ສາລະບານ

ໝວດທີ I - ຂໍ້ກໍານົດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ຄວາມໝາຍຂອງຍານພາຫະນະ

ໝວດທີ II - ສະພາບ ແລະ ມາດຕະຖານເຕັກນິກຂອງຍານພາຫະນະ ແລະ ຂອງສິ້ນສ່ວນ ຍານພາຫະນະທີ່ຈະໄດ້ຮັບອະນຸຍາດ ໃຫ້ນຳເຂົ້າມາຮັບໃຊ້ຢູ່ ສປປລາວ

ມາດຕາ 3. ຄວາມແຮງ ແລະ ຂະໜາດຂອງຍານພາຫະນະ
ມາດຕາ 4. ນ້ຳໜັກລວມສູງສຸດຂອງຍານພາຫະນະຂົນສົ່ງ
ມາດຕາ 5. ສະພາບ ແລະ ມາດຕະຖານເຕັກນິກຂອງຍານພະຫະນະ
ມາດຕາ 6. ສະພາບ ແລະ ມາດຕະຖານເຕັກນິກຂອງ ສິ້ນສ່ວນຍານພາຫະນະທີ່ ຈະນຳເຂົ້າມາປະກອບເປັນຄັນ ແລະ ນຳໃຊ້ຢູ່ພາຍໃນປະເທດ

ໝວດທີ III - ການກວດກາເຕັກນິກຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະທີ່ນໍາເຂົ້າ, ຍານພະຫະນະທີ່ປະກອບ ຫຼື ຟື້ນຟູໃໝ່ຢູ່ໃນໂຮງງານ ພາຍໃນປະເທດ

ມາດຕາ 7. ການກວດສະພາບລົດ ແລະ ມາດຕະຖານເຕັກນິກຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະທີ່ນຳເຂົ້າ
ມາດຕາ 8. ການກວດກາຄຸນນະພາບຂອງຍານພາຫະນະທີ່ປະກອບໃນໂຮງງານພາຍໃນປະເທດ

ໝວດທີ IV - ຂໍ້ເກືອດຫ້າມ

ມາດຕາ 9 ຂໍ້ເກືອດຫ້າມກ່ຽວກັບການນຳເຂົ້າຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະ
ມາດຕາ 10 ຂໍ້ເກືອດຫ້າມກ່ຽວກັບ ການຂື້ນທະບຽນການນຳໃຊ້ຍານພາຫະນະ

ໝວດ V - ນະໂຍບາຍຕໍ່ຜູ້ມີຜົນງນ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 13. ມາດຕະການປັບໃໝ ແລະ ມາດຕະການໂທດເພີ່ມ
ມາດຕາ 14. ມາດຕະການທາງອາຍາ

ໝວດທີ VI - ຂໍ້ກໍານົດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນບັງຄັບໃຊ້


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ  ເອກະພາບ ວັດທະນະຖາວອນ

ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ເລກທີ 4312/ຄຂປກ
ວັນທີ 11 ພະຈິກ 2002

ຂໍ້ກຳນົດກ່ຽວກັບມາດຕະຖານເຕັກນິກຍານພາຫະນະ
ແລະ ສິ້ນສ່ວນຂອງຍານພະຫະນະທີ່ຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າມາ
ຂຶ້ນທະບຽນ ແລະ ປະກອບເປັນຄັນ ເພື່ອນຳໃຊ້ໃນ ສປປລາວ

  • ອີງຕາມກົດໝາຍວ່າດ້ວຍການຂົນສົ່ງທາງບົກ.
  • ອີງຕາມກົດໝາຍວ່າດ້ວຍການຈະລາຈອນທາງບົກ.
  • ອີງຕາມດໍາລັດ ເລກທີ 66/ນຍ ລົງວັນທີ 20/05/1999 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ.

ລັດຖະມົນຕີວ່າການ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ອອກຂໍ້ກຳນົດ:

ໝວດທີ I
ຂໍ້ກຳນົດທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ກໍານົດສະບັບນີ້ອອກເພື່ອກໍານົດລາຍລະອຽດກ່ຽວກັບສະພາບ ແລະ ມາດຕະຖານເຕັກນິກ ຂອງຍານ ພາຫະນະທີ່ຈະອະນຸຍາດໃຫ້ນຳເຂົ້າມາຂື້ນທະບຽນລວມທັງສິ້ນສ່ວນພາຫະນະ ທີ່ຈະອະນຸຍາດໃຫ້ນຳ ເຂົ້າມາປະກອບເປັນຄັນ ເພື່ອນຳໃຊ້ຢູ່ ສປປລາວ ໃຫ້ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ທັງເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການຄຸ້ມຄອງການນຳເຂົ້າດັ່ງກ່າວ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 2. ຄວາມໝາຍຂອງຍານພາຫະນະ
   ຍານພາຫະນະທີ່ລະບຸໄວ້ໃນຂໍ້ກໍານົດສະບັບນີ້ ໝາຍເຖິງຍານພາຫະນະທີ່ແລ່ນດ້ວຍເຄື່ອງຈັກ ຊຶ່ງລວມມີລົດຂົນສົ່ງ ແລະ ພາຫະນະກົນຈັກໜັກທຸກຂະໜາດ, ທຸກປະເພດ ທີ່ມີໂຄງປະກອບສ້າງຖຶກຕ້ອງຕາມ ມາດຕະຖານເຕັກນິກຂອງໂຮງງານທີ່ຜະລິດ, ມີສະພາບ ແລະ ມາດຕະຖານເຕັກນິກຕາມທີ່ໄດ້ລະບຸໄວ້ ໃນຂໍ້ກຳນົດສະບັບນີ້. ຂ້າງເທິງ

ໝວດທີ II
ສະພາບ ແລະ ມາດຕະຖານເຕັກນິກຂອງຍານພາຫະນະ ແລະ ຂອງສິ້ນສ່ວນຍານພາຫະນະ ທີ່ຈະໄດ້ຮັບອະນຸຍາດ ໃຫ້ນຳເຂົ້າມາຮັບໃຊ້ຢູ່ ສປປລາວ

ມາດຕາ 3. ຄວາມແຮງ ແລະ ຂະໜາດຂອງຍານພາຫະນະ
   ຍານພາຫະນະຂົນສົ່ງປະເພດຕ່າງໆ ທີ່ຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າມານໍາໃຊ້ຢູ່ ສປປລາວ ຕ້ອງມີ ຄວາມແຮງ ແລະ ຂະໜາດດັ່ງນີ້:

  1. ລົດຈັກ 2 ລໍ້ ແຮງບໍ່ເກີນ 250 ຊີຊີ.
  2. ລົດຈັກ 3 ລໍ້, ຈຳໂບ້ ຄວາມແຮງບໍ່ເກີນ 250 ຊີຊີ, ຕຸກໆຄວາມແຮງບໍ່ເກີນ 650 ຊີຊີ.
  3. ລົດເກ໋ງ, ລົດກະບະ, ລົດຈິບ, ລົດຕູ້, ລົດບົດ ( ລົດເມ ) ລົດບັນທຸກດ່ຽວ ( Rigid Truck ) ຂະ ໜາດບໍ່ເກີນ 12 ລໍ້, ລົດລາກ ( Trailer ), ຄວາມຍາວ, ຄວາມສູງ, ຄວາມກວ້າງໃຫ້ຖືເອົາຕາມ ມາດຕະຖານເຕັກນິກຂອງໂຮງງານທີ່ຜະລິດອອກ ບໍ່ໃຫ້ດັດແປງຢ່າງເດັດຂາດ;
  4. ຄວາມກວ້າງຂອງລົດທຸກປະເພດ ອະນຸຍາດບໍ່ເກີນ 2.50 ແມັດ. ຂ້າງເທິງ

ມາດຕາ 4. ນ້ຳໜັກລວມສູງສຸດ ຂອງຍານພາຫະນະຂົນສົ່ງ
   ຍານພະຫະນະຂົນສົ່ງທຸກປະເພດ ທີ່ຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າມານໍາໃຊ້ຢູ່ ສປປລາວ ຕ້ອງໄດ້ຮັບປະກັນການບັນທຸກນ້ຳໜັກ ລວມສູງສຸດ ( ນ້ຳໜັກລົດເປົ່າ + ນ້ຳໜັກບັນທຸກ ) ຕາມຂໍ້ກຳນົດກ່ຽວກັບການອະນຸມັດນ້ຳໜັກລວມສູງສຸດ ສະບັບເລກທີ 849/ຄຂປກ, ລົງວັນທີ 05/03/2002 ທີ່ກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງວາງອອກ. ຂ້າງເທິງ

ມາດຕາ 5. ສະພາບ ແລະ ມາດຕະຖານເຕັກນິກຂອງຍານພະຫະນະ
   ຍານພາຫະນະຂົນສົ່ງທຸກປະເພ ດທີ່ຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າມານໍາໃຊ້ຢູ່ ສປປລາວຕ້ອງແມ່ນ ໄດ້ປະກອບພວງມະໄລຢູ່ເບື້ງຊ້າຍ.
   ສໍາລັບຍານພາຫະນະຂົນສົ່ງ ທີ່ໃຊ້ແລ້ວທີ່ຈະໄດ້ຮັບອະນຸຍາດໃຫ້ນໍາເຂົ້າຕ້ອງມີສະພາບ ແລະ ມາດຕະຖານເຕັກນິກຕ່ຳສຸດດັ່ງນີ້: ມີເຕັກນິກຄົບຖ້ວນ ຫລື ບໍ່ມີການປ່ຽນແປງລະບົບໂຄງສ້າງເດີມຂອງລົດ ຕາມທີ່ຜະລິດຈາກໂຮງງານ, ໃຊ້ງານໄດ້ເປັນປົກກະຕິ, ມີຊາຊີຊີ, ຕົວບໍ່ບຸ້ມ, ຖັງບໍ່ບ້ຽວ, ມີອຸປະກອນ ປ້ອງກັນ ຄວາມປອດໄພ,  ມີຫ້າມລໍ້, ມີໄຟເຍືອງໜ້າ ແລະ ຫຼັງ, ມີໄຟສັນຍານຄົບຊຸດ, ມີແວ່ນສ່ອງຫຼັງ, ໄດ້ຜ່ານການໃຊ້ງານມາແລ້ວບໍ່ເກີນ 4 ປີ ນັບແຕ່ປີທີ່ຜະລິດ, ຍັງມີສີສັນສວຍງາມ ແລະ ມີຄຸນນະພາບ ໂດຍລວມບໍ່ຕ່ຳກວ່າ 80% ຫຼື ຍານພາຫະນະຂົນສົ່ງນັບແຕ່ມື້ຜະລິດຈາກໂຮງງານບໍ່ທັນໄດ້ໃຊ້ງານ ຕ່ຳກວ່າ 6 ປີ ລົງມາ;

  • ຍານພະຫະນະ 4 ລໍ້ຂື້ນໄປແມ່ນໃຫ້ມີສາຍແອວຮັດທຸກໆຄັນ.
    ສຳລັບຍານພະຫະນະກົນຈັກໜັກທີ່ນຳໃຊ້ແລ້ວຕ້ອງມີອາຍຸການນຳໃຊ້ບໍ່ເກີນ 8 ປີ ຫຼື ມີຊົ່ວໂມງ ນຳໃຊ້ມາແລ້ວ ບໍ່ໃຫ້ເກີນ 20,000 ຊົວໂມງ.

ຕົວຢ່າງ:

  • ຍານພະຫະນະຂົນສົ່ງທີ່ໃຊ້ແລ້ວທີ່ຈະນຳເຂົ້າໃນປີ 2002 ຕ້ອງແມ່ນໄດ້ຜະລິດອອກ ໃນປີ 1998.
  • ຍານພາຫະນະກົນຈັກໜັກທີ່ໃຊ້ແລ້ວ ທີ່ຈະນຳເຂົ້າໃນປີ 2002 ຕ້ອງແມ່ນໄດ້ຜະລິດອອກ ໃນປີ 1994. ຂ້າງເທິງ

ມາດຕາ 6. ສະພາບ ແລະ ມາດຕະຖານເຕັກນິກຂອງສິ້ນສ່ວນຍານພາຫະນະ ທີ່ຈະນຳເຂົ້າມາ ປະກອບເປັນຄັນ ແລະ ນຳໃຊ້ຢູ່ພາຍໃນປະເທດ
   ສິ້ນສ່ວນຂອງຍານພາຫະນະທີ່ຈະໄດ້ຮັບອະນຸຍາດ ໃຫ້ບັນດາໂຮງງານປະກອບພາຫະນະປະເພດຕ່າງໆ ນຳເຂົ້າມາປະກອບເປັນຄັນ ແລະ ນຳໃຊ້ຢູ່ພາຍໃນປະເທດຕ້ອງມີສະພາບແລະມາດຕະຖານເຕັກນິກດັ່ງນີ້:

  1. ສິ້ນສ່ວນຍານພາຫະນະທຸກປະເພດທີ່ມາປະກອບຕ້ອງແມ່ນສິ້ນສ່ວນທີ່ໄດ້ມາດຕະຖານຈາກໂຮງງານ ແລະ ໄດ້ຮັບການອະນຸຍາດທາງດ້ານເຕັກນິກ ຈາກກະຊວງ ຄ ຂ ປ ກ ສາກ່ອນ.
  2. ສຳລັບພ່ວງ ແລະ ຫາງລາກ ຕ້ອງມີໂຄງປະກອບສ້າງຖຶກຕ້ອງຕາມມາດຕະຖານເຕັກນິກຂອງໂຮງງານ ທີ່ຜະລິດຊຶ່ງຕ່ຳສຸດ ຕ້ອງມີແໜບ, ມີຫ້າມລໍ້, ມີລະບົບໄຟສັນຍານຄົບຊຸດ.
  3. ການນຳເຂົ້າສິ້ນສ່ວນຫົວຈັກຕ້ອງໄດ້ຮັບອະນຸຍາດຈາກກະຊວງ ຄ ຂ ປ ກ.
  • ສຳລັບບໍລິສັດທີ່ນຳເຂົ້າມາຈຳໜ່າຍ ຕ້ອງສະຫຼຸບລາຍງານລະອຽດຫົວຈັກດັ່ງກ່າວ ເອົາໄປໃສ່ລົດ ໝາຍເລກທະບຽນ, ເລກຈັກ, ເລກຖັງ, ພ້ອມນັ້ນໃຫ້ມາຂໍໃບອະນຸຍາດນຳກະຊວງ ຄຂປກ ຈິ່ງ ໄປຂຶ້ນທະບຽນໄດ້.
  • ສຳລັບບຸກຄົນແມ່ນມີຈຸດປະສົງຢາກນຳເຂົ້າຫົວຈັກມາປ່ຽນຖ່າຍກໍ່ບອກໝາຍເລກທະບຽນຂອງຕົນ ເອງມາ ເຊັ່ນດຽວກັນ. ຂ້າງເທິງ

ໝວດທີ III
ການກວດກາເຕັກນິກຍານພາຫະນະ
ແລະ ສິ້ນສ່ວນຍານພາຫະນະທີ່ນຳເຂົ້າ, ຍານພະຫະນະທີ່ປະກອບ
ຫຼື ຟື້ນຟູໃໝ່ຢູ່ໃນໂຮງງານພາຍໃນປະເທດ

ມາດຕາ 7. ການກວດສະພາບລົດ ແລະ ມາດຕະຖານເຕັກນິກຍານພາຫະນະ ແລະ ສິ້ນສ່ວນ ຍານພາຫະນະທີ່ນຳເຂົ້າ
   ການກວດກາສະພາບ ແລະ ມາດຕະຖານເຕັກນິກຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະ ທີ່ນຳເຂົ້າມາແມ່ນຕ້ອງປະຕິບັດໃຫ້ສອດຄ່ອງ ຕາມເນື້ອໃນຂອງຂໍ້ກຳນົດສະບັບນີ້ ແລະ ຕ້ອງດຳເນີນຕາມ ຂັ້ນຕອນດັ່ງນີ້:

  1. ກວດກາໃນເວລານຳເຂົ້າຢູ່ດ່ານຊາຍແດນໂດຍແມ່ນພະນັກງານວິຊາການຂອງພະແນກ ຄຂປກ ກວດກາ ຕົວຈິງພ້ອມທັງເຊັນຢັ້ງຢືນຄວາມຖຶກຕ້ອງຕາມໃບອະນຸຍາດທາງດ້ານເຕັກນິກນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນຢູ່ ສປປລາວ ຂອງກົມຂົນສົ່ງ ກະຊວງ ຄຂປກ.
  2. ກວດກາໃນເວລາກ່ອນຈະຂື້ນທະບຽນປ້າຍໃຫ້ຍານພາຫະນະ ໂດຍແມ່ນພະນັກງານວິຊາການຂອງພະແນກ ຄຂປກ ຫຼື ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ປະຈຳແຂວງ ກຳແພງນະຄອນ ແລະ ເຂດພິເສດ ເປັນຜູ້ກວດກາຄວາມຖຶກຕ້ອງຕື່ມ. ຂ້າງເທິງ

ມາດຕາ 8. ການກວດກາຄຸນນະພາບຂອງຍານພາຫະນະທີ່ປະກອບໃນໂຮງງານພາຍໃນປະເທດ
   ຍານພາຫະນະທີ່ປະກອບຫຼື ຟື້ນຟູຄືນໃໝ່ຈາກໂຮງງານພາຍໃນປະເທດ ເມື່ອສຳເລັດແລ້ວໂຮງງານຕ້ອງຢັ້ງຢືນ ຄຸນນະພາບ (QC) ຂອງຍານພາຫະນະ ແລະ ກະຊວງ ຄຂປກ ກວດຢັ້ງຢືນໃຫ້ກ່ອນການຂື້ນທະບຽນ.
   ໃນກໍລະນີ ທີ່ຍານພາຫະຄັນໃດຄັນໜື່ງບໍ່ສາມາດຜ່ານການກວດກາໄດ້ຕາມກໍານົດໝາຍ ເຕັກນິກໃນຄັ້ງທີ່ໜື່ງ ກໍ່ຈະໄດ້ຮັບອະນຸຍາດໃຫ້ສ້ອມແປງ ແລະ ແກ້ໄຂ ສິ່ງທີ່ບົກຜ່ອງແລ້ວ ໃຫ້ທຳການກວດກາເຕັກນິກຄືນໃໝ່ ເປັນຄັ້ງທີ່ສອງຊຶ່ງຖືເປັນຄັ້ງສຸດທ້າຍ. ຫາກວ່າຜ່ານການກວດກາຄັ້ງນີ້ ຍັງບໍ່ໄດ້ຕາມກຳນົດ ໝາຍເຕັກນິກ ກໍ່ຈະໃຫ້ຢຸດການສ້ອມແປງ ຫຼື ແກ້ໄຂອີກ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ພາຫະນະຄັນດັ່ງກ່າວຕໍ່ໄປອີກ ໃຫ້ຍຸບເປັນເສດເຫຼັກ. ຂ້າງເທິງ

ໝວດທີ IV
ຂໍ້ເກືອດຫ້າມ

ມາດຕາ 9 ຂໍ້ເກືອດຫ້າມກ່ຽວກັບການນຳເຂົ້າຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະ
   ຫ້າມບຸກຄົນ ຫຼື ການຈັດຕັ້ງມີການກະທໍາດັ່ງຕໍ່ໄປນີ້ຢ່າງເດັດຂາດ:

  1. ທຳການນຳເຂົ້າຍານພາຫະນະ ຫຼື ສິ້ນສ່ວນຍານພາຫະນະທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດ.
  2. ແຈ້ງຂໍ້ມູນຍານພະຫະນະ ຫຼື ສິ້ນສ່ວນຍານພາຫະນະ ທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າໂດຍບໍ່ຖຶກຕ້ອງ ກັບສະພາບຕົວຈິງທັງທາງດ້ານຈຳນວນ ຫຼື ສະພາບ ມາດຕະຖານເຕັກນິກ ແລະ ໂດຍບໍ່ຖຶກຕ້ອງ ຕາມລະບຽບການນຳເຂົ້າ ຕາມທີ່ໄດ້ກຳນົດໄວ້ຢູ່ ມາດຕາ 3,4,5,6 ແລະ 7 ຂອງຂໍ້ກຳນົດສະບັບນີ້. ຂ້າງເທິງ

ມາດຕາ 10 ຂໍ້ເກືອດຫ້າມກ່ຽວກັບການຂື້ນທະບຽນການນຳໃຊ້ຍານພາຫະນະ
   ຫ້າມພະນັກງານ, ລັດຖະກອນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງຂື້ນທະບຽນ ໃຫ້ນໍາໃຊ້ຢ່າງເດັດຂາດ ຍານພາຫະນະທີ່ນຳເຂົ້າໂດຍບໍ່ຖຶກຕ້ອງຕາມລະບຽບກົດໝາຍ ແລະ ຍານພະຫະນະທີ່ປະກອບ ຫຼື ຟື້ນຟູໃໝ່ ຈາກໂຮງງານພາຍໃນປະເທດ ຊຶ່ງບໍ່ສາມາດຜ່ານການກວດກາໄດ້ຕາມມາດຕະຖານ ຫຼື ກຳນົດໝາຍເຕັກນິກ ດ້ານຄຸນນະພາບ (QC) ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 9 ຂອງຂໍ້ກໍານົດສະບັບນີ້ ຫຼື ຕາມລະບຽບການ ທີ່ກະຊວງ ຄຂປກ ວາງອອກ. ຂ້າງເທິງ

ໝວດ V
ນະໂຍບາຍຕໍ່ຜູ້ມີຜົນງນ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ທໍາການນໍາເຂົ້າພາຫະນະ ແລະ ສິ້ນສ່ວນຍານພາຫະນະຢ່າງຖຶກຕ້ອງ ຕາມສະພາບ ແລະ ມາດຕະຖານເຕັກນິກ ລວມທັງຜູ້ທີ່ໄດ້ທຳການປະກອບ ຫຼື ຟື້ນຟູຄືນໃໝ່ພະຫະນະຕ່າງໆ ຢ່າງມີປະສິດຕິພາບຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍຕ່າງໆ ຕາມທີ່ໄດ້ບັນຍັດໄວ້ ໃນກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 12. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ລະເມີດຂໍ້ໃດໜຶ່ງ ຂອງຂໍໍ້ກໍານົດສະບັບນີ້ ຈະຖຶກປັບໃໝ ຫຼື ລົງໂທດທາງອາຍາ ແລະ ອາດຈະຖືກມາດຕະການໂທດເພີ່ມອີກ ແລ້ວແຕ່ກໍລະນີເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 13. ມາດຕະການປັບໃໝ ແລະ ມາດຕະການໂທດເພີ່ມ
   ບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ລະເມີດຂໍ້ ໃດໜຶ່ງຂອງຂໍ້ກໍານົດສະບັບນີ້ ຈະຖຶກປັບໃໝ ແລະ ຖຶກມາດຕະການເພີ່ມໂທດເຊັ່ນ:

  1. ແຈ້ງຂໍ້ມູນທາງດ້ານເອກະສານຂອງຍານພາຫະນະ ຫຼື ສິ້ນສ່ວນຍານພາຫະນະ ທີ່ໄດ້ຮັບອະນຸຍາດ ໃຫ້ນຳເຂົ້າ ສປປ ລາວ ໂດຍບໍ່ຖຶກຕ້ອງຕາມຈຳນວນ ຫຼື ສະພາບ ແລະ ມາດຕະຖານເຕັກນິກ ຕົວຈິງ ຈະຖຶກປັບໃໝສອງເທົ່າ ຂອງມູນຄ່າພາສີ-ອາກອນ ແລະ ຕ້ອງປະຕິບັດຕາມລະບຽບພາສີຕ່າງໆ ຢ່າງຄົບຖ້ວນ ຈຶ່ງສາມາດນຳເອົາເຂົ້າໄດ້ ແຕ່ພາຍໃຕ້ເງື່ອນໄຂທີ່ວ່າ ຍານພາຫະນະເຕັກນິກທີ່ໄດ້ຮັບອະນຸຍາດ ໃຫ້ນຳເຂົ້າ. ແຕ່ຫາກວ່າມີບາງສ່ວນລື່ນກາຍຈຳນວນ ແລະ ຂັດຕໍ່ສະພາບ ຫຼື ມາດຕະຖານເຕັກ ນິກທີ່ໄດ້ຮັບອະນຸຍາດ ຫຼື ທີ່ໄດ້ກຳນົດໄວ້ ກໍ່ຈະບໍ່ອະນຸຍາດໃຫ້ນຳສ່ວນນັ້ນເຂົ້າຢ່າງເດັດຂາດ.
  2. ນຳເອົາພາຫະນະທີ່ປະກອບ ຫຼື ຟື້ນຟູໃໝ່ຈາກໂຮງງານພາຍໃນປະເທດ ທີ່ບໍ່ສາມາດຜ່ານການກວດກາໄດ້ ຕາມກຳນົດໝາຍເຕັກນິກໃນຄັ້ງທີສອງ ຫຼື ໃນຄັ້ງທີ່ສຸດທ້າຍ ໄປຈົດທະບຽນນຳໃຊ້ຈະຖຶກປັບໃໝສອງເທົ່າ ຂອງມູນຄ່າຍານພາຫະນະນັ້ນ ແລະ ບໍ່ຂື້ນທະບຽນໃຫ້ນຳໃຊ້ຢ່າງເດັດຂາດ.
  3. ນຳເອົາຍານພາຫະນະ ຫຼື ສິ້ນສ່ວນຍານພາຫະນະເຂົ້າປະເທດໂດຍບໍ່ຜ່ານດ່ານພາສີຊາຍແດນ ຈະຖຶກ ຍຶດໄວ້ເພື່ອດຳເນີນຄະດີຕາມກົດໝາຍ. ຂ້າງເທິງ

ມາດຕາ 14. ມາດຕະການທາງອາຍາ
   ຈະຖຶກລົງໂທດທາງອາຍາ ບຸກຄົນໃດຫາກໄດ້ມີການກະທໍາຜິດດັ່ງຕໍ່ໄປນີ້:

  • ລັກລອບນຳເຂົ້າຍານພາຫະນະ ຫຼື ສິ້ນສ່ວນຍານພາຫະນະ;
  • ປະກອບເອກະສານເທັດ, ປອມແປງເອກະສານ, ນຳໃຊ້ເອກະສານປອມກ່ຽວກັບການນຳເຂົ້າຍານ ພາຫະນະ ຫຼື ສິ້ນສ່ວນຍານພາຫະນະ;
  • ນຳເອົາຍານພາຫະນະທີ່ປະກອບ ຫຼື ຟື້ນຟູໃໝ່ ຈາກໂຮງງານທີ່ບໍ່ສາມາດຜ່ານການກວດກາໄດ້ ຕາມກຳນົດໝາຍເຕັກນິກ ໃນຄັ້ງສຸດທ້າຍໄປຈົດທະບຽນນຳໃຊ້.
  • ພະນັກງານ ຫຼື ລັດຖະກອນຜູ້ໃດຫາກໄດ້ຮັບສິນບົນ, ໃຊ້ອຳນາດເກີນຂອບເຂດ, ປອມແປງເອກະ ສານ, ສວຍໃຊ້ຕຳແໜ່ງໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ກ່ຽວກັບການນຳເຂົ້າຍານພາຫະນະ, ສິ້ນສ່ວນຍານພາຫະນະ ຫຼື ການຂື້ນທະບຽນຍານພາຫະນະ ກໍ່ຈະຖຶກປະຕິບັດວິໄນຕາມລະບຽບ ລັດຖະກອນຢ່າງເຂັ້ມງວດ ແລະ ຖຶກດຳເນີນຄະດີຕາມກົດໝາຍອາຍາ. ຂ້າງເທິງ

ໝວດທີ VI
ຂໍ້ກຳນົດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ
    ກົມຂົນສົ່ງມີໜ້າທີ່ລົງຊຸກຍູ້, ແນະນໍາ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ ຢ່າງເປັນປົກກະຕິ ແລະ ໃກ້ຊິດ.

  • ພະແນກ ຄຂປກ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດມີໜ້າທີ່ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ກຳນົດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 16. ຜົນບັງຄັບໃຊ້
   ຂໍ້ກໍານົດສະບັບນີ້ມີຜົນບັງຄັບໃຊ້ກັບທຸກຍານພາຫະນະ ແລະ ສິ້ນສ່ວນຍານພາຫະນະທີ່ໄດ້ຮັບອະນຸຍາດ ນຳເຂົ້າ ສປປລາວ ນັບແຕ່ວັນທີ່ 01/12/2002 ເປັນຕົ້ນໄປ ບັນດາຂໍ້ກົດນົດ ແລະ ລະບຽບການທີ່ຂັດ ຂໍ້ກຳນົດສະບັບນີ້ລ້ວນແຕ່ຖຶກລົບລ້າງ.

ລັດຖະມົນຕີວ່າການ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ

( ລາຍເຊັນ ແລະ ປະທັບກາ )
ບົວທອງ ວົງລໍຄຳ

 

# ຫົວຂໍ້ ດາວໂຫຼດ
1 Provisions On Technical Standards and accessories of vehicles that are authorized for import for registering and assembling for using in Lao PDR No. 4312/MCTPC PDF
2 ຂໍ້ກໍານົດ ກ່ຽວກັບ ມາດຕະຖານເຕັກນິກ ຍານພາຫະນະ ແລະ ສິ້ນສ່ວນ ຂອງຍານພາຫະນະ ທີ່ຈະໄດ້ຮັບອະນຸຍາດ ໃຫ້ນໍາເຂົ້າມາຂຶ້ນທະບຽນ ແລະ ປະກອບເປັນຄັນ ເພື່ອນໍາໃຊ້ໃນ ສປປ ລາວ ເລກທີ 4312/ຄຂປກ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.