ພາບກອງປະຊຸມ ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3

 

ກອງປະຊຸມ ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍຜ່ານລະບົບທາງໄກ ໃນຕອນເຊົ້າຂອງວັນທີ 17 ທັນວາ 2020, ໃຫ້ກຽດເປັນປະທານກອງປະຊຸມໂດຍ ພະນະທ່ານ ປອ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ). ມີ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຮອງຫົວໜ້າຄະນະ ທັງເປັນຜູ້ປະຈໍາການ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ບັນດາສະມາຊິກ ຄອຄ ຂັ້ນສູນກາງ ແລະ ຂັ້ນແຂວງ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າ/ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ທີ່ເປັນສະມາຊິກ ກອງເລຂາ ຄອຄ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ຈຸດປະສົງ ກອງປະຊຸມຄັ້ງນີ້ ແມ່ນລາຍງານກ່ຽວກັບໝາກຜົນ ການຈັດຕັ້ງປະຕິບັດວຽກງງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ພາຍໃຕ້ການຊີ້ນໍາ ແລະ ຈັດຕັ້ງປະຕິບັດໂດຍ ຄະນະກໍາມະການຊີ້ນໍາລວມວຽກງານອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ຂັ້ນແຂວງ ໃນໄລຍະໜຶ່ງປີຜ່ານມາ ແລະ ໄດ້ປຶກສາຫາລືບັນດາຂໍ້ຄົງຄ້າງ ແລະ ຂໍ້ສະເໜີຕ່າງໆ ໃນ 05 ບັນຫາໃຫຍ່ ຄື: Œ ການປັບປຸງໜ່ວຍງານ ປະຈໍາການຢູ່ດ່ານ ໃຫ້ສອດຄ່ອງກັບ ດໍາລັດ ເລກທີ 558/ລບ;  ຂໍ້ສະເໜີໃນການປັບປຸງບາງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ ກ່ຽວກັບ ການຢັ້ງຢືນ-ໜີບກົ່ວຕູ້ສິນຄ້າສົ່ງອອກ; Ž ບັນຫາການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ມີຄວາມຊໍ້າຊ້ອນກັນ ລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ ໂດຍບໍ່ສອດຄ່ອງກັບລະບຽບການ;  ນະໂຍບາຍສົ່ງເສີມການຍົກເວັ້ນອາກອນມູນຄ່າເພີ່ມ ແກ່ໂຄງການລົງທຶນທີ່ຊື້ສິນຄ້າທີ່ສະໜອງໂດຍຜູ້ຜະລິດພາຍໃນປະເທດ ແມ່ນຕິດພັນກັບການປັບປຸງບາງມາດຕາ ຂອງກົດໝາຍ ອາກອນມູນຄ່າເພີ່ມ ແລະ ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ;  ການສ້າງນິຕິກຳ ເພື່ອຮອງຮັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ຂອງໜ່ວຍງານປະຈໍາດ່ານ; ແລະ ບັນຫາປິ່ນອ້ອມອື່ນໆ ຢູ່ທັງສູນກາງ ແລະ ທ້ອງຖິ່ນ.

ພາບກອງປະຊຸມ ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3

ທ່ານ ນ ເຂັມມະນີ ພົນເສນາ,  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະຊີ້ນໍາລວມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ທັງເປັນຜູ້ປະຈໍາການ ໃຫ້ຮູ້ວ່າ: ໃນໄລຍະໜຶ່ງປີຜ່ານມາ ສປປ ລາວ ໄດ້ປະຕິບັດສໍາເລັດມາດຕະການ ໝວດ A, B ແລະ C ໃນສັນຍາ  WTO TFA ໄດ້ຈໍານວນ 18 ມາດຕະການ ຫຼື ບັນລຸໄດ້ 50% ຂອງ 36 ມາດຕະການຍ່ອຍ ທີ່ບັນດາປະເທດສະມາຊິກ ອົງການການຄ້າໂລກ (WTO-TFA) ຕ້ອງປະຕິບັດ ແລະ ໄດ້ສໍາເລັດການສັງລວມບັນດາມາດຕະການ ພ້ອມທັງ ອອກຂໍ້ຕົກລົງ 002/ຄອຄສ ຮັບຮອງເອົານິຕິກໍາ ແລະ ແຜນການສ້າງ,​ ປັບປຸງນິຕິກໍາກ່ຽວກັບການອອກອະນຸຍາດ,​ ການຢັ້ງຢືນນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ປະກອບມີ 51 ມາດຕະການ, ຕິດພັນກັບ 17 ກົມຂອງ 11 ກະຊວງທີ່ກ່ຽວຂ້ອງ. ປະຈຸບັນ ໄດ້ປັບປຸງແລ້ວ 07 ມາດຕະການ, ກໍາລັງສ້າງ ແລະ ປັບປຸງ 40 ມາດຕະການ ແລະ ລ່າຊ້າ 04 ມາດຕະການ. ໃນນັ້ນ ໄດ້ສ້າງສໍາເລັດ ແລະ ຖືກຮັບຮອງເອົາ ກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ) ເລກທີ 81/ສພຊ, ລົງວັນທີ 29 ມິຖູນາ 2020 ແລະ ໄດ້ອອກແຈ້ງການແນະນໍາ ເລກທີ 10036/ກພສ, ລົງວັນທີ 11 ທັນວາ 2019 ເພື່ອອໍານວຍຄວາມສະດວກໃຫ້ແກ່ການກວດປ່ອຍສິນຄ້າ. ບັນຫາການຕັ້ງຈຸດກວດກາຕາມເສັ້ນທາງ ແມ່ນກໍານົດພຽງ 03 ພາກສ່ວນ ຄື: ຕໍາຫຼວດຈະລາຈອນ, ສະຖານີຕິດຊັ່ງນໍ້າໜັກ ແລະ ຂະແໜງພາສີ. ທ່ານ ຍັງໄດ້ໃຫ້ຮູ້ຕື່ມວ່າ:   ກອງເລຂາ ຄອຄສ ໄດ້ປະສານສົມທົບກັບ ກອງເລຂາ LBF ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແກ້ໄຂບັນຫາທີ່ປິ່ນອ້ອມວຽກອໍານວຍຄວາມສະດວກທາງດ້ານການຄ້າ ສໍາເລັດ 09 ບັນຫາ, ມີ 21 ບັນຫາ ແມ່ນຢູ່ໃນຂັ້ນຕອນການດໍາເນີນການແກ້ໄຂ ແລະ ຍັງ 08 ບັນຫາຢູ່ໃນຂັ້ນຕອນພິຈາລະນາ.

ພາບກອງປະຊຸມ ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3

 

ທ່ານ ປອ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄສ ໄດ້ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ  ເປັນວຽກງານໜຶຶ່ງທີ່ສໍາຄັນ  ຊຶ່ງຫຼາຍໆ ປະເທດ ລວມທັງ ສປປ ລາວ ຂອງພວກເຮົາ ໄດ້ພະຍາຍາມປັບປຸງ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ຢູ່ພາຍໃນປະເທດໃຫ້ດີຂຶ້ນ, ເພືີ່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ ກໍຄືການສົ່ງເສີມການດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ເຂົ້າມາລົງທຶນໃນ ສປປ ລາວ ແລະ ທັງເປັນການຈັດຕັ້ງປະຕິບັດພັນທະສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ມີຕໍໍ່ ພາກພື້ນ ແລະ ສາກົນ. ທ່ານ ຍັງໃຫ້ຮູ້ຕື່ມວ່າ: ປີ 2019 ທີ່ຜ່ານມາ ສປປ ລາວ ແມ່ນຢູ່ອັນດັບທີ 154 ຈາກ 190 ປະເທດ ແລະ ຈັດຢູ່ອັນດັບທີ 9 ໃນກຸ່ມປະເທດອາຊຽນ ດີກວ່າ ປະເທດມຽນມ້າເທົ່ານັ້ນ ເຫັນວ່າ ພວກເຮົາຍັງຕ້ອງໃຊ້ຄວາມພະຍາຍາມຫຼາຍສົມຄວນເພື່ອເຮັດໃຫ້ອັນດັບດີຂື້ນຕາມລໍາດັບ. ທ່ານ ຫົວໜ້າ ຄອຄສ ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ຍາດແຍ່ງມາໄດ້ໃນການຈັດຕັ້ງປະຕິບັດວຽກງານຂອງ ຄອຄສ ໃນໄລຍະໜຶ່ງປີຜ່ານມາ ມັນສ່ອງແສງໃຫ້ເຫັນເຖິງຜົນງານພົ້ນເດັ່ນຕ່າງໆ ຂອງວຽກອໍານວຍຄວາມສະດວກທາງດ້ານການຄ້າ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ 8 (2016-2020) ເປັນຕົ້ນແມ່ນ ການປັບປຸງບັນດາລະບຽບການ, ຂັ້ນຕອນ ແລະ ເວລາ ໃນການອອກອະນຸຍາດ, ການຢັ້ງຢືນການນໍາເຂົ້າ-ສົ່ງອອກສິນຄ້າ; ການປັບປຸງຂະບວນການດໍາເນີນການຢູ່ດ່ານ ດ້ວຍການນໍາໃຊ້ຫຼັກການບໍລິຫານຄວາມສ່ຽງ; ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ອື່ນໆ ລວມທັງການສັງເກດຕີລາຄາ ແລະ ໄດ້ວາງແຜນລະອຽດວຽກໃນຕໍ່ໜ້າ.

ພາບກອງປະຊຸມ ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກຂອງ ຄອຄສ ຂັ້ນສູນກາງ ແລະ ຂັ້ນແຂວງ ຈົ່ງເປັນເຈົ້າການເຊີດຊູນໍ້າໃຈຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອແລກປ່ຽນຄໍາຄິດເຫັນ, ວາງທິດທາງ ແລະ ແຜນການໃນຕໍ່ໜ້າ ແນ່ໃສ່ຮັບປະກັນການປະສານງານຢ່າງກົມກຽວ ທັງພາຍໃນ ແລະ ພາຍນອກ, ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານວຽກໃນແຕ່ລະໄລຍະໃຫ້ເປັນລະບົບ ເພືີ່ອຮັບປະກັນການຈັດຕັ້ງປະຕິບັດ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຢ່າງມີປະສິດທິຜົນສູງສຸດ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.