ພາບປະກອບຈາກອີນເຕີເນັດ

 

ອີງຕາມ ແຈ້ງການ ກ່ຽວກັບການໂຈະຈັດເກັບຄ່າບໍລິການແຈ້ງການຜ່ານລະບົບປະຕູດຽວແຫ່ງຊາດ (LNSW), ເລກທີ 06980/ກພສ, ລົງວັນທີ 03 ສິງຫາ 2023. ອີງຕາມແຈ້ງການຂອງກົມ ພາສີ ສະບັບເລກທີ 03633/ກງ, ລົງວັນທີ 02 ພຶດສະພາ 2023. ດັ່ງມີລາຍລະອຽດຕໍ່ໄປນີ້:

ໃຫ້ໂຈະການຈັດເກັບຄ່າບໍລິການແຈ້ງພາສີຜ່ານລະບົບປະຕູດຽວແຫ່ງຊາດ LNSW ຕາມແຈ້ງການຂອງກົມພາສີ ສະບັບເລກທີ 03633/ກພສ, ລົງວັນທີ 02 ພຶດສະພາ 2023. ແຕ່ໃຫ້ຈັດເກັບຄ່າບໍລິການດັ່ງກ່າວ ຕາມອັດຕາທີ່ກຳນົດໄວ້ໃນ ຂໍ້ 3, ມາດຕາ 17 ຂອງລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ (ສະບັບປັບປຸງ), ລົງວັນທີ 17 ມິຖຸນາ 2021 ຢ່າງເຂັ້ມງວດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.