ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ,​ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີສະບັບເລກທີ 1204/ອຄ. ກອຫ,​ ລົງວັນທີ 24 ທັນວາ 2020 ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດກ່ຽວກັບເຄມີໃນ ສປປ ລາວ ທີີມີຈຸດປະສ່ົງຂໍຂຶ້ນທະບຽນບັນຊີເຄມີ ຕ້ອງປະກອບເອກະສານຍື່ນຕໍ່ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໂດຍກົງ ຫຼື ຜ່ນທະບົບເອເລັກໂຕຣນິກ ໂດຍມີເອກະສານປະກອບ ດັ່ງນີ້:

  1. ໜັງສືສະເໜີຂຶ້ນທະບຽນບັນຊີເຄມີ ຕາມແບບພິມ ທີ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ
  2. ບົດປະເມີນຄວາມສ່ຽງເຄມີ ຕາມແບບພິມທີ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ
  3. ເອກະສານຂໍ້ມູນຄວາມປອດໄພເຄມີຂອງຜູ້ຜະລິດ ເປັນພາສາລາວ ຫຼື ພາສາອັງກິດ
  4. ສໍາເນົາໃບທະບຽນວິສາຫະກິດຈາກຜູ້ຜະລິດ ຫຼື ຫ້ອງວິໄຈທີ່ໄດ້ຮັບອະນຸຍາດຖືກຕ້ອງເປັນພາສາລາວ ຫຼື ພາສາອັງກິດ ໃນກໍລະນີເປັນທາດປະສົມ.

ພາຍຫຼັງຂຶ້ນທະບຽນແລ້ວຕ້ອງການນໍາເຂົ້າ ແລະ ສົ່ງອອກເຄມີອັນຕະລາຍປະເພດສອງ ແລະ ສາມ ໃຫ້ປະກອບເອກະສານ ຍື່ນຕໍ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ເພື່ອຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ໂດຍມີເອກະສານ ດັ່ງນີ້:

  1. ໜັງສືສະເໜີຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກເຄມີ ອັນຕະລາຍ ປະເພດສອງ ແລະ ສາມ ຕາມແບບພິມ ທີ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ
  2. ສໍາເນົາໃບອະບຽນວິສາຫະກິດ,​ ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດລົງທຶນ
  3. ສໍາເນົາໃບທະບຽນບັນຊີເຄມີ
  4. ໃບແຈ້ງລາຄາ ແລະ ໃບສັ່ງຊື້ສິນຄ້າ
  5. ສໍາເນົາແຜນຄວາມຕ້ອງການປະຈໍາປີ ສໍາລັບການນໍາເຂົ້າ,​ ແຜນຜະລິດ ແລະ ຈໍາໜ່າຍປະຈໍາປີສໍາລັບການສົ່ງອອກ
  6. ສັນຍາຊື້ຂາຍລະຫວ່າງ ຜູ້ນໍາເຂົ້າ ແລະ ຜູ້ນໍາໃຊ້ພາຍໃນ ໃນກໍລະນີນໍາເຂົ້າເພື່ອສະໜອງໂດຍກົງໃຫ້ກັບຜູ້ອື່ນ
  7. ໃບອະນຸຍາດນໍາເຂົ້າຈາກປະເທດປາຍທາງ ໃນກໍລະນີສົ່ງອອກເຄມີອັນຕະລາຍປະເພດສອງ ແລະ ສາມຈາກ ສປປ ລາວ ໄປປະເທດອື່ນ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.