ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົໍ່ວໂລກ ແລະ ພາກພືີ້ນຮອດກາງປີ 2021 ນີີ້ ຍັງມີຄວາມ ໜັກໜ່ວງ ເຖິງແມ່ນວ່າອັດຕາການສັກວັກຊີນປ້ອງກັນພະຍາດດັັ່ງກ່າວ ໄດ້ເພີັ່ມຂ ຶ້ນຢ ່ຫຼາຍປະເທດແລ້ວກໍຕາມ. ຢ ່ປະເທດເຮົາ ກໍເກີດມີການແພ່ລະບາດ ຮອບທີ 2. ຊ ໍ່ງຈໍານວນຜູ້ຕິດເຊືີ້ອອາດມີໜ້ອຍ ທຽບກັບບັນດາປະເທດໃນໂລກ, ແຕ່ຖ້າທຽບໃສ່ຄວາມສາມາດຮອງຮັບຂອງລະບົບສາທາລະນະສຸກ ກໍຄື ບຸກຄະລາກອນທາງການແພດຂອງປະເທດເຮົາ ເຫັນວ່າຢູ່ໃນລະດັບທີໍ່ໜ້າເປັນຫ່ວງຫ າຍ. ສະນັີ້ນ, ລັດຖະບານຈ ໍ່ງໃຫ້ຄວາມສໍາຄັນຕໍໍ່ການສະກັດກັີ້ນແຕ່ຫົວທີ, ລວມທັງເລັໍ່ງບັນເທົາຜົນກະທົບທີໍ່ເກີດຂ ີ້ນຕໍໍ່ເສດຖະກິດ ແລະ ສັງຄົມ ກໍຄື ຫົວໜ່ວຍທຸລະກິດ ແລະ ປະຊາຊົນ ຄວບຄູ່ກັບການເລັໍ່ງສັກວັກຊີນ, ຈົນເຮັດໃຫ້ຈໍານວນຜູ້ຕິດເຊືີ້ອລາຍວັນຫຼຸດລົງຢ່າງຕໍໍ່ເນືໍ່ອງ, ສາມາດປະຄັບປະຄອງເສດຖະກິດໃຫ້ຍັງສາມາດເດີນໜ້າຕໍໍ່ໄປໄດ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການແກ້ໄຂໂດຍພືີ້ນຖານ. ສະນັີ້ນ, ໂດຍລວມແລ້ວເສດຖະກິດໃນໄລຍະຕົີ້ນປີ 2021 (ໄຕມາດ1) ມີຫ າຍດ້ານຕັີ້ງໜ້າ ເປັນຕົີ້ນແມ່ນ ການຟືີ້ນຕົວຂອງການທ່ອງທ່ຽວພາຍໃນ, ການສົໍ່ງອອກທີໍ່ເພີໍ່ມຂ ີ້ນ, ການລົງທ ນທີໍ່ຟົດຟືີ້ນກວ່າເກົໍ່າ ແລະ ໂຄງການໃຫຍ່ລະດັບຊາດຕ່າງໆ ຍັງສືບຕໍໍ່ປະຕິບັດໄດ້ດີ. ເຖິງຢ່າງໃດກໍຕາມ, ຄວາມບໍໍ່ແນ່ນອນກ່ຽວກັບການລະບາດຂອງພະຍາດນັບແຕ່ໄຕມາດ 2 ເປັນຕົີ້ນມາ ການຟືີ້ນຕົວຂອງເສດຖະກິດໂລກ ແລະ ພາກພືີ້ນ, ລວມທັງບັນຫາຄວາມຂັດແຍ່ງຕ່າງໆທາງດ້ານການເມືອງ ແລະ ເສດຖະກິດຂອງຫ າຍປະເທດພາຍນອກ ລ້ວນແລ້ວແຕ່ເປັນສິໍ່ງທ້າທາຍຕໍໍ່ການຟືີ້ນຕົວຂອງເສດຖະກິດລາວ ແລະ ການບັນລຸຄາດໝາຍດ້ານການເຕີບໂຕຂອງເສດຖະກິດແຫ່ງຊາດ ໝົດປີ 2021, ການຈັດຕັີ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັີ້ງທີ 9, ການບັນລຸເງືໍ່ອນໄຂການຫຼຸດພົີ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ບັນດາເປົີ້າໝາຍການພັດທະນາແບບຍືນຍົງ (SDGs).

    ໃນສະພາບທີັ່ຍັງມີຄວາມບໍັ່ແນ່ນອນດັັ່ງກ່າວ, ຍັງມີຫຼາຍບັນຫາທີັ່ຕ້ອງໄດ້ສືບຕໍັ່ເອົາໃຈໃສ່ປັບປຸງ ແລະ ແກ້ໄຂ ເພືັ່ອປະຄັບປະຄອງໃຫ້ເສດຖະກິດສາມາດຂະຫຍາຍຕົວຕໍັ່ເນືັ່ອງ ແລະ ຍືນຍົງ. ສິັ່ງດັັ່ງກ່າວ ໄດ້ຮຽກຮ້ອງໃຫ້ມີການຕິດຕາມ ແລະ ປະເມີນສະພາບດ້ານເສດຖະກິດ ແລະ ສັງຄົມເປັນແຕ່ລະໄລຍະ, ໂດຍສະເພາະແມ່ນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ຮອບທີ 2. ສະນັຶ້ນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈ ັ່ງໄດ້ມອບໝາຍໃຫ້ບັນດາສ ນວິຊາການອ້ອມຂ້າງສະຖາບັນ ເປັນໃຈກາງຄົີ້ນຄວ້າສະພາບເສດຖະກິດ ແລະ ສັງຄົມໃນໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19 ຮອບສອງ ເພືັ່ອສະໜອງຂໍຶ້ມ ນທີັ່ຈໍາເປັນໃຫ້ແກ່ພັກ ແລະ ລັດຖະບານ ໃນການຮັບມືກັບສະພາບການ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ສະໜອງຂໍຶ້ມ ນຂ່າວສານດ້ານເສດຖະກິດ-ສັງຄົມ ໃຫ້ແກ່ມວນຊົນ, ສະຖາບັນການສ ກສາ, ພາກທຸລະກິດ, ບັນດາກະຊວງ ແລະ ອົງການຈັດຕັຶ້ງຕ່າງໆ ທັງພາຍໃນ ແລະ ສາກົນ ເພືັ່ອເປັນບ່ອນອີງໃຫ້ແກ່ການຄົຶ້ນຄວ້າ, ການວາງແຜນທຸລະກິດ ແລະ ຮັບໃຊ້ວຽກງານຕ່າງໆຂອງກະຊວງ ແລະ ອົງການຕ່າງໆຕາມຄວາມເໝາະສົມ.

 

# ຫົວຂໍ້ ດາວໂຫຼດ
1 ບົດລາຍງານ ເສດຖະກິດ ປີ 2021 ກ່ຽວກັບ ສະພາບເສດຖະກິດ-ສັງຄົມ ແລະ ຜົນກະທົບ ຈາກການແພ່ລະບາດຂອງພະຍາດ ໂຄວິດ-19 ຮອບໃໝ່, ເດືອນກໍລະກົດ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.