ອີງຕາມ ແຈ້ງການ ສືບຕໍ່ ຄວບຄຸມ ການລະບາດພະຍາດຜີວໜັງອັກເສບຕິດຕໍ່ ງົວຄວາຍ ຢູ່ ສປປ ລາວ, ເລກທີ 1576/ກລປ, ລົງວັນທີ 1 ກໍລະກົດ 2021 ທີ່ມີເນື້ອໃນອັນສໍາຄັນດັ່ງນີ້:

     ອະນຸຍາດ ໃຫ້ ມີການ ເຄື່ອນຍ້າຍສັດປະເພດງົວຄວາຍ ຢູ່ພາຍໃນແຂວງ ໂດຍສະເພາະລະຫວ່າງບ້ານຕໍ່ບ້ານ ແລະ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ແຕ່ສັດທີ່ອະນຸຍາດໃຫ້ເຄື່ອນຍ້າຍນັ້ນ ຕ້ອງຜ່ານການກວດກາສຸຂະພາບຂອງເຈົ້າໜ້າທີສັດຕະວະແພດທີ່ຖືກແຕ່ງຕັ້ງໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໂດຍຕ້ອງມີການຢັ້ງຢືນດັ່ງນີ້:

ພາບປະກອບ
  • ໃບຢັ້ງຢືນການກວດສຸຂະພາບສັດ ຫຼື ໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ງົວ-ຄວາຍ ຢ່າງໜ້ອຍ 21 ວັນ;
  • ບໍ່ພົບອາການຕຸ່ມພອງຂອງພະຍາດຜິວໜັງອັກເສບຕິດຕໍ່ງົວຄວາຍ;
  • ບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;
  • ໃນກໍລະນີສົງໄສ ໃຫ້ ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງ ລາຍງານໂດຍດ່ວນ ຕໍ່ ກົມລ້ຽງສັດ ແລະ ການປະມົງ ພ້ອມທັງລົງສົມທົບ ກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ດໍາເນີນການແຍກປ່ຽວ (ຄັດອອກຈາກຝູງ), ປີ່ນປົວຕາມອາການ ແລະ ເກັບຕົວຢ່າງ ສົ່ງໃຫ້ ສູນວິໄຈພະຍາດສັດແຫ່ງຊາດ ເພື່ອກວດກາວິໄຈ ຫາເຊື້ອພະຍາດ; ຖ້າກວດພົບເຊື້ອພະຍາດ ແມ່ນໃຫ້ປະຕິບັດຕາມມາດຕະການແຍກປ່ຽວ, ກັກກັນ ແລະ ປີ່ນປົວໂດຍທັນທີ.

          ໃຫ້ບັນດາດ່ານກວດກາສັດຕະວະແພດສາກົນ, ດ່ານທ້ອງຖີ່ນ ແລະ ດ່ານປະເພນີ ສືບຕໍ່ ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ ໂດຍໃຫ້ປະຕິບັດ ດັ່ງນີ້:

  • ສໍາລັບການນໍາເຂົ້າສັດໃຫຍ່ ໃຫ້ອະນຸຍາດສະເພາະ ສັດທີ່ໃຊ້ເປັນແນວພັນເທົ່ານັ້ນ ແລະ ໃຫ້ມີ ໃບຢັ້ງຢືນສຸຂະພາບສັດ ແລະ ການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວຄວາຍ ແລະ ຕ້ອງບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;
  • ສໍາລັບສັດສົ່ງຜ່ານທຸກໂຕ ໃຫ້ມີ ໃບຢັ້ງຢືນສຸຂະພາບສັດ ແລະ ການຢັ້ງຢືນແຫຼ່ງທີ່ມາຂອງສັດຈາກອົງການຂອງລັດຂອງປະເທດສົ່ງອອກ, ໃຫ້ມີໃບຢັ້ງຢືນການສັກຢາກັນພະຍາດຜີວໜັງອັກເສບຕິດຕໍ່ ຢ່າງໜ້ອຍ 21 ວັນ, ບໍ່ພົບອາການຕຸ່ມພອງຂອງພະຍາດຜີວໜັງອັກເສບຕິດຕໍ່ງົວຄວາຍ ແລະ ຕ້ອງບໍ່ພົບອາການໄຂ້ສູງເກີນກ່ວາ 40 ອົງສາ ເຊ;
  • ໃນກໍລະນີພົບສັດມີອາການ ແລະ ສົງໄສ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້້າ ແລະ ສົ່ງຜ່ານໂດຍເດັດຂາດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.