ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ  

ເລກທີ 2119/ປທສ
ນະຄອນຫຼວງວຽງຈັນ

ວັນທີ 16 ພະຈິກ 2020

 

ຂໍ້ຕົກລົງ

ວ່າດ້ວຍ ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ

  • ອີງຕາມ ກົດໝາຍວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 22/ນຍ, ລົງວັນທີ 16 ມັງກອນ 2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ລັດຖະມົນຕີ ອອກຂໍ້ຕົກລົງ

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

   ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ, ມາດຕະການ, ຂອບເຂດສິດ ແລະ ໜ້າທີ່ ກ່ຽວກັບການປະຕິບັດງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອສົ່ງເສີມ ແລະ ປົກປ້ອງ ຜູ້ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ຮັບປະກັນການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ 2 ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ

   ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ ແມ່ນການຕິດຕາມກວດກາສະຖານີຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານປະເພດຕ່າງໆ.

ມາດຕາ 3 ການອະທິບາຍຄຳສັບ

   ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ໝາຍເຖິງ ພະນັກງານ-ລັດຖະກອນທີ່ສັງກັດຢູ່ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ວຽກງານສະເພາະກິດໃດໜຶ່ງ;
  2. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ໝາຍເຖິງ ອຸປະກອນ ຫຼື ພາຫະນະ ທີ່ນໍາໃຊ້ເຂົ້າໃນວຽກງານການວັດແທກ, ວິເຄາະ ແລະ ຊອກຫາຄື້ນຄວາມຖີ່ວິທະຍຸສື່ສານ;
  3. ເປົ້າໝາຍຖືກກວດກາ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄື້ນຄວາມຖີ່ວິທະຍຸສື່ສານ ຢູ່ໃນ ສປປ ລາວ.

ມາດຕາ 4 ຂອບເຂດການນໍາໃຊ້

   ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ຢູ່ ສປປ ລາວ.

ໝວດທີ 2
ການຕິດຕາມກວດກາຄື້ນຄວາມຖີ່ວິທະຍຸສື່ສານ

ມາດຕາ 5 ການລົງຕິດຕາມກວດກາການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ

   ການລົງຕິດຕາມກວດກາການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ມີ ດັ່ງນີ້:

  1. ນໍາໃຊ້ພາຫະນະ ແລະ ອຸປະກອນກວດກາຄື້ນຄວາມຖີ່ວິທະຍຸສື່ສານ ປະເພດຄົງທີ່, ເຄື່ອນທີ່, ແບບພົກພາ ແລະ ເຄື່ອງບິນບໍ່ີຄົນຂັບ (Drone);
  2. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງຕິດຕາມກວດກາ ຫຼື ປະຈຳການ ໃນສະຖານທີ່ ທີ່ເປັນເປົ້າໝາຍຖືກກວດກາ;
  3. ກວດກາສະເພາະກິດໃດໜຶ່ງ ທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກໍານົດເວລາ;
  4. ກວດກາສະຖານທີ່ຄື້ນຄວາມຖີ່ວິທະຍຸສື່ສານໂດຍກົງ ທີ່ເປັນເປົ້າໝາຍຫຼໍ່ແຫຼມ.

ມາດຕາ 6 ເນື້ອໃນກວດກາ

   ເນື້ອໃນກວດກາການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ມີ ດັ່ງນີ້:

  1. ໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;
  2. ໃບຮັບຮອງມາດຕະຖານເຕັກນິກ, ການນໍາເຂົ້າ ແລະ ຕິດຕັ້ງ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ;
  3. ໃບຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານຂອງເຄື່ອງບິນບໍ່ມີຄົນຂັບ (Drone);
  4. ທຸກຍ່ານ, ແຖບ ແລະ ຊ່ອງ ຄື້ນຄວາມຖີ່ວິທະຍຸສື່ສານ;
  5. ຊອກຫາແຫຼ່ງກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ;
  6. ວັດແທກຄ່າຂໍ້ມູນເຕັກນິກຂອງອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ.

ມາດຕາ 7 ການກວດກາມາດຕະຖານຄວາມປອດໄພການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ

   ການກວດກາມາດຕະຖານຄວາມປອດໄພການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ປະຕິບັດ ດັ່ງນີ້:

  1. ກວດຂໍ້ມູນທາງດ້ານເຕັກນິກອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ;
  2. ກວດເລກລະຫັດອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ;
  3. ກວດກາການຮັບຮອງມາດຕະຖານເຕັກນິກ;
  4. ກວດກາວັດແທກການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ, ຄວາມແຮງສະໜາມໄຟຟ້າ, ຄວາມແຮງສະໜາມແມ່ເຫຼັກ, ຄວາມໜາແໜ້ນຕໍ່ກໍາລັງສົ່ງ ແລະ ອັດຕາສ່ວນດູດກືນພະລັງງານສະເພາະ ຕາມລະບຽບການສະເພາະ.

ໝວດທີ 3
ຂໍ້ຫ້າມ

ມາດຕາ 8 ຂໍ້ຫ້າມທົ່ວໄປ

   ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

  1. ນໍາເຂົ້າ, ຕິດຕັ້ງ, ນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄື້ນສັນຍານຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  2. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ກົດໜ່ວງທ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  3. ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ;
  4. ເປັນສື່ກາງ, ໃຫ້ສິນບົນ ແລະ ຮັບສິນບົນ ເພື່ອຜົນປະໂຫຍດໃນວຽກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  5. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 9 ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດກາ

  ຫ້າມຜູ້ໃຫ້ບໍລິການ ແລະ ຜູ້ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ມີພຶດຕິກໍາ ດັ່ງນີ້:

  1. ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ບໍ່ຖືກຕາມເປົ້າໝາຍ;
  2. ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ບໍ່ຖືກຕາມເງື່ອນໄຂທີ່ກໍານົດໄວ້ໃນໃບອະນຸຍາດ;
  3. ປະຕິເສດການສະໜອງຂໍ້ມູນ, ຫຼັກຖານ, ເອກະສານທີ່ກ່ຽວຂ້ອງກັບການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;
  4. ໃຫ້ສິນບົນພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  5. ຊຸກເຊື່ອງ, ທຳລາຍອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ເປັນຫຼັກຖານຂອງການກວດກາ;
  6. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 10 ຂໍ້ຫາມສໍາລັບພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ

   ຫ້າມພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ມີ ພຶດຕິກໍາ ດັ່ງນີ້:

  1. ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;
  2. ເອົາບັດ ຫຼື ເອກະສານຢັ້ງຢືີນການເຮັດວຽກຂອງພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ໃຫ້ບຸກຄົນອື່ນນໍາໃຊ້;
  3. ນໍາເອົາອຸປະກອນກວດກາຄື້ນຄວາມຖີ່ວິທະຍຸສື່ສານປະເພດຕ່າງໆ ທີ່ຕົນຄຸ້ມຄອງໄປນໍາໃຊ້ສ່ວນຕົວ ຫຼື ໃຫ້ບຸກຄົນອື່ນນໍາໃຊ້;
  4. ຮັບສິນບົນ ຫຼື ຕໍ່ລອງກັບເປົ້າໝາຍຖືກກວດກາໃນຮູບການຕ່າງໆ;
  5. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 4
ສິດ ແລະ ໜ້າທີ່ຂອງພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການແກ້ໄຂຄື້ນຄວາມຖີ່ວິທະຍຸສື່ສານລົບກວນ

ມາດຕາ 11 ສິດ ແລະ ໜ້າທີ່ຂອງພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ

   ພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ມີ ສິດ ແລະ ໜ້າ  ທີ່ ດັ່ງນີ້:

  1. ກວດກາທຸກຍ່ານຄື້ນຄວາມຖີ່ວິທະຍຸສື່ສານ ຢ່າງເປັນປົກກະຕິ, ຕາມການສະເໜີຂອງພາກສ່ວນຕ່າງໆ ແລະ ຕາມທິດຊີ້ນໍາຂອງຂັ້ນເທິງ;
  2. ກວດກາຊອກຫາແຫຼ່ງທີ່ມາຂອງສັນຍານລົບກວນ ແລະ ການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ຂອງທຸກສະຖານີ;
  3. ຄຸ້ມຄອງ, ຕິດຕາມກວດກາ ການນໍາເຂົ້າ, ຈຳໜ່າຍ, ຕິດຕັ້ງ, ຜະລິດ ແລະ ສົ່ງອອກ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ;
  4. ສັ່ງຢຸດຕິການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານຂອງທຸກສະຖານີ ທີ່ບໍ່ໄດ້ຮັບອະນຸຍາດ;
  5. ສັ່ງຢຸດຕິການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານຊົ່ວຄາວຂອງທຸກສະຖານີ ໃນບໍລິເວນຖືກສົງໃສ ທີ່ກໍ່ໃຫ້ເກີດການລົບກວນ;
  6. ແກ້ໄຂຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ຕາມກົດໝາຍ ແລບະ ລະບຽບການ ຂອງ ສປປ ລາວ ແລະ ສາກົນ;
  7. ລົງຕິດຕາມກວດກາ ໃບອະນຸຍາດນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄື້ນຄວາມຖີ່ວິທະຍຸສື່ສານ ປະຈຳປີ;
  8. ລົງຕິດຕາມກວດກາ ການນໍາເຂົ້າອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານຊົ່ວຄາວຂອງທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ;
  9. ປະສານສົມທົບກັບພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອສ້າງເງື່ອນໄຂໃນການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  10. ອາຍັດອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ບໍ່ມີໃບອະນຸຍາດຮັບຮອງ ຫຼື ໃບຢັ້ງຢືນມາດຕະຖານເຕັກນິກ, ໃບອະນຸຍາດນໍາເຂົ້າ, ໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໃບອະນຸຍາດນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
  11. ຄຸ້ມຄອງຂອງກາງທີ່ຢຶດ ຫຼື ອາຍັດໄວ້ ເພື່ອລໍຖ້າຜົນຂອງການພິຈາລະນາ ຂອງຂັ້ນເທິງທີ່ກ່ຽວຂ້ອງ;
  12. ກ່າວເຕື່ອນ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ກົດໝາຍ ແລະ ຂໍ້ຕົກລົງສະບັບນີ້;
  13. ກວດກາຂໍ້ມູນທາງດ້ານເຕັກນິກອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ກ່ຽວກັບກໍາລັງສົ່ງ, ຄວາມກວ້າງ (Bandwith) ແລະ ຄື້ນຄວາມຖີ່ວິທະຍຸສື່ສານ ກ່ອນອອກໃບອະນຸຍາດນໍາໃຊ້;
  14. ກວດກາ, ວັດແທກ ແລະ ຢັ້ງຢືນມາດຕະຖານຄວາມປອດໄພຂອງການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ຂອງເສົາຮັບ-ສົ່ງສັນຍານ ແລະ ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ກ່ອນ ແລະ ຫຼັງການນໍາໃຊ້;
  15. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທິດຊີ້ນໍາຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.

ມາດຕາ 12 ການແກ້ໄຂຄື້ນຄວາມຖີ່ວິທະຍຸສື່ສານລົບກວນ

   ພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ເປັນເຈົ້າການຊອກຫາ ແລະ ແກ້ໄຂຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ຕາມການສະເໜີຂອງທຸກພາກສ່ວນ ແລະ ທຸກກໍລະນີທີ່ກວດພົບເຫັນ ເພື່ອແກ້ໄຂໃຫ້ທັນເວລາ.

   ໃນການແກ້ໄຂບັນຫາຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ທີ່ເປັນເຈົ້າຂອງສະຖານີຄື້ນຄວາມຖີ່ວິທະຍຸສື່ສານ ທີ່ຖືກສົງໃສກໍ່ໃຫ້ເກີດການລົບກວນ ຕ້ອງໃຫ້ຄວາມຮ່ວມມືກັບພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  2. ຜູ້ທີ່ໄດ້ຮັບອະນຸຍາດ ຕ້ອງແຈ້ງໃຫ້ພະນັກງານກວດກາຄື້ນຄວາມຖີ່ວິທະຍຸສື່ສານ ລົງກວດກາແກ້ໄຂ ໃນກໍລະນີສົງໃສວ່າຕົນຖືກລົບກວນ;
  3. ພິຈາລະນາແກ້ໄຂຄື້ນຄວາມຖີ່ວິທະຍຸສື່ສານລົບກວນ ຕາມແຕ່ກໍລະນີ ທີ່ເຫັນວ່າມີຄວາມສໍາຄັນ, ບູລິມະສິດ ແລະ ມີເງື່ອນໄຂຄົບຖ້ວນ;
  4. ລົງກວດ ແລະ ແກ້ໄຂດ່ວນໃນ ຄື້ນຄວາມຖີ່ວິທະຍຸສື່ສານລົບກວນທີ່ສົ່ງຜົນເຖິງຄວາມປອດໄພແກ່ຊີວິດ;
  5. ຄວບຄຸມສະຖານີຄື້ນຄວາມຖີ່ວິທະຍຸສື່ສານ ໄລຍະຊົ່ວຄາວ;
  6. ສັ່ງຢຸດຕິການນໍາໃຊ້, ຖອນການຕິດຕັ້ງ ແລະ ອາຍັດອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານທັງໝົດ ຖ້າເຫັນວ່າມີການນໍາໃຊ້ທີ່ຜິດກົດໝາຍ ແລະ ລະບຽບການ;
  7. ເຮັດບົດບັນທຶກທຸກຄັ້ງ ຕໍ່ຜູ້ລະເມີດເມື່ອກວດກາພົບເຫັນ.

ໝວດທີ 5
ບົດບັນຍັດສຸດທ້າຍ

ມາດຕາ 13 ການຈັດຕັ້ງປະຕິບັດ

   ມອບໃຫ້ກົມຄື້ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 14 ຜົນສັກສິດ

   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງທີ່ໄດ້ລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ລັດຖະມົນຕີ

ທັນສະໄໝ ກົມມະສິດ

 

# ຫົວຂໍ້ ດາວໂຫຼດ
1 Decision on the Radio Frequency Inspection, No. 2119/MPT, dated 16 November 2020 PDF
2 ຂໍ້ຕົກລົງ ວ່າດ້ວຍ ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ, ເລກທີ 2119/ປທສ, ລົງວັນທີ 16 ພະຈິກ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.