ສາທາລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ        ເລກທີ 0851/ອຄ
ນະຄອນຫຼວງວຽງຈັນ, ວັນທີ 14 ກັນຍາ 2021

ຂໍ້ຕົກລົງ

ວ່າດ້ວຍ ການຮັບຮອງເອົາ ລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະ ບັບເລກທີ 230/ນຍ, ວັນທີ 24 ກໍລະກົດ 2017;
  • ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດ ກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດ ສະພາ 2016;
  • ອີງຕາມ ແຈ້ງການຫ້ອງວ່າການສຳນັັກງານນາຍົກລັດຖະມົນຕີກ່ຽວກັບທິດຊີ້ນໍາໃນການປັບປຸງນິຕິກໍາກົນໄກການປະຕິບັດ ແລະ ການເກັບລາຍຮັບຈາກໄມ້ ແລະ ຜະລິດຕະພັນໄມ້ ສະບັບເລກທີ 885/ຫສນຍ,  ລົງວັນທີ 28 ກໍລະກົດ 2021.

ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ 1  ການຮັບຮອງ ລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ

ກະຊວງອຸດສາຫະກຳ ແລະ ການຄ້າ ຕົກລົງຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ດັ່ງນີ້:

  1.  ລາຍການຜະລິດຕະພັນໄມ້ປູກ ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 1);
  2. ລາຍການຜະລິດຕະພັນໄມ້ທໍາມະຊາດ ເພື່ອສົ່ງອອກ “ໄມ້ໃນບັນຊີ I, II ແລະ III” (ເອກະສານ ຊ້ອນທ້າຍ 2);
  3. ລາຍການຜະລິດຕະພັນຫວາຍ ແລະ ໄມ້ປ່ອງ ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 3);
  4. ລາຍການຜະລິດຕະພັນໄມ້ທໍາມະຊາດ ເພື່ອສົ່ງອອກ ສະເພາະ “ໄມ້ໃນບັນຊີ II ແລະ III” (ເອກະ ສານຊ້ອນທ້າຍ 4).

ມາດຕາ 2  ການກຳນົດໄມ້ໃນບັນຊີ I, II ແລະ III

ການກຳນົດໄມ້ໃນບັນຊີ I, II ແລະ III ໃຫ້ປະຕິບັດຕາມ ທີ່ກຳນົດໄວ້ ໃນຂໍ້ຕົກລົງຂອງກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກທີ 0448/ປມ, ລົງວັນທີ 06 ເມສາ 2021.

ມາດຕາ 3  ການເກັບຄ່າຊັກພິເສດ ແລະ ຂັ້ນຕອນການສົ່ງອອກ

ການເກັບຄ່າຊັກພິເສດຈາກການສົ່ງອອກຜະລິດຕະພັນໄມ້ ໃຫ້ປະຕິບັດຕາມແຈ້ງການຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ສະບັບເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021 ດັ່ງນີ້:

  1. ການສົ່ງອອກຜະລິດຕະພັນໄມ້ເຄິ່ງສໍາເລັດຮູບລວມທັງໄມ້ຊິ້ນສ່ວນຂອງເຟີນີເຈີພຽງຢ່າງດຽວ ເຊັ່ນ: ຂາໂຕະ, ຂາຕັ່ງ ແລະ ອື່ນໆ ຕາມທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ 2 ແລະ 4 ຂອງຂໍ້ຕົກລົງ ສະບັບນີ້ ໃຫ້ເສຍຄ່າຊັກພິເສດ ໃນອັດຕາ 15%.
  2. ການສົ່ງອອກໄມ້ເລື່ອຍແປຮູບ (ໄມ້ຕີຕັບ, ໄມ້ເລື່ອຍ ແລະ ໄມ້ຊອຍ) ໃຫ້ປະຕິບັດຕາມແຈ້ງການ ສະເພາະຂອງລັດຖະບານ.

ຂັ້ນຕອນຂອງການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 4  ການຈັດຕັ້ງປະຕິບັດ

ມອບໃຫ້ ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ກົມການນຳເຂົ້າ ແລະ ສົ່ງອອກ ເຜີຍແຜ່ ໃຫ້ພາກສ່ວນກ່ຽວຂ້ອງ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຮັບຊາບ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້.

ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.  

ມາດຕາ 5  ຜົນບັງຄັບໃຊ້

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ຕົກລົງສະບັບນີ້ ນຳໃຊ້ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບເລກທີ 0939/ອຄ.ກອຫ, ລົງວັນທີ 01 ສິງຫາ 2019.

ລັດຖະມົນຕີ

ປອ ຄໍາແພງ ໄຊສົມແພງ

 

# ຫົວຂໍ້ ດາວໂຫຼດ
1 Decision on the wood product lists for export, No. 0851/MOIC, date 14 September 2021. PDF
2 ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ, ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກ - ໄມ້ຈາກປ່າທໍາມະຊາດ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜະລິດຕະພັນໄມ້ ຈາກປ່າທໍາມະຊາດ ຕາມບັນຊີທີ່ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບປັບປຸງ ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 ຕ້ອງໄດ້ຮັບໃບອະນຸຍາດສົ່ງອອກ ໂດຍພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມເອກະສານຊ້ອນທ້າຍ 1 ຂອງຄໍາແນະນໍາ ເລກທີ 0332/ອຄ
  1. ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ, ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021.
  2. ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.