ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 0837/ກປ
ນະຄອນຫຼວງວຽງຈັນ, ວັນທີ 03 ເມສາ 2013

ຄໍາສັ່ງຂອງລັດຖະມົນຕີ
ກ່ຽວກັບການອອກໃບຢັ້ງຢືນສຸຂານາໄມພືດ (
Phytosanitary certificate – PC)

ເຖິງ:

  • ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງ ໃນຂອບເຂດທົ່ວປະເທດ;
  • ທ່ານຫົວໜ້າດ່ານປ້ອງກັນພືດສາກົນ ໃນຂອບເຂດທົ່ວປະເທດ.

- ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
- ອີງຕາມ ດໍາລັດແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 229/ລບ, ລົງວັນທີ 31 ພຶດສະພາ 2012;
- ອີງໃສ່ ໜັງສືສະເໜີຂອງກົມປູກຝັງ ເລກທີ 0528/ກປຝ, ລົງວັນທີ 19 ມີານ 2013.

ໃນໄລຍະຜ່ານມາ ພວກເຮົາໄດ້ນໍາໃຊ້ໃບຢັ້ງຢືນສຸຂານາໄມພືດ ຕາມລະບົບຖານຂໍ້ມູນການອອກໃບຢັ້ງຢືນສຸຂານາໄມພືດແຫ່ງຊາດ (National Phytosanitary certificate Database – NPD) ມາແຕ່ປີ 2004 ຊຶ່ງເປັນມາດຕະການໜຶ່ງໃນຫຼາຍໆມາດຕະການທີ່ລະບຸໄວ້ໃນດໍາລັດ ແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ອັນໄດ້ປະກອບສ່ວນເຮັດໃຫ້ການສະກັດກັ້ນ ການແຜ່ລະບາດຂອງສັດຕູພືດຈາກພາຍໃນອອກສູ່ພາຍນອກ, ຈາກພາຍນອກເຂົ້າມາ ສປປ ລາວ ໄດ້ດີໂດຍພື້ນຖານ; ແຕ່ເນື່ອງຈາກວ່າ ໃນປະຈຸບັນນີ້ ສປປ ລາວ ພວກເຮົາໄດ້ຖືກຮັບເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ນິຕິກໍາ ແລະ ລະບຽບການຫຼາຍອັນ ລວມທັງການອອກໃບຢັ້ງຢືນສຸຂານາໄມພືດ (PC) ຈໍາເປັນຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບລະບຽບການຂອງສົນທິສັນຍາ ປ້ອງກັນພືດສາກົນ (IPPC).

ເພື່ອເຮັດໃຫ້ການອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary certificate – PC) ແບບໃໝ່ຂອງ ສປປ ລາວ ຖືກນໍາໃຊ້ຢ່າງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ, ທັງສອດຄ່ອງກັບກົດໝາຍ ແລະ ສົນທິສັນຍາປ້ອງກັນພືດນັ້ນ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ:

  1. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ທີ່ມີ "ດ່ານປ້ອງກັນພືດສາກົນ" ນໍາໃຊ້ແບບຟອມໃບຢັ້ງຢືນສຸຂານາໄມພືດ (Phytosanitary certificate – PC) ແບບໃໝ່ ມີກາປະທັບດຽວທີ່ເປັນເອກະພາບໃນທົ່ວປະເທດ ຕາມທີ່ໄດ້ຄັດຕິດມາພ້ອມນີ້ ນັບແຕ່ວັນທີ 18 ເດືອນເມສາ 2013 ເປັນຕົ້ນໄປ;
  2. ບັນດາພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ທີ່ມີ "ດ່ານປ້ອງກັນພືດສາກົນ" ມີຄວາມຮັບຜິດຊອບໃນການຂຶ້ນແຜນງົບປະມານ ເພື່ອປົກປັກຮັກສາ, ພັດທະນາ ແລະ ຕິດຕັ້ງລະບົບຖານຂໍ້ມູນແບບໃໝ່ນີ້ ປ່ຽນແທນລະບົບຖານຂໍ້ມູນໃນປະຈຸບັນ;
  3. ໃຫ້ກົມປູກຝັງ ແຈ້ງໃຫ້ຄະນະເລຂາທິການສົນທິສັນຍາ ປ້ອງກັນພືດສາກົນ (IPPC) ເພື່ອແຈ້ງຕໍ່ໄປຍັງບັນດາປະເທດ ທີ່ເປັນພາຄີສົນທິສັນຍາປ້ອງກັນພືດສາກົນ ໄດ້ຮັບຊາບເຖິງການປ່ຽນແປງໃບຢັ້ງຢືນສຸຂານາໄມພືດ (PC) ຂອງ ສປປ ລາວ;
  4. ມອບໃຫ້ກົມປູກຝັງ ສ້າງເປັນແຜນຝຶກອົບຮົມເຕັກນິກການກວດກາພືດ, ຜະລິດຕະພັນພືດ, ວັດຖຸອື່ນ ແລະ ແນະນໍາການອອກໃບຢັ້ງຢືນສຸຂານາໄມພືດ (PC) ຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ຂອງສົນທິສັນຍາປ້ອງກັນພືດສາກົນ (ISPMs, IPPC) ແລະ ຂໍ້ຕົກລົງສຸຂານາໄມ ແລະ ສຸຂານາໄມພືດ (SPS Agreement) ຂອງອົງການການຄ້າໂລກ (WTO) ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ຕາມລະບຽບກົດໝາຍ;
  5. ຜູ້ຮັບຜິດຊອບ ຫຼື ເຈົ້າໜ້າທີ່ປ້ອງກັນພືດ ຜູ້ທີ່ມີສິດລົງລາຍເຊັນໃສ່ໃບຢັ້ງຢືນສຸຂານາໄມພືດ (PC) ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 33 ຂອງດໍາລັດແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນພືດ, ມາດຕາ V (Article V: Phytosanitary Certification) ຂອງສົນທີສັນຍາປ້ອງກັນພືດສາກົນ (IPPC) ແລະ ຈັດຕັ້ງປະຕິບັດມາດຕາ 26 ຂອງດໍາລັດແນະນໍາປະຕິບັດກົດໝາຍ ວ່າດ້ວຍການປ້ອງກັນພືດ ທີ່ລະບຸກ່ຽວກັບການກວດກາ ແລະ ການຢັ້ງຢືນການສົ່ງອອກຢ່າງເຂັ້ມງວດ;
  6. ຜູ້ຮັບຜິດຊອບ ຫຼື ເຈົ້າໜ້າທີ່ປ້ອງກັນພືດ ຜູ້ທີ່ມີສິດລົງລາຍເຊັນໃສ່ໃບຢັ້ງຢືນສຸຂານາໄມພືດ (PC) ຕ້ອງໄດ້ຮັບການແຕ່ງຕັ້ງ ຈາກລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ຕາມການສະເໜີຂອງພະແນກກະສິກໍາ ແລະ ປ່າໄມ້ ແລະ ການຢັ້ງຢືນຂອງຄະນະຈັດຕັ້ງແຂວງ, ນະຄອນຫຼວງທີ່ກ່ຽວຂ້ອງ ແລະ ຢູ່ພາຍໃຕ້ການຄຸ້ມຄອງດ້ານວິຊາການ ແລະ ການຕິດຕາມກວດກາຂອງກົມປູກຝັງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 30 ຂອງດໍາລັດແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ;
  7. ຄໍາສັ່ງສະບັບນີ້ ມີຜົນສັກສິດ ແລະ ນໍາໃຊ້ໄດ້ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ວິໄລວັນ ພົມເຂ

ບ່ອນນໍາສົ່ງ:

  1. ຫ້ອງວ່າການສູນກາງພັກ 01 ສະບັບ (ໃຊ້ຕາງລາຍງານ);
  2. ຫ້ອງວ່າການລັດຖະບານ 01 ສະບັບ (ໃຊ້ຕາງລາຍງານ);
  3. ກະຊວງອຸດສາຫະກໍາ ແລະ ການຄ້າ 01 ສະບັບ (ເພື່ອຊາບ);
  4. ກະຊວງສາທາລະນະສຸກ 01 ສະບັບ (ເພື່ອຊາບ);
  5. ລັດຖະມົນຕີຊ່ວຍວ່າການ ທ່ານລະ 01 ສະບັບ (ເພື່ອຊາບ);
  6. ຫ້ອງການກະຊວງ 01 ສະບັບ (ເພື່ອຕິດຕາມ);
  7. ກົມປູກຝັງ 01 ສະບັບ (ເພື່ອປະຕິບັດ);
  8. ກົມຈັດຕັ້ງ ແລະ ພະນັກງານ 01 ສະບັບ (ເພື່ອຊາບ);
  9. ກົມກວດກາ 01 ສະບັບ (ເພື່ອຊາບ);
  10. ກົມແຜນການ ແລະ ການຮ່ວມມື 01 ສະບັບ (ເພື່ອຊາບ);
  11. ຫ້ອງວ່າການປົກຄອງແຂວງ ບ່ອນລະ 01 ສະບັບ (ເພື່ອຊ່ວຍຊີ້ນໍາ);
  12. ເກັບມ້ຽນ 01 ສະບັບ.
# ຫົວຂໍ້ ດາວໂຫຼດ
1 Ordinance of the Minister on the Issuance of Phytosanitary certificate - PC, No. 0837/DOA PDF
2 ຄໍາສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການອອກໃບຢັ້ງຢືນ ສຸຂານາໄມພືດ (Phytosanitary certificate – PC) ເລກທີ 0837/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.