ສາລະບານ

ມາດຕາ 1. ວ່າດ້ວຍເງື່ອນໄຂການຊື້ວັດຖຸລະເບີດ
ມາດຕາ 2. ວ່າດ້ວຍລະບຽບການຂົນສົ່ງວັດຖຸລະເບີດ
ມາດຕາ 3. ວ່າດ້ວຍເງື່ອນໄຂພື້ນຖານຂອງສາງເກັບຮັກສາວັດຖຸລະເບີດ
ມາດຕາ 4. ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ວັດຖຸລະເບີດ
ມາດຕາ 5. ຂໍ້ບັນຍັດສຸດທ້າຍ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງປ້ອງກັນປະເທດ
ກົມໃຫ່ຍພະລາທິການ 
ກົມອຸດສາຫະກໍາປ້ອງກັນຊາດ         ເລກທີ 042 /ກອຊ
 ລົງວັນທີ  05 ພິຈິກ 2008

ຂໍ້ກໍານົດ
ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ວັດຖຸລະເບີດພົນລະເຮືອນ
ຂອງບັນດາໂຄງການ ແລະ ຫົວໜ່ວຍຕ່າງໆທີ່ມີການນໍາໃຊ້ວັດຖຸລະເບີດພົນລະເຮືອນ

  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສປປລ ເລກທີ 39/ນຍ, ລົງວັນທີ 12.07.2001 ວ່າດ້ວຍລະບຽບການຄຸ້ມຄອງນໍາໃຊ້ ວັດຖຸລະເບີດພົນລະເຮືອນຢູ່ ສປປລ;
  • ອີງໃສ່ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເລກທີ 88/ກປທ, ລົງວັນທີ 12.07.2005 ວ່າດ້ວຍສິດອະນຸຍາດນໍາເຂົ້າ ວັດຖຸລະເບີດຈາກຕ່າງປະເທດເຂົ້າໃນ ສປປລ.

   ກົມອຸດສາຫະກໍາປ້ອງກັນຊາດ ກົມພະລາທິການກອງທັບ ມີຂໍ້ກໍານົດກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ວັດຖຸລະເບີດດັ່ງຕໍ່ໄປນີ້:

ມາດຕາ 1. ວ່າດ້ວຍເງື່ອນໄຂການຊື້ວັດຖຸລະເບີດ

  1. ບັນດາໂຄງການ, ບໍລິສັດ, ກົມກອງ ທີ່ຕ້ອງການນໍາໃຊ້ວັດຖຸລະເບີດ ຕ້ອງປະກອບເອກະສານດັ່ງລຸ່ມນີ້ ເພື່ອຍື່ນສະເໜີກົມອຸດສາຫະກໍາປ້ອງກັນຊາດພິຈາລະນາ:
  • ທະບຽນດໍາເນີນທຸລະກິດທີ່ກ່ຽວພັນເຖິງ ການນໍາໃຊ້ວັດຖຸລະເບີດຖືກຕ້ອງຕາມກົມໝາຍ.
  • ໃບອະນຸມັດສະຖານທີ່ຕັ້ງສາງເກັບຮັກສາວັດຖຸລະເບີດ ຈາກກົມສູ້ຮົບກົມໃຫ່ຍເສນາທິການກອງທັບ.
  • ໃບສະເໜີເຈດຈໍານົງກິດຈະການຂອງບັນດາໂຄງການ, ບໍລິສັດ, ກົມກອງ ໃນນັ້ນຕ້ອງໄດ້ກໍານົດແຈ້ງ ກ່ຽວກັບສະຖານທີ່ບ່ອນຈະນໍາໃຊ້ວັດຖຸລະເບີດ.
  1. ທຸກຄັ້ງທີ່ພົວພັນຊື້ວັດຖຸລະເບີດນໍາບໍລິສັດ ລາວຢູນ ບັນດາໂຄງການ, ບໍລິສັດ, ກົມກອງຕ້ອງປະກອບເອກະສານຄື:
  • ໃບອະນຸຍາດໃຫ້ຊື້ວັດຖຸລະເບີດຈາກ ກົມອຸດສາຫະກໍາປ້ອງກັນຊາດກົມໃຫ່ຍພະລາທິການ.
  • ໃບສະເໜີເຈດຈໍານົງຂອງກິດຈະການຂອງບັນດາໂຄງການ, ບໍລິສັດ, ກົມກອງ ໃນນັ້ນຕ້ອງກໍານົດແຈ້ງ ກ່ຽວກັບສະຖານທີ່ບ່ອນຈະນໍາໃຊ້ວັດຖຸລະເບີດ.
  • ທະບຽນລົດຄັນທີ່ຈະຂົນສົ່ງວັດຖຸລະເບີດ.
  • ບັດປະຈໍາຕົວຂອງຜູ້ຂັບລົດ ແລະ ຜູ້ຕິດຕາມການຂົນສົ່ງ.
  1. ຫ້າມບັນດາໂຄງການ, ບໍລິສັດ, ກົມກອງນໍາວັດຖຸລະເບີດເຂົ້າ ສປປລ ໂດຍບໍ່ໄດ້ຜ່ານການຄົ້ນຄ້ວາຈາກ ກົມອຸດສາຫະກໍາປ້ອງກັນຊາດ ແລະ ຮັບອະນຸຍາດຈາກກະຊວງປ້ອງກັນປະເທດ.
  2. ຫ້າມບັນດາໂຄງການ, ບໍລິສັດ, ກົມກອງຊື້ຂາຍວັດຖຸລະເບີດນໍາກັນ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກກົມອຸດສາຫະກໍາປ້ອງກັນຊາດ. ຂ້າງເທິງ

ມາດຕາ 2. ວ່າດ້ວຍລະບຽບການຂົນສົ່ງວັດຖຸລະເບີດ

  1. ທຸກຄັ້ງທີ່ມີການເຄື່ອນຍ້າຍວັດຖຸລະເບີດ ຕ້ອງມີເອກະສານຕິດຕາມຄື:
  • ໃບອະນຸຍາດເຄື່ອນຍ້າຍວັດຖຸລະເບີດ ອອກໃຫ້ໂດຍກົມອຸດສາຫະກໍາປ້ອງກັນຊາດ ທີ່ຂຶ້ນກັບກົມໃຫ່ຍພະລາທິການກອງທັບ.
  • ໃບບິນຈ່າຍເຄື່ອງອອກຈາກສາງ ລະຫ່ວາງໃບອະນຸຍາດເຄື່ອນຍ້າຍ ກັບໃບບິນຈ່າຍເຄື່ອງອອກຈາກສາງ ຕ້ອງມີຈໍານວນເຄື່ອງຄືກັນຈິ່ງຖືວ່າ ເອກະສານຖືກຕ້ອງ.
  1. ລົດທຸກຄັນທີ່ຂົນສົ່ງວັດຖຸລະເບີດ ຕ້ອງມີເອກະສານຕິດຕາມລົດຄົບຖ້ວນຖືກຕ້ອງ ຕາມລະບຽບການຂົນສົ່ງ, ນອກຈາກນັ້ນຕ້ອງມີປ້າຍເຕືອນວັດຖຸອັນຕະລາຍໃສ່ລົດ, ມີຈວຍແດງລາຍຂາວ 4 ອັນ ໃຊ້ສໍາລັບເວລາຈອດຕາມທາງ, ມີບັ້ງດັບເພີງຕິດຕົວລົດ ແລະ ຕ້ອງໄປຕາມເສັ້ນທາງທີ່ໄດ້ກໍານົດ, ບາງກໍລະນີອາດຈະຕ້ອງມີລົດພາທາງ.
  2. ຖ້າມີການຂົນສົ່ງວັດຖຸລະເບີດ ໃນກໍລະນີບໍ່ຮັບປະກັນຄວາມປອດໄພ ບັນດາໂຄງການ, ບໍລິສັດ,ກົມກອງ ຕ້ອງມອບໃຫ້ກົມອຸດສາຫະກໍາປ້ອງກັນຊາດ ເປັນຜູ້ສະໜອງໃຫ້.
  3. ຫ້າມຂົນສົ່ງແກັບ ແລະ ວັດຖຸລະເບີດໃສ່ໃນລົດຄັນດຽວກັນ.
  4. ຫ້າມບໍ່ໃຫ້ຈອດລົດຂົນສົ່ງແກັບ ແລະ ວັດຖຸລະເບີດຢູ່ບ່ອນຊຸມຊົນ, ຕົວເມືອງ ຫຼື ສະຖານທີ່ສໍາຄັນຕ່າງໆ.
  5. ຫ້າມຮັບຄົນໂດຍສານ ແລະ ບັນທຸກວັດຖຸລະເບີດປົນກັບວັດຖຸສິ່ງຂອງອື່ນໆ. ຂ້າງເທິງ

ມາດຕາ 3. ວ່າດ້ວຍເງື່ອນໄຂພື້ນຖານຂອງສາງເກັບຮັກສາວັດຖຸລະເບີດ

  1. ທຸກໆພາກສ່ວນທີ່ນໍາໃຊ້ວັດຖຸລະເບີດ ຕ້ອງມີສາງເກັບຮັກສາປະຈໍາໂຄງການ.
  2. ການກໍານົດສະຖານທີ່ຕັ້ງສາງເກັບຮັກສາວັດຖຸລະເບີດ ຂອງບັນດາໂຄງການ, ບໍລິສັດ, ກົມກອງ ຢູ່ທ້ອງຖິ່ນໃດຕ້ອງສົມທົບກັບ ກອງບັນຊາການທະຫານ (ຫຼື ຕໍາຫລວດ) ເມືອງ ແລະ ແຂວງ ແລ້ວສະເໜີເຖິງກົມສູ້ຮົບກົມໃຫ່ຍເສນາທິການກອງທັບ ຕົກລົງອະນຸມັດເປັນທາງການ. ສ່ວນແຜນຜັງກໍ່ສ້າງສາງເກັບຮັກສາວັດຖຸລະເບີດ ແມ່ນຜ່ານກົມອຸດສາຫະກໍາປ້ອງກັນຊາດ ເພື່ອອະນຸມັດດ້ານເຕັກນິກ.
  3. ສາງເກັບຮັກສາວັດຖຸລະເບີດ ຕ້ອງຕັ້ງຢູ່ບໍລິເວນພູມີປະເທດເໝາະສົມ, ມີຄວາມປອດໄພຄື:
  • ຫ່າງຈາກເຂດນໍ້າຖ້ວມ, ເສັ້ນທາງຄົມມະນາຄົມ ແລະ ຫ່າງຈາກບ່ອນຊຸມຊົນຢ່າງໜ້ອຍ 500 m;
  • ສາງເກັບຮັກສາແກັບ ແລະ ສາງເກັບຮັກສາວັດຖຸລະເບີດຕ້ອງແຍກຈາກກັນ, ຖ້າຢູ່ບໍລິເວນດຽວກັນຕ້ອງມີຄູດິນ ຫຼື ຊາຍຂັ້ນກາງ.
  • ສາງຕ້ອງລ້ອມຮົ້ວດ້ວຍໜາມໝາກຈັບ ຫຼື ຮົ້ວຕາໜ່າງ, ມີລະບົບກັນຟ້າຜ່າ, ມີລະບົບດັບເພີງ, ມີລະບົບແສງສະຫ່ວາງຢູ່ຂ້າງນອກຮົ້ວ, ມີປ້າຍເຕືອນຕ່າງໆ.
  • ສາງເກັບຮັກສາວັດຖຸລະເບີດຕ້ອງມີກຸນແຈ ແລະ ມີການເວນຍາມຕະລອດ 24 ຊົ່ວໂມງ.
  1. ຫ້າມເກັບຮັກສາແກັບ ແລະ ວັດຖຸລະເບີດໃສ່ສາງຫຼັງດຽວກັນ. ຂ້າງເທິງ

ມາດຕາ 4. ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ວັດຖຸລະເບີດ

  1. ນາຍສາງຄຸ້ມຄອງຕ້ອງມີບັນຊີຕິດຕາມການຮັບເຄື່ອງເຂົ້າສາງ ແລະ ການເບີກຈ່າຍເຄື່ອງອອກຈາກສາງ, ແກັບ ແລະ ວັດຖຸລະເບີດທີ່ໃຊ້ບໍ່ໝົດ ໃນແຕ່ລະຄັ້ງຕ້ອງເກັບຄືນເຂົ້າສາງ ໂດຍມີການບັນທຶກເພື່ອຫລີກເວັ້ນການຕົກເຮັ່ຍເສຍຫາຍ.
  2. ນາຍສາງຕ້ອງຕິດຕາມການນໍາໃຊ້ວັດຖຸລະເບີດເຊັ່ນ: ການເກັບຮັກສາຕ້ອງຖືກຕາມຫຼັກການເຕັກນິກ, ອາຍຸການນໍາໃຊ້, ຖ້າມີບັນຫາດ້ານຄຸນນະພາບຕ້ອງເກັບໄວ້ເປັນຫຼັກຖານ ແລະ ສະເໜີໃຫ້ຜູ້ສະໜອງພິຈາລະນາ.
  3. ທຸກໆ 3 ເດືອນ ບັນດາໂຄງການ, ບໍລິສັດ, ກົມກອງທີ່ນໍາໃຊ້ວັດຖຸລະເບີດ ຕ້ອງສະຫຼຸບບັນຊີ, ລາຍງານໃຫ້ກົມອຸດສາຫະກໍາປ້ອງກັນຊາດ ແລະ ກອງບັນຊາການທະຫານ (ຫຼື ຕໍາຫລວດ) ເມືອງ, ແຂວງຮັບຊາບ.
  4. ຜູ້ທີ່ນໍາໃຊ້ວັດຖຸລະເບີດໂດຍກົງ ຕ້ອງໄດ້ຜ່ານການຝຶກອົບຮົມດ້ານວິຊາການ ແລະ ມີໃບຢັ້ງຢືນຈາກອົງການຝຶກອົບຮົມ.
  5. ກ່ອນຈະຍິງລະເບີດທຸກຄັ້ງ ບັນດາໂຄງການ, ບໍລິສັດ, ກົມກອງຕ້ອງມີແຜນການ ແລະ ມາດຕະການຄວາມປອດໄພແຈ້ງໃຫ້ປະຊາຊົນ, ອໍານາດການປົກຄອງທ້ອງຖິ່ນຊາບລ່ວງໜ້າ 12 ຊົ່ວໂມງ.
  6. ໃນກໍລະນີວັດຖຸລະເບີດມີການຕົກເຮັ່ຍເສັຍຫາຍ ຫຼື ມີປະກົດການບໍ່ດີ ບັນດາໂຄງການ, ບໍລິສັດ, ກົມກອງຕ້ອງລາຍງານດ່ວນໃຫ້ເຈົ້າໜ້າທີ່ຊາບ. ຂ້າງເທິງ

ມາດຕາ 5. ຂໍ້ບັນຍັດສຸດທ້າຍ

  1. ຂໍ້ກໍານົດສະບັບນີ້ໃຊ້ປ່ຽນແທນ ໃບແຈ້ງການສະບັບ ເລກທີ 121 ລົງວັນທີ 29/6/2005 ຂອງກົມອຸດສາຫະກໍາປ້ອງກັນຊາດ.
  2. ຂໍ້ກໍານົດສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ກົມອຸດສາຫະກໍາປ້ອງກັນຊາດ
ກິລາກອນ ບຸນນະຜົນ

 

# ຫົວຂໍ້ ດາວໂຫຼດ
1 Provision on management and use of explosive substance in civil projects and other civil society use of the explosive substance. No. 042/NDID PDF
2 ຂໍ້ກໍານົດ ກ່ຽວກັບ ການຄຸ້ມຄອງ ແລະ ນໍາໃຊ້ ວັດຖຸລະເບີດພົນລະເຮືອນ ຂອງບັນດາໂຄງການ ແລະ ຫົວໜ່ວຍຕ່າງໆ ທີ່ມີການນໍາໃຊ້ ວັດຖຸລະເບີດພົນລະເຮືອນ ເລກທີ 042/ກອຊ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.