ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້
ກົມປູກຝັງ ເລກທີ 0140/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 20 ມັງກອນ 2012

ແຈ້ງການແນະນໍາ

ເຖິງ: ຂະແໜງປູກຝັງແຂວງ ແລະ ນະຄອນຫຼວງທົ່ວປະເທດ
ເລື່ອງ: ມາດຕະການສຸກເສີນຕໍ່ການອອກໃບຢັ້ງຢືນ ສຸຂານາໄມພືດໃຫ້ແກ່ພືດຜັກສົ່ງໄປສະຫະພາບເອີຣົບ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9/12/2008;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຈຸດສອບຖາມ SPS ສະບັບເລກທີ 1502/ກປ, ລົງວັນທີ 23/3/2011;
  • ອີງຕາມລາຍງານຂອງ ຈຸດປະສານງານອົງການປ້ອງກັນພືດແຫ່ງຊາດ ຄັ້ງວັນທີ 9/1/2012.

ກົມປູກຝັງຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນວັນທີ 1/12/2011 ດ່ານສະໜາມບິນ (Heathrow) ຂອງປະເທດອັງກິດ ໄດ້ແຈ້ງລາຍງານມາຍັງຈຸດປະສານອົງການປ້ອງກັນພືດຂອງ ສປປ ລາວ NPPO (ກົມປູກຝັງ) ກ່ຽວກັບການທໍາລາຍຜັກບົວລະພາ (Ocibium basilicum) ທີ່ນໍາເຂົ້າຈາກ ສປປ ລາວ ຍ້ອນການຢັ້ງຢືນສຸຂານາໄມພືດ ບໍ່ຖືກຕ້ອງຕາມລະບຽບຂອງສະຫະພາບເອີຣົບ COUNCIL DIRECTIVE 2000/29/EC ລົງວັນທີ 8/5/2000 ໂດຍມີບົ້ງຊອນຜັກ Liriomyza sp. ເຊິ່ງເປັນສັດຕູພືດຕ້ອງຫ້າມ ຕິດແປດໄປນໍາພືດນໍາເຂົ້າດັ່ງກ່າວ. ດັ່ງນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການສົ່ງອອກ ພ້ອມທັງສ້າງຄວາມເຊື້ອໝັ້ນໃຫ້ແກ່ຕະຫຼາດນໍາເຂົ້າພືດຜັກຕ່າງໆ ໂດຍສະເພາະໃນຕະກູນຜັກບົວລະພາຈາກ ສປປ ລາວ ໃນອະນາຄົດ.

ກົມປູກຝັງຈຶ່ງອອກແຈ້ງການມາດຕະການປະຕິບັດສຸກເສີນຄືດັ່ງລຸ່ມນີ້:

  1. ໃຫ້ຢຸດຕິການອອກໃບຢັ້ງຢືນສຸຂານາໄມພືດຊົ່ວຄາວ ໃຫ້ແກ່ພືດຜັກສົ່ງອອກໄປປະເທດໃນກຸ່ມສະຫະພາບເອີຣົບຄື: Albania, Algeria, Australia, Azerbaijan, Belarus, Belgium, Bosnia and Herzegovina, Bulgaria, Croatia, Cyprus, Czech Republic, Denmark, Estonia, Finland, France, Germany, Greece, Guernsey, Hungary, Ireland, Israel, Italy, Jersey, Jordan, Kazakhstan, Kyrgyzstan, Latvia, Lithuania, Luxemburg, Macedonia, Malta, Moldova, Morocco, Netherlands, Norway, Poland, Portugal, Romania, Russia, Serbia, Slovakia, Slovenia, Spain, Sweden, Switzerland, Tunisia, Turkey, Ukraine, United Kingdom, Uzbekistan ຈົນກວ່າຈະມີການກວດກາຫາສາເຫດທີ່ມາຂອງບັນຫາ ຕາມມາດຕະຖານ 13 ຂອງສົນທິສັນຍາປ້ອງກັນພືດສາກົນ ແລະ ແຈ້ງມາດຕະການປັບປຸງລະບົບກົນໄກ ອອກໃບຢັ້ງຢືນສຸຂານາໄມພືດສົ່ງອອກໄປປະເທດ ໃນກຸ່ມສະຫະພາບເອີຣົບໂດຍກົມປູກຝັງ.
  2. ຖ້າຫາກຜູ້ປະກອບການໃດ ຫຼື ການຈັດຕັ້ງໃດ ຫາກມີຄວາມຈໍາເປັນທີ່ຈະສົ່ງອອກພືດຜັກ ໄປປະເທດໃນກຸ່ມສະຫະພາບເອີຣົບ ຕ້ອງແຈ້ງ ແລະ ພົວພັນມາຍັງກົມປູກຝັງລ່ວງໜ້າ 2 ອາທິດ ກ່ອນການສົ່ງອອກ ເພື່ອຄົ້ນຄວ້າຫາເງື່ອນໄຂປະຕິບັດດ້ານສຸຂານາໄມພືດ ໃນແຕ່ລະພືດນໍາເຂົ້າຂອງສະຫະພາບເອີຣົບ ແລະ ຈັດຕັ້ງເຕັກນິກການກວດກາຢ່າງເຂັ້ມງວດ ໂດຍສະເພາະຢູ່ແຫຼ່ງຜະລິດພືດ ເພື່ອອອກໃບຢັ້ງຢືນສຸຂານາໄມພືດ.
  3. ມອບໃຫ້ຂະແໜງປູກຝັງລາຍງານລາຍການພືດ ທີ່ໄດ້ຮັບການອອກໃບຢັ້ງຢືນສຸຂານາໄມພືດຜ່ານມາ ທີ່ສົ່ງໄປສະຫະພາບເອີຣົບ ໃນສົກປີ 2010-2011 ເພື່ອເປັນບ່ອນອີງໃຫ້ແກ່ກົມປູກຝັງຄົ້ນຄວ້າຂໍ້ມູນເງື່ອນໄຂປະຕິບັດ ແລະ ສັດຕູພືດຄວບຄຸມສະເພາະໃນແຕ່ລະພືດ.
  4. ຂະແໜງປູກຝັງທົ່ວປະເທດ ຕ້ອງເຜີຍແຜ່ຂໍ້ມູນລາຍງານຂອງປະເທດອັງກິດ ທີ່ທໍາລາຍພືດຍ້ອນມີການຕິດແປດສັດຕູພືດຕ້ອງຫ້າມ ເພື່ອຫຼີກເວັ້ນບໍ່ໃຫ້ມີການສົ່ງພືດອອກໄປໃນຮູບການດັ່ງກ່າວ ໂດຍອີງໃສ່ເນື້ອໃນແຈ້ງການສະບັບນີ້ ໃຫ້ຜູ້ປະກອບການ ແລະ ຂະແໜງການທີ່ກ່ຽວຂ້ອງຊາບ ເພື່ອຫຼີກເວັ້ນຜົນກະທົບທີ່ເກີດຂຶ້ນ.
  5. ດ່ານປ້ອງກັນພືດຊາຍແດນທົ່ວປະເທດ ໂດຍສະເພາະສະໜາມບິນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ໃນການສະກັດກັ້ນຊົ່ວຄາວການສົ່ງອອກພືດຜັກໄປຕ່າງປະເທດ ໃນກຸ່ມສະຫະພາບເອີຣົບ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ແລະ ນໍາສະເໜີມາດຕະການແກ້ໄຂຕໍ່ຜູ້ສົ່ງອອກຕາມ ຂໍ້ທີ 2 ຂອງແຈ້ງການສະບັບນີ້.
  6. ມອບໃຫ້ຂະແໜງປູກຝັງ ແລະ ດ່ານປ້ອງກັນພືດ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຢັ້ງຢືນສຸຂານາໄມພືດ ໃຫ້ສອດຄ່ອງຕາມຄໍາສັ່ງຂອງລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2136/ກປ, ລົງວັນທີ 26/10/2011 ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ກວດກາສຸຂານາໄມພືດທີ່ຈະສົ່ງອອກ, ໃຫ້ສອດຄ່ອງກັບລະບຽບການດ້ານສຸຂານາໄມພືດ ຂອງປະເທດປາຍທາງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດ ແລະ ໃຫ້ຄວາມຮ່ວມມືຕາມທາງຄວນດ້ວຍ.

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຂ

ບ່ອນສົ່ງ:

  • ລັດຖະມົນຕີວ່າການກະຊວງ ກປ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ລັດຖະມົນຕີຊ່ວຍວ່າການຜູ້ຊີ້ນໍາວຽກງານ SPS 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ຫ້ອງການກະຊວງ ກປ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ກົມແຜນການ (ຈຸດສອບຖາມ SPS) 1 ສະບັບ (ເພື່ອຊາບ)
  • ກົມກວດກາ 1 ສະບັບ (ເພື່ອຊາບ)
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນທົ່ວປະເທດ ບ່ອນລະ 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ກົມນະໂຍບາຍການຄ້າຕ່າງປະເທດ (ຈຸດແຈ້ງ SPS) ກະຊວງ ອກຄ. 1 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ດ່ານປ້ອງກັນພືດ, ບ່ອນລະ 1 ສະບັບ (ເພື່ອຈັດຕັ້ງປະຕິບັດ)
  • ເກັບມ້ຽນ 1 ສະບັບ
# ຫົວຂໍ້ ດາວໂຫຼດ
1 Notification on the Emergency measures on the issuance of phytosanitary certificate for vegetables export to An European Union member state No. 0140/DOA PDF
2 ແຈ້ງການແນະນໍາ ມາດຕະການສຸກເສີນ ຕໍ່ການອອກໃບຢັ້ງຢືນ ສຸຂານາໄມພືດ ໃຫ້ແກ່ພືດຜັກ ສົ່ງໄປສະຫະພາບເອີຣົບ ເລກທີ 0140/ກປຝ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.