ກະຊອງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ສະບັບເລກທີ1206/ອຄ.ກຂອ,​ ລົງວັນທີ 25 ທັນວາ 2020 ເພື່ອອໍານວຍຄວາມສະດວກໃຫ້ຜູ້ສົ່ງອອກສິນຄ້າເຂົ້າໃຈຂັ້ນຕອນການດໍາເນີນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ຕາມໃບຢັ້ງຢືນສິດ ທີ່ອອກໃຫ້ໂດຍກົມການນໍາເຂົ້າ ແລະ ສົ່ງອອກ ຊຶ່ງຜູ້ສົ່ງອອກ ບໍ່ຕ້ອງສະເໜີເຖິງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດໃນການສົ່ງອອກສິນຄ້າແຕ່ລະຄັ້ງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຖືກຕ້ອງ,​ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ອາຊຽນ.

ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ໃນການສົ່ງອອກສິນຄ້າແຕ່ລະຄັ້ງ ຕ້ອງມີໃບຢັ້ງຢືນສິດທີ່ຍັງມີຜົນບັງຄັບໃຊ້ຕາມລະບຽບກົດໝາຍ ແລະ ຕ້ອງມີໃບແຈ້ງລາຍລະອຽດແຫຼ່ງກໍາເນີດສິນຄ້າ ທີ່ປະກອບມີຂໍ້ມູນ ດັ່ງນີ້:

  1. ຂໍ້ມູນ ແລະ ລະຫັດຜູ້ສົ່ງອອກທີ່ໄດ້ຮັບສິດຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ
  2. ຊື່ຂອງສິນຄ້າ,​ ລະຫັດສິນຄ້າຕາມສາລະບານອັດຕາພາສີ (HS Code)  ໃນລະດັບ 06 ຕົວເລກ,​ ຈໍານວນ ແລະ ປະລິມານຂອງສິນຄ້າ
  3. ເງື່ອນໄຂແຫຼ່ງກໍາເນີດສິນຄ້າ ແລະ ປະເທດທີ່ໄດ້ແຫຼ່ງກໍາເນີດຂອງສິນຄ້າ
  4. ລາຄາ FOB ໃນກໍລະນີໃຊ້ກົດການສ້າງມູນຄ່າເພີ່ມໃນພາກພີ້ນ
  5. ເຄື່ງໝາຍການຄ້າ (ຖ້າມີ)
  6. ໃນກໍລະນີຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງແບບຕໍ່ເນື່ອງ (Back-to-Back) ຕ້ອງມີເລກທີ ແລະ ວັນທີ ຂອງເອກະສານຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສະບັບຕົ້ນ ແລະ ລະຫັດຜູ້ສ່ົງອອກທີ່ໄດ້ຮັບສິນຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງຂອງປະເທດຜູ້ສົ່ງອອກທໍາອິດ.

ບຸນຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ຕ້ອງປະກອບການເອກະສານເພື່ອສະເໜີອອກໃບຢັ້ງຢືນສິດ ດັ່ງນີ້:

  1. ຄໍາຮ້ອງ ຕາມແບບພິມທີ່ກົມການນໍາເຂົ້າ ແລະ ສົ່ງອອກໄດ້ກໍານົດ
  2. ຂໍ້ມູນຜູ້ສົ່ງອອກ ຕາມແບບພິມທີ່ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ
  3. ສໍາເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (Confirmation of Product Eligibility: CPE) ທີ່ອອກໃຫ້ໂດຍຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.