ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້
ກົມປູກຝັງ    ເລກທີ 0467/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 27 ມີນາ 2012

ແຈ້ງການ
ການເພີ່ມທະວີເອົາໃຈໃສ່ກວດກາການນໍາເຂົ້າພືດ ໂດຍສະເພາະແນວພັນ ແລະ ທ່ອນພັນພືດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ວ່າດ້ວຍການປ້ອງກັນພືດຂອງ ສປປ ລາວ

ເຖິງ: ດ່ານປ້ອງກັນພືດໃນຂອບເຂດທົ່ວປະເທດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09/12/2008;
  • ອີງຕາມ ແຈ້ງການຂອງລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນພືດ ສະບັບເລກທີ 1429/ກປ, ລົງວັນທີ 18/11/2009;
  • ອີງໃສ່ ສະພາບການແຜ່ລະບາດຂອງສັດຕູພືດ ໃນເຂດທີ່ມີການນໍາໃຊ້ແນວພັນພືດຈາກຕ່າງປະເທດ.

ຜ່ານການສໍາຫຼວດກວດກາ, ຕິດຕາມເຝົ້າລະວັງ ແລະ ຄົ້ນຄວ້າທາງດ້ານວິຊາການ ເຫັນວ່າໃນຊຸມປີຜ່ານມາຈົນເຖິງປະຈຸບັນ ການແຜ່ລະບາດຂອງສັດຕູພືດໄດ້ເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນເລື້ອຍໆ ໂດຍສະເພາະຢູ່ໃນພື້ນທີ່ ຫຼື ຂົງເຂດທີ່ມີການລົງທຶນ ຫຼື ສໍາປະທານເຊັ່ນ: ເຂດທີ່ປູກມັນຝຣັ່ງ, ມັນຕົ້ນ, ອ້ອຍ, ໄມ້ເກດສະໜາ, ໄມ້ວິກເຫຼົ່ານີ້ເປັນຕົ້ນ.

ຜ່ານການຢັ້ງຢືນດ້ານວິຊາການ ສະແດງໃຫ້ເຫັນວ່າສັດຕູພືດທີ່ແຜ່ລະບາດນັ້ນ ບໍ່ແມ່ນສັດຕູພືດທີ່ເກີດຈາກພາຍໃນ ສປປ ລາວ ໂດຍທໍາມະຊາດ, ສາຍເຫດຕົ້ນຕໍທີ່ເກີດການແຜ່ລະບາດ ແມ່ນການນໍາໃຊ້ແນວພັນ ຫຼື ທ່ອນພັນທີ່ຕິດແປດສັດຕູພືດ ຫຼື ບໍ່ແມ່ນທ່ອນພັນ ຫຼື ແນວພັນດີມີຄຸນນະພາບ ທີ່ນໍາເຂົ້າຈາກຕ່າງປະເທດ ໂດຍຜ່ານດ່ານປ້ອງກັນພືດຕ່າງໆ ຫຼື ມີການອອກອະນຸຍາດນໍາເຂົ້າທີ່ບໍ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ນອກນັ້ນ ການນໍາເຂົ້າພືດຍັງມີການນໍາໃຊ້ ໃບຢັ້ງຢືນສຸຂານາໄມພືດ (ປອມ) ທີ່ບໍ່ສອດຄ່ອງກັບອົງການປ້ອງກັນພືດແຫ່ງຊາດ ຂອງປະເທດສົ່ງອອກກໍານົດ ຊຶ່ງທັງໝົດເຫຼົ່ານີ້ໄດ້ສ້າງຜົນກະທົບຮ້າຍແຮງ ຕໍ່ການປູກພືດເປັນສິນຄ້າຂອງປະຊາຊົນ ແລະ ມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງສັດຕູພືດ ແລະ ທໍາລາຍພືດເສດຖະກິດອື່ນໆ ໃນຂົງເຂດໃກ້ຄຽງ ແລະ ແຜ່ລາມໄປຍັງເຂດທີ່ມີທ່າແຮງ ໃນການຜະລິດພືດເປັນສິນຄ້າ ໃນຂອບເຂດທົ່ວປະເທດ, ພ້ອມດຽວກັນນັ້ນ ຍັງໄດ້ກໍ່ໃຫ້ເກີດໜີ້ສິນມະຫາສານໃຫ້ຊາວສວນ ແລະ ຜູ້ຜະລິດອີກດ້ວຍ.

ເພື່ອຮັບປະກັນຜົນປະໂຫຍດ ແລະ ທຶນຮອນຂອງລັດຖະບານ, ປະຊາຊົນ, ຜູ້ລົງທຶນປູກພືດ ລວມທັງການປົກປ້ອງແຫຼ່ງພັນພືດທີ່ສໍາຄັນ ແລະ ພືດເສດຖະກິດຂອງ ສປປ ລາວ ກ່ອນຈະຖືກທໍາລາຍຈາກການແຜ່ລະບາດ ຂອງສັດຕູພືດທີ່ມີຄວາມສ່ຽງສູງ.

ກົມປູກຝັງອອກແຈ້ງການດັ່ງນີ້:

  1. ໃຫ້ເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານກວດກາພືດ, ແນວພັນ ແລະ ທ່ອນພັນພືດທີ່ນໍາເຂົ້າຈາກຕ່າງປະເທດ, ຈາກເຂດທີ່ສົງໄສ ຫຼື ມີການແຜ່ລະບາດຂອງສັດຕູພືດ ຕາມມາດຕາ 17 ຂອງກົດໝາຍວ່າດ້ວຍການປ້ອງກັນພືດ ຢ່າງເຄັ່ງຄັດ;
  2. ໃບອະນຸຍາດນໍາເຂົ້າ ຫຼື ການອອກອະນຸຍາດນໍາເຂົ້າພືດ, ແນວພັນ ແລະ ທ່ອນພັນພືດ ຕ້ອງສອດຄ່ອງກັບແຈ້ງການຂອງ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1429/ກປ, ລົງວັນທີ 18/11/2009; ໂດຍແມ່ນກົມປູກຝັງເປັນຜູ້ດໍາເນີນການກວດກາ ແລະ ປະເມີນຄວາມສ່ຽງສັດຕູພືດ ລວມທັງການອອກໃບອະນຸຍາດນໍາເຂົ້າ;
  3. ໃບຢັ້ງຢືນສຸຂານາໄມພືດຂອງພືດ, ແນວພັນ ແລະ ທ່ອນພັນພືດທີ່ນໍາເຂົ້າ ຕ້ອງອອກໂດຍອົງການທີ່ມີສິດອອກໃບຢັ້ງຢືນດັ່ງກ່າວ ຂອງປະເທດສົ່ງອອກເທົ່ານັ້ນ ແລະ ຕ້ອງສອດຄ່ອງກັບອົງການປ້ອງກັນພືດແຫ່ງຊາດ ຂອງປະເທດຕົ້ນທາງທີ່ໄດ້ກໍານົດຢ່າງເປັນທາງການ, ໃນກໍລະນີເຈົ້າໜ້າທີ່ປ້ອງກັນພືດບໍ່ມີຂໍ້ມູນພຽງພໍ ຫຼື ບໍ່ສາມາດຢັ້ງຢືນໄດ້ວ່າມີການປອມແປງ ໃບຢັ້ງຢືນສຸຂານາໄມພືດມາຈາກປະເທດໃດໜຶ່ງ ຕ້ອງແຈ້ງ ຫຼື ປະສານງານຫາພະແນກກັກກັນພືດ, ກົມປູກຝັງດ່ວນ;
  4. ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ ຕ້ອງປະຕິບັດບົນພື້ນຖານ ມາດຕາ 38 ແລະ 39 ຂອງກົດໝາຍວ່າດ້ວຍການປ້ອງກັນພືດແຫ່ງ ສປປ ລາວ;
  5. ດ່ານປ້ອງກັນພືດຕ້ອງປະສານສົມທົບ, ຂໍຄວາມຮ່ວມມື ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ໜ່ວຍງານ ຫຼື ພາກສ່ວນກ່ຽວຂ້ອງ ກ່ຽວກັບລະບຽບການກວດກາການນໍາເຂົ້າ ແລະ ການອອກອະນຸຍາດນໍາເຂົ້າ, ນອກນັ້ນກໍຕ້ອງຕິດປະກາດກ່ຽວກັບ ລາຍລະອຽດຂັ້ນຕອນ ແລະ ເອກະສານທີ່ຕ້ອງແຈ້ງ ກ່ອນວັດຖຸທີ່ຕ້ອງການນໍາເຂົ້າມາເຖິງດ່ານ;
  6. ກໍລະນີມີການລະເມີດ ເຈົ້າໜ້າທີ່ປ້ອງກັນພືດ ຕ້ອງເຮັດບົດບັນທຶກລາຍລະອຽດ ເພື່ອສາມາດກວດສອບ ແລະ ເປັນບ່ອນອີງໃນການດໍາເນີນການຕາມກົດໝາຍ, ພ້ອມດຽວກັນນັ້ນ ກໍຕ້ອງລາຍງານກໍລະນີດັ່ງກ່າວໃຫ້ກົມປູກຝັງ ຢ່າງທັນການ;
  7. ເມື່ອໄດ້ຮັບແຈ້ງການສະບັບນີ້ ຈົ່ງພ້ອມກັນນໍາໄປຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ.

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຊ

ບ່ອນສົ່ງ:

  • ລັດຖະມົນຕີວ່າການກະຊວງ ກປ.  1 ສະບັບ (ເພື່ອໃຊ້ຕາງລາຍງານ)
  • ລັດຖະມົນຕີຊ່ວຍວ່າການກະຊວງ ກປ. ທ່ານລະ 1 ສະບັບ (ເພື່ອໃຊ້ຕາງລາຍງານ)
  • ຫ້ອງການກະຊວງ ກປ. 1 ສະບັບ (ເພື່ອໃຊ້ຕາງລາຍງານ)
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ 1 ສະບັບ (ເພື່ອຊ່ວຍຊີ້ນໍາການຈັດຕັ້ງປະຕິບັດ)
  • ກົມ, ກອງ, ສູນ ແລະ ສະຖາບັນອ້ອມຂ້າງກະຊວງ ກປ. 1 ສະບັບ (ເພື່ອຊາບ)
  • ພະແນກ, ສູນອ້ອມຂ້າງກົມ  1 ສະບັບ (ເພື່ອປະຕິບັດ)
  • ກົມພາສີ, ກະຊວງການເງິນ 1 ສະບັບ (ເພື່ອຊາບ ແລະ ໃຫ້ຄວາມຮ່ວມມື)
  • ກົມຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ 1 ສະບັບ (ເພື່ອຊາບ ແລະ ໃຫ້ຄວາມຮ່ວມມື)
  • ເກັບມ້ຽນ 1 ສະບັບ
# ຫົວຂໍ້ ດາວໂຫຼດ
1 Notification On Enhancing the Attention On the Inspection of Import Plant in Particular Seed and Planting Material in Contradiction to Plant Quarantine Regulatory Law Of Lao PDR No. 0467/DOA PDF
2 ແຈ້ງການ ການເພີ່ມທະວີ ເອົາໃຈໃສ່ກວດກາ ການນໍາເຂົ້າ ພືດ ໂດຍສະເພາະ ແນວພັນ ແລະ ທ່ອນພັນພືດ ທີ່ບໍ່ສອດຄ່ອງກັບ ລະບຽບກົດໝາຍ ວ່າດ້ວຍ ການປ້ອງກັນ ພືດ ຂອງ ສປປ ລາວ ເລກທີ 0467/ກປຝ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.