ້າຫຸ້ມຫໍ່ຕາມລະບຽບການເຕັກນິກ ຊຶ່ງສອດຄ່ອງຕາມພາກພື້ນ ແລະ ສາກົນ ກ່ອນ ການຜະລິດ, ນໍາເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈໍາໜ່າຍ; 

3. ພາຍຫຼັງໄດ້ກວດສອບຖືກຕ້ອງຕາມລະບຽບການ ອົງການຄຸ້ມຄອງຈະອອກໃບຢັ້ງຢືນການກວດສອບ; 

4. ໃນກໍລະນີຜົນການກວດສອບນັ້ນບໍ່ສອດຄ່ອງຕາມທີ່ກໍານົດໄວ້, ພະນັກງານທີ່ກວດສອບຕ້ອງໄດ້ ເຮັດບົດບັນທຶກ ແລະ ສັ່ງໂຈະການຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍສິນຄ້າຫຸ້ມຫໍ່ນັ້ນໄວ້ຊົ່ວຄາວ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ; 

5. ໂຄສະນາ, ເຜີຍແຜ່ສູ່ສັງຄົມຮັບຮູ້ກ່ຽວກັບວຽກງານກວດສອບ ແລະ ຂຶ້ນທະບຽນສິນຄ້າຫຸ້ມຫໍ່;

6. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ມາດຕາ 22 ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ 

ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ ມີໜ້າທີ່ ດັ່ງນີ້: 

1. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກວດສອບສິນຄ້າຫຸ້ມຫໍ່ ໃຫ້ສອດຄ່ອງຕາມລະບຽບການເຕັກນິກ, ພາກພື້ນ ແລະ ສາກົນ; 

2. ມີຄວາມສະເຫມີພາບ, ຍຸຕິທໍາ ແລະ ໂປ່ງໃສ ໃນໜ້າທີ່ຄວາມຮັບຜິດຊອບ; 

3. ກໍານົດເວລາໃນການຈັດຕັ້ງປະຕິບັດການກວດສອບສິນຄ້າຫຸ້ມຫໍ່ ຢ່າງຈະແຈ້ງໃຫ້ແກ່ຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ (ຍົກເວັ້ນກໍລະນີກວດແບບສຸກເສີນ); 

4. ແນະນໍາຜູ້ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍສິນຄ້າຫຸ້ມຫໍ່ ກ່ຽວກັບຂັ້ນຕອນການແຈ້ງເອກະສານຂໍອະນຸຍາດກວດສອບສິນຄ້າຫຸ້ມຫໍ່; 

5. ເກັບຮັກສາ ແລະ ສະໜອງຂໍ້ມູນຕ່າງໆໃຫ້ພາກສ່ວນກ່ຽວຂ້ອງ ກ່ຽວກັບວຽກງານການກວດສອບ ສິນຄ້າຫຸ້ມຫໍ່; 

6. ລາຍງານກ່ຽວກັບສະພາບການເຄື່ອນໄຫວການກວດສອບສິນຄ້າຫຸ້ມຫໍ່ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງ; 

7. ອອກໃບຢັ້ງຢືນການກວດສອບສິນຄ້າຫຸ້ມຫໍ່ ທີ່ໄດ້ຜ່ານການກວດກາຖືກຕ້ອງ;

8. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. 

ໝວດທີ 6
ຂໍ້ຫ້າມ

ມາດຕາ 23 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ 

ຫ້າມຜູ້ດໍາເນີນທຸລະກິດ ມີພິດຕິກໍາ ດັ່ງນີ້: 

1. ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍສິນຄ້າຫຸ້ມຫໍ່ ທີ່ບໍ່ໄດ້ຜ່ານການກວດສອບ ແລະ ຢັ້ງຢືນຄວາມຖືກຕ້ອງຈາກອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່; 

2. ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ອົງການຄຸ້ມຄອງ ແລະ ກວດສອບສິນຄ້າຫຸ້ມຫໍ່ໃນການລົງກວດສອບ ແລະ ກວດກາ; 

3. ໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດສອບ;

4. ປອມແປງເອກະສານການຢັ້ງຢືນກ່ຽວກັບສິນຄ້າຫຸ້ມຫໍ່; 

5. ມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 24 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ກວດສອບສິນຄ້າຫຸ້ມຫໍ່ 

ຫ້າມເຈົ້າໜ້າທີ່ກວດສອບສິນຄ້າຫຸ້ມຫໍ່ ມີພຶດຕິກໍາ ດັ່ງນີ້:

1. ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່ຕໍ່ວຽກງານກວດສອບສິນຄ້າຫຸ້ມຫໍ່;

2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ ແລະ ການຈັດຕັ້ງໃດໜຶ່ງ;

3. ຮັບສິນບົນ, ສວຍໃຊ້ໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ; 

4. ປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນ.

ມາດຕາ 25 ຂໍ້ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ 

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກໍາ ດັ່ງນີ້: 

1. ສວຍໃຊ້ການເຄື່ອນໄຫວວຽກງານການກວດສອບສິນຄ້າຫຸ້ມຫໍ່ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງເຈົ້າໜ້າທີ່ກວດສອບສິນຄ້າຫຸ້ມຫໍ່; 

2. ໂຄສະນາ ແລະ ສົ່ງເສີມ ສິນຄ້າຫຸ້ມຫໍ່ທີ່ບໍ່ໄດ້ຜ່ານການກວດສອບຢ່າງຖືກຕ້ອງ;

3. ສ້າງມົນລະພິດຕໍ່ສະພາບແວດລ້ອມ ແລະ ສັງຄົມ;

4. ຊ່ວຍເຫຼືອ ແລະ ປົກປ້ອງ ຜູ້ລະເມີດຂໍ້ຕົກລົງສະບັບນີ້;

5, ປີດບັງ ແລະ ເຊື່ອງອໍາ ການກະທໍາທີ່ເປັນການລະເມີດລະບຽບກົດໝາຍ;

6. ມີພຶດຕິກໍາອື່ນ ທີ່ຜິດກັບລະບຽບກົດໝາຍ. 

ໝວດທີ 7
ນະໂຍບາຍຕໍ່ຜູ້ມີຜົນງານ
ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 26 ນະໂຍບາຍຕໍ່ຜູ້ມີຜົນງານ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງການວັດແທກ ຫຼື ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ໄດ້ຮັບການປະຕິບັດນະໂຍບາຍອື່ນ ຕາມລະບຽບກົດໝາຍ. 

ມາດຕາ 27 ມາດຕະການຕໍ່ລັດຖະກອນທີ່ກະທໍາຜິດຕໍ່ໜ້າທີ່ຮັບຜິດຊອບ 

ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໄນ ເຊັ່ນ: ສຶກສາອົບຮົມ, ຍົກ ຍ້າຍໜ້າທີ່, ປົດຕໍາແໜ່ງ ຫຼື ໄລ່ອອກຈາກລັດຖະກອນ, ນອກຈາກນີ້ຍັງຈະໄດ້ປະຕິບັດມາດຕະການຕ່າງໆ ຕາມລະບຽບກົດໝາຍ. 

ມາດຕາ 28 ມາດຕະການຕໍ່ຜູ້ລະເມີດໃນການນໍາໃຊ້ກາໝາຍ 

ຜູ້ດໍາເນີນທຸລະກິດທີ່ບໍ່ປະຕິບັດຕາມຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດ ດັ່ງນີ້:

- ຄັ້ງທີ 01 ເຮັດໜັງສືກ່າວເຕືອນ, ເຮັດບົດບັນທຶກ ແລະ ກໍານົດເວລາປັບປຸງພາຍໃນ ສາມສິບ ວັນ; 

- ຄັ້ງທີ 02 ຖ້າເຫັນວ່າຍັງບໍ່ປັບປຸງແມ່ນຈະໄດ້ເຮັດບົດບັນທຶກ, ໂຈະ ໃບຢັ້ງຢືນ ແລະ ກາໝາຍຊົ່ວຄາວ ກໍານົດເວລາປັບປຸງພາຍໃນ ສິບຫ້າ ວັນ; 

- ຄັ້ງທີ 03 ຖ້າບໍ່ປັບປຸງແມ່ນໃຫ້ຖອນໃບຢັ້ງຢືນ ແລະ ກາໝາຍ ພ້ອມທັງປັບໃໝຕາມລະບຽບການ.

ມາດຕາ 29 ມາດຕະການຕໍ່ຜູ້ລະເມີດອື່ນໆ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໄນ, ໃຊ້ແທນທາງເເພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ. 

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 30 ການຈັດຕັ້ງປະຕິບັດ 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ສົມທົບກັບຂະແຫນງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ.

ມາດຕາ 31 ຜົນສັກສິດ 

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ. ຂໍ້ຕົກລົງສະບັບນີ້ປ່ຽນແທນຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່ ຢູ່ ສປປ ລາວ ສະບັບເລກ ທີ 0542/ກວຕ, ລົງວັນທີ 16 ພຶດສະພາ 2017. 

ຂໍ້ກໍານົດ ແລະ ຂໍ້ຕົກລົງໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄໍາ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on packaging management, No. 1572/DSM.MOST, dated 27 November 2020 PDF
2 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ສິນຄ້າຫຸ້ມຫໍ່ນຳເຂົ້າຕ້ອງໄດ້ຮັບການຢັ້ງຢືນ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຕາມທີ່ໄດ້ລະບຸໄວ້ໃນບັນຊີສິນຄ້າຫຸ້ມຫໍ່ຕ້ອງໄດ້ຂື້ນທະບຽນ ແລະ ກວດສອບຢູ່ໃນ ສປປ ລາວ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
2 ສິນຄ້າຫຸ້ມຫໍ່ນຳເຂົ້າຕ້ອງໄດ້ຮັບການກວດກາ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຮັບການກວດກາ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
3 ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຕິດສະຫຼາກ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຕິດສະຫຼາກ ຕາມທີ່ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ເປັນຜູ້ກໍານົດ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
4 ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຕິດເຄື່ອງໝາຍ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຕິດເຄື່ອງໝາຍ ຕາມທີ່ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ເປັນຜູ້ກໍານົດ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
5 ສິນຄ້າຫຸ້ມຫໍ່ນຳເຂົ້າ ຕ້ອງໄດ້ຮັບການຈົດທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ສິນຄ້າຫຸ້ມຫໍ່ນໍາເຂົ້າ ຕ້ອງໄດ້ຮັບການຈົດທະບຽນ ຢູ່ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຕາມທີ່ໄດ້ລະບຸໄວ້ໃນບັນຊີສິນຄ້າຫຸ້ມຫໍ່ຕ້ອງໄດ້ຂື້ນທະບຽນ ແລະ ກວດສອບຢູ່ໃນ ສປປ ລາວ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່, ເລກທີ 1572/ກວຕ, ລົງວັນທີ 27 ພະຈິກ 2020. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.