ພາບປະກອບ

 

ອີງຕາມ ອອກແຈ້ງການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກ່ຽວກັບ ມາດຕະການຜ່ອນຜັນ ການເຂົ້າ-ອອກ ສປປ ລາວ ແລະ ພາຍໃນປະເທດ ສໍາລັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ເລກທີ 260/ຍທຂ, ລົງວັນທີ 15 ພຶດສະພາ 2022. ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

1. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ສປປ ລາວເປັນຄູ່ພາຄີ.

- ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ.

2. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກແມ່ນ ໃຫ້ປະຕິບັດຕາມມາດຕະການ ຂອງປະເທດປາຍທາງ.

3. ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາພາຍໃນປະເທດໃຫ້ເປັນປົກກະຕິ;

 - ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາ ລະຫວ່າງປະເທດ ໃຫ້ສອດຄ່ອງກັບກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

- ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.

4. ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ

- ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກພາຍໃນປະເທດໃຫ້ເປັນປົກກະຕິ;

- ອະນຸຍາດໃຫ້ລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວລະຫວ່າງປະເທດສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ຕາມສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນຄູ່ພາຄີ;

- ອະນຸຍາດໃຫ້ ການຂົນສົ່ງສິນຄ້າພາຍໃນປະເທດແມ່ນສາມາດດໍາເນີນໄດ້ຢ່າງເປັນປົກກະຕິ.

 

ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ແຈ້ງການ ຂອງ ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມ, ກວດກາລົດຂົນສົ່ງຕ່າງປະເທດ ທີ່ເຂົ້າມາ ສປປ ລາວ, ສະບັບເລກທີ 04718/ຍທຂ.ຫກ, 23 ກຸມພາ 2022. 

ນອກຈາກນັ້ນ, ການເດີນທາງເຂົ້າມາ ສປປ ລາວ ຂອງ ຄົນຂັບຍານພາຫະນະຂົນສົ່ງ (ເຮືອ, ລົດ, ຍົນ ແລະ ລົດໄຟ), ພະນັກງານ ແລະ ຜູ້ໂດຍສານ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວ ກັບທິດຊີ້ນໍາມາດຕະການໃນການເຂົ້າ-ອອກ ສປປລາວ ແລະ ການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດ ຂອງພະຍາດໂຄວິດ-19, ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022. 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.