ກອງປະຊຸມ ໄດ້ທົບທວນຄືນ ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດການຄົມມະນາຄົມຂົນສົ່ງ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສະໜັບສະໜູນການບໍລິຫານຂົນສົ່ງ, ການລົງທຶນ ແລະ ທ່ອງທ່ຽວຕາມການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ບັນດາສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຕ່າງໆ ນັບແຕ່ກອງປະຊຸມຄັ້ງທີໜຶ່ງ ທີ່ ແຂວງກວາງຈິ, ສສ ຫວຽດນາມ ໃນເດືອນ ພຶດສະພາ 2012 ເປັນຕົ້ນມາ ແລະ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມື ກັນໃນອະນາຄົດລວມທັງ ການພັດທະນາພື້ນຖານໂຄງລ່າງ,  ຈັດຕັ້ງປະຕິບັດສັນຍາການຂົນສົ່ງຂ້າມແດນ,  ລະບົບພາສີສິນຄ້າຜ່ານແດນ ແລະ ຂະບວນການຂັ້ນຕອນຢູ່ຕາມຊາຍແດນ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ບົດບາດແລະຄວາມສຳຄັນຂອງການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ທີ່ມີຕໍ່ການພັດທະນາຂອງບັນດາແຂວງ ທີ່ຢູ່ຕາມແລວທາງເສດຖະກິດ, ໂດຍສະເພາະ​ການ​ປັບປຸງ ແລະ ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ, ການກໍ່​ສ້າງ​ສິ່ງ​ອໍານ​ວຍຄວາມ​ສະດວກ ​ແລະ ການ​ບໍລິການ​ ຢູ່​ຕາມ​​ແລວທາງ​ເສດຖະກິດດັ່ງກ່າວ ລວມທັງ ການຊຸກຍູ້​ການ​ລົງທຶນຈາກພາກລັດ ແລະ ​ພາກ​ເອກ​ະຊົນ ເຂົ້າໃນ​ການພັດທະນາສິ່ງອຳນວຍຄວາມສະດວກ. ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ຂອງ ບັນດາຄູ່ຮ່ວມພັດທະນາ ໂດຍສະເພາະ ລັດຖະບານຍີ່ປຸ່ນ ແລະ ທະນາຄານພັດທະນາອາຊີ ໃນການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ.

ກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການຕົກລົງຂະຫຍາຍແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍກວມເອົາເສັ້ນທາງໄປເຖິງ ແຫລມສະບັງ, ບາງກອກ, ປະເທດໄທ; ເຖິງ ວຽງຈັນ, ສປປ ລາວ; ແລະ ເຖິງ ຮ່າໂນຍ ແລະ ຮາຍຟອງ, ສສ ຫວຽດນາມ; ການນຳເອົາເສັ້ນທາງເລກທີ 8 ແລະ 12 ເຂົ້າມາຢູ່ໃນແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ; ການຍົກລະດັບເສັ້ນທາງເລກທີ 9; ການຕົກລົງຮ່ວມກັນ ລະຫວ່າງ ສປປ ລາວ ແລະ ໄທ ທີ່ຈະເລີ່ມທົດລອງຈັດຕັ້ງປະຕິບັດ ການກວດກາຢູ່ຈຸດດຽວ ແລະ ປ່ອງດຽວ ຢູ່ດ່ານສາກົນ ສະຫວັນນະເຂດ-ມຸກດາຫານ ກ່ອນທ້າຍປີ 2013; ການຕົກລົງຮ່ວມກັນ ຂອງ ສປປ ລາວ ແລະ ສສ ຫວຽດນາມ ທີ່ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ ຂັ້ນຕອນສຸດທ້າຍ ໃນການກວດກາຢູ່ຈຸດດຽວ ແລະ ປ່ອງດຽວ ຢູ່ດ່ານສາກົນ ແດນສະຫວັນ-ລາວບາວ ກ່ອນກອງປະຊຸມ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ວ່າດ້ວຍການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ຄັ້ງທີສາມ ໃນປີ 2014; ແລະ ການສ້າງຕັ້ງສະມາຄົມຂົນສົ່ງ ຂອງອະນຸພາກພື້ນແມ່ນ້ຳຂອງ ຊຶ່ງມີຫ້ອງການປະຈຳຢູ່ ນະຄອນຫຼວງວຽງຈັນ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກອງປະຊຸມຍັງຮັບຊາບວ່າ ບັນດາປະເທດຕາມແລວທາງເສດຖະກິດ ຍັງຈະຕ້ອງໄດ້ຮ່ວມມືກັນ ເພື່ອແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ລວມທັງ ການປັບປຸງຖະຫນົນ ຫົນທາງ ທີ່ເປ່ເພ, ການປັບປຸງບັນດາເອກະສານ, ລະບຽບການ ແລະ ຂັ້ນຕອນຕ່າງໆ ໃນການກວດກາສິນຄ້າ, ການສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ຫລາຍຂຶ້ນ, ເອົາໃຈໃສ່ເພື່ອໃຫ້ ບັນດາປະເທດສະມາຊິກ ໃນອະນຸພາກພື້ນແມ່ນໍ້າຂອງ ລົງນາມ ແລະ ໃຫ້ສັດຕະຍາບັນ​ໃນເອກະສານ​ກ່ຽວຂ້ອງ​ຕ່າງໆ​ ຂອງສັນຍາວ່າດ້ວຍການຂົນສົ່ງຂ້າມແດນ ໃນອະນຸພາກພື້ນແມ່ນ້ຳຂອງ (GMS CBTA) ໂດຍໄວ, ເພື່ອເລັ່ງລັດ​ໃຫ້ມີການຈັດ​ຕັ້ງ​ປະຕິບັດ​​​ຢ່າງເຕັມສ່ວນ ແລະ ​ມີ​ປະສິດ​ທິຜົນ.

ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ 2 ສະບັບ ຄື: (1) ຖະແຫລງການສະຫວັນນະເຂດ ກ່ຽວ ກັບ ຄວາມຄືບຫນ້າໃນການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ; ແລະ (2) ຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່ຽວກັບ ການພັດທະນາແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ຄັ້ງທີ 2.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.